




1 ພໍ່ຄົວຄົນລາວ ສູດພື້ນເມືອງຈາກພາກເໜືອຂອງລາວ ດ້ວຍສຽງຈາກຊາວກະສິກອນຂະໜາດນ້ອຍທີ່ໄດ້ຮັບການສະໜັບສະໜູນຈາກອົງການທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການ IFAD ແລະ ກອງທຶນ GAFSP
(Frank Caussin),
Khanh),
ຫວຽນ ທູຫ້ວຍ (Nguyen Thu Hoai),
(Delve Robert), ທ່ານ
(Njoro Joyce),
(Shijie Yang),
(Indira J. Ekanayake)
2023 by the International Fund for Agricultural Development (IFAD)



2 3 ການຮັບຮູ້ ປຶ້ມຫົວນີ້ສ້າງຂື້ນໃນນາມຂອງ IFAD ໂດຍ ທ່ານ ຄາມິວລາ ຊັນຊາໄນນີ (Camilla Zanzanaini) ແລະ ທ່ານ ລິຕິກ ໂຢຊິ (Ritik Joshi), ແລະ ແປໂດຍ ວິນັດທາ ໄຊຍະວົງ (Vinata Sayavong). ພວກເຮົາຂໍຂອບໃຈຕົວແທນຈາກທີມງານປະເທດລາວ ແລະ ທີມງານໂຄງການ AFN ແລະ PICSA ທີ່ໄດ້ ປະກອບສ່ວນຂໍ້ມູນອັນລຳຄ່າ - ຈາກ ທ່ານ ບຸນທຽນ ວົງໄກສອນ, ທ່ານ ຄານສະຫວັນ ສີໂສພາ, ທ່ານ ສີໂສວັດ ພັນດານຸວົງ, ທ່ານ ລັກເກເລ້ ອາເຊສ (Rachele Arcese), ທ່ານ ຢາມີນີ ລໍເຮຍ (Yamini Lohia), ທ່ານ ສັງຄົມ ເພັດສິງຈັນ, ທ່ານ ເອວິງ ຄໍເຕ່
ທ່ານ ສຸລິ ວັນ ປັດຕິວົງ,
ທ່ານ
ເດບ ໂລເບີດ
ທ່ານ ສີເຈ ຢາງ
ທ່ານ ອິນດິລາ ເຈ ເອການາຢາເກ
ແລະ ທ່ານ ບລາຍ ໂທມສັນ (Brian Thomson). ປຶ້ມສະບັບນີ້ໄດ້ຮັບການສະໜອງທຶນຈາກອົງການ ກອງທຶນສາກົນເພື່ອການພັດທະນາກະສິກໍາ (IFAD), ໂຄງການກະສິກໍາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໂລກ (GAFSP), ແລະ ລັດຖະບານແຫ່ງ ສປປ ລາວ. ໂຄງການກະສິກໍາເພື່ອໂພສະນາການ (AFN) ໄດ້ຮັບທຶນຈາກ ໂຄງການກະສິກໍາ ແລະ ຄວາມໝັ້ນຄົງດ້ານ ສະບຽງອາຫານໂລກ (GAFSP) ແລະ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດ ນ້ອຍ (PICSA) ໄດ້ຮັບທຶນຈາກອົງການ ກອງທຶນສາກົນເພື່ອການພັດທະນາກະສິກໍາ
ພໍ່ຄົວຄົນລາວ ສູດພື້ນເມືອງຈາກພາກເໜືອຂອງລາວ ດ້ວຍສຽງຈາກຊາວກະສິກອນຂະໜາດນ້ອຍທີ່ໄດ້ຮັບການສະໜັບສະໜູນຈາກອົງການທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການ IFAD ແລະ ກອງທຶນ GAFSP
(Edwin de Korte),
ທ່ານ ແຟງ ກໍສິງ
ທ່ານ
ຫວຽນ ຄານ (Nguyen
ທ່ານ
ໂຈໂລ ຈ່ອຍ
(IFAD). ©
4 5 ເນື້ອໃນ ສອນໂດຍອາຈານ 7 ສ່ວນປະກອບຫຼັກຈາກປະເທດລາວ 8 ເຮັດໃນແບບຂອງທ່ານເອງ 9 ຈຸດເດັ່ນຂອງແຂວງ 10 ພືດທີ່ມີສານອາຫານໜາແໜ້ນ 12 ອາຫານລາວທົ່ວໄປ 14 ເຂົ້າ 15 ເຂົ້າໜຽວ 16 ເຂົ້າປຽກເສັ້ນໄກ່ 17 ເຂົ້າຜັດ 21 ເຂົ້າຊອຍ 24 ເຂົ້າປຽກເຂົ້າໃສ່ໄກ່ 25 ແຈ່ວ 27 ແຈ່ວໝາກເລັ່ນ 28 ແຈ່ວໝາກເຂືອ 31 ແຈ່ວເຫັດ 32 ແຈ່ວບອງ 36 ແຈ່ວນໍ້າຜັກ 38 ແຈ່ວປາບໍ້າ 39 ແກງ 41 ເຂົ້າປຸ້ນນໍ້າຊີ້ນ 42 ເອາະປາ 45 ແກງໜໍ່ໄມ້ 47 ອາະຫຼາມ 50 ແກງໝາກອຶ 53 ເອາະບອນໃສ່ໜັງ 54 ຊີ້ນ / ປາ 57 ໝົກປາ 58 ປີ້ງໄກ່ 61 ລາບໝູ 62 ໄສ້ອົ່ວ 67 ລາບປາ 68 ຜັກ 69 ຕໍາໝາກຫຸ່ງ 70 ຂົ້ວຜັກ 73 ຊຸບຜັກ 74 ແກງຜັກ 78 ພິເສດ 81 ຂະໜົມຄົກ 83 ໄຄແຜ່ນ 84 ສີໂສຫວັດ ພັນດານຸວົງ 88 ຄານສະຫວັນ ສີໂສພາ 90 ທີມງານໂຄງການ 92
















8 9 ສ່ວນປະກອບຫຼັກຈາກປະເທດລາວ ລົດຊາດເຂັ້ມຂຸ້ນເກືອບທຸກສູດ ອາຫານລາວແມ່ນມີລົດຊາດເຜັດ, ສົ້ມ, ຫວານ ແລະ ມີກິ່ນຫອມ, ຍ້ອນວ່າອາຫານສ່ວນຫຼາຍແມ່ນປຸງແຕ່ງຢູ່ດ້ວຍເຕົາຖ່ານ. ຕູ້ໃສ່ຂອງກິນຂອງຄົນລາວເຕັມໄປ ດ້ວຍສະໝຸນໄພ ແລະ ເຄື່ອງປຸງລົດຫຼາຍຊະນິດ, ບາງຊະນິດທີ່ຫາໄດ້ງ່າຍຢູ່ໃນຕ່າງປະເທດ, ບາງຊະນິດກໍ່ຍາກກວ່າເລັກນ້ອຍ. ຕ້ອງຂໍຂອບໃຈກັບໂລກໜ່ວຍນີ້, ສ່ວນປະສົມສ່ວນໃຫຍ່ໃນປຶ້ມຫົວນີ້ສາມາດພົບໄດ້ຢູ່ໃນຕະຫຼາດເອເຊຍ. ຂ້າງລຸ່ມນີ້ແມ່ນສ່ວນປະກອບທີ່ຈໍາເປັນ. ເຂົ້າຂົ້ວ ຂົ້ວເຂົ້າໜຽວທີ່ບໍ່ທັນສຸກໃສ່ໃນໝໍ້ທີ່ແຫ້ງ ໂດຍບໍ່ຕ້ອງໃສ່ນໍ້າມັນ, ຂົ້ວ ຈົນກວ່າຈະເປັນສີນໍ້າຕານ ແລະ ສຸກດີ, ແຕ່ບໍ່ໄໝ້. ປະໄວ້ໃຫ້ເຢັນ. ຕໍາໃສ່ຄົກ (ຫຼື ໃສ່ເຄື່ອງບົດອາຫານ) ຈົນກວ່າຈະກາຍເປັນຜົງ. ເອົາໃສ່ຕະແກງເພື່ອກອງເອົາເມັດທີ່ບໍ່ລະອຽດອອກ. ເຮັດໃນແບບຂອງທ່ານເອງ ສ່ວນປະກອບທີ່ຫາຊື້ຍາກ ສ່ວນປະກອບບາງຢ່າງແມ່ນຊອກຫາໄດ້ຍາກ ແລະ ຕ້ອງໃຊ້ຄວາມຄິດສ້າງສັນເລັກນ້ອຍ. ຂ່າ ສາມາດທົດແທນເປັນ ຂີງ ໄດ້, ໃບຫົວຜັກບົ່ວ ແລະ ຜັກບົ່ວຂຽວ ສາມາດປ່ຽນກັນໄດ້, ໝາກເຜັດສີແດງແມ່ນສ່ວນຫຼາຍຈະມີ, ແລະ ຖ້າທ່ານບໍ່ສາມາດຊອກຫາໃບຂີ້ຫູດໄດ້, ເປືອກໝາກນາວແມ່ນທົດແທນ ແລະ ຍອມຮັບໄດ້. ຂ້າງລຸ່ມນີ້ແມ່ນສ່ວນປະກອບບາງຢ່າງຂອງຄົນລາວທີ່ຕ້ອງກະກຽມໄວ້. ໄມ້ສາຄ່ານ ເພື່ອໃຫ້ໄດ້ລົດຊາດທີ່ຄ້າຍຄືກັບໝາກເຜັດຕ່ອນນ້ອຍໆ, ແລ້ວເອົາມາ ລວມກັນໃສ່ອັນກອງຊາ: • ພິກໄທດໍາເມັດ 1 ບ່ວງກາເຟ • ໝາກເຜັດແດງໃຫຍ່ 5 ໜ່ວຍ • ໝາກເຜັດແດງແຫ້ງ 1 ໜ່ວຍ • ໃບສະນາລີ້ 1 ໃບ ສາມາດເອົາໃສ່ໃນເອາະ ຫຼື ແກງ ທີ່ທ່ານເຮັດ. ແລ້ວໃຫ້ເອົາອອກກ່ອນ ທີ່ຈະນໍາໄປເສີບ. ນໍ້າສະກັດຈາກໃບຍານາງ ທ່ານສາມາດຊື້ນໍ້າສະກັດໃບຍານາງທີ່ເປັນກະປ໋ອງໄດ້, ແຕ່ຖ້າທ່ານ ສາມາດຫາໃບສົດ ຫຼື ແຊ່ແຂງໄດ້, ນີ້ແມ່ນສິ່ງທີ່ທ່ານຈະຕ້ອງເຮັດ. ລ້າງໃບຍານາງ 2 ກໍາມື ແລ້ວແຊ່ໃນນໍ້າ 2 ຖ້ວຍ (500 ມລ) ເປັນເວລາ 10 ນາທີ. ຖູໃບເຂົ້າໃສ່ກັນ ແລະ ບີບໃຫ້ໄດ້ນໍ້າສີຂຽວເຂັ້ມ. ຕອງເອົາໃບອອກ ແລ້ວປະສົມໃສ່ກັບປາແດກ 2 ບ່ວງແກງ. ໜັງເຄັມ ສໍາລັບສູດສ່ວນໃຫຍ່ທ່ານຕ້ອງການໃຊ້ພຽງແຕ່ 1-2 ຕ່ອນທີ່ແຫ້ງເທົ່ານັ້ນ. ແຖຂົນທີ່ຍັງເຫຼືອອອກດ້ວຍມີດ. ທ່ານຍັງສາມາດເຜົາຂົນເສັ້ນນ້ອຍໆ ຢູ່ເຕົາໄຟໄດ້ໂດຍກົງ ຫຼື ໃຊ້ປືນໄຟເຮັດອາຫານ (ຄືກັນກັບຄຣີມບູເລ). ຕົ້ມໜັງປະມານ 1-2 ຊົ່ວໂມງຈົນກວ່າຈະອ່ອນ ຫຼື ສາມາດຍໍ້າໄດ້. ສາມາດນໍາໄປເຮັດແກງ, ແຈ່ວ, ທອດ, ຂົ້ວ ຫຼື ອົບໃນເຕົາອົບເພື່ອເຮັດ ຊີ້ນແຫ້ງ. ອີກວິທີໜຶ່ງຄື, ສາມາດໃຊ້ໜັງໝູ ຫຼື ງົວກໍ່ໄດ້. Garlic CORIANDER SHALLOTS SPRING ONIONS BIRD's EYE CHILLIES LIME KAFFIR LIME LEAVES PADAEK LEMONGRASS GALANGAL ຫົວຂ່າ STICKY RICE POWDER ຫົວຜັກບົ່ວ ຫົວຜັກບົ່ວ ໝາກເຜັດແດງ ຜັກຫອມປ້ອມ ຜັກທຽມ ນາວ ໃບຂີ້ຫູດ ເຂົ້າຂົ້ວ ປາແດກ ນຳປາ ຫົວສີໄຄ FISH SAUCE



10 ນົກແອ່ນຕຸ້ງ ຊຽງຂວາງ ນົກແອ່ນຕຸ້ງ ເຮັດມາຈາກນົກແອ່ນທ້ອງຖິ່ນ, ແມ່ນອາຫານທີ່ນິຍົມ ແລະ ເປັນເອກະລັກສະເພາະຂອງແຂວງຊຽງຂວາງ. ນົກທີ່ຍ້າຍຖິ່ນ ທີ່ບິນລົງມາຈາກລັດເຊຍໃນຊ່ວງລະດູຮ້ອນແມ່ນຈະຖືກຈັບ ແລະ ໝັກ ກ່ອນທີ່ຈະນໍາໄປຂົ້ວ ຫຼື ປຸງແຕ່ງໂດຍການຕົ້ມ. ພວກເຂົາຈະກິນໃນຄາບ ອາຫານ ຫຼື ເປັນອາຫານວ່າງຕາມແຄມທາງ. ຈຸດເດັ່ນຂອງແຂວງ ລົດຊາດຈາກພາກສ່ວນຕ່າງໆໃນພາກເໜືອຂອງລາວ ໂຄງການກະສິກໍາເພື່ອໂພສະນາການ (AFN) ແລະ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ (PICSA) ໄດ້ຈັດຕັ້ງປະຕິບັດຢູ່ ຫົກ ແຂວງພາກເໜືອຂອງ ສປປ ລາວ: ຫົວພັນ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ, ໄຊຍະບູລີ ແລະ ຊຽງຂວາງ. ສັດປ່າ, ພືດ ແລະ ແມງໄມ້ເປັນສ່ວນສໍາຄັນໃນອາຫານ ທ້ອງຖິ່ນເຊັ່ນ: ຟາມ ແລະ ສວນຄົວ, ຕັ້ງແຕ່ໜອນນຳຈົນເຖິງສັດລ້ຽງລູກດ້ວຍນຳນົມໃນພຸ່ມໄມ້ຂະໜາດນ້ອຍ, ໄຄນຳ ແລະ ໜໍ່ໄມ້. ສິ່ງນີ້ແມ່ນຈຸດເດັ່ນເລັກນ້ອຍ ຈາກພາກເໜືອ. ໜໍ່ຂົມ ຫົວພັນແລະອຸດົມໄຊ ໜໍ່ໄມ້ຂົມ, ໜໍ່ຂົມ, ແມ່ນເປັນເອກະລັກສະເພາະຂອງສອງແຂວງພາກ ເໜືອ ແລະ ມີການເກັບກ່ຽວລະຫວ່າງເດືອນທັນວາ ຫາ ເດືອນມີນາ, ແທນທີ່ຈະເປັນຊ່ວງລະດູຝົນ (ເດືອນພຶດສະພາ ຫາ ເດືອນ ກັນຍາ) ຄືກັບໜໍ່ໄມ້ຊະນິດອື່ນ, ຊຶ່ງເປັນຊ່ອງຫວ່າງໃນການສະໜອງຕາມ ລະດູການໃນຕະຫຼາດ. ໜໍ່ແມ່ນເກັບໄດ້ໃນຕອນທີ່ພວກມັນຍັງນ້ອຍ ແລະ ຢູ່ໃຕ້ດິນ, ກ່ອນທີ່ມັນຈະຂົມຂື້ນຕາມເວລາ. ໜໍ່ຈະມັກນຳໃຊ້ ເຂົ້າໃນອາຫານເອເຊຍຫຼາຍເມນູ, ໜໍ່ຂົມແມ່ນຂາຍທັງພາຍໃນ ແລະ ສົ່ງອອກ, ໂດຍສະເພາະໄປປະເທດຈີນ, ໄທ ແລະ ຫວຽດນາມ. ເອາະຫຼາມກະຮອກ ຜົ້ງສາລີ ປຶ້ມສູດອາຫານຂອງພວກເຮົາແມ່ນນໍາສະເໜີ ເອາະຫຼາມ, ຊຶ່ງເປັນ ຊີ້ນງົວ ຫຼື ຊີ້ນຄວາຍທົ່ວໄປທີ່ມາຈາກຫຼວງພະບາງ, ແຕ່ຢູ່ແຂວງຜົ້ງ ສາລີ, ເອາະນີ້ຍັງເຮັດດ້ວຍຊີ້ນກະຮອກແຫ້ງທີ່ຈັບມາຈາກປ່າ. ຊີ້ນ ແຫ້ງ Bushmeat ເປັນແຫຼ່ງໂປຣຕີນທີ່ສາມາດພົບໄດ້ທົ່ວໄປໃນ ຊົນນະບົດຂອງລາວ, ແຕ່ໜ້າເສຍດາຍ, ຍັງມີບາງຊະນິດທີ່ໃກ້ຈະ ສູນພັນທີ່ພົບເຫັນຢູ່ໃນຕະຫຼາດ, ລວມທັງກະຮອກບິນຍັກຂອງລາວທີ່ ຄົ້ນພົບເມື່ອບໍ່ດົນມານີ້, Biswamoyopterus laoensis. ໄຄແຜ່ນ ຫຼວງພະບາງ,ອຸດົມໄຊ,ຜົ້ງສາລີ ອາຫານວ່າງທີ່ໂດດເດັ່ນຈາກພາກເໜືອ, ໄຄແຜ່ນເປັນອາຫານທີ່ມີ ລົດຊາດເຄັມ, ມັນ, ເຜັດ ທີ່ເຮັດມາຈາກໄຄນໍ້າສີຂຽວ ແລະ ໜຽວ ທີ່ ເກັບມາຈາກແມ່ນຳຂອງພາກເໜືອຂອງລາວ. ໄຄນີ້ຖືກເກັບ, ລ້າງ ແລະ ປຸງລົດຊາດດ້ວຍເຄື່ອງເທດ ໃນຂະນະທີ່ຖືກຕາກແຫ້ງຢູ່ເທິງ ແຜ່ນໄມ້ໄຜ່. ຫຼັງຈາກນັ້ນ ພວກມັນຖືກຕັດ ແລະ ໃສ່ຖົງ ແລະ ຂາຍໃນ ຮ້ານອາຫານ ຫຼື ເປັນອາຫານວ່າງຕາມຂ້າງຖະໜົນ. ເບິ່ງ p.84 ສໍາ ລັບສູດທັງໝົດ. ພື້ນທີ່ໂຄງການ ໂຄງການທັງສອງນີ້ໄດ້ທັບຊ້ອນກັນຢູ່ສອງແຂວງຄື: ຫົວພັນ ແລະ ຊຽງຂວາງ. AFN ຍັງມີການເຄື່ອນໄຫວຢູ່ແຂວງອຸດົມໄຊ ແລະ ຜົ້ງສາລີ, ໃນຂະນະທີ່ PICSA ເຄື່ອນໄຫວຢູ່ໄຊຍະບູລີ ແລະ ຫຼວງພະບາງ. ໄລຍະທີ 2 ຂອງໂຄງການກະສິກໍາເພື່ອໂພສະນາການ (AFN 2 2023-2030) ຈະກວມ ເອົາບັນດາແຂວງເຊັ່ນ: ອຸດົມໄຊ, ຜົ້ງສາລີ ແລະ ຊຽງຂວາງ ຢູ່ພາກເໜືອ, ແລະ ແຂວງ ເພີ່ມເຕີມເຊັ່ນ: ສາລະວັນ, ເຊກອງ ແລະ ອັດຕະປື ຢູ່ພາກໃຕ້. ພາກເໜືອຂອງ ລາວ










12 13 ພືດທີ່ມີສານອາຫານໜາແໜ້ນ ສົ່ງເສີມໂດຍໂຄງການເສີມສ້າງໂພຊະນາການ ບັນດາໂຄງການສົ່ງເສີມການປູກພືດສະບຽງອາຫານທີ່ມີສານອາຫານ 24 ຊະນິດ ໃຫ້ແກ່ຊຸມຊົນທີ່ເຂົາເຈົ້າເຮັດວຽກນຳ, ຊຸກຍູ້ໃຫ້ເຂົາເຈົ້າປູກ ແລະ ບໍລິໂພກ ພວກມັນໃຫ້ຫຼາຍເທົ່າທີ່ເປັນໄປໄດ້. ສິ່ງເຫຼົ່ານີ້ແມ່ນ ຜັກ, ໝາກໄມ້, ເມັດຖົ່ວ ແລະ ໝາກຖົ່ວ ທີ່ອຸດົມດ້ວຍສານອາຫານທີ່ຫາໄດ້ງ່າຍໃນເຂດຊົນນະບົດ ແລະ ຊຸມຊົນ ໄດ້ນຳໃຊ້ໃນລະດັບໜຶ່ງແລ້ວ. ຂ້າງລຸ່ມນີ້ແມ່ນສິ່ງທີ່ສະແດງຢູ່ໃນປຶ້ມຫົວນີ້. MORNING GLORY ອຸດົມໄປດ້ວຍວິຕາມິນ A ແລະ C, ຜັກບົ້ງສຸກ 2 ຫາ 3 ບ່ວງແກງ ຊ່ວຍໃຫ້ເດັກນ້ອຍໄດ້ຮັບ ວິຕາມິນ A 40% ຂອງ RDA, ວິຕາມິນ C 46% ແລະ ທາດເຫຼັກ17%. SWEET POTATO LEAVES ໃບຂອງມັນຫວານແມ່ນອຸດົມ ສົມບູນໄປດ້ວຍທາດອາຫານທີ່ ຫຼາຍກວ່າຮາກ, ໂດຍໃຫ້ RDA ຂອງວິຕາມິນ K ສູງເຖິງ 87% ເມື່ອປຸງແຕ່ງ. GREEN PAPAYA ໝາກຫຸ່ງມີເອນໄຊ proteolytic ເຊັ່ນ papain ແລະ chymopapain ຊຶ່ງມີຄຸນສົມບັດຕ້ານໄວຣັດ, ຕ້ານເຊື້ອລາ ແລະ ຕ້ານເຊື້ອແບັກທີເຣຍ. GROUNDNUTS ແຫຼ່ງທີ່ດີຂອງ ໂຟເລດ, ທາດເຫຼັກ ແລະ ວິຕາມິນ B1. ຖົ່ວບົດ ສອງ ບ່ວງແກງ ສາມາດໃຫ້ເດັກນ້ອຍຕາກວ່າ 2 ປີ ໄດ້ຮັບ 15% ຂອງ RDA* ຂອງວິຕາມິນ B1, folate 30% ແລະ ທາດເຫຼັກ 15%. PUMPKIN ໝາກອຶຕົ້ມສຸກພຽງ 1 ຖ້ວຍໃຫ້ເສັ້ນໃຍ 12% RDA ສໍາລັບຜູ້ໃຫຍ່ ແລະ ສານອາຫານທີ່ຈໍາເປັນ ເຊັ່ນ: ວິຕາມິນ C, ວິຕາມິນ E, ໂພແທດຊຽມ, ເບຕ້າແຄໂຣທີນ ແລະ ອື່ນໆ. MUSTARD LEAF ມີ carotene ສູງ, ໃບ ຜັກກາດພຽງແຕ່ສອງບ່ວງ ໃຫ້ວິຕາມິນ A 12% ຂອງ RDA ແລະ ວິຕາມິນ C 50% ສໍາລັບເດັກນ້ອຍຕາ ກວ່າ 2 ປີ, ເຊັ່ນດຽວກັນ ກັບແຮ່ທາດ ແລະ ສານອາ ຫານອື່ນໆເຊັ່ນ: ວິຕາມິນ K, Selenium ແລະ ທອງແດງ. EGGPLANT ໝາກເຂືອສີມ້ວງມີສານອາຫານທີ່ສູງທີ່ສຸດ, ແຕ່ພວກມັນຍັງມີຄຸນຄ່າ MORINGA ທັງໃບ ແລະ ຝັກແມ່ນສາມາດກິນໄດ້, ໂດຍຜົງອີ່ຮຸມບົດຈາກ ຝັກແຫ້ງມີລະດັບໂພແທດຊຽມເປັນອັນດັບສອງຮອງຈາກ ເຫັດ Shitake. ໃບມີທາດໂປຼຕີນສູງຫຼາຍສໍາລັບຜັກ, ຫຼາຍ ເຖິງ 25% ໃນ 100g ເມື່ອຕາກແຫ້ງ. ACACIA LEAVES ໃບອ່ອນ, ນຸ້ມ ເປັນແຫຼ່ງທີ່ດີເລີດ ຂອງວິຕາມິນ C ແລະ ທາດໂປຼ ຕີນ, ເຮັດໃຫ້ເປັນທາງເລືອກທີ່ດີ ສໍາລັບເດັກນ້ອຍ ແລະ ແມ່ຍິງຖື ພາ. ພວກມັນຍັງມີກິ່ນຫອມອ່ອນ ກວ່າໃບທີ່ແກ່. BITTER GOURD ທາດປະສົມ saponin ແລະ terpenoid ຂອງໝາກມະລະມີສ່ວນເຮັດໃຫ້ມີລົດຊາດຂົມ, ແຕ່ຍັງຊ່ວຍຫຼຸດລະດັບນໍ້າຕານໃນເລືອດ, ແຕ່ຍັງຊ່ວຍຫຼຸດລະດັບນໍ້າຕານໃນເລືອດ, ຫຼາຍສໍາລັບສານຕ້ານອະນຸມູນອິດສະລະ ແລະ ຟີໂຕເຄມີ ທີ່ຊ່ວຍປ້ອງກັນຄວາມເສຍຫາຍຂອງເຊວ. ໝາກຖົ່ວດິນ ໝາກອຶ ຜັກບົ້ງ ໝາກຮຸ່ງຂຽວ ໃບມັນຫວານ ໃບກະຖິນ ໃບອີ່ຮຸມ ໃບຜັກກາດ ມະລະຂີ້ນົກ ໝາກເຂືອຍາວ (ມ້ວງ)


14 15 ອາຫານລາວທົ່ວໄປ ອາຫານໃນປະເທດລາວແມ່ນໃຫ້ບໍລິການແບບຄອບຄົວ - ທຸກຄົນແບ່ງປັນອາຫານທີ່ວາງຢູ່ເທິງໂຕະ ຫຼື ຫຼາຍກວ່ານັ້ນຕາມປະເພນີ, ທີ່ມີຢູ່ໃນພາເຂົ້າຫວາຍ . ອາຫານເກືອບທັງໝົດປະກອບດ້ວຍອົງປະກອບພື້ນຖານດັ່ງຕໍ່ໄປນີ້, ຊຶ່ງສະທ້ອນໃຫ້ເຫັນໄດ້ຈາກບົດຕ່າງໆໃນປຶ້ມຫົວນີ້ນີ້: • ເຂົ້າ ແລະ/ຫຼື ເສັ້ນມີ່ • ນໍ້າແຈ່ວ • ແກງ • ຊີ້ນ ຫຼື ປາ • ຜັກ ແກງ ແກງມັກຈະເຮັດດ້ວຍຊີ້ນ ແລະ ເຕັມໄປດ້ວຍພືດ ສະໝຸນໄພ ແລະ ຜັກໃນທ້ອງຖິ່ນ. ມັນເປັນວິທີທີ່ດີ ທີ່ຈະເລືອກເອົາ ແລະ ປະສົມໃນສ່ວນປະກອບທີ່ມີ ຄຸນຄ່າທາງໂພສະນາການ. ເຂົ້າ ເຂົ້າ, ໂດຍສະເພາະເຂົ້າໜຽວ, ໂດຍທົ່ວໄປແລ້ວແມ່ນສ່ວນໜຶ່ງ ຂອງທຸກໆຄາບອາຫານ, ແລະ ງ່າຍສໍາລັບຄົນງາ ນທີ່ຈະນໍາໄປໄຮ່. ຜັກ ເປັນເລື່ອງທຳມະດາທີ່ຈະມີຜັກບາງ ຊະນິດເຊັ່ນ: ຂົ້ວຜັກບົ້ງ ຫຼື ຢ່າງໜ້ອຍກໍ່ ມີຜັກດິບໜຶ່ງຂອງຄາບອາຫານ ແລະ ຈໍ້າໃສ່ແຈ່ວ. ຊີ້ນ ຫຼື ປາ ບໍ່ວ່າຈະປີ້ງໃສ່ຖ່ານ, ປະສົມເປັນສະຫຼັດ (ລາບ) ຫຼື ເຮັດເປັນແກງ, ຊີ້ນ ຫຼື ປາ ກໍ່ ເປັນອາຫານທົ່ວໄປ, ຕັ້ງແຕ່ຄອບຄົວທີ່ ທຸກຍາກ, ຜູ້ທີ່ຍັງອາໄສການລ່າສັດ ຫຼື ຫາປາ. ແຈ່ວ ບໍ່ມີອາຫານລາວໃດທີ່ສົມບູນໂດຍ ບໍ່ມີແຈ່ວລົດເດັດ. ແຈ່ວປົກກະຕິ ແລ້ວປະກອບດ້ວຍສ່ວນປະກອບພື້ນຖານ (ເຊັ່ນ: ໝາກເລັ່ນ), ປະສົມກັບກະທຽມ, ໝາກເຜັດ, ນໍ້າຕານ, ໝາກນາວ, ເກືອ, ນາປາ ແລະ ສະໝຸນໄພ. ເຂົ້າ
RICE


18 (0.3 ຊມ). ປົກສ່ວນທີ່ເຫຼືອດ້ວຍຜ້າເຊັດໃນເຮືອນຄົວທີ່ປຽກເພື່ອປ້ອງກັນບໍ່ໃຫ້ແຫ້ງ. ໃຊ້ມີດແຫຼມ, ຊອຍແປ້ງເປັນເສັ້ນກວ້າງປະມານ 1/4 ນິ້ວ (0.5 ຊມ). ເອົາພັກໃສ່ຈານແລ້ວໂຮຍແປ້ງໃສ່. ໃຊ້ຜ້າຊຸບນໍ້າໝາດໆປົກເສັ້ນໄວ້ ໃນຕອນທີ່ທ່ານເຮັດສ່ວນທີ່ເຫຼືອຢູ່. ເຄື່ອງຕົກແຕ່ງຈານ ເມື່ອເຮັດນໍ້າຊູບສໍາເລັດແລ້ວ, ໃຫ້ເອົາໄກ່ອອກ ແລະ ຕັດເປັນຕ່ອນນ້ອຍໆ. ໃສ່ເສັ້ນລົງໄປໃນນໍ້າຊຸບທີ່ເດືອດ ແລະ ຄ່ອຍໆຄົນ (ເພື່ອບໍ່ໃຫ້ເສັ້ນແຕກ) ຈົນກ່ວາເສັ້ນຈະລອຍຂຶ້ນມາ, ປະມານ 1 ຫາ 2 ນາທີ. ເຖເສັ້ນໃສ່ຖ້ວຍເພື່ອນໍາໄປເສີບ. ໃສ່ໄກ່ທີ່ຊອຍໄວ້ລົງໄປໃນແຕ່ລະຖ້ວຍ, ຕັກນໍ້າຊຸບໃສ່. ເສີບໃຫ້ຮ້ອນໆ ແລະ ໂຮຍໜ້າດ້ວຍຜັກບົ່ວໃບ, ໝາກເຜັດ, ຜັກບົ້ງ, ໝາກນາວ, ຈຽວກະທຽມ, ຫົວຜັກບົ່ວ ແດງ, ແລະ ຜັກຫອມປ້ອມ. ເຄັດລັບ ເສັ້ນເຂົ້າປຽກສາມາດເຮັດ ແລະ ແຊ່ແຂງໄດ້ດົນເຖິງຫນຶ່ງເດືອນກ່ອນທີ່ຈະນໍາມາໃຊ້. ເຄັດລັບທາງ ໂພຊະນາການ ເສີບເຂົ້າປຽກເສັ້ນທີ່ມີຜັກໃບຂຽວ ເຊັ່ນ: ຜັກບົ້ງ ຫຼື ໃບຜັກອີ່ຮຸມ ເພື່ອ ເພີ່ມວິຕາມິນເອ, ວິຕາມິນຊີ ແລະ ທາດເຫຼັກໃຫ້ຫຼາຍຂຶ້ນ.
Fried Rice

21 ເຂົ້າຜັດ
ເຂົ້າ ເຂົ້າຈ້າວຫອມມະລິ 2 ຖ້ວຍ ຂີງ 1 ບ່ວງຊາ, ສັບບລະອຽດ ກະທຽມ 2 ກີບ, ສັບລະອຽດ ຫົວຜັກບົ່ວແດງ 1 ຫົວ, ຊອຍລະອຽດ ນໍ້າປາ 1 ບ່ວງແກງ ພິກໄຂາວ 1/2 ບ່ວງຊາ ນໍ້າຕານຊາຍແດງ 2 ບ່ວງຊາ ໄຂ່ 1 ໜ່ວຍ ເກືອ, ເພື່ອເພີ່ມລົດຊາດ ນຳສະຫຼັດ ນໍ້າປາ 2 ບ່ວງແກງ ນໍ້າຕານ 2 ບ່ວງແກງ ນໍ້າໝາກນາວ 2 ບ່ວງແກງ ນໍ້າສົ້ມສາຍຊູ 1 ບ່ວງແກງ ກະທຽມ 1 ກີບ, ຊອຍລະອຽດ ຫອມປ້ອມ 1 ຕົ້ນ, ຊອຍລະອຽດ ໝາກເຜັດໄທ 1 ໜ່ວຍ, ຊອຍໃຫ້ລະອຽດ ນໍ້າຕົ້ມ 1/3 ຖ້ວຍ ສ່ວນປະສົມອື່ນໆ ໃບຫອມລາບສັບ 1/3 ຖ້ວຍ ຜັກຫອມປ້ອມສົດສັບ 1/3 ຖ້ວຍ ໃບບົວລະພາສັບ 1/3 ຖົ່ວດິນ 1/4 ຖ້ວຍ ຫົວຜັກບົ່ວສົດ 2 ຫົວ, ຊອຍບາງໆ ຜັກຫອມປ້ອມ 2 ບ່ວງແກງ ຫົວຜັກບົ່ວໃບ 2 ຕົ້ນ, ຊອຍໃຫ້ບາງໆ ໝາກເຜັດໄທ 3 ໜ່ວຍ, ຊອຍໃຫ້ລະອຽດ ເຂົ້າ ເຂົ້າຜັດມັກຈະເຮັດດ້ວຍເຂົ້າທີ່ເຫຼືອຈາກມື້ກ່ອນເພື່ອໃຫ້ມັນໜຽວໜ້ອຍລົງ ແລະ ເມັດເຂົ້າຈະແຍກກັນເມື່ອ ເອົາໄປຜັດ. ຖ້າບໍ່ມີ, ໃຫ້ຫຸງເຂົ້າໄວ້ລ່ວງໜ້າຫຼາຍຊົ່ວໂມງກ່ອນ ແລະ ເກັບໄວ້ໃນຕູ້ເຢັນເພື່ອໃຫ້ໄດ້ຜົນທີ່ຄ້າຍຄືກັນ. ຕັ້ງໝໍ້ຂາງ ຫຼື ໝໍ້ຂາງໃຫຍ່ໃຫ້ຮ້ອນ ແລ້ວໃສ່ນຳມັນລົງໄປ. ໃສ່ກະທຽມ, ຫົວຜັກບົ່ວແດງ, ຂີງ ຜັດຈົນກ່ວາສີນາຕານເລັກນ້ອຍ. ໃສ່ເຂົ້າລົງໄປ, ຄົນໃຫ້ເຂົ້າກັນ. ໃສ່ພິກໄທ, ນຳຕານ, ເກືອ ແລະ ນຳປາ. ໃຫ້ເປັນຂຸມຢູ່ທາງກາງຂອງເຂົ້າ, ຕອກໄຂ່ ແລະ ປ່ອຍໃຫ້ມັນສຸກ ສອງສາມວິນາທີ, ແລ້ວຄົນເລັກນ້ອຍເພື່ອ ໃຫ້ສີຂາວ ແລະ ສີເຫຼືອງປະສົມເຂົ້າກັນ. ຄົນທັງໝົດໃຫ້ເຂົ້າກັນແລ້ວຍົກອອກຈາກເຕົາ. ແລ້ວພັກໄວ້. ການຕົກແຕ່ງ ປະສົມສ່ວນປະກອບທັງໝົດ (ຍົກເວັ້ນນາ), ຫຼັງຈາກນັ້ນຖອກນໍ້າຕົ້ມແລ້ວຄົນ. ປະໄວ້ໃຫ້ເຢັນ. ການປະກອບ ໃນຊາມສະຫຼັດຂະໜາດໃຫຍ່, ຜະສົມເຂົ້າກັບສ່ວນປະກອບອື່ນໆທັງໝົດ. ເຖນໍ້າສະລັດເລັກນ້ອຍ ແລະ ປະສົມໃຫ້ເຂົ້າກັນດີ. ເຄັດລັບ ເສີບພ້ອມໃບສະຫຼັດທີ່ສາມາດໃຊ້ຫໍ່ເຂົ້າກິນໄດ້. ຫຼາຍຄົນເພີ່ມຜັກທີ່ຊອບເປັນຕ່ອນນ້ອຍໆເພື່ອເພີ່ມລົດຊາດ ແລະ ເນື້ອສໍາພັດໃຫ້ກັບເຂົ້າຜັດ. ການເພີ່ມ ທົ່ວໄປປະກອບມີ: ກະລົດ ແລະ ຖົ່ວຍາວ.


ຂ້າພະເຈົ້າບໍ່ສາມາດສະແດງຄວາມຮູ້ບຸນຄຸນໄດ້ຢ່າງພຽງພໍຕໍ່ກັບໂຄງການນີ້. ໂຄງການນີ້ເປັນການ ປ່ຽນແປງທີ່ແທ້ຈິງສໍາລັບຂ້າພະເຈົ້າ ແລະ ຄອບຄົວ. ດ້ວຍຜັກສົດ ແລະ ພືດສະໝຸນໄພທີ່ເຕີບໃຫຍ່ ຢູ່ໃນສວນຂອງພວກເຮົາ ແລະ ຊີ້ນສັດທີ່ເສີມເຂົ້າມາ, ພວກເຮົາມີອາຫານຫຼາກຫຼາຍຊະນິດ ແລະ ມີຄຸນຄ່າທາງໂພສະນາການສານອາຫານສູງທຸກມື້. ເຈົ້າເຫັນຂ້ອຍເຮັດໄດ້ພຽງແຕ່ຍິ້ມ!" “ ບຸນຈັນ ຊົມພະຈັນ ແຂວງຊຽງຂວາງ ນາງ ບຸນຈັນ ໄດ້ຮັບການແນະນໍາໃຫ້ຮູຈັກກັບໂຄງການ AFN ໃນປີ 2018. 1 ປີຕໍ່ມາ, ລາວໄດ້ເຂົ້າຮຽນໃນຫຼັກສູດ ໂຮງຮຽນໂພຊະນາ ການຊາວກະສິກອນ ແລະ ໄດ້ຮັບເງິນຊ່ວຍເຫຼືອໃນການເຮັດສວນ ມູນຄ່າ 1 ລ້ານກີບ (ປະມານ 120 ດອນສະຫະລັດ). ຍ້ອນເຫດຜົນນັ້ນ, ລາວຈຶ່ງໄດ້ເລີ່ມເຮັດສວນໃນບ້ານໂດຍມີບ່ອນ ປູກເມັດພືດ 2 ໜານ. ເນື່ອງຈາກລາວມີຄວາມຫ້າວ ຫັນຫຼາຍ, ໂຄງການ AFN ໄດ້ຂໍໃຫ້ລາວເປັນສ່ວນໜຶ່ງຂອງກິດຈະກໍາແບບຈໍາ ລອງການວິໄຈໃນການປະຕິບັດແບບມີສ່ວນຮ່ວມ ແລະ ລາວໄດ້ຮັບ ປາດຸກ 200 ໂຕ, ໂຕຮວກ 280 ໂຕ ແລະ ເມັດພືດ 10 ຊະນິດ. ປະຈຸບັນນີ້ລາວໄດ້ປູກຜັກຕາມລະດູການຫຼາຍຊະນິດໃນໜານເພາະ ເມັດພັນ 7 ໜານຕະຫຼອດປີ, ແລະ ຂາຍຢູ່ຕະຫຼາດໃນເມືອງໃກ້ຄຽງ. ເພື່ອເພີ່ມລາຍຮັບ, ນາງ ບຸນຈັນ ໄດ້ສຸມໃສ່ຜັກທີ່ມີຄວາມຕ້ອງການ ສູງເທົ່ານັ້ນ ເພື່ອໃຫ້ສາມາດ ຂາຍໄດ້ຫຼາຍ ແລະ ໄດ້ລາຄາທີ່ດີ.
ເຂົ້າຊອຍ Pork Noodle Soup
Rice Porridge

24 25
ນໍ້າຊຸບ ກະດູກໝູ 1 ກລ ຂີງ 1 ຫົວ ກ້ານຜັກຫອມປ້ອມ 3 ຕົ້ນ ຫົວຜັກບົ່ວຂະໜາດກາງ 1 ຫົວ ກະທຽມ 1 ຫົວເຕັມ ເກືອ 2 ບ່ວງຊາ ໜ້າເຂົ້າຊອຍ ນໍ້າມັນພືດ 1 ບ່ວງແກງ ໝາກເຜັດຜົງ 1 ບ່ວງຊາ ໝາກເລັ່ນສັບ 2 ໜ່ວຍ ຊີ້ນໝູບົດ 1 ຖ້ວຍ ໝາກຖົ່ວເນົ່າ 2 ບ່ວງແກງ ຜິກໄທດໍາ ແລະ ເກືອ, ເພື່ອເພີ່ມລົດຊາດ ເສັ້ນ ເສັ້ນເຂົ້າຊອຍ 500 ກຣາມ ເຄື່ອງຕົກແຕ່ງ ໝາກເຜັດຜົງ 2 ບ່ວງແກງ ຖົ່ວງອກ 350 ກຣາມ ຜັກຫອມປ້ອມສັບ 1/2 ຖ້ວຍ ຜັກບົ່ວໃບສັບ 1 ຕົ້ນ ນໍ້າໝາກນາວ, ເພື່ອເພີ່ມລົດຊາດ ນາປາ, ເພື່ອເພີ່ມລົດຊາດ ນໍ້າຊຸບ ຕົ້ມກະດູກໃນຫມໍ້ໃຫຍ່ເປັນເວລາ 10 ນາທີ - ນາຄວນຖ້ວມກະດູກ. ໃສ່ຂີງ, ກ້ານຜັກຫອມປ້ອມ, ຫົວຜັກບົ່ວ, ກະທຽມ ແລະ ເກືອ. ຕົ້ມນໍ້າຊຸບປະໄວ້ປະມານ 1 ຊົ່ວໂມງ, ປິດຝາໄວ້. ໜ້າເຂົ້າຊອຍ ເອົານຳມັນພືດໃສ່ໝໍ້ຂາງ ແລະ ຜັດຜິກແກງແດງປະມານ 1-2 ນາທີ. ໃສ່ໝາກເລັ່ນລົງໄປຜັດຈົນກ່ວາຈະອ່ອນ ແລະ ແຕກອອກຈາກກັນ. ໃສ່ຊີ້ນໝູ, ໝາກຖົ່ວເນົ່າ, ໝາກເຜັດຜົງ, ຜິກໄທດໍາ, ແລະ ເກືອ. ຄົນໃຫ້ເຂົ້າກັນດີ ແລະ ຫຼຸດໄຟລົງເປັນໄຟອ່ອນ. ຕຸ໋ນປະໄວ້ 10 ນາທີ. ສ່ວນປະກອບ ລວກເສັ້ນໃນໝໍ້ນໍ້າຕົ້ມທີ່ແຍກຕ່າງຫາກ. ຖອກນາອອກ ແລະ ໃສ່ໃນຖ້ວຍແຕ່ລະຖ້ວຍ. ຕັກນຳຊຸບໃສ່ເສັ້ນເຝີ, ຕື່ມໜ້າເຂົ້າຊອຍ 1/2 ຖ້ວຍ ໃສ່ແຕ່ລະຖ້ວຍ. ເຄື່ອງຕົກແຕ່ງ ໂຮຍໜ້າດ້ວຍຜັກບົ່ວໃບ, ໝາກເຜັດຜົງ, ຜັກຫອມປ້ອມ, ຖົ່ວງອກ, ໝາກນາວ, ແລະ ນຳປາຕາມທີ່ ຕ້ອງການ. ເຂົ້າປຽກເຂົ້າໃສ່ໄກ່
ເຂົ້າປຽກເຂົ້າ ຂາໄກ່ 6 ຂາ ເອິກໄກ່ 1 ຕ່ອນ ກ້ານຜັກຫອມປ້ອມ 6 ຕົ້ນ ຜັກບົ່ວ 1 ຫົວ, ເຜົາ ຂີງ 6 ປ່ຽງ ຜົງປຸງລົດໄກ່ 4 ກ້ອນ ສະອິ້ວ 2 ບ່ວງແກງ ເຂົ້າຈ້າວຫອມມະລິ 1 ຖ້ວຍ ເຄື່ອງຕົກແຕ່ງ ຜັກຫອມປ້ອມສັບ 1 ຕົ້ນ ຫົວຜັກບົ່ວໃບສັບ 1 ຕົ້ນ ຈຽວຜັກບົ່ວແດງ 1 ບ່ວງແກງ ສະອິ້ວ, ເພື່ອເພີ່ມລົດຊາດ ນາປາ, ເພື່ອເພີ່ມລົດຊາດ ນໍ້າໝາກນາວ, ເພື່ອເພີ່ມລົດຊາດ ພິກໄທ, ເພື່ອເພີ່ມລົດຊາດ ນໍ້າຊຸບ ເອົານາຕົ້ມໃສ່ໝໍ້ (ປະມານ 1 ລິດ). ໃນຂະນະດຽວກັນ, ເອົາຜັກບົ່ວປີ້ງໃສ່ເຕົາ (ໂດຍບໍ່ມີເປືອກ). ຢ່າປ່ອຍໃຫ້ມັນຕິດໄຟ. ເມື່ອນຳເດືອດແລ້ວ, ໃສ່ກ້ານຫອມປ້ອມ, ຫົວຜັກບົ່ວ, ຂີງ, ຂາໄກ່ ແລະ ເອິກໄກ່ໃສ່ລົງໃນນຳທີ່ເດືອດ. ຫຼຸດໄຟລົງໃຫ້ເປັນໄຟປານກາງ. ຫຼັງຈາກ 30 ນາທີ, ເອົາໄກ່ອອກ ແລະ ປ່ອຍໃຫ້ເຢັນໃນຕູ້ເຢັນ. ເມື່ອເຢັນແລ້ວ, ໃຫ້ຈີກໄກ່ດ້ວຍມື ແລະ ປະໄວ້. ໃສ່ເຂົ້າລົງໄປໃນນາຊຸບ, ປິດຝາໄວ້ໜ້ອຍໜຶ່ງ. ຄົນເປັນບາງຄັ້ງເພື່ອບໍ່ໃຫ້ເຂົ້າຕິດຢູ່ລຸ່ມ.. ຕົ້ມໄວ້ປະມານ 45 ນາທີຈົນກ່ວາຈະໄດ້ຕາມທີ່ທ່ານຕ້ອງການ. ຕັກເຂົ້າປຽກເຂົ້າໃສ່ໃນຖ້ວຍທີ່ກຽມໄວ້. ໂຮຍໜ້າດ້ວຍໄກ່ທີ່ຈີກໄວ້ ແລະ ເຄື່ອງປຸງອື່ນໆ. ເຄັດລັບທາງ ໂພຊະນາການ ຕື່ມ ໝາກຖົ່ວດິນ ເພື່ອເພີ່ມອາຫານ ນີ້ດ້ວຍ ໂຟເລດ ແລະ ທາດເຫຼັກ. ໂຟເລດ ແມ່ນມີຄວາມສໍາຄັນຕໍ່ການ ເຕີບໂຕຂອງເຊວທີ່ແຂງແຮງ ແລະ ໂດຍສະເພາະແມ່ນເປັນປະໂຫຍດສໍາ ລັບແມ່ຍິງຖືພາ.


ຂ້າພະເຈົ້າມັກເວລາກິນເຂົ້າສວຍຢູ່ໂຮງຮຽນ! ມັນເປັນບ່ອນທີ່ພວກເຮົາທຸກຄົນນັ່ງກິນເຂົ້າກັບໝູ່ ແລະ ຫົວໄປພ້ອມໆກັນ. ອາຫານແມ່ນແຊບ, ແມ່ຄົວໃຊ້ຜັກຈາກສວນໂຮງຮຽນຂອງພວກເຮົາ." “ ແຈ່ວ DIPS
ແຈ່ວໝາກເລັ່ນ
Spicy Tomato Dip



28
ແຈ່ວ ໝາກເລັ່ນ 3 ໜ່ວຍ ຫົວຜັກບົ່ວແດງ 2 ຫົວ, ບໍ່ປອກເປືອກ ໝາກເຜັດແດງ 4-7 ໜ່ວຍ ຫົວກະທຽມ 4 ກີບ, ບໍ່ປອກເປືອກ ຜັກບົ່ວໃບ 3 ຕົ້ນ, ແບ່ງອອກເປັນຫົວ ນຳປາ 1 1/2 ບ່ວງແກງ ຜັກຫອມປ້ອມສົດສັບ 1/4 ຖ້ວຍ ເກືອໜຶ່ງຍິບມື ຂັ້ນຕອນການປີ້ງ ເອົາໝາກເລັ່ນ, ຫັວຜັກບົ່ວແດງ, ໝາກເຜັດ, ຫົວກະທຽມທີ່ບໍ່ໄດ້ປອກເປືອກ ແລະ ຜັກບົ່ວໃບສອງຫົວລົງ ໃສ່ໝໍ້. ປີ້ງໃສ່ເຕົາຖ່ານ ຫຼື ໃນເຕົາອົບ, ປີ້ນເປັນບາງຄັ້ງເພື່ອໃຫ້ສ່ວນປະສົມຖືກເຜົາທຸກດ້ານ (ແຕ່ບໍ່ໄໝ້). ປ່ອຍໄວ້ໃຫ້ເຢັນ ຂັ້ນຕອນການປະສົມ ໃຊ້ຄົກ ແລະ ສາກຂະໜາດໃຫຍ່ ເພື່ອນຳສ່ວນປະສົມທີ່ເຜົາລົງໃນຄົກ. ເລີ່ມຕົ້ນດ້ວຍກະທຽມ, ປອກເປືອກ ແລະ ຕໍາ. ຫຼັງຈາກນັ້ນ, ສັບໝາກພິກ (ເອົາກ້ານ ແລະ ແກ່ນອອກເພື່ອໃຫ້ຮ້ອນໜ້ອຍລົງ). ປອກເປືອກຫົວຜັກບົ່ວແກງ ແລະ ສັບກັບຜັກບົ່ວໃບ. ເອົາທັງໝົດໃສ່ໃນຄົກ ແລະ ແລ້ວຕຳໃຫ້ເຂົ້າກັນ. ສັບໝາກເລັ່ນໃຫ້ບໍ່ລະອຽດປານໃດ ແລະ ຕື່ມສ່ວນປະສົມທີ່ເຫຼືອເພື່ອໃຫ້ມີຕ່ອນຊໍາພັດ (ຢ່າຕໍາດົນເກີນໄປ). ໃສ່ນາປາ, ຜັກຫອມປ້ອມ ແລະ ເກືອ. ເຄື່ອງຕົກແຕ່ງ ຊອຍຜັກບົ່ວໃບ ແລະ ຜັກຫອມປ້ອມທີ່ເຫຼືອໂຮຍໜ້າ ແລະ ຕັກເສີບ. ເຄັດລັບ ກະທຽມ, ຫົວຜັກບົ່ວ, ຫົວຜັກບົ່ວແດງ ແລະ ໝາກເຜັກຈະສຸກໄວກວ່າໝາກເລັ່ນ, ສະນັ້ນ ເອົາອອກທັນທີ ໃນຕອນທີ່ພວກມັນສຸກ. ທ່ານສາມາດນໍາໃຊ້ເຄື່ອງບົດອາຫານແທນຄົນ ແລະ ສາກ, ແຕ່ປະສົມໂດຍການຕັ້ງຄ່າຕາເພື່ອໃຫ້ນາຊອດ ມີຕ່ອນຊໍາພັດຫຼາຍຂຶ້ນ. ຈຸດເດັ່ນທາງ ວັດທະນະທຳ ແຈ່ວແມ່ນສ່ວນໜຶ່ງທີ່ສຳຄັນຂອງ ອາຫານລາວ ແລະ ເຂົ້າກັບອາຫານ ໄດ້ທຸກຊະນິດ. ແຈ່ວສົ້ມ ແມ່ນແຈ່ວທີ່ເປັນພື້ນຖານ ທີ່ສຸດ, ເຮັດດ້ວຍກະທຽມ, ໝາກເຜັດ, ນຳຕານ, ນໍ້າໝາກນາວ, ເກືອ, ນຳປາ ແລະ ຜັກຫອມປ້ອມ, ຈາກນັ້ນນຳມາ ປຸງແຕ່ງດ້ວຍສ່ວນປະກອບທີ່ໂດດ ເດັ່ນເຊັ່ນ: ໝາກເຂືອຍາວ, ຂ່າ, ໝາກ ແຄ່ນ, ປາແຫ້ງ, ເຫັດ, ນຳບີ, ແລະ ຕາມທີ່ເຈົ້າຕ້ອງການ.
Smoked Eggplant Dip



31 ແຈ່ວໝາກເຂືອ
ແຈ່ວ ໝາກເຂືອຍາວໜ່ວຍນ້ອຍ 1 ໜ່ວຍ ຫຼື ແບບ ເອເຊຍໜ່ວຍນ້ອຍ 2-3 ໜ່ວຍ ໝາກເຜັດແດງສົດ 1 ໜ່ວຍ ເກືອ 1/4 ບ່ວງຊາ ກະທຽມ 2-3 ກີບ, ບໍ່ປອກເປືອກ ຫົວຜັກບົ່ວແດງ 1 ຫົວ ຜັກຫອມປ້ອມສັບ 1/2 ຖ້ວຍ ຜັກບົ່ວໃບສັບ 1 ຕົ້ນ ຂັ້ນຕອນການປີ້ງ ເຈາະໝາກເຂືອຍາວ ແລະ ໝາກເຜັດ ສອງສາມເທື່ອດ້ວຍມີດ ຫຼື ສ້ອມ. ເອົາໝາກເຂືອຍາວ, ໝາກເຜັດ, ແລະ ກະທຽມໃສ່ຕະແກງປີ້ງ ຫຼື ໃນເຕົາອົບ, ປິ່ນໄປມາບາງຄັ້ງເພື່ອໃຫ້ທຸກ ດ້ານດໍາລົງ. ເອົາອອກຈາກເຕົາ ແລະ ປ່ອຍໃຫ້ເຢັນ. ຂັ້ນຕອນການປະສົມ ປອກເປືອກກະທຽມ ແລະ ສັບໝາກເຜັດ. ເອົາໃສ່ໃນຄົກ ແລະ ສາກ, ຕື່ມເກືອ ແລະ ໝາກເຜັດ ແລ້ວຕໍາໃຫ້ລະອຽດ. ຜ່າເຄິ່ງໝາກເຂືອຍາວເອົາເນື້ອອອກດ້ວຍບ່ວງ ແລ້ວເອົາໃສ່ຄົກ. ຕື່ມຜັກຫອມປ້ອມ ແລະ ຕຳໃຫ້ເຂົ້າກັນ. ປະສົມໃນນາປາ ແລະ ຜັກບົ່ວໃບ. ເກັບຜັກບົ່ວໃບສັບໄວ້ໜ້ອຍໜຶ່ງເພື່ອໄວ້ໂຮຍໜ້າ. ເຄັດລັບ ໃນການປີ້ງສ່ວນປະສົມ, ທ່ານຍັງສາມາດຍົກໄວ້ເໜືອເປວໄຟຂອງເຕົາໄດ້ໂດຍກົງຈົນກ່ວາຜິວທາງນອກຈະ ໄໝ້ ແລະ ມີສີປ່ຽນ. ໃນປະເທດລາວ, ເຂົາເຈົ້າເຮັດການປີ້ງໂດຍໃຊ້ຖ່ານ ເພື່ອໃຫ້ໄດ້ລົດຊາດທີ່ເປັນເອກະລັກ ສະເພາະ. ຈຸດເດັ່ນທາງ ໂພຊະນາການ ໝາກເຂືອຍາວມີໂພແທດຊຽມສູງ, ຕັ້ງແຕ່ 50 ຫາ 250 ມກ ໃນແນວ ພັນທີ່ແຕກຕ່າງກັນ. ນອກຈາກນີ້ຍັງ ເປັນແຫຼ່ງທີ່ດີຂອງ antioxidants, ຊຶ່ງຊ່ວຍປ້ອງກັນພະຍາດ, ປັບປຸງ ສຸຂະພາບຕາ ແລະ ຫຼຸດຜ່ອນການ ອັກເສບ.
ແຈ່ວເຫັດ Spicy Mushroom Dip


32 ຄວາມພິເສດສະເພາະພື້ນທີ່ ແຈ່ວເຫັດ ແມ່ນອາຫານພິເສດຂອງແຂວງ ຫຼວງພະບາງ.
ແຈ່ວ ເຫັດຂາວ 450 ກຣາມ ໝາກເຜັດແດງ 5-8 ໜ່ວຍ* ນຳປາ 2 ບ່ວງແກງ ກະທຽມ 3 ຫົວ, ບໍ່ປອກເປືອກ ຫົວຜັກບົ່ວແດງ 3 ຫົວ, ບໍ່ປອກເປືອກ ຜັກຫອມປ້ອມສັບ 1/4 ຖ້ວຍ ຜັກບົ່ວໃບ 1ຕົ້ນ, ແບ່ງອອກເປັນແຖບ ຜັກບົ່ວໃບສັບ 1 ຕົ້ນ ຂັ້ນຕອນການປີ້ງ ເອົາເຫັດ, ໝາກເຜັດ, ກະທຽມ, ຫົວຜັກບົ່ວແດງ ແລະ ຜັກບົ່ວໃບ 1 ຕົ້ນ ໃສ່ເຕົາປີ້ງ ຫຼື ໃນເຕົາອົບ, ພິກໄປມາ ເພື່ອໃຫ້ສຸກເທົ່າກັນ. ເອົາອອກຈາກເຕົາ ແລະ ປ່ອຍໃຫ້ເຢັນ. ຂັ້ນຕອນການປະສົມ ປອກກະທຽມ ແລະ ຫົວຜັກບົ່ວແດງ, ແລ້ວສັບຜັກບົ່ວໃບ ແລະ ໝາກເຜັດ (ເອົາແກ່ນອອກເພື່ອຫຼຸດຜ່ອນ ຄວາມຮ້ອນ). ປະສົມໃສ່ໃນຄົກ ແລະ ສາກ ເອົາເກືອໃສ່, ຕຳໃຫ້ເຂົ້າກັນ. ເອົາເຫັດໃສ່ລົງໄປ ແລະ ຕໍາຈົນກ່ວາມັນກາຍເປັນແຈ່ວ. ເອົານາປາ ແລະ ຜັກບົ່ວໃບ ແລະ ຜັກຫອມປ້ອມໃສ່. ເກັບຜັກບົ່ວໃບສັບໜ້ອຍໜຶ່ງໄວ້ໂຮຍໜ້າ. ເຄັດລັບ ເຫັດຈະປ່ອຍນຳອອກມາໃນຕອນປີ້ງ, ສະນັ້ນ ຕ້ອງມີຖາດເພື່ອຮອງມັນ. * ປັບຕາມຄວາມມັກຂອງທ່ານ


ໂຄງການນີ້ໄດ້ສ້າງຄວາມແຕກຕ່າງທີ່ໂດດເດັ່ນໃນຊີວິດຂອງຂ້າພະເຈົ້າ. ປະຈຸບັນຂ້າພະເຈົ້າມີ ລາຍຮັບ 18-20 ລ້ານກີບ* ຕໍ່ປີ ຊຶ່ງຂ້າພະເຈົ້າສາມາດເອົາໄປຈ່າຍຄ່າຮຽນຂອງລູກ ແລະ ປະກອບ ສ່ວນໃນການໃຊ້ຈ່າຍຂອງຄອບຄົວ. ຂ້າພະເຈົ້າໄດ້ເຫັນການປ່ຽນແປງທັດສະນະຄະຕິຂອງຄົນອື່ນ ທີ່ມີຕໍ່ຂ້າພະເຈົ້າ." “ ພູວຽງ ບຸນທະລັງສີ ແຂວງຊຽງຂວາງ ນາງ ພູວຽງ ໄດ້ເຂົ້າເປັນສະມາຊິກກຸ່ມຜະລິດກະທຽມຂອງບ້ານ ຜ່ານໂຄງການ AFN ໃນປີ 2019. ເຖິງວ່ານາງຈະເຄີຍປູກຜັກທຽມກ່ອນເລີ່ມໂຄງການ, ແຕ່ຜົນຜະລິດ ຂອງນາງພຽງພໍສໍາລັບການບໍລິໂພກໃນຄອບຄົວ, ໂດຍເກັບກ່ຽວໄດ້ ປະມານ 40-50 ກິໂລກຣາມຕໍ່ປີ, ຕົ້ນຕໍແມ່ນຍ້ອນບໍ່ມີຄວາມຮູ້ດ້ານ ເຕັກນິກ. ນັບຕັ້ງແຕ່ໄດ້ຮັບການຊ່ວຍເຫຼືອທາງກຸ່ມໃນເດືອນພຶດສະພາປີ 2019, ນາງ ພູວຽງ ໄດ້ຂະຫຍາຍເນື້ອທີ່ປູກກະທຽມ ເປັນ 0,2 ເຮັກຕາ, ໃນນັ້ນ ສາມາດເກັບກ່ຽວໄດ້ 1000-1200 ກິໂລກຣາມຕໍ່ປີ. ຈາກນັ້ນ, ລາວຂາຍໄດ້ປະມານ 700-800 ກິໂລກຣາມ ໃຫ້ແກ່ຄົນ ກາງທີ່ຂາຍຢູ່ຕະຫຼາດ, ແລະ ອົບແຫ້ງ 200-300 ກິໂລກຣາມ, ຊຶ່ງ ລາວຂາຍໃນລາຄາພິເສດ. ສ່ວນທີ່ເຫຼືອແມ່ນໃຊ້ເປັນເບ້ຍສໍາລັບ ລະດູການຕໍ່ໄປ ແລະ ບໍລິໂພກໃນຄົວເຮືອນ. ລາວມີລາຍໄດ້ຈາກກິດຈະກໍານີ້ລະຫວ່າງ 18-20 ລ້ານກີບຕໍ່ປີ. ລາວໃຊ້ເງິນໃນການຊື້ເຄື່ອງເພື່ອຄອບຄົວ, ສົ່ງລູກໄປໂຮງຮຽນ, ປະກອບສ່ວນໃນການໃຊ້ຈ່າຍໃນຄອບຄົວ. * ປະມານ 1000-1200 USD
ແຈ່ວບອງ Cattle Skin Chilli


36
ແຈ່ວ ນຳຕານ 2 ບ່ວງແກງ ນຳປາ 2 ບ່ວງແກງ ເກືອ 1/2 ບ່ວງແກງ ໜັງງົວຊອຍເປັນຕ່ອນ 1/2 ຖ້ວຍ ໝາກເຜັດແດງແຫ້ງ 2 ຖ້ວຍ ຫົວຜັກບົ່ວແດງ 5 ຫົວ, ບໍ່ປອກເປືອກ ກະທຽມ 5 ກີບ, ບໍ່ປອກເປືອກ ຜົງຂ່າແຫ້ງ 1 1/2 ບ່ວງແກງ ຂັ້ນຕອນການປີ້ງ ປີ້ງກະທຽມ, ຫົວຜັກບົ່ວແດງ, ໝາກເຜັດ, ແລະ ຂ່າໃສ່ເຕົາປີ້ງ ຫຼື ເຕົາອົບຈົນກ່ວາຈະສຸກ, ຈົນໝາກເຜັດມີ ກິ່ນຫອມ. ເອົາອອກຈາກເຕົາ ແລະ ປ່ອຍໃຫ້ເຢັນ. ຂັ້ນຕອນການປະສົມ ຕຳໝາກເຜັດໃສ່ໃນຄົກ ແລະ ຕຳຈົນລະອຽດ. ປອກເປືອກກະທຽມ ແລະ ຫົວຜັກບົ່ວແດງ, ແລ້ວໃສ່ຂ່າລົງໃນຄົກ. ຕໍາຈົນເຂົ້າກັນດີ. ຕື່ມນຳຕານປາມ, ນໍ້າໝາກຂາມ, ນຳປາ ແລະ ເກືອ, ແລ້ວຕໍາ ຕໍາຈົນກ່ວາຈະລະອຽດດີ. ຕັດໜັງງົວເປັນຕ່ອນບາງໆ. ເອົາໃສ່ໃນຖ້ວຍແຈ່ວ, ແລ້ວໃສ່ແຈ່ວປະສົມໃຫ້ເຂົ້າກັນ. ເກັບຮັກສາໄວ້ໃນກ່ອງທີ່ປິດດີເອົາໄວ້ໄດ້ດົນເຖິງ 1 ເດືອນ (ຫຼື ຢູ່ໃນຕູ້ເຢັນໄດ້ດົນເຖິງ 3 ເດືອນ) — ໂດຍ ປົກກະຕິແລ້ວແຈ່ວນີ້ຈະເກັບໄວ້ໄດ້ 1 ອາທິດ ຫຼື ຫຼາຍກວ່ານັ້ນ ກ່ອນທີ່ຈະກິນເພື່ອໃຫ້ໄດ້ລົດຊາດທີ່ເຂັ້ມຂຸ້ນ. ເຄັດລັບ ທ່ານສາມາດນໍາໃຊ້ຊີ້ນແຫ້ງຊະນິດໃດກໍ່ໄດ້ເພື່ອເຮັດແຈ່ວນີ້. ໃນລາວ, ການເຮັດອາຫານດ້ວຍໜັງຄວາຍ ຫຼື ໜັງງົວແມ່ນເຮັດແບບດັ້ງເດີມໂດຍການເອົາມາຕາກໃຫ້ ແຫ້ງ ແລະ ຕົ້ມກ່ອນ. ທ່ານສາມາດນໍາໃຊ້ໜັງໝູແທນໄດ້. ບາງຄົນຕື່ມກຸ້ງແຫ້ງເພື່ອໃຫ້ດັບກິ່ນຄາວໄດ້ຫຼາຍຂຶ້ນ. ຄວາມພິເສດສະເພາະພື້ນທີ່ ແຈ່ວບອງ ເປັນອາຫານພິເສດຂອງແຂວງ ຫຼວງພະບາງ.
Fermented Fish Chilli





38 39 ຄວາມພິເສດສະເພາະພື້ນທີ່ ແຈ່ວນໍ້າຜັກ ແມ່ນອາຫານພິເສດຂອງແຂວງອຸດົມໄຊ. ແຈ່ວນໍ້າຜັກ
ແຈ່ວ ໝາກເຜັດແດງ ຫຼື ຂຽວ 2 ບ່ວງແກງ ນຳຜັກ 2 ບ່ວງແກງ ກະທຽມ 3 ກີບ, ບໍ່ປອກເປືອກ ຜັກບົ່ວໃບ 2 ຕົ້ນ, ບໍ່ປອກເປືອກ ຜັກຫອມປ້ອມສັບ 1 ກ້ານ (ເກັບ 2 ໃບເພື່ອ ຕົກແຕ່ງ) ນຳປາ 1 ບ່ວງຊາ ເກືອ, ເພື່ອເພີ່ມລົດຊາດ ນຳຜັກ ໃບຜັກກາດ 3-5 ກ້ານ (ແບບມີໃບຄົບ) ນໍ້າຜັກ ຕົ້ມສ່ວນປະສົມຂອງຜັກໃບຂຽວຕາມໃຈມັກ - ບາງຊະນິດເຊັ່ນ: ຜັກບົ້ງ, ໃບຜັກກາດຂິວ, ໃບມັນຕົ້ນ, ແລະ ອື່ນໆ. ສັບເປັນຕ່ອນລະອຽດ ແລະ ຕຳໃສ່ໃນຄົກໃຫ້ລະອຽດ. ເອົາໃສ່ຖ້ວຍທີ່ປາກແບນແລ້ວໜຶ້ງ - ທ່ານຕ້ອງເອົານາທີ່ໄຫຼອອກມາຈາກຜັກທີ່ບົດລະອຽດນັ້ນ. ໜຶ້ງໄວ້ປະມານ 10-15 ນາທີ. ເອົາອອກຈາກເຕົາ ແລະ ພັກໄວ້. ຂັ້ນຕອນການປີ້ງ ປີ້ງກະທຽມ, ຜັກບົ່ວໃບ ແລະ ໝາກເຜັດໃສ່ເຕົາປີ້ງ ຫຼື ໃນເຕົາອົບຈົນສຸກ, ຈົນໝາກເຜັດມີກິ່ນຫອມ. ເອົາອອກຈາກເຕົາ ແລະ ປ່ອຍໃຫ້ເຢັນ. ຂັ້ນຕອນການປະສົມ ຕຳໝາກເຜັດໃສ່ໃນຄົກ ແລ້ວປອກກະທຽມ ແລ້ວຕາມດ້ວຍຜັກບົ່ວໃບ. ຕໍາຈົນກ່ວາເຂົ້າກັນດີ. ຕື່ມ ນຳຜັກ, ເກືອ ແລະ ນຳປາ, ຕຳໃຫ້ເຂົ້າກັນດີ. ສຸດທ້າຍ, ໃສ່ຜັກຫອມປ້ອມສັບ. ແຕ່ງໜ້າດ້ວຍໃບຫອມປ້ອມ ແລະ ຈັດໃສ່ໃນຖ້ວຍນ້ອຍເພື່ອເສີບ. ເກັບຮັກສາໄວ້ໃນກ່ອງທີ່ແໜ້ນໜາໃນຕູ້ເຢັນໄດ້ເຖິງໜຶ່ງອາທິດ. ເຄັດລັບ ທ່ານສາມາດເຮັດ ນຳຜັກ ໄວ້ລ່ວງໜ້າ ແລະ ເກັບໄວ້ໃນໂຖແກ້ວໄດ້ດົນເຖິງ 3 ເດືອນ (ຖ້າຢູ່ໃນຕູ້ເຢັນແມ່ນ ດົນກວ່ານັ້ນ). ຍິ່ງເກັບໄວ້ດົນເທົ່າໃດ, ມັນກໍຍິ່ງມີລົດຊາດຫຼາຍຂື້ນ — ຊຶ່ງຈະສົ່ງຜົນຕໍ່ລົດຊາດຂອງ ແຈ່ວ ຂອງເຈົ້າ. ຄວາມພິເສດສະເພາະພື້ນທີ່ ແຈ່ວປາບໍ້າ ເປັນອາຫານພິເສດຂອງແຂວງ ຫົວພັນ. ແຈ່ວປາບໍ້າ
Vegetable Dip
ແຈ່ວ ໝາກເຜັດແດງແຫ້ງ 2 ບ່ວງແກງ ປາແດກ 1 ບ່ວງແກງ ກະທຽມ 3 ກີບ, ບໍ່ປອກເປືອກ ໝາກເຜັດ ½ ບ່ວງແກງ ເກືອ, ເພື່ອເພີ່ມລົດຊາດ ນໍ້າຕານ, ເພື່ອເພີ່ມລົດຊາດ ການປີ້ງ ປີ້ງກະທຽມໃສ່ເຕົາປີ້ງ ຫຼື ໃນເຕົາອົບຈົນກ່ວາຈະສຸກ. ຄົ້ວໝາກເຜັດ ແລະ ໝາກເຜັດແຫ້ງໃສ່ໝໍ້ຂາງແຫ້ງ (ບໍ່ມີນຳມັນ) ຈົນມີກິ່ນຫອມ. ປະສົມເຂົ້າກັນ ຕຳໝາກເຜັດ ແລະ ໝາກເຜັດແຫ້ງໃນຄົກໃຫ້ລະອຽດ. ປອກເປືອກ ແລະ ຕື່ມກະທຽມລົງໄປ. ຕໍາຈົນເຂົ້າກັນດີ. ໃສ່ປາແດກ ແລະ ຕໍາຈົນກ່ວາເຂົ້າກັນດີ. ໃສ່ເກືອ ແລະ ນໍ້ຕານໜ້ອຍໜຶ່ງ, ປັບຕາມຄວາມຕ້ອງການ. ຕັກໃສ່ຖ້ວຍເສີບ ເກັບໃນກ່ອງທີ່ມີອາກາດຖ່າຍເທໄວ້ໄດ້ດົນເຖິງ 1 ເດືອນ (ຫຼື ດົນເຖິງ 6 ເດືອນຖ້າເກັບໄວ້ໃນຕູ້ເຢັນ). ເຄັດລັບ ສູດນີ້ແມ່ນສູດແບບດັ້ງເດີມເຮັດດ້ວຍປາແມ່ນ ຳຂອງໃນທ້ອງຖິ່ນທີ່ມີຊື່ວ່າ ປາບໍ້າ, ຊຶ່ງເປັນຊື່ນີ້.


41 ປາແມ່ນມີຄວາມຕ້ອງການສູງຢູ່ບ່ອນນີ້. ໂຄງການ AFN ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມສຸກ ກັບການບໍານານຂອງຂ້າ ພະເຈົ້າໂດຍມີລາຍໄດ້ທີ່ດີຢ່າງຕໍ່ເນື່ອງ. ພາຍໃນ 6 ເດືອນ, ຂ້າພະເຈົ້າ ສາມາດລົງທຶນຄືນໃນສິ່ງທີ່ໄດ້ຂາຍໃນການລ້ຽງປານ້ອຍໄດ້ຫຼາຍກວ່າເກົ່າ ແລະ ຂ້າພະເຈົ້າພ້ອມ ທີ່ຈະພະຍາຍາມລອງລ້ຽງກົບອີກດ້ວຍ!” “ ແກງ SOUPS




42 ຄວາມພິເສດສະເພາະພື້ນທີ່ ເຂົ້າປຸ້ນນໍ້າຊີ້ນ ເປັນອາຫານພິເສດຈາກແຂວງ ໄຊຍະບູລີ. ເຂົ້າປຸ້ນນໍ້າຊີ້ນ
ນໍ້າຊຸບ ຊີ້ນງົວຂາລາຍຕິດກະດູກ 1 ກິໂລ ຂ່າ 10 ຕ່ອນ ຮາກຜັກຫອມປ້ອມ 2 ຮາກ ໃບຂີ້ຫູດ 4 ໃບ ເກືອ 2 ບ່ວງແກງ ໜໍ່ໄມ້ປາດເປັນຕ່ອນ 1 ກະປ໋ອງ ເລືອດໝູ 10-12 ກ້ອນ ນຳຕານ 1 ບ່ວງຊາ ນໍ້າຜິກແກງ ໝາກເຜັດແດງແຫ້ງ 12 ໜ່ວຍ ຫົວຜັກບົ່ວແດງ 6 ຫົວ ກະທຽມ 10 ກີບ ກະປິ 2 ບ່ວງແກງ ໝາກເຜັດຂີ້ໜູ 1 ບ່ວງຊາ ຜັກ ຖົ່ວຍາວສັບ 1 ກໍາ ຜັກກະລໍາປີ 1 ຫົວ, ຊອຍເປັນຕ່ອນບາງໆ ກະລົດ 1 ຫົວ, ຊອຍເປັນຕ່ອນບາງໆ ກ້ານໃບຜັກກາດອ່ອນ 2 ກ້ານ ໝາກນາວ 4 ໜ່ວຍ, ຊອຍເປັນຕ່ອນ ຖົ່ວງອກ 400 ກຣາມ ໝາກເຜັດສົດ 1 ພວງ ໃບຜັກຫອມປ້ອມສົດຈາກຂ້າງເທິງ ເສັ້ນ ເສັ້ນເຂົ້າປຸ້ນ 500 ກຣາມ ນໍ້າຊຸບ ຕື່ມນາໃສ່ໝໍ້ທີ່ມີກົ້ນໜາ (ຂະໜາດໃຫຍ່ພໍທີ່ຈະເໝາະກັບສ່ວນປະກອບທັງໝົດ). ໃສ່ຮາກຜັຫອມປ້ອມ, ຂ່າ, ໃບຂີ້ຫູດ ແລະ ເກືອ. ເອົາໄປຕົ້ມ. ໃສ່ຊີ້ນງົວຂາລາຍ. ຕົ້ມປະມານ 2-3 ຊົ່ວໂມງ ຫຼື ຈົນກ່ວາຊີ້ນຈະຫຼຸດອອກຈາກກະດູກ. ຕັກຟອດທີ່ລອຍຂຶ້ນມາອອກ. ເອົາຊີ້ນອອກຈາກນາເມື່ອມັນອ່ອນ ຫຼື ຫຼຸດອອກຈາກກະດູກ. ພັກໄວ້. ໜໍ່ໄມ້ ແລະ ເສັ້ນເຂົ້າປຸ້ນ ໃນຂະນະທີ່ນຳຊຸບກໍາລັງຕົ້ມຢູ່, ໃຫ້ຕົ້ມໜໍ່ໄມ້ອີກໝໍ້ໜຶ່ງປະມານ 15 ນາທີ. ເອົາໜໍ່ໄມ້ອອກ, ສະເດັດນຳແລ້ວ ປະໄວ້. ຕົ້ມນໍ້າໃຫ້ເດືອດ. ກະກຽມຊາມໃສ່ນໍ້າເຢັນ. ເອົາເສັ້ນລົງໃສ່ໝໍ້, ຕົ້ມປະມານ 2-3 ນາທີຈົນກ່ວາຈະອ່ອນ. ເອົາອອກຈາກນາ ແລະ ເອົາໃສ່ນໍ້າເຢັນເພື່ອບໍ່ໃຫ້ເສັ້ນສຸກເກີນໄປ ແລະ ຕິດກັນ. ເຖນໍ້າອອກ ແລະ ປະໄວ້. ນໍ້າພິກແກງ ແຊ່ໝາກເຜັດໃນນາຈົນກ່ວາຈະອ່ອນ. ສະເດັດນໍ້າລ້າງ ແລະ ຊັບ. ກຽມເຄື່ອງປັ່ນອາຫານ, ປັ່ນໝາກເຜັດ, ຫົວຜັກບົ່ວແດງ ແລະ ກະທຽມໃຫ້ເຂົ້າກັນ. ເອົາໄວ້ 1 ຖ້ວຍສໍາລັບໃສ່ນໍ້າຊຸບ. ເກັບຮັກສາສ່ວນທີ່ເຫຼືອໃນຕູ້ເຢັນເພື່ອນໍາໃຊ້ໃນພາຍຫຼັງ. ສ່ວນປະສົມຊີ້ນ ຕໍາຊີ້ນເຄິ່ງໜຶ່ງກັບກະປິໃນຄົກ. ໃສ່ໝາກເຜັດຂີ້ໜູ ແລະ ນໍ້າພິກແກງທີ່ເຮັດໃນຂັ້ນຕອນຂ້າງເທິງ. ຜັດໃຫ້ເຂົ້າກັນໃນໝໍ້ຂາງ.
Fish Curry Vermicelli



44 45 ການປະສົມ ໃສ່ສ່ວນປະສົມຂອງຊີ້ນລົງໃນນໍ້າຊຸບ ແລະ ຄົນໃຫ້ເຂົ້າກັນດີ. ໃສ່ໜໍ່ໄມ້ ແລະ ຊີ້ນທີ່ຍັງເຫຼືອລົງໃນໝໍ້. ໂຮຍນາຕານລົງໄປ. ໃສ່ເສັ້ນເຂົ້າປຸ້ນ, ຜັກກະລໍ່າປີ, ກະລົດ ແລະ ໝາກຖົ່ວໃສ່ໃນຖ້ວຍ. ຕັກນໍ້າຊຸບໃສ່ໃຫ້ຖ້ວມເສັ້ນເຂົ້າປຸ້ນ. ໂຮຍໜ້າດ້ວຍຖົ່ວງອກ, ຜັກຫອມລາບ, ຜັກຫອມປ້ອມ ແລະ ໝາກນາວຕາມຄວາມມັກ. ເຄັດລັບ ໂດຍທົ່ວໄປແລ້ວຜັກທັງໝົດແມ່ນຈະໃສ່ແບບດິບ, ແຕ່ທ່ານສາມາດລວກໝາກຖົ່ວ ແລະ ຜັກກາດຂຽວໄດ້ ຖ້າທ່ານຕ້ອງການ. ຜັກອື່ນໆເຊັ່ນ: ໝາກປີ, ໝາກແຕງ ແລະ ຜັກກະລໍ່າສີມ່ວງ. ໃຊ້ໝໍ້ແຮງດັນຖ້າທ່ານມີເພື່ອຫຼຸດຜ່ອນເວລາທີ່ຕ້ອງໃຊ້ໃນການເຮັດນໍ້າຊຸບ. ປົກກະຕິໜຶ່ງຊົ່ວໂມງແມ່ນພຽງພໍ ແລ້ວ. ເລືອດກ້ອນຕົ້ມແມ່ນເປັນໂຕເສີມຂອງນໍ້າຊຸບແບບລາວ. ສິ່ງທີ່ທົດແທນໄດ້ທີ່ຈະຊອກຫາໄດ້ງ່າຍແມ່ນວຸ້ນສີດໍ າ, ຫຼື ທ່ານສາມາດເລືອກທີ່ຈະບໍ່ເຮັດກໍ່ໄດ້. ທ່ານສາມາດນໍາໃຊ້ສູດດຽວກັນນີ້ກັບປາແທນທີ່ຈະເປັນຊີ້ນງົວກໍ່ໄດ້. ຖ້າເປັນແບບນັ້ນ, ແມ່ນມັກຈະເພີ່ມ ກະທິເຂົ້າໃນຂັ້ນຕອນການປຸງ. ຂໍ້ແນະນໍາດ້ານ ໂພສະນາການ ພຽງແຕ່ຕື່ມ 2 ບ່ວງແກງຂອງໃບ ຜັກກາດຂິວເທົ່ານັ້ນ ຈະໃຫ້ 12% ຂອງວິຕາມິນ A ແລະ 50% ຂອງ ວິຕາມິນ C ທີ່ເປັນວິຕາມິນຕາມຄໍາ ແນະນໍາໃຫ້ຮັບປະທານທຸກມື້ສໍາລັບ ເດັກນ້ອຍອາຍຸຕໍ່າກວ່າ 2 ປີ. ໃບຜັກ ກາດຂິວ, ເມັດ ແລະ ກ້ານຜັກກາດ ແມ່ນຮັບປະທານໄດ້ທັງໝົດ ແລະ ມັກໃຊ້ໃນການແຕ່ງກິນຂອງຄົນອາຊີ ແລະ ອັບຟິລິກາ. ຈຸດເດັ່ນທາງ ໂພຊະນາການ ໃບອີຫຸມເປັນອາຫານເສີມທີ່ມີລົດຊາດ ແຊບ ແລະ ຄຸນຄ່າທາງໂພຊະນາການ. ພຽງແຕ່ 50 ກຣາມ ສາມາດໃຫ້ ວິຕາມິນ C 80%, ແຄວຊຽມ 30%, ທາດເຫຼັກ 50% ແລະ ທາດໂປຼຕີນ 50% ຂອງປະລິມານທີ່ແນະນໍາ ຕໍ່ວັນສໍາລັບເດັກນ້ອຍ ອາຍຸຕາກວ່າ 5 ປີ. ເອາະປາ Fish Stew ນໍ້າແກງ ປາເນື້ອຂາວ 500 ກຣາມ, ຕັດເປັນຕ່ອນ ໝາກເຂືອ 4 ໜ່ວຍ, ຜ່າເປັນສີ່ສ່ວນ ຜັກໃບຂຽວ 1 ກໍາຕາມໃຈມັກ ໝາກຖົ່ວຂຽວ 6-7 ໜ່ວຍ ໝາກເຜັດຂີ້ໜູ 3 ໜ່ວຍ ຫົວຜັກບົ່ວແດງຊອຍ 2 ຫົວ ກະທຽມຊອຍ 3 ຫົວ ຫົວສີໄຄສັບ 2 ກ້ານ ຂ່າ 3 ຕ່ອນ ຜັກຊີສົດສັບ 1/2 ຖ້ວຍ ຜັກບົ່ວໃບສັບ 3 ຕົ້ນ ຜັກຫອມປ້ອມສັບ 1/2 ຖ້ວຍ ປາແດກ 1 ບ່ວງແກງ ເກືອ 2 ບ່ວງຊາ ເຂົ້າເບືອ ເຂົ້າໜຽວແຫ້ງແຊ່ນໍ້າ 1/2 ຖ້ວຍ ເຂົ້າເບືອ ລ້າງ ແລະ ແຊ່ເຂົ້າໜຽວໃນນຳອຸ່ນ 1 ຊົ່ວໂມງ. ຖອກນໍ້າອອກ ແລະ ຕຳໃສ່ຄົກຈົນກວ່າມັນຈະລະອຽດ ແລະ ໜຽວ. ພັກປະໄວ້. ນໍ້າແກງ ໃສ່ນາມັນລົງໄປໃນໝໍ້. ຂົ້ວໝາກເຜັດ, ກະທຽມ, ຫົວຜັກບົ່ວແດງ, ຫົວສີໄຄ ແລະ ຂ່າຈົນເປັນສີນຳຕານ. ໃສ່ປາລົງໄປ, ຄ່ອຍໆເຮັດໃຫ້ສຸກທັງສອງດ້ານ. ຕື່ມນໍ້າໃຫ້ເຕັມໝໍ້ຈົນຖ້ວມປາ ແລະ ເຄື່ອງປຸງໃສ່ຕໍ່ມາ. ຕື່ມເກືອ ແລະ ເອົາໄປຕົ້ມ. ໃສ່ປາແດກ, ໝາກເຂືອ, ຜັກໃບຂຽວ, ໝາກຖົ່ວ ແລະ ເຂົ້າເບືອ. ຕົ້ມປະມານ 15 ນາທີ ຫຼື ຈົນກວ່າຜັກທັງໝົດຈະສຸກດີ. ໃສ່ຜັກຊີສົດແລະ ຜັກບົ່ວໃບ. ຄ່ອຍໆຄົນໃຫ້ເຂົ້າກັນ. ຕັກເສີບໃສ່ຖ້ວຍ ແລະ ໄຮຍໜ້າດ້ວຍຜັກຫອມປ້ອມ.
ແກງໜໍ່ໄມ້ Bamboo Shoot Soup


47 ຄວາມພິເສດສະເພາະພື້ນທີ່ ແກງໜໍ່ໄມ້ ແມ່ນອາຫານພິເສດຂອງແຂວງ ຫົວພັນ.
ນໍ້າຢານາງ ໃບຢານາງ 2 ກໍາມື ປາແດກ 2 ບ່ວງແກງ ເຄື່ອງທີ່ຕໍາລະອຽດ ໝາກເຜັດແດງ 3 ໜ່ວຍ ກະທຽມ 5 ກີບ ຫົວຜັກບົ່ວແດງ 2 ຫົວ ຫົວສີໄຄສັບ 3 ກ້ານ ເຄື່ອງຕຸ໋ນ ນຳມັນປຸງອາຫານ 2 ບ່ວງແກງ ໜໍ່ໄມ້ 900 ກຣາມ, ຊອຍໃຫ້ບາງໆ ປາດຸກ 450 ກຣາມ, ຕັດເປັນຕ່ອນ ໝາກເລັ່ນ 3 ໜ່ວຍ, ຕັດເປັນຕ່ອນ ໃບຂີ້ຫູດ 3 ໃບ ເກືອ 1 ບ່ວງຊາ ຜັກບົ່ວໃບສັບ 3 ຕົ້ນ ນໍ້າຢານາງ ເບິ່ງໜ້າທີ 9 ສໍາລັບຄໍາແນະນໍາກ່ຽວກັບວິທີການເຮັດ. ເຄື່ອງທີ່ຕໍາລະອຽດ ໃນຄົກ, ຕໍາໝາກເຜັດ, ກະທຽມ, ຫົວຜັກບົ່ວແດງ ແລະ ຫົວສີໄຄໃຫ້ລະອຽດ. ການຕຸ໋ນ ຕົ້ມນຳ 1 ລິດ ຄ້າງໄວ້ຈົນກວ່າຈະພ້ອມໃຊ້. ໃນໝໍ້ແຍກອອກຕ່າງຫາກ, ໃສ່ນາມັນ ແລະ ເຄື່ອງທີ່ຕໍາລະອຽດໄວ້. ຕັ້ງໄຟອ່ອນ ແລະ ຜັດຈົນກ່ວາຈະມີກິ່ນຫອມ. ເອົາປາດຸກລົງໄປຜັດສອງສາມນາທີ. ຈາກນັ້ນຕື່ມນຳຢານາງລົງໄປຕົ້ມຈົນເຕັມໝໍ້. ເອົາໄປຕົ້ມ ແລະ ຕື່ມເກືອ. ລ້າງໜໍ່ໄມ້ໃນນຳອຸ່ນ. ໃສ່ລົງໃນໝໍ້ ແລະ ຄ່ອຍໆປະສົມ, ລະວັງບໍ່ໃຫ້ປາແຕກ. ຜ່ອນໄຟລົງໃຫ້ເປັນໄຟອ່ອນປານກາງ ແລະ ຕົ້ມຕໍ່ອີກ 15 ນາທີ. ໃສ່ໝາກເລັ່ນ ແລະ ຜັກບົ່ວໃບລົງໄປ. ຕົ້ມຕໍ່ອີກ 5 ນາທີ. ຕື່ມໃບຢານາງທີ່ຍັງເຫຼືອໃສ່. ເສີບພ້ອມເຂົ້າ (ເຂົ້າໜຽວ ຫຼື ອື່ນໆ) ເຄັດລັບ ໃບຢານາງແມ່ນສິ່ງທີ່ເຮັດໃຫ້ແກງນີ້ສົ້ມ. ຖ້າເຈົ້າບໍ່ສາມາດຊອກຫາໃບສົດ ຫຼື ແຊ່ແຂງໄດ້, ໃຫ້ປ່ຽນເປັນນໍ້າ ສະກັດຈາກໃບຢານາງກະປ໋ອງ 400 ມລ. ແກງນີ້ຍັງສາມາດເຮັດເປັນອາຫານ ມັງສາວິລັດ, ໂດຍບໍ່ໃສ່ປາ. ທ່ານຍັງສາມາດເພີ່ມຜັກອື່ນໆໃສ່ແກງນີ້. ສ່ວນປະກອບທົ່ວໄປບາງຢ່າງເຊັ່ນ: ເຫັດຫູໜູ, ຜັກຄະ ແລະ ໝາກອຶ.


ການສະໜັບສະໜູນ ແລະ ຄໍາແນະນໍາຂອງໂຄງການໄດ້ຫັນປ່ຽນເສັ້ນທາງກະສິກໍາຂອງ ຂ້າພະເຈົ້າ. ການສະໜອງໂຮງເຮືອນ ແລະ ການຊ່ວຍເຫຼືອໃນການປູກກະທຽມ ແລະ ຫົວຜັກບົ່ວ ໃບ ໄດ້ຊ່ວຍໃຫ້ຂ້າພະເຈົ້າຮັກສາການຜະລິດຕະຫຼອດປີ ແລະ ມີລາຍຮັບເລື້ອຍໆ.” “ ແກ້ວປະເສີດ ແຂວງຫຼວງພະບາງ ທ້າວ ແກ້ວປະເສີດ ເປັນຫົວໜ້າກຸ່ມຜະລິດຜັກຕັ້ງແຕ່ປີ 2021, ໂດຍ ເຮັດວຽກຮ່ວມກັບຄົວເຮືອນອື່ນໆອີກ 20 ຄົວເຮືອນເພື່ອຜະລິດ ກະທຽມ, ຜັກບົ່ວ ແລະ ພືດຜັກອື່ນໆ ໃນເນື້ອທີ່ 20 ເຮັກຕາ ຊຶ່ງແຜ່ ຂະຫຍາຍຢູ່ທົ່ວເຂດຕ່າງໆ ຂອງຊຸມຊົນ. ໂຄງການ PICSA ສະໜັບສະໜູນລາວດ້ວຍຄວາມຮູ້ດ້ານ ວິຊາການ, ຊຶ່ງລວມທັງເຕັກນິກການໃຫ້ນໍ້າໃນຮ່ອງຊົນລະປະທາ , ແລະ ສະໜອງທຶນການຊ່ວຍເຫຼືອເພື່ອສ້າງຕັ້ງໂຮງເຮືອນທີ່ຊ່ວຍ ໃຫ້ລາວສາມາດຮັກສາການຜະລິດ ໄດ້ຕະຫຼອດປີ. ເນື່ອງຈາກລາຄາກະທຽມມີການປ່ຽນແປງ, ທ້າວ ແກ້ວປະເສີດ ເລີຍຕັດສິນໃຈສຸມໃສ່ປູກຜັກບົ່ວໃບ, ແລະ ທາງກຸ່ມສາມາດຂາຍຫົວ ຜັກບົ່ວໃບໄດ້ທັງໝົດ 2,800 ກິໂລ, ສ້າງລາຍຮັບໄດ້ 73 ລ້ານກີບ (ປະມານ 4,000 ດອນ) ໃນເດືອນເມສາ 2023. ດ້ວຍເນື້ອທີ່ພຽງແຕ່ 2 ເຮັກຕາ, ການຜະລິດຫົວຜັກບົ່ວໃບຂອງ ທ້າວ ແກ້ວປະເສີດ ກວມເອົາເກືອບ 10% ຂອງຈຳນວນທັງໝົດ ຂອງກຸ່ມ, ສ້າງລາຍຮັບໃຫ້ລາວປະມານ 420 ດອນ ຈາກການຂາຍ ໃຫ້ພໍ່ຄ້າໂດຍກົງຈາກສວນຂອງລາວ.





50 ຄວາມພິເສດສະເພາະພື້ນທີ່ ເອາະຫຼາມ ແມ່ນອາຫານພິເສດຂອງແຂວງ ຫຼວງພະບາງ. ອາະຫຼາມ
ເຄື່ອງຕຸ໋ນ ຊີ້ນງົວ 500 ກຣາມ, ຕັດເປັນຕ່ອນນ້ອຍ ຊີ້ນງົວຕິດໜັງ 150 ກຣາມ ຊີ້ນໝູປີ້ງ 500 ກຣາມ, ສັບລະອຽດ ສາຄ່ານ 5 ຕ່ອນ*, ປອກເປືອກອອກ, ຫັກ ອອກເປັນປ່ຽງ ແລະ ແຊ່ນຳ ພືດສະໝຸນໄພ ແລະ ຜັກ ໝາກຖົ່ວຂຽວ 10 ໜ່ວຍ, ຕັດຕ່ອນ 1 ນິ້ວ ໝາກເຂືອ 6 ໜ່ວຍ, ຕັດເປັນສີ່ຕ່ອນ ເຫັດຫູໜູ 2 ຖ້ວຍ ເຫັດນາງລົມ 1 ຖ້ວຍ ປາແດກ 2 ບ່ວງແກງ ນຳປາ 2 ບ່ວງແກງ ຜັກຊີສັບ 1 ຖ້ວຍ, ຜັກນາງຕູ່ 1 ຖ້ວຍ ຜັກບົ່ວໃບສັບ 3 ຫົວ ເກືອ 1 ບ່ວງຊາ ເຄື່ອງຕໍາລະອຽດ ຫົວສີໄຄ 1 ກ້ານ ຫົວຜັກບົ່ວແດງສັບ 3 ຫົວ ກະທຽມສັບ 3 ກີບ ໝາກເຜັດຂີ້ໜູສັບ 4 ໜ່ວຍ ເຂົ້າເບືອ ເຂົ້າໜຽວແຫ້ງແຊ່ນໍ້າ 1/3 ຖ້ວຍ ເຂົ້າເບືອ ລ້າງ ແລະ ແຊ່ເຂົ້າໜຽວໃນນຳອຸ່ນ 1 ຊົ່ວໂມງ. ຖອກ ແລະ ຕຳໃສ່ຄົກ ແລະ ຕໍາຈົນກວ່າມັນຈະລະອຽດ ແລະ ໜຽວ. ພັກປະໄວ້. ຊີ້ນຕິດໜັງ ລ້າງຊີ້ນງົວຕິດໜັງແລ້ວເຊັດໃຫ້ແຫ້ງ. ຖ້າມີຂົນຢູ່ເທິງຜິວໜັງ, ໃຫ້ເຜົາໂດຍກົງດ້ວຍເຕົາໄຟຂອງເຈົ້າ. ຕົ້ມນາກັບເກືອ, ແລະ ຕົ້ມປະມານ 10-15 ນາທີຈົນກ່ວາຈະອ່ອນ. ລ້າງ ແລະ ແຊ່ນາເຢັນ, ຕັດເປັນຕ່ອນນ້ອຍ. ພັກປະໄວ້. ເຄື່ອງຕໍາລະອຽດ ປອກເປືອກຫົວສີໄຄອອກແລ້ວມັດ, ພັກປະໄວ້. ເອົາກະທຽມ, ຫົວຜັກບົ່ວແດງ, ໝາກເຜັດ ແລະ ສ່ວນທີ່ອ່ອນຂອງຫົວສີໄຄຕໍາໃສ່ຄົກຈົນລະອຽດ. ຕື່ມເຂົ້າເບືອແລ້ວປະສົມໃຫ້ເຂົ້າກັນ. ການຕຸ໋ນ ເອົານາມັນໃສ່ໝໍ້ ແລະ ຜັດເຄື່ອງທີ່ຕໍາລະອຽດຈົນກ່ວາມີກິ່ນຫອມ. ຕື່ມຊີ້ນງົວ, ປີ້ນຕ່ອນຊີ້ນເພື່ອໃຫ້ທຸກດ້ານເປັນສີນາຕານອ່ອນ. ຕື່ມນາໃສ່ໝໍ້ ແລ້ວນໍາໄປຕົ້ມ. ໃສ່ໝາກເຜັດຂີ້ໜູ ແລະ ຫົວສີໄຄ. ຕົ້ມປະໄວ້ 20 ນາທີ. ໃສ່ປາແດກ, ນຳປາ, ໝາກເຂືອ, ຖົ່ວຂຽວ, ເຫັດ ແລະ ຂຽບໝູ. ຕົ້ມປະໄວ້ອີກ 5 ນາທີ. ໃສ່ເກືອ, ເອົາຜັກຊີໃສ່ເຄິ່ງໜຶ່ງ, ຜັກບົ່ວໃບ ແລະ ໃບນາງຕູ່. ໃຊ້ສ່ວນທີ່ເຫຼືອຕົກແຕ່ງ. * ເອີ້ນອີກແບບໜຶ່ງວ່າ ສາຄ່ານ (Piper ribesioides)
Spicy Beef Stew
Sour Pumpkin Soup


53 ແກງໝາກອຶ
ນໍ້າແກງ ໄກ່ 1/2 ໂຕ, ສັບເປັນຕ່ອນ ໝາກອຶ 2 ຖ້ວຍ, ຕັດເປັນຕ່ອນສີ່ຫຼ່ຽມ ເຫັດເຟືອງ 1 ຖ້ວຍ ໃບຂີ້ຫູດ 5 ໃບ ໝາກນາວ 3 ໜ່ວຍ, ຄັ້ນນໍ້າ ນຳປາ 3 ບ່ວງແກງ ເກືອ 1 ບ່ວງຊາ ເຄື່ອງຕໍາລະອຽດ ໝາກເຜັດແດງສັບ 4 ໜ່ວຍ ກະທຽມ 3 ຫົວ, ປອກເປືອກ ຫົວສີໄຄສັບ 2 ກ້ານ ຫົວຂ່າ 3 ຕ່ອນ ເຄື່ອງຕົກແຕ່ງ ຜັກບົ່ວໃບສັບ 3 ຕົ້ນ ຜັກຫອມປ້ອມສັບ 3 ຕົ້ນ ເຄື່ອງຕໍາລະອຽດ ຕໍາໝາກເຜັດ, ຂ່າ, ກະທຽມ ແລະ ຫົວສີໄຄ ໃສ່ຄົກໃຫ້ເຂົ້າກັນຈົນລະອຽດ. ນໍ້າແກງ ເອົານາມັນໃສ່ໝໍ້ຂະະໜາດກາງ ແລະ ຜັດເຄື່ອງທີ່ຕໍາລະອຽດຈົນກ່ວາມີກິ່ນຫອມ. ຕື່ມຕ່ອນໄກ່ໃສ່, ຄົນຕ່ອນໄກ່ຈົນກ່ວາທຸກດ້ານມີສີນາຕານອ່ອນໆ. ຕື່ມນາໃສ່ໝໍ້ ແລະ ນໍາໄປຕົ້ມ. ຕັກຟອດທີ່ລອຍຂຶ້ນມາອອກ. ຫຼຸດໄຟລົງ ແລະ ຕົ້ມເປັນເວລາ 5 ນາທີ. ໃສໝາກອຶ, ເຫັດ ແລະ ໃບຂີ້ຫູດລົງໄປ. ຕົ້ມຕໍ່ອີກ 1 ຊົ່ວໂມງ, ຈົນກ່ວາໄກ່ ແລະ ໝາກອຶສຸກດີ. ໃສ່ນາໝາກນາວ, ນາປາ ແລະ ເກືອ. ປັບຕາມລົດຊາດທີ່ມັກ. ເອົາອອກຈາກເຕົາແລ້ວເອົາໄປເສີບ. ໂຮຍໜ້າດ້ວຍຜັກບົ່ວໃບ ແລະັກຫອມປ້ອມ. ຈຸດເດັ່ນທາງ ໂພຊະນາການ ນອກເໜືອຈາກລົດຊາດທີ່ເຂັ້ມຂຸ້ນ, ຫອມຫວານແລ້ວ, ໝາກອຶຍັງ ປະກອບດ້ວຍວິຕາມິນ A, ວິຕາມິນ C ແລະ ວິຕາມິນ E, lutein ແລະ zeaxanthin - ເຊິ່ງທັງໝົດນີ້ຊ່ວຍ ເສີມສ້າງສາຍຕາ, ເສີມສ້າງພູມ ຕ້ານທານ ແລະ ສະລໍຄວາມເຖົ້າໄດ້ ດີ. ໝາກອຶຍັງເປັນອາຫານທີ່ມີແຄລໍ ລີ່ຕໍ່າ, ມີທາດບໍາລຸງດີເລີດທີ່ຈະເພີ່ມ ເຂົ້າໃນອາຫານຂອງທ່ານ.
Buffalo & Taro Soup


54 ຄວາມພິເສດສະເພາະພື້ນທີ່ ເອາະບອນໃສ່ໜັງ ແມ່ນອາຫານພິເສດຂອງແຂວງ ຜົ້ງສາລີ.
ນໍ້າແກງ ໃບບອນສັບ 500 ກຣາມ ໜັງຄວາຍແຫ້ງ 200 ກຣາມ ໝາກເລັ່ນ 4 ໜ່ວຍ ໜໍ່ໄມ້ສົ້ມ 100 ກຣາມ (ກະປ໋ອງ) ພືດສະໝຸນໄພທໍາມະຊາດ ກະທຽມ 3 ກີບ, ບໍ່ປອກເປືອກ ໝາກເຜັດແດງ ຫຼື ຂຽວສົດ 5 ໜ່ວຍ ຜັກບົ່ວໃບ 3 ຕົ້ນ ຫົວສີໄຄ 2 ຕົ້ນ ຫົວຂ່າ 5 ຕ່ອນ ນຳປາແດກ ຫຼື ນຳປາ 2 ບ່ວງແກງ ໜັງຄວາຍ ໃນການກະກຽມໜັງຄວາຍ, ໃຫ້ເອົາໄປຂາງໄຟຈົນໄຟໄໝ້. ຫຼັງຈາກນັ້ນ, ຂູດດ້ວຍມີດຂະໜາດໃຫຍ່ ແລະ ລ້າງອອກ. ເຮັດຊາອີກຄັ້ງຈົນກ່ວາໜັງຈະເປັນສີຂາວ. ຕັດເປັນຕ່ອນນ້ອຍໆ 2 ຊມ. ພັກປະໄວ້. ເຄື່ອງທີ່ຕຳລະອຽດ ປີ້ງກະທຽມ, ຜັກບົ່ວໃບ ແລະ ໝາກເຜັດໃສ່ເຕົາປີ້ງ ຫຼື ໃນເຕົາອົບຈົນກ່ວາຈະສຸກ. ເອົາໃສ່ໃນຄົກ ແລະ ຕໍາໃຫ້ລະອຽດ. ນໍ້າແກງ ລ້າງບອນ ແລະ ປາດເປັນຕ່ອນ 4 ຊມ. ຕົ້ມນຳໃສ່ໝໍ້ໃຫຍ່ (1.5 ລິດ) ແລ້ວເອົາໃສ່ໜັງຄວາຍລົງໄປ. ຕົ້ມຈົນກ່ວາຈະອ່ອນ. ເມື່ອໜັງຄວາຍອ່ອນລົງ, ໃຫ້ຕື່ມສ່ວນປະສົມອື່ນໆທັງໝົດລົງໄປ. ຕົ້ມເປັນເວລາ 20 ນາທີ, ຫຼື ຈົນກ່ວາບອນຈະສຸກ - ມັນຄວນຈະອ່ອນຄືກັບມັນຝຣັ່ງ, ແຕ່ແໜ້ນພໍທີ່ຈະ ຮັກສາຮູບຮ່າງຂອງມັນໄວ້. ເຄັດລັບ ແກງນີ້ເປັນທີ່ນິຍົມໃນພາກເໜືອຂອງລາວ ແລະ ບາງສ່ວນຂອງພາກໃຕ້. ບາງຄົນໃສ່ຕີນໝູ, ໃບຜັກນາງຕູ່, ສ່ວນຢູ່ຫຼວງພະບາງມັກຈະໃສ່ໝາກເຜັດຂີ້ໜູ. ໜັງຄວາຍມີລົດຊາດ ແລະ ເນື້ອສໍາພັດທີ່ເປັນເອກະລັກ, ແຕ່ທ່ານສາມາດລອງສູດນີ້ກັບຊີ້ນໝູ ຫຼື ຊີ້ນງົວ.
ເອາະບອນໃສ່ໜັງ


57 ເມື່ອພວກເຮົາກະກຽມນໍ້າຊຸບເຝີແຕ່ລະຖ້ວຍດ້ວຍຄວາມເອົາໃຈໃສ່, ພວກເຮົາບໍ່ພຽງແຕ່ລ້ຽງທ້ອງ ທີ່ຫິວໂຫຍເທົ່ານັ້ນ, ແຕ່ຍັງລວມເຖິງຄວາມຝັນຂອງໄວເດັກຂອງພວກເຮົາດ້ວຍ. ໃນຖານະເປັນຄູ ອາຈານ, ພວກເຮົາບໍ່ພຽງແຕ່ຕ້ອງການໃຫ້ນັກຮຽນຂອງພວກເຮົາອີ່ມທ້ອງ, ແຕ່ຍັງຕ້ອງການໃຫ້ ມີອານາຄົດທີ່ສົດໃສ ແລະ ມີສຸຂະພາບທີ່ດີອີກດ້ວຍ.” “ ຊີ້ນ / ປາ MEAT / FISH
ໝົກປາ Steamed Fish in Banana Leaf

58
ປາ ປາເນື້ອຂາວສັບ 200 ກຣາມ ນຳມັນພືດ 1 ຖ້ວຍ ເຄື່ອງຕໍາລະອຽດ ເຂົ້າໜຽວແຫ້ງແຊ່ນໍ້າ 1/3 ຖ້ວຍ ຫົວຜັກບົ່ວແດງ 3 ຫົວ, ປອກເປືອກ ກະທຽມ 1 ກີບ, ປອກເປືອກ ໝາກເຜັດຂີ້ໜູ 1 ໜ່ວຍ ຫົວສີໄຄສັບ 1 ກ້ານ ຂ່າສັບ 1 ຊມ ໃບຂີ້ຫູດ 2 ໃບ, ຊອຍໃຫ້ບາງໆ ຜັກຊີສັບ 1/2 ຖ້ວຍ ໃບນາງຕູ່ 1 ກໍາມື ຜັກບົ່ວໃບສັບ 1 ຕົ້ນ ນຳ 1 ບ່ວງແກງ ປາແດກ 1 ບ່ວງແກງ (ຫຼື ນຳປາ) ເກືອ 1 ຍິບມື ໃບຕອງ ໃບກ້ວຍສີ່ຫຼ່ຽມ 8 ໃບ, 20x25 ຊມ ໄມ້ສຽບ ຫຼື ໄມ້ຈີ້ມແຂ້ວ 8 ອັນ ເຂົ້າໜຽວ ລ້າງ ແລະ ແຊ່ເຂົ້າໜຽວໃນນຳອຸ່ນ 1 ຊົ່ວໂມງ. ຖອກນໍ້າອອກ ແລະ ຕຳໃສ່ຄົກຈົນກວ່າມັນຈະລະອຽດ ແລະ ໜຽວ. ພັກປະໄວ້. ເຄື່ອງຕໍາລະອຽດ ຕຳເຂົ້າໜຽວ, ຫົວຜັກບົ່ວແດງ, ກະທຽມ, ໝາກເຜັດ, ຫົວສີໄຄ ແລະ ເກືອ ຈົນເປັນເນື້ອດຽວກັນ. ຕື່ມໃບຂີ້ຫູດ, ຜັກຊີ, ຜັກນາງຕູ່ ແລະ ຜັກບົ່ວໃບ ຕຳໃຫ້ເຂົ້າກັນຈົນລະອຽດດີ. ຕື່ມນາ ແລະ ນາປາລົງໄປ, ປະສົມໃຫ້ເຂົ້າກັນ. ປາ ເອົາປາໃສ່ໃນຊາມ ແລະ ປະສົມກັບເຄື່ອງທີ່ຕໍາລະອຽດ. ໝັກປະໄວ້ 10 ນາທີ. ຂັ້ນຕອນການຫໍ່ໃບຕອງ ເຮັດໃຫ້ໃບຕອງອ່ອນໂດຍການຂາງໃສ່ເຕົາໄຟຈົນກາຍເປັນສີຂຽວສົດ ແລະ ປ່ອຍຄວາມຊຸ່ມອອກມາ. ສິ່ງນີ້ ໃຊ້ເວລາບໍ່ດົນປານໃດ. ວາງໃບຕອງສອງໃບຕໍ່ໝົກປາ. ວາງໃບຕອງໃນທິດທາງກົງກັນຂ້າມ - ໃບໜຶ່ງວາງແນວຕັ້ງ, ໃບໜຶ່ງວາງຕາມລວງນອນ. ໃສ່ປາລົງໄປທາງກາງຂອງໃບຕອງ ແລະ ແລ້ວພັບດ້ານໃດດ້ານໜຶ່ງຂຶ້ນ. ຈັບທາງເທິງໄວ້, ພັບເຂົ້າຂ້າງໜຶ່ງ, ແລ້ວຫໍ່ໃຫ້ເປັນສາມຫຼ່ຽມຮອບຫໍ່. ເຮັດຊາອີກດ້ານຫນຶ່ງ. ປິດທາງເທິງດ້ວຍໄມ້ສຽບ ຫຼື ໄມ້ຈິ້ມແຂ້ວ. ຕື່ມໃບກ້ວຍຕື່ມອີກເພື່ອເສີມສ້າງຖ້າຕ້ອງການ. ໜຶ້ງ ກະກຽມເຕົາໜຶ້ງ (ໃຫ້ແນ່ໃຈວ່ານາຕົ້ມເດືອດກ່ອນທີ່ຈະໃສ່ປາ). ເອົາໝົກໃສ່ເຂົ້າໄປໃນໝໍ້ໜຶ້ງເປັນເວລາ 30 ນາທີ. ເສີບພ້ອມກັບເຂົ້າ. ເຄັດລັບ ບໍ່ແນະນໍາໃຫ້ໃຊ້ໃບຕອງແຊ່ແຂງ. ອີກທາງເລືອກໜຶ່ງແມ່ນການໃສ່ໝາກເຜັດໃຫຍ່ສີຂຽວ, ຊຶ່ງສາມາດກິນ ກັບອາຫານຈານນີ້ໄດ້.
BBQ Grilled Chicken


60 61 ປ່ຽນສິ່ງທີ່ພິເສດໃຫ້ເປັນເຂົ້າຕົ້ມກ້ວຍແບບລາວ ເຂົ້າຕົ້ມມັດ ແຊ່ເຂົ້າໜຽວ 250 ກຣາມ ຄ້າງຄືນ. ຫຸງເຂົ້າໃສ່ກະທິ ແລະ ນຳຕານ 1 ຖ້ວຍ, ເກືອ 1 ຍິບມື ແລະ ນຳມັນ. ເມື່ອເຂົ້າເຢັນແລ້ວເອົາເຂົ້າໄປໃສ່ໃນໃບຕອງ. ເອົາໝາກກ້ວຍໃສ່ເທິງ ແລະ ປິດດ້ວຍເຂົ້າອີກຊັ້ນໜຶ່ງເພື່ອໃຫ້ມັນຄວບເຂົ້າກັນ, ຄືກັບວ່າທ່ານເຮັດຊູຊິ. ພັບໃບຕອງ ແລະ ເຮັດຄືນຕາມທີ່ທ່ານຕ້ອງການ — ປະລິມານເຂົ້າສາມາດເຮັດໄດ້ 10-12 ຫໍ່ນ້ອຍ. ໜຶ້ງເປັນເວລາ 30 ນາທີ. ເສີບແບບຮ້ອນໆ. ຈຸດເດັ່ນທາງ ໂພຊະນາການ ໝາກກ້ວຍແມ່ນດີຕໍ່ສຸຂະພາບຂອງ ລໍາໄສ້ຂອງທ່ານ ແລະ ງ່າຍທີ່ຈະ ນໍາໝາກໄມ້ ແລະ ທາດແປ້ງເຂົ້າ ໄປໃນອາຫານຂອງ ເດັກນ້ອຍ. ມີໂພ ແທດຊຽມສູງ, ເຊິ່ງເປັນການເພີ່ມ ພະລັງງານທີ່ດີເລີດໃນການເລີ່ມຕົ້ນ ຂອງມື້. ປີ້ງໄກ່
ເຄື່ອງໝັກ ຂາໄກ່ 6 ຂາ ຫຼື 12 ປີກ ຫົວສີໄຄ 2 ກ້ານ, ສັບລະອຽດ ກະທຽມສັບ 6 ຫົວ ຜັກຫອມປ້ອມສົດສັບ 1/2 ຖ້ວຍ ນຳມັນຫອຍ 2 ບ່ວງແກງ ນຳປາ 2 ບ່ວງແກງ ສະອິ້ວ 1 ບ່ວງແກງ ນຳຕານ 1 ບ່ວງແກງ ພິກໄທດຳ 1 ບ່ວງຊາ ເຄື່ອງປຸງອື່ນໆ ນຳມັນພືດ 125 ມລ ໝາກນາວ 3 ໜ່ວຍ, ຕັດອອກເປັນຕ້ອນ ເພື່ອ ໄວ້ເສີບ ນຳແຈ່ວ ມາພ້ອມກັບແຈ່ວໝາກເລັ່ນ, p.28 ການໝັກ ປາດເອົາຊີ້ນທາງຂ້າງຂອງກະດູກລົງ, ໂດຍບໍ່ຕ້ອງເອົາກະດູກອອກ. ແບບນີ້ຈະຊ່ວຍໃຫ້ນໍ້າໝັກຊຶມເຂົ້າໄດ້ໄວ. ປະສົມສ່ວນປະກອບຂອງນໍ້າໝັກທັງໝົດໃສ່ໃນຊາມໃບໃຫຍ່. ປະສົມກັບໄກ່ໃຫ້ເຂົ້າກັນດີ, ຈາກນັ້ນປະໄວ້ ແລະ ແຊ່ຕູ້ເຢັນຂ້າມຄືນ (ຂັ້ນຕໍ່າ 3 ຊົ່ວໂມງ). ວິທີເຮັດ ຕັ້ງເຕົາປີ້ງໃຫ້ຮ້ອນ. ທາໄກ່ດ້ວຍນຳມັນໜ້ອຍໜຶ່ງແລ້ວວາງລົງຕະແກງ, ເອົາເບື້ອງໜັງລົງ. ຖິ້ມນໍ້າໝັກທີ່ບໍ່ໄດ້ໃຊ້ແລ້ວ. ປີ້ງແຕ່ລະຂ້າງປະມານ 5-6 ນາທີ, ຫຼື ຈົນກ່ວາໄກ່ຈະສຸກ. ເອົາອອກຈາກເຕົາ ແລະ ພັກສອງສາມນາທີ ກ່ອນທີ່ຈະເສີບ. ເສີບພ້ອມກັບນໍ້າແຈ່ວ ແລະ ໝາກນາວ. ເຄັດລັບທາງ ວັດທະນະທໍາ ຊີ້ນດາດ, ຫຼື ຊີ້ນປີ້ງ, ແມ່ນຖືກດາດໃສ່ ກະທະໂລຫະແບບລາວທີ່ຕັ້ງໄວ້ກາງ ໂຕະເພື່ອກິນຮ່ວມກັນ. ໂດຍທົ່ວໄປ ແລ້ວຊີ້ນທີ່ດາດແລ້ວແມ່ນຈະຖືກຈຸ່ມ ລົງໃນ ແຈ່ວ ປີ້ງແລ້ວກິນກັບເຂົ້າໜຽວ.



62 ຈຸດເດັ່ນທາງ ວັດທະນະທຳ ເຊື່ອກັນວ່າລາບເປັນອາຫານທີ່ນໍາ ຄວາມໂຊກດີ ແລະ ຖືກກິນໃນທຸກ ປະເພດຂອງການສະເຫຼີມສະຫຼອງ ເຊັ່ນ: ງານແຕ່ງງານ ແລະ ມື້ທໍາອິດ ຂອງປີໃໝ່. ເມື່ອເຊີນແຂກມາກິນເຂົ້າ ແລງ, ແມ່ນຄຳເວົ້າທຳມະດາທີ່ຈະ ເວົ້າວ່າ “ມາເອົາໂສກເອົາລາບ” ຊຶ່ງ ແປວ່າ “ມາຮັບໂຊກລາບ”.
ໝູ ຊີ້ນໝູ 450 ກຣາມ ແປ້ງເຂົ້າໜຽວ 1 ບ່ວງແກງ ໝາກນາວ 1 ໜ່ວຍ, ຄັ້ນນໍ້າ ປາແດກ 1 ບ່ວງແກງ ເກືອ 1 ບ່ວງຊາ ນໍ້າຕານຊາຍ (ຖ້າຕ້ອງການ) ສະໝຸນໄພ ຜັກບົ່ວໃບ 3 ຕົ້ນ, ສັບລະອຽດ ຫົວຜັກບົ່ວແດງສັບ 3 ຫົວ ໝາກເຜັດແດງ 2 ໜ່ວຍ, ຊອຍໃຫ້ບາງໆ ບົວລະພາສັບ 1/2 ຖ້ວຍ ຜັກຫອມປ້ອມສັບ 1/2 ຖ້ວຍ ຜັກຫອມລາບສົດສັບ 1 ຖ້ວຍ ເຂົ້າຂົ້ວ ຂົ້ວເຂົ້າໜຽວດິບໃສ່ໝໍ້ຂາງຈົນເປັນສີນຳຕານ. ປ່ອຍໃຫ້ເຢັນ. ຕຳໃສ່ຄົກ (ຫຼື ເຄື່ອງບົດອາຫານ) ຈົນກາຍເປັນຜົງ. ເອົາຕະແກງມາກອງເພື່ອກໍາຈັດຕ່ອນໃຫຍ່ອອກ. ໝູ ເອົານາມັນໃສ່ໝໍ້, ຂົ້ວໝູຈົນກ່ວາຈະສຸກເຫຼືອງ. ໃສ່ເຂົ້າຂົ້ວ, ປາແດກ, ນໍ້າຕານ, ເກືອ ແລະ ນໍ້າໝາກນາວ. ຂົ້ວອີກຈັກໜ້ອຍແລ້ວເອົາອອກຈາກເຕົາ. ຂັ້ນຕອນການປຸງແຕ່ງ ປະສົມຊີ້ນໝູກັບຫົວຜັກບົ່ວແດງໃນຊາມໃບໃຫຍ່ໃຫ້ເຂົ້າກັນ. ໃສ່ຜັກທັງໝົດ - ບົວລະພາ, ຜັກຫອມປ້ອມ, ຜັກຫອມລາບ. ໂຮຍໝາກເຜັດໃສ່. ປະສົມໃຫ້ເຂົ້າກັນ ແລະ ເສີບໄດ້ທັນທີ. ເຄັດລັບ ລາບຂອງແຕ່ລະຄົນແມ່ນແຕກຕ່າງກັນເລັກນ້ອຍ. ປັບລົດຊາດຕາມໃຈມັກໂດຍການໃຊ້ໝາກເຜັດຫຼາຍ ຫຼື ໜ້ອຍ (ທ່ານສາມາດໃຊ້ໝາກເຜັດຜົງກໍ່ໄດ້), ນໍ້າໝາກນາວ, ນຳປາ ຫຼື ນຳຕານ.
ລາບໝູ Pork Salad


ນົມ
ແລະ ມີຜົນດີ ຕໍ່ສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງພວກເຮົາດ້ວຍ.” “ ຄຳແພງ ວົງເພັງຄຳ ແຂວງຊຽງຂວາງ ທ້າວ ຄຳແພງ ເປັນຫົວໜ້າກຸ່ມລ້ຽງແບ້ ທີ່ໄດ້ເລີ່ມຕົ້ນຈາກໂຄງການ AFN. ປະຈຸບັນມີສະມາຊິກທັງໝົດ 15 ຄົວເຮືອນ, ກຸ່ມດັ່ງກ່າວໄດ້ ຍື່ນຂໍທຶນຊ່ວຍເຫຼືອຊື້ແບ້, ວັດສະດຸກໍ່ສ້າງ ແລະ ວັກຊີນ ເພື່ອຊ່ວຍ ໃຫ້ສັດມີສຸຂະພາບທີ່ແຂງແຮງ. ລາວໄດ້ເວົ້າວ່າ "ຂ້າພະເຈົ້າມີຄວາມສົນໃຈໃນການລ້ຽງແບ້ມາ ຕະຫຼອດແຕ່ບໍ່ມີແຮງຈູງໃຈທີ່ຈະເລີ່ມຕົ້ນ. ແບ້ແມ່ນສັດ ທີ່ລ້ຽງງ່າຍ ກ່ອນສັດອື່ນໆເຊັ່ນ ໝູ, ດັ່ງນັ້ນຂ້າພະເຈົ້າຈຶ່ງຢາກເຂົ້າຮ່ວມກິດຈະ ກໍາທັນທີ." ໃນເບື້ອງຕົ້ນ, ທ້າວ ຄຳແພງ ໄດ້ຮັບແບ້ຈາກໂຄງການ 6 ໂຕ ແລະ ໄດ້ ຊື້ອີກ 3 ໂຕ ຈາກກຳໄລຂອງລາວ. ຄວາມຕ້ອງ ການຊີ້ນແບ້ໃນເຂດ ຂອງລາວແມ່ນສູງ, ດັ່ງນັ້ນ ລາວເລີຍດໍາເນີນການຢ່າງໄວວາ; ປະຈຸບັນລາວມີແບ້ 30 ໂຕ ທີ່ລາວຈະ ຂາຍໃຫ້ພໍ່ຄ້າໂດຍກົງຈາກ ຟາມຂອງລາວ. ຄຳແພງຍັງເກັບແມ່ແບ້ຝູງໜຶ່ງ ເພື່ອໃຫ້ແນ່ໃຈວ່າມີນຳນົມພຽງພໍ ເພື່ອລ້ຽງລູກແບ້ເກີດໃໝ່.
ໂຄງການດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ຂ້າພະເຈົ້າມີລາຍຮັບທີ່ດີເທົ່ານັ້ນ, ແຕ່ແບ້ໄດ້ກາຍເປັນແຫຼ່ງ
ແລະ ຊີ້ນທີ່ມີຄຸນຄ່າດ້ານໂພສະນາການທີ່ສໍາຄັນສໍາລັບຄອບຄົວຂອງພວກເຮົາ,

67 ຊີ້ນ ຊີ້ນໝູບົດ 900 ກຣາມ ຊີ້ນໝູທີ່ມີໄຂມັນບົດ 450 ກຣາມ ດັງໝູ 100 ກຣາມ ເຄື່ອງເທດ ຫົວຜັກບົ່ວແດງສັບ 1 ຖ້ວຍ ຫົວສີໄຄສັບ 1/4 ຖ້ວຍ ຂ່າສັບ 1/4 ຖ້ວຍ ຜັກຫອມປ້ອມສົດສັບ 1/2 ຖ້ວຍ ຜັກຫອມປ້ອມສັບ 1/2 ຖ້ວຍ ກະທຽມຊອຍ 6 ຫົວ ໃບຂີ້ຫູດສັບລະອຽດ 2 ບ່ວງແກງ ໝາກເຜັດແດງສັບ 2 ໜ່ວຍ ນຳມັນຫອຍ 2 ບ່ວງແກງ ນຳປາ 1 ບ່ວງແກງ ນຳຕານ 1 ບ່ວງຊາ ເກືອ 2 ບ່ວງຊາ ເຄື່ອງຢັດໄສ້ກອກ ເປືອກຂອງໄສ້ກອກທີ່ສາມາດກິນໄດ້ 1.8 ແມັດ ເຄື່ອງຢັດໄສ້ ຫຼື ຈັກຢັດໄສ້ກອກ 1 ອັນ ການຢັດໄສ້ ລ້າງໄສ້ດ້ວຍນຳອຸ່ນແລ້ວແຊ່ນຳປະມານ 90 ນາທີ. ຕົ້ມດັງໝູ 30 ນາທີ. ເອົາອອກຈາກນໍ້າ ແລະ ສັບ. ປະສົມກັບຊີ້ນໝູບົດ ແລະ ຊີ້ນໝູຕິດມັນບົດແລ້ວເອົາໃສ່ຕູ້ແຊ່ເຢັນ. ຕຽມເຄື່ອງປະສົມອາຫານ, ໃຫ້ສັບສ່ວນປະສົມຂອງເຄື່ອງເທດແຕ່ລະຢ່າງໃຫ້ລະອຽດ. ປະສົມເຄື່ອງເທດທັງໝົດເຂົ້າກັນໃນຊາມ. ໃສ່ຊີ້ນລົງໄປ. ປະສົມໃຫ້ເຂົ້າກັນຈົນກ່ວາມັນໜຽວ. ປະໄວ້ໃນຕູ້ເຢັນຈົນກວ່າມັນຈະເຂົ້າກັນດີ. ການຢັດ ໃຫ້ນໍ້າໄຫຼຜ່ານດ້ານໃນຂອງໄສ້. ເອົາໄສ້ໃສ່ຮູທໍ່, ໂດຍເຫຼືອປະໄວ້ປະມານ 8 ຊມ ເພື່ອມັດເຊືອກເມື່ອເຮັດແລ້ວ. ເອົາຊີ້ນໃສ່ເທິງຮູ ແລະ ຢັດຜ່ານເຄື່ອງເຂົ້າໄປໃນໄສ້. ຖືໄສ້ໄວ້ໃນຕອນທີ່ຢັດ. ໃຊ້ໄມ້ສຽບ ຫຼື ໄມ້ຈິ້ມແຂ້ວເພື່ອເຈາະໄສ້ຖ້າມີຟອງອາກາດ. ມັດທັງສອງສົ້ນຂອງໄສ້ເມື່ອໃສ່ເຕັມແລ້ວ. ບິດໄສ້ກອກເພື່ອເຮັດເປັນຂໍ້ຖ້າຕ້ອງການ. ວິທີເຮັດ ປີ້ງໃສ່ເຕົາປີ້ງ ຫຼື ໃນເຕົາອົບປະມານ 20-30 ນາທີ ທີ່ອຸນຫະພູມ 200 ອົງສາ. ເຄັດລັບ ຊີ້ນ 500 ກຣາມ ປົກກະຕິແລ້ວຈະໃຊ້ໄສ້ປະມານ 65-70 ຊມ, ແຕ່ໄສ້ຫ່າຍໄສ້ກອກແມ່ນຂາຍໂດຍທົ່ວໄປຈະ ມີຄວາມຍາວປະມານ 500-700 ຊມ. ທ່ານສາມາດຕັດ ແລະ ເກັບຮັກສາໄສ້ທີ່ບໍ່ໄດ້ນໍາໃຊ້ໃນຕູ້ແຊ່ໄດ້ເຖິງ 2 ປີ. ໄສ້ອົ່ວ Lao Sausage
ລາບປາ Fish Salad

68 69
ປາ ປາເນື້ອຂາວ 450 ກຣາມ ຫົວສີໄຄ 1 ກ້ານ, ຕັດເປັນ 4 ຕ່ອນ ໃບຂີ້ຫູດ 5-6 ໃບ ເຄື່ອງປຸງ ແປ້ງເຂົ້າໜຽວ (ເຂົ້າຂົ້ວ) 2 ບ່ວງແກງ ໝາກນາວ 1 ໜ່ວຍ, ບີບນໍ້າ ປາແດກ 1 ບ່ວງແກງ ເກືອ 2 ບ່ວງຊາ ສະໝຸນໄພ ຜັກບົ່ວໃບ 3 ຕົ້ນ, ສັບລະອຽດ ຫົວສີໄຄ 1 ກ້ານ, ສັບລະອຽດ ກະທຽມສັບ 1 ຫົວ ໝາກເຜັດແດງ 2 ໜ່ວຍ, ຊອຍໃຫ້ບາງໆ ໃບບົວລະພາສັບ 1/2 ຖ້ວຍ ຜັກຫອມປ້ອມສັບ ½ ຖ້ວຍ ຜັກຫອມລາບສັບ 1 ຖ້ວຍ ເຂົ້າຂົ້ວ ຂົ້ວເຂົ້າໜຽວດິບໃສ່ໝໍ້ຂາງຈົນເປັນສີນຳຕານ. ປ່ອຍໃຫ້ເຢັນ. ຕຳໃສ່ຄົກ (ຫຼື ເຄື່ອງບົດອາຫານ) ຈົນກາຍເປັນຜົງ. ເອົາຕະແກງມາກອງເພື່ອກໍາຈັດຕ່ອນໃຫຍ່ອອກ. ປາ ຊອຍປາເປັນຕ່ອນນ້ອຍ. ຕື່ມນາໃສ່ໝໍ້ໃຫ້ຖ້ວມເອົາປາ. ຕື່ມຫົວສີໄຄ ແລະ ໃບຂີ້ຫູດ, ເອົາໄປຕົ້ມໃຫ້ສຸກ. ໃສ່ໃນປາລົງໄປ, ປ່ອຍໄວ້ຈົນກ່ວາມັນແຍກອອກຈາກກັນໄດ້ຢ່າງງ່າຍດາຍ. ປິດໄຟ, ເຖນໍ້າອອກຈາກປາ ແລະ ເກັບນາລວກປາໄວ້ 2 ຖ້ວຍ. ເຄື່ອງປຸງ ໃສ່ເຂົ້າຂົ້ວ, ໝາກນາວ, ປາແດກ ແລະ ເກືອລົງໃນນາຊຸບ. ພັກປະໄວ້. ຂັ້ນຕອນການປຸງແຕ່ງ ໃຫ້ແນ່ໃຈວ່າປາເຢັນກ່ອນທີ່ທ່ານຈະເລີ່ມຕົ້ນ. ໃສ່ປາ, ຫົວສີໄຄ, ຜັກບົ່ວໃບ ແລະ ກະທຽມ ລົງໄປໃນຊາມໃບໃຫຍ່, ໃສ່ເຄື່ອງປຸງລົງຊ້າໆ, ໃຊ້ເທື່ອລະໜ້ອຍເພື່ອບໍ່ໃຫ້ມັນມີນໍ້າຫຼາຍເກີນໄປ. ປະສົມໃຫ້ເຂົ້າກັນ. ໃສ່ຜັກທັງໝົດ - ບົວລະພາ, ຜັກຫອມປ້ອມ, ຜັກຫອມລາບ. ໂຮຍໝາກເຜັດໃສ່. ປະສົມໃຫ້ເຂົ້າກັນ ແລະ ເສີບໄດ້ທັນທີ. ເຄັດລັບ ທ່ານສາມາດເກັບຮັກສາ ເຂົ້າຂົ້ວ ໃສ່ກະປ໋ອງແກ້ວໄວ້ໃນຕູ້ເຢັນໄດ້ເຖິງ 3 ເດືອນ. ຜັກ VEGETABLES
ຕໍາໝາກຫຸ່ງ Papaya Salad


70
ເຄື່ອງຕໍາ ໝາກຫຸ່ງບໍ່ສຸກ 3 ຖ້ວຍ, ຊອຍເປັນຕ່ອນ ໝາກຖົ່ວຍາວ 1 ຖ້ວຍ, ຕ່ອນຍາວ 3 ຊມ ໝາກເຂືອນ້ອຍ 2 ໜ່ວຍ, ຊອຍໃຫ້ບາງໆ ໝາກເລັ່ນນ້ອຍ 10-12 ໜ່ວຍ, ຜ່າເຄິ່ງ ເຄື່ອງເທດ ໝາກເຜັດແດງ 3 ໜ່ວຍ ກະທຽມ 1 ກີບ ກະປິ 1 ບ່ວງຊາ ນໍ້າປູ 1 ບ່ວງຊາ ປາແດກ 1 ບ່ວງແກງ ນຳໝາກຂາມ 2 ບ່ວງແກງ ນຳຕານ 4 ບ່ວງຊາ ໝາກນາວ 1 ໜ່ວຍ, ບີບນໍ້າ ເກືອ 1 ຍິບມື ໝາກຫຸ່ງ ປອກເປືອກໝາກຫຸ່ງ, ລ້າງ ແລະ ເຊັດໃຫ້ແຫ້ງດ້ວຍຜ້າ. ຊອຍໝາກຫຸ່ງດ້ວຍເຄື່ອງປອກເປືອກ ຫຼື ໃຊ້ມີດຊອຍເປັນຕ່ອນບາງໆຍາວໆ. ການປະສົມ ຕໍາໝາກເຜັດ, ກະທຽມ, ແລະ ເກືອໃຫ້ເຂົ້າກັນຢູ່ໃນຄົກ. ເອົາກະປິ ແລະ ນໍ້າປູໃສ່ລົງແລ້ວປະສົມເຂົ້າກັນທັງໝົດ. ໃສ່ປາແດ, ນໍ້າໝາກຂາມ ແລະ ນໍ້າຕານ. ສາມາດຕື່ມໄດ້ອີກ. ຂັ້ນຕອນການປຸງແຕ່ງ ໃສ່ໝາກເລັ່ນລົງໃນຄົກ ແລະ ຄ່ອຍໆຕໍາເພື່ອເຮັດໃຫ້ມີນາ. ຕື່ມນໍ້າໝາກນາວ. ສຸດທ້າຍໃສໝາກຫຸ່ງ, ໝາກຖົ່ວ ແລະ ໝາກເຂືອ. ຕຳໃນຄົກພໍໃຫ້ໝຸ່ນເລັກນ້ອຍ. ຕໍາຈົນເຂົ້າກັນດີ. ເຄັດລັບ ຊິມລົດຊາດຂອງຕໍາກ່ອນທີ່ຈະເສີບເພື່ອໃຫ້ແນ່ໃຈວ່າມີລົດຊາດສົ້ມ ແລະ ເຄື່ອງປຸງທີ່ເໝາະສົມ. ຈຸດເດັ່ນທາງ ໂພຊະນາການ ນອກເໜືອຈາກເປັນແຫຼ່ງວິຕາມິນ ທີ່ດີແລ້ວ, ໝາກຫຸ່ງຍັງມີເອນໄຊ proteolytic ເຊັ່ນ papain ແລະ chymopapain ຊຶ່ງມີຄຸນສົມບັດ ຕ້ານໄວຣັດ, ຕ້ານເຊື້ອລາ ແລະ ຕ້ານ ເຊື້ອແບັກທີເລຍ. ໝາກຫຸ່ງດິບແມ່ນ ຮູ້ກັນດີວ່າຊ່ວຍຫຼຸດການອັກເສບ.
Stir-fried Greens


73 ຂົ້ວຜັກ
ຜັກໃບຂຽວ ຜັກບົ້ງ 150 ກຣາມ ກະທຽມ 5 ຫົວ ໝາກເຜັດແດງ 2 ໜ່ວຍ ນຳມັນຫອຍ 1 ບ່ວງແກງ ຖົ່ວເນົ່າ 1 ບ່ວງແກງ ສະອິ້ວ ½ ບ່ວງແກງ ນຳຕານ 1 ບ່ວງຊາ ຜັກບົ້ງ ລ້າງຜັກບົ້ງໃຫ້ສະອາດແລ້ວເຖນໍ້າອອກ. ຕັດລຳຕົ້ນເປັນຕ່ອນ 5 ຊມ. ເອົາໃບໄວ້ທັງໝົດ. ພັກປະໄວ້. ສ່ວນປະສົມຂອງເຄື່ອງເທດ ຕໍາກະທຽມ ແລະ ໝາກເຜັດໃຫ້ເຂົ້າກັນດີ. ພັກປະໄວ້ ໃສ່ຖ້ວຍແຍກໄວ້ຕ່າງຫາກ, ປະສົມນໍ້າມັນຫອຍ, ສະອິ້ວ, ໝາກຖົ່ວເນົ່າ ແລະ ນໍ້າຕານ. ພັກປະໄວ້ ຂັ້ນຕອນການເຮັດ ໃຊ້ໝໍ້ຂາງ ຫຼື ໝໍ້ກທະຂະໜາດໃຫຍ່, ໃສ່ນາມັນ ແລະ ຕັ້ງໄຟແຮງ. ເມື່ອໝໍ້ຮ້ອນ, ໃຫ້ໃສ່ກະທຽມ ແລະ ໝາກເຜັດທີ່ຕໍາໄວ້ລົງໄປ. ໃສ່ກ້ານຜັກບົ້ງລົງໄປກ່ອນ ເພາະຈະເຮັດໃຫ້ສຸກໄວຂຶ້ນ. ຫຼັງຈາກນັ້ນ, ໃສ່ໃບລົງໄປ. ຈາກນັ້ນ, ຕື່ມເຄື່ອງປຸງທັງໝົດລົງໄປຜັດໂດຍໃຊ້ແຮງຈົນກ່ວາຜັກບົ້ງອ່ອນລົງເລັກນ້ອຍ. ໂຮຍນາຖ້າຫາກວ່າມັນເບິ່ງຄືວ່າແຫ້ງເກີນໄປ. ເມື່ອເຮັດແລ້ວ, ໃຫ້ນໍາເອົາອອກເຕົາ ແລະ ເສີບທັນທີ. ເຄັດລັບ ເຖິງວ່າອາຫານຈານນີ້ມັກເຮັດດ້ວຍຜັກບົ້ງ, ທ່ານສາມາດປ່ຽນເປັນຜັກໃບຂຽວອື່ນຕາມໃຈມັກ. ຈຸດເດັ່ນທາງ ໂພຊະນາການ ພຽງແຕ່ຕື່ມ 2 ຫາ 3 ບ່ວງແກງຂອງ ຜັກບົ້ງຈະຊ່ວຍໃຫ້ເດັກນ້ອຍອາຍຸຕໍ່າ ກວ່າ 2 ປີ ໄດ້ຮັບສານອາຫານຕາມ ຄໍາແນະນໍາໃຫ້ຮັບປະທານທຸກມື້ເຊັ່ນ: • 40% ຂອງວິຕາມິນ A • 46% ຂອງວິຕາມິນ C • 17% ຂອງທາດເຫຼັກ
ຊຸບຜັກ Steamed Vegetable Salad

74 75
ຊຸບຜັກ ຜັກບົ້ງ 200 ກຣາມ ຜັກຫົມ 200 ກຣາມ ເຫັດເຂັມ 200 ກຣາມ ເຫັດນາງລົມ 200 ກຣາມ ເຫັດຫູໜູ 200 ກຣາມ ເຄື່ອງປຸງ ກະທຽມສັບ 5 ກີບ ຫົວຜັກບົ່ວແດງສັບ 3 ຫົວ ໝາກເຜັດແດງ 3 ໜ່ວຍ ຫົວສີໄຄສັບ 2 ກ້ານ ຫົວຂ່າ 6 ຕ່ອນ ຂີງບົດ 1 ບ່ວງແກງ ປາແດກ ຫຼື ນຳປາ 3 ບ່ວງແກງ ເຄື່ອງຕົກແຕ່ງ ໝາກງາຂົ້ວ 1/2 ຖ້ວຍ ຜັກຫອມປ້ອມສົດສັບ 1/2 ຖ້ວຍ ຜັກບົ່ວໃບສັບ 3 ຕົ້ນ ການກະກຽມຜັກ ແລະ ເຫັດ ລ້າງຜັກທັງໝົດໃຫ້ສະອາດ, ຕັດຮາກອອກ ແລະ ແຍກອອກເປັນຕ່ອນ. ດຶງກ້ານຜັກອອກຈາກກັນເພື່ອໃຫ້ທ່ານມີໃບ ຫຼື ລໍາຕົ້ນທີ່ແຍກກັນ. ລ້າງ ແລະ ຕັດຮາກຂອງເຫັດເຂັມ ແລະ ເຫັດນາງລົມ. ດຶງເຫັດເຂັມແຍກອອກຈາກກັນ. ຖ້າເຫັດຫູໜູຍັງແຫ້ງ, ໃຫ້ເອົາເຫັດຫູໜູຕົ້ມໃນນາ 1-2 ນາທີເພື່ອໃຫ້ມັນຂະຫຍາຍ. ເຖນໍ້າອອກ ແລະ ຕັດເປັນຕ່ອນຂະໜາດພໍດີຄໍາ. ພັກປະໄວ້. ການໜຶ້ງ ໃຊ້ໝໍ້ໜຶ້ງ, ຫຼື ໝໍ້ໃຫຍ່ທີ່ທ່ານມີໂດຍການເຖນໍ້າລົງໃສ່ປະມານ 4-5 ຊມ, ແລ້ວວາງຕະແກງໄວ້ສໍາລັບໃສ່ຊາມ ທີ່ຈະໃຊ້ໜຶ້ງ - ທ່ານຄວນໃຊ້ຖາດແບນເພື່ອໃຫ້ມີພື້ນທີ່ເພີ່ມ. ຕົ້ມນໍ້າໃຫ້ເດືອດ, ແລ້ວໃສ່ຜັກລົງໄປ ແລະປິດຝາ. ໜຶ້ງປະມານ 20 ນາທີ. ພັກປະໄວ້. ໜຶ້ງເຫັດເຂັມ ແລະ ເຫັດນາງລົມແຍກອອກມາ. ພັກປະໄວ້. ຂັ້ນຕອນການປຸງ ຂົ້ວກະທຽມ, ຂ່າ, ຫົວຜັກບົ່ວແດງ ແລະ ໝາກເຜັດໃສ່ໃນໝໍ້ໃຫ້ໄໝ້ໜ້ອຍໜຶ່ງ. ຕໍາໃສ່ໃນຄົກ ແລະ ຕໍາໃຫ້ເຂົ້າກັນຈົນກ່ວາມັນລະອຽດ. ຕື່ມປາແດກ ແລະ ຄົນໃຫ້ເຂົ້າກັນດີ. ຕື່ມນາຕົ້ມ 1/2 ຈອກ ແລະ ຂີງບົດ. ປະສົມ ແລະ ພັກປະໄວ້. ຂັ້ນຕອນການປະສົມ ເອົາຜັກ ແລະ ເຫັດທັງໝົດລົງໃນຊາມຂະໜາດໃຫຍ່. ປະສົມໃຫ້ເຂົ້າກັນ. ໃສ່ເຄື່ອງປຸງທີ່ກຽມໄວ້ ແລະ ປະສົມເຂົ້າກັນ. ຕື່ມເຂົ້າຂົ້ວ, ງາຂົ້ວ, ຜັກບົ່ວໃບ ແລະ ຜັກຫອມປ້ອມ. ຄົນຈົນກ່ວາຈະເຂົ້າກັນດີ ແລະ ພ້ອມເສີບ. ເຄັດລັບ ທ່ານສາມາດໃຊ້ຜັກ ຫຼື ເຫັດທີ່ທ່ານມັກເພື່ອທີ່ຈະສ້າງລົດຊາດ ແລະ ເນື້ອສໍາພັດທີ່ຕ້ອງການ. ສ່ວນປະກອບທົ່ວໄປອື່ນໆແມ່ນ:ຖົ່ວຂຽວຍາວ, ຜັກກາດ, ຜັກກາດກວາງຕຸ້ງ ແລະ ເຫັດ shitake. ຢ່າອາຍທີ່ຈະຄົນຊຸບຜັກດ້ວຍມືທີ່ສະອາດ (ຫຼື ຈະໃສ່ຖົງມື) ເພື່ອໃຫ້ລົດຊາດທັງໝົດເຂົ້າກັນ. ຈຸດເດັ່ນທາງ ໂພຊະນາການ ຜັກປັງມີວິຕາມິນ C ຫຼາຍກ່ວາຜັກ ຫົມປົກກະຕິ 3 ເທົ່າ ແລະ ວິຕາມິນ A ຫຼາຍກວ່າຜັກກາດ 1.5 ເທົ່າ. ຜັກ ປັງຕົ້ມສຸກພຽງເຄິ່ງຖ້ວຍສາມາດໃຫ້ ວິຕາມິນ A 30% ຂອງປະລິມານທີ່ ແນະນໍາຕໍ່ມື້, 30% ຂອງວິຕາມິນ C ແລະ 5% ຂອງທາດເຫຼັກສໍາລັບເດັກ ນ້ອຍຕາກວ່າ 1 ປີ.


“ ໝາກແຕງເປັນພືດທີ່ເກັບກ່ຽວໄດ້ຫຼາຍທີ່ສຸດຂອງຂ້ອຍ. ຂ້າພະເຈົ້າມີຄວາມພູມໃຈຫຼາຍທີ່ ໂຄງການໄດ້ຊ່ວຍພວກເຮົາ ໄດ້ຜົນຜະລິດຜັກເພີ່ມຂຶ້ນສອງເທົ່າ ແລະ ເຂົ້າເຖິງຫຼາດໃໝ່ໆ. ຕອນນີ້ ຂ້າພະເຈົ້າກຳລັງວາງແຜນຈະຊື້ລົດຈັກອີກຄັນໜຶ່ງດ້ວຍລາຍພິເສດ ເພື່ອບໍ່ໃຫ້ຜົວຂ້າພະເຈົ້າຕ້ອງ ໄປສົ່ງຂ້າພະເຈົ້າໄປຕະຫຼາດ!” ມຸກ ພິລາວົງ ແຂວງຫຼວງພະບາງ ນາງມຸກ ໄດ້ກາຍມາເປັນສ່ວນໜຶ່ງຂອງໂຄງການ PICSA ໃນປີ 2022 ໂດຍການເຂົ້າເປັນສະມາຊິກກຸ່ມຜະລິດ ຜັກຂອງເຂດບ້ານ. ເຖິງວ່າລາວຈະເຄີຍປູກຜັກເພື່ອສົ່ງຕະຫຼາດໃນໝູ່ບ້ານມາກ່ອນ, ແຕ່ລາວມີເນື້ອທີ່ປະມານ 0,5 ເຮັກຕາເທົ່ານັ້ນ. ນັບຕັ້ງແຕ່ການຊ່ວຍເຫຼືອຂອງ PICSA, ປະຈຸບັນ ນາງ ມຸກ ໄດ້ປູກ ໝາກເລັ່ນ, ກະລໍ່າປີ ແລະ ໝາກແຕງ ໃນເນື້ອທີ່ 1,4 ເຮັກຕາ, ຂາຍ ຢູ່ຕະຫຼາດແຂວງ 3 ຄັ້ງຕໍ່ອາທິດ, ແລະ ຂາຍໃຫ້ແກ່ຜູ້ຂາຍທີ່ຊື້ໂດຍ ກົງຈາກສວນ. ໂດຍລວມແລ້ວ, ກຸ່ມຜະລິດຜັກຈໍານວນ 20 ຄົວເຮືອນໄດ້ເພີ່ມຜົນ ຜະລິດເປັນສອງເທົ່າຈາກ 15,5 ເຮັກຕາເປັນ 30 ເຮັກຕາ.
ແກງຜັກ
Vegetable Herb Soup


78
ຜັກ ຜັກໃບຂຽວ 500 ກຣາມ ພືດສະໝຸນໄພ ຂີງຊອຍໜາ 5 ຕ່ອນ ຫົວສີໄຄ 1 ກ້ານ ໝາກເຜັດແດງ ຫຼື ຂຽວ 5 ໜ່ວຍ ຜັກບົ່ວໃບສັບ 3 ຕົ້ນ ກະທຽມສັບ 3 ກີບ ໃບບົວລະພາ 3 ຕົ້ນ ນຳປາ 2 ບ່ວງແກງ ເກືອ, ເພື່ອເພີ່ມລົດຊາດ ເຄື່ອງແກງ ໃນປູນ, ເອົາກະທຽມ, ໝາກເຜັດ, ຂີງ, ແລະ ຫົວສີໄຄໃສ່ໃນຄົກຕໍາໃຫ້ເຂົ້າກັນຈົນລະອຽດ. ນໍ້າແກງ ເອົານາມັນໃສ່ໝໍ້ຂະໜາດກາງ ແລະ ຂົ້ວເຄື່ອງແກງຈົນກ່ວາມີກິ່ນຫອມ. ຕື່ມນາໃສ່ໝໍ້ ແລະ ນໍາໄປຕົ້ມ. ເມື່ອນໍ້າເດືອດແລ້ວໃສ່ຜັກທັງໝົດລົງໄປຕົ້ມປະມານ 5-10 ນາທີ ຫຼື ຈົນສຸກດີ. ຜ່ອນໄຟລົງ, ແລ້ວໃສ່ນຳປາ ແລະ ເກືອລົງໄປ. ໂຮຍໜ້າດ້ວຍຜັກບົ່ວໃບ ແລະ ໃບບົວລະພາກ່ອນເສີບ. ເຄັດລັບ ທຸກຄົນມີຄວາມມັກຜັກຕາມແບບຂອງຕົນເອງ, ແລະ ແກງຈະມີລົດຊາດທີ່ແຕກຕ່າງກັນຂຶ້ນກັບສິ່ງທີ່ທ່ານ ໃສ່. ຜັກທົ່ວໄປບາງຊະນິດເຊັ່ນ: ຜັກບົ້ງ, ໃບຂີ້ຫູດ, ຜັກບົ້ງ, ໃບອີ່ຫຸມ, ໝາກອຶ, ຜັກກາດ, ໝາກເລັ່ນ ແລະ ໝາກມະລະ. ຄົນສ່ວນຫຼາຍຈະເພີ່ມລົດຊາດເຊັ່ນ: ປາແຫ້ງ, ພືດສະໝຸນໄພປ່າ ແລະ ພິກໄທດໍາ. ຈຸດເດັ່ນທາງ ໂພຊະນາການ ໝາກມະລະມີຄຸນປະໂຫຍດໂດຍ ສະເພາະກັບຜູ້ທີ່ເປັນພະຍາດ ເບົາຫວານ ຫຼື ສ່ຽງຕໍ່ການເປັນໂລກ ເບົາຫວານ, ຊ່ວຍຫຼຸດນຳຕານໃນ ເລືອດໄດ້ທັງພະຍາດເບົາຫວານ ປະເພດທີ I ແລະ ປະເພດ II. ນອກຈາກນີ້ຍັງເປັນທີ່ຮູ້ຈັກກັນໃນ ການເພີ່ມ enzymes ໃນຕັບ, ເຮັດ ໃຫ້ຮັກສາອາການເມົາຄ້າງໄດ້ເປັນ ຢ່າງດີ.


81 “ ໂຮງຮຽນໂພຊະນາການຊາວກະສິກອນໄດ້ໃຫ້ແນວຄິດງ່າຍໆແກ່ຂ້າພະເຈົ້າກ່ຽວກັບວິທີເພີ່ມໂພ ຊະນາການເຂົ້າໃນອາ ຫານຂອງພວກເຮົາກັບສິ່ງທີ່ພວກເຮົາປູກຢູ່ໃນສວນ ຫຼື ໄດ້ຮັບໃນບໍລິເວນ ໃກ້ຄຽງ. ພວກເຮົາໄດ້ເລີ່ມຕົ້ນການປູກຜັກທີ່ແຕກຕ່າງກັນ ແລະ ໄດ້ເຮັດໃຫ້ຄອບຄົວ ແລະ ລູກຂອງ ຂ້າພະເຈົ້າມີສຸຂະພາບແຂງແຮງຂຶ້ນ. ພິເສດ BONUS
Coconut Cakes

83 ຂະໜົມຄົກ
ແປ້ງຊັ້ນໃນ ນໍ້າກະທິ 500 ມລ ແປ້ງເຂົ້າຈ້າວ 375 ກຣາມ ນໍ້າຕານ 125 ກຣາມ ນາມັນໝາກພ້າວ, ສໍາລັບທາໝໍ້ ເກືອ 1 ຍິບມື ແປ້ງຊັ້ນນອກ ນຳກະທິ 450 ມລ ເຂົ້າຈ້າວສຸກ 1/2 ຖ້ວຍ ແປ້ງເຂົ້າຈ້າວ 1 ຖ້ວຍ ນໍ້າຕານ 3 ບ່ວງແກງ ນໍ້າ 1/2 ຖ້ວຍ ເກືອ 1 ຍິບມື ແປ້ງຊັ້ນໃນ ປະສົມນໍ້າກະທິ, ແປ້ງເຂົ້າຈ້າວ ແລະ ນໍ້າຕານໃສ່ຊາມຂະໜາດໃຫຍ່. ຕື່ມນາ 500 ມລ ແລະ ເກືອ 1 ຍິບມື, ຄົນໃຫ້ເຂົ້າກັນ. ພັກປະໄວ້ໃນຕູ້ເຢັນ. ແປ້ງຊັ້ນນອກ ໃຊ້ເຄື່ອງປັ່ນ, ປະສົມນໍ້າກະທິ, ເຂົ້າ, ແປ້ງ, ນໍ້າຕານ ແລະ ເກືອຈົນກ່ວາຈະລະອຽດ. ຕື່ມນາ ແລະ ປະສົມໃຫ້ເຂົ້າກັນ. ແປ້ງຄວນແຫຼວ ແລະ ຖອກອອກມາໄດ້ງ່າຍ, ໂດຍບໍ່ເປັນກ້ອນ. ຂັ້ນຕອນການເຮັດ ຕັ້ງ ໝໍ້ຂະໜົມຄົກ ໃຊ້ໄຟກາງ. ເມືອໝໍ້ຮ້ອນແລ້ວ, ໃຫ້ທາດ້ວຍນໍ້າມັນ. ໃຫ້ແນ່ໃຈວ່າໝໍ້ຮ້ອນດີກ່ອນທີ່ຈະຖອກແປ້ງໃສ່, ເພື່ອໃຫ້ຂະໜົມແກະອອກມາໄດ້ງ່າຍ. ເຖແປ້ງຊັ້ນນອກເຂົ້າໄປໃນແຕ່ລະແມ່ພິມກ່ອນ, ປະຂອບທາງເທິງໄວ້ປະມານເຄິ່ງຊັງຕີແມັດ, ຫຼັງຈາກນັ້ນ ໃຊ້ບ່ວງກາເຟເພື່ອຊ້ອນແປ້ງເຂົ້າໄປໃນທາງກາງຂອງຂະໜົມຄົກ. ປິດຝາ ແລະ ປະໄວ້ 5 ນາທີ, ຫຼື ຈົນກ່ວາຂະໜົມຈະກອບເປັນສີນາຕານອ່ອນຢູ່ດ້ານນອກ. ຢ່າໃຫ້ສຸກເກີນໄປ, ຖ້າທ່ານຕ້ອງການໃຫ້ທາງໃນຍັງອ່ອນຢູ່. ໃຊ້ບ່ວງກາເຟທີ່ມີນາມັນເພື່ອເອົາເຄ້ກອອກ ແລະ ວາງໃສ່ຈານ. ເຮັດຊາອີກຄັ້ງດ້ວຍແປ້ງທີ່ຍັງເຫຼືອ. ເສີບແບບຮ້ອນໆ. ເຄັດລັບ ທ່ານສາມາດໃຊ້ໝໍ້ເຮັດແຜ່ນເຄັກ, ໝໍ້ takoyaki ແບບຍີ່ປຸ່ນ ຫຼື ໝໍ່້ waffle ແບບຈີນໄດ້ - ອັນໃດກໍຕາມ ທີ່ເຮັດດ້ວຍເຫຼັກສໍາລັບການເຮັດ waffles ແມ່ນດີ. ນໍ້າມັນພືດແບບໃດກໍ່ໄດ້. ນໍ້າມັນໝາກພ້າວຈະໃຫ້ລົດຊາດພິເສດ, ແຕ່ເນີຍ (ເນີຍແຫຼວ) ແມ່ນເຮັດໄດ້ດີທີ່ສຸດ ສຳລັບໝໍ້ທີ່ບໍ່ຕ້ອງໃຊ້ນໍ້າມັນ. ຖ້າເພີ່ມສ່ວນປະກອບອື່ນໆ, ໃຫ້ໂຮຍໃສ່ໃນ 2 ນາທີສຸດທ້າຍຂອງການເຮັດ. ສ່ວນປະກອບທົ່ວໄປປະກອບມີ: ສາລີຫວານ, ຜັກບົ່ວໃບ ແລະ ຫມາກພ້າວຂູດຟອຍ. ທ່ານຍັງສາມາດເພີ່ມຫມາກພ້າວຂູດໃສ່ໃນແປ້ງຊັ້ນນອກໄດ້.
ໄຄແຜ່ນ
Sesame Riverweed


84
ໄຄນໍ້າ ໄຄແຫ້ງ, ແຜ່ນຂະໜາດ 21 x 30 ຊມ ປຸງລົດແຕ່ລະແຜ່ນ ນຳໝາກຂາມ 1 ຖ້ວຍ ຂ່າ 1 ຫົວນ້ອຍ, ຄັ້ນເອົາແຕ່ນໍ້າ ງາຂົ້ວ 1 ຖ້ວຍ ໝາກເລັ່ນນ້ອຍ 15 ໜ່ວຍ, ຊອຍ ຫົວຜັກບົ່ວສັບ ½ ຖ້ວຍ ກະທຽມສັບ 10 ກີບ ຖ້າທ່ານບໍ່ໄດ້ເດີນທາງໄປລາວໃນລະຫວ່າງເດືອນພະຈິກ ຫາ ເດືອນເມສາ, ທ່ານອາດຈະບໍ່ສາມາດຊອກ ຫາ ໄຄ ໄດ້ (Cladophora sp.), ແຕ່ບາງທີອາດມີໄຄຊະນິດອື່ນຢູ່ໃກ້ໆ, ທ່ານສາມາດລອງໃຊ້ສູດນີ້ໄດ້. ການເກັບກ່ຽວ ດຶງເອົາໄຄນໍ້າ "ຂົນ" ອອກຈາກໂງ່ນຫີນ ແລະ ລ້າງໃນນາດ້ວຍມືເພື່ອເອົາສິ່ງເສດເຫຼືອອອກ. ເມື່ອມັນສະອາດແລ້ວ, ເອົາໃສ່ກະຕ່າ ແລະ ແຍກໄຄອ່ອນອອກຈາກໄຄທີ່ແກ່ກວ່າ. ໄຄທີ່ແຂງກວ່າຈະຕ້ອງຖືກທຸບດ້ວຍຫີນໃຫຍ່ ຫຼື ໄມ້ເພື່ອໃຫ້ອ່ອນ ແລະ ເອົາສິ່ງເສດເຫຼືອທັງໝົດອອກ, ໃນ ຂະນະທີ່ໄຄທີ່ອ່ອນກວ່າຕ້ອງຕາກໄວ້ໃນຮົ່ມເພື່ອລະບາຍນຳອອກ. ໄຄສົດຖືກເກັບໄວ້ເປັນກ້ອນໃນກະຕ່າ ແລະ ປົກຄຸມດ້ວຍຜ້າ. ສາມາດເກັບໄວ້ໄດ້ 2-3 ມື້ ໃນບ່ອນມືດ. ການຕາກແຫ້ງ ຕັດ ໄຄ ທີ່ສະອາດອອກເປັນຕ່ອນນ້ອຍໆ 5 ຊຕມ ແລະ ວາງໃສ່ຕາໜ່າງໄມ້, ຄ້າຍຄືກັບແຜ່ນພິມ. ຈຸ່ມລົງໃນຖັງນໍ້າເພື່ອເຮັດໃຫ້ມັນງ່າຍຕໍ່ການແຜ່ໃສ່ຕາໜ່າງ. ວາງເທິງຕະແກງເພື່ອໃຫ້ແຫ້ງ. ເຄື່ອງປຸງ ເມື່ອໄຄນຳຂ້ອນຂ້າງແຫ້ງ ແລະ ຢູ່ຕົວແລ້ວ, ໃຫ້ວາງໄວ່ບ່ອນຮາບພຽງ. ປະສົມນຳໝາກຂາມກັບຂ່າ ແລ້ວນຳໄປໂຮຍໃສ່ແຜ່ນໄຄ. ໂຮຍໝາກເລັ່ນ, ຫົວຜັກບົ່ວ, ກະທຽມ ແລະ ເມັດງາ ໃສ່ເພື່ອເພີ່ມລົດຊາດ. ການທອດ ແຜ່ນໄຄແຫ້ງສາມາດກິນໄດ້, ຫຼື ເຮັດເປັນອາຫານວ່າງຂອງທອດ. ຕັດແຜ່ນແຫ້ງເປັນຕ່ອນ 7 x 14 ຊມ. ພັບເຄິ່ງແຕ່ລະແຜ່ນ ແລະ ຍຶດດ້ວຍໄມ້ຈິ້ມແຂ້ວ. ຕັ້ງນາມັນໃນໝໍ້ຂາງໃຫ້ຮ້ອນ. ເມື່ອນາມັນຮ້ອນ, ໃຫ້ໃສ່ລົງຫຼາຍໆແຜ່ນ. ພິກແຕ່ລະດ້ານອັນທັນທີ, ທອດແຕ່ລະຂ້າງພຽງສອງສາມວິນາທີ. ເອົາອອກຈາກເຕົາ ແລະ ປ່ອຍໃຫ້ເຢັນໃສ່ເຈ້ຍຊັບນາມັນສ່ວນເກີນອອກ. ກິນເປັນອາຫານຫວ່າງ ຫຼື ກັບເຂົ້າ. ຈຸດເດັ່ນທາງ ວັດທະນະທຳ ໄຄ ສ່ວນໃຫຍ່ແມ່ນເກັບກ່ຽວໂດຍແມ່ ຍິງ ແລະ ເປັນແຫຼ່ງລາຍຮັບທີ່ສໍາຄັນ ສໍາລັບເຂົາເຈົ້າ. ແຕ່ໜ້າເສຍດາຍ , ຈໍານວນເຂື່ອນຕາມລໍາແມ່ນໍ້າຂອງ ທີ່ເພີ່ມຂຶ້ນເຮັດໃຫ້ການເກັບກ່ຽວມີ ຄວາມຫຍຸ້ງຍາກ, ເນື່ອງຈາກລະດັບ ນໍ້າສູງຂຶ້ນ ແລະ ໄຄກໍ່ໄດ້ຮັບຜົນກະທົບ ຕໍ່ກັບການປ່ຽນແປງທາງເຄມີ. ປະຈຸບັນນີ້ ແມ່ຍິງຫຼາຍຄົນພຽງແຕ່ ເກັບມາຈາກແມ່ນໍ້າສາຍນ້ອຍໆທີ່ນໍ້າ ໄສກວ່າ ແລະ ໄຫຼໄດ້ຕາມຄາດ.












86 87





92 93
ADAMA TOURÉ ໂຄງການກະສິກໍາ ແລະ ຄວາມປອດໄພດ້ານອາຫານໂລກ (GAFSP) Adama ເປັນຫົວໜ້າດ້ານເສດຖະສາດກະສິກໍາ ແລະ ຜູ້ຈັດການໂຄງການຂອງ GAFSP ລາວໄດ້ເຂົ້າຮ່ວມກຸ່ມທະນາຄານໂລກໃນປີ 2000 ແລະ ຕັ້ງແຕ່ນັ້ນມາໄດ້ນຳພາການປະຕິຮູບ, ວຽກງານ ວິເຄາະ ແລະ ການດຳເນີນງານທີ່ສຳຄັນທີ່ທະນາຄານໂລກໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການ ພັດທະນາເພີ່ມຜົນຜະລິດດ້ານກະສິກຳ ແລະ ການແຂ່ງຂັນໃນ ແອັບຟິກາ ພາກພື້ນອື່ນໆຂອງທະນາຄານ ໂລກ. ກ່ອນທີ່ຈະເຂົ້າຮ່ວມງານກັບ ທະນາຄານໂລກ, ລາວໄດ້ໃຊ້ເວລາ 10 ປີເຮັດວຽກກັບ The Senegal River Valley
"GAFSP ມຸ່ງຫມັ້ນທີ່ຈະ SDG2 ໃນການກໍາຈັດຄວາມອຶດຫິວ ແລະ ທຸກຮູບແບບຂອງການຂາດສານ ອາຫານ, ແລະ ໂພຊະນາການຍັງຄົງເປັນຫົວຂໍ້ສໍາຄັນຂອງໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ GAFSP. ເຖິງວ່າອັດຕາການຂາດສານອາຫານຂອງເດັກນ້ອຍຢູ່ໃນ ສປປ ລາວ ຈະດີຂຶ້ນ, ແຕ່ເດັກນ້ອຍ ອາຍຸຕຳກວ່າ 5 ປີ ປະມານ 1 ໃນ 3 ຄົນຍັງມີພາວະຢຸດການຈະເລີນເຕີບໂຕ. ໂຄງການກະສິກຳເພື່ອໂພ ຊະນາການ (AFN) ທີ່ໄດ້ຮັບການສະໜັບສະໜູນຈາກອົງການ GAFSP ມີຈຸດປະສົງເພື່ອຫຼຸດຜ່ອນ ຄວາມທຸກຍາກ ແລະ ການຂາດສານອາຫານໃນຊຸມຊົນທີ່ທຸກຍາກທີ່ສຸດ 400 ແຫ່ງໃນພາກເໜືອຂອງ ລາວ, ລວມທັງການຜະລິດກະສິກຳທີ່ຄໍານຶງເຖິງໂພຊະນາການ, ສວນຄົວ ແລະ ໂຮງຮຽນໂພຊະນາການ ຂອງຊາວກະສິກອນ. ໂຮງຮຽນໂພຊະນາການຂອງຊາວກະສິກອນເຫຼົ່ານີ້ໄດ້ລວມເອົາການປຸງອາຫານ ເພື່ອສະແດງສູດອາຫານທີ່ນໍາໃຊ້ສ່ວນປະກອບທີ່ມີສານອາຫານທີ່ໜາແໜ້ນຢູ່ໃນທ້ອງຖິ່ນ. ປື້ມປຸງແຕ່ງ ອາຫານນີ້ແມ່ນຂໍ້ພິສູດເຖິງຜົນສໍາເລັດ ແລະ ແຮງບັນດານໃຈຂອງໂຄງການ AFN, ຊຶ່ງຊີ້ໃຫ້ເຫັນການ ປັບປຸງໂພຊະນາການໃນທົ່ວປະເທດ, ແລະ ໂດຍສະເພາະແມ່ນຢູ່ໃນບ່ອນທີ່ມີຄວາມຕ້ອງການທີ່ສຸດ.” AMBROSIO BARROS ກອງທຶນສາກົນເພື່ອການພັດທະນາກະສິກໍາ(IFAD) ທ່ານ Ambrosio ຫົວໜ້າຫົວຫ້ອງການອົງການອິຟັດ ປະຈຳ ພາກພື້ນແມ່ນຳຂອງ ແລະ ເປັນຜູ້ບໍ ລິຫານງານ ໂຄງການປະຈຳ ສສ ຫວຽດນາມ, ສປປ ລາວ, ພະມ້າ ແລະ ໄທ. ຫຼັງຈາກເຂົ້າຮ່ວມງານ ກັບ IFAD ໃນປີ 2010, ລາວໄດ້ນຳສະເໜີການລົງທຶນຂອງ IFAD ໃນບັນດາປະເທດ ເຊິ່ງລວມມີ: ສາທາລະນະລັດ ປະຊາທິປະໄຕ ຄອງໂກ, Cape Verde, ໂມຊຳບິກ, ເຮຕີ, ມາລາວີ ແລະ ແຊມບີ. "ອາຫານທີ່ພວກເຮົາກິນມີຜົນກະທົບຢ່າງຫຼວງຫຼາຍຕໍ່ຄົນ ແລະ ໂລກ - ມັນມີອິດທິພົນຕໍ່ທຸກສິ່ງຕັ້ງແຕ່ ວິທີການ ແລະ ຊະນິດຂອງການປູກ, ໄປຈົນເຖິງວິທີ່ທີ່ນໍາອອກສູ່ຕະຫຼາດ ແລະ ໃນທີ່ສຸດມາສູ່ອາຫານຂອງ ພວກເຮົາ. ເປົ້າໝາຍຂອງພວກເຮົາແມ່ນເພື່ອໃຫ້ແນ່ໃຈວ່າປະຊາຊົນລາວໃນຊົນນະບົດ ແລະ ປະຊາຊົນ ໃນທົ່ວໂລກສາມາດເຮັດອາຫານທີ່ແຊບ, ລາຄາຕໍ່າ, ເໝາະສົມກັບວັດທະນະທໍາທີ່ລໍ່ລ້ຽງເຂົາເຈົ້າ ແລະ ຄອບຄົວຂອງເຂົາເຈົ້າ, ໄປສູ່ໂລກທີ່ບໍ່ມີຄວາມອຶດຫິວຕາມເປົ້າໝາຍທີ່ຄາດໄວ້. ພວກເຮົາຫວັງວ່າປຶ້ມປຸງ ແຕ່ງອາຫານເລ່ມນີ້ຈະຊ່ວຍສ້າງຄວາມຢາກປຸງແຕ່ງອາຫານແບບຍືນຍົງສໍາລັບອາຫານລາວ.”
ELHADJI
Irrigation Develop-ment Agency (SAED).
ທີມງານໂຄງການ
AFN TEAM
PICSA TEAM
MEKONG MULTI-COUNTRY OFFICE












94 95

96 IFAD ລົງທຶນກັບປະຊາຊົນໃນຊົນນະບົດ, ເພື່ອສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າຫຼຸດ ຜ່ອນຄວາມທຸກຍາກ, ເພີ່ມທະວີຄວາມໝັ້ນ ຄົງດ້ານອາຫານ, ປັບປຸງໂພຊະນາການ ແລະ ເສີມສ້າງຄວາມຢືດຢຸ່ນ. ຕັ້ງແຕ່ປີ 1978, ພວກເຮົາໄດ້ສະໜອງທຶນ ຊ່ວຍເຫຼືອລ້າ 23.2 ຕື້ໂດລາສະຫະລັດ ແລະ ເງິນກູ້ດອກເບ້ຍຕໍ່າໃຫ້ແກ່ບັນດາໂຄງການ ທີ່ ບັນລຸໄດ້ປະມານ 518 ລ້ານຄົນ. IFAD ເປັນສະຖາບັນການເງິນສາກົນ ແລະ ອົງການພິເສດຂອງສະຫະປະຊາຊາດທີ່ ຕັ້ງຢູ່ໃນ Rome - ສູນກາງສະບຽງອາຫານ ແລະກະສິກໍາຂອງສະຫະປະຊາຊາດ. International Fund for Agricultural Development Via Paolo di Dono, 44 00142 Rome, Italy www.ifad.org