Lifelong Learning in Southeast Asia

Page 41

41

ການຮຽນຮູ້ຕະຫຼອດຊີວິດໃນການປ່ຽນແປງ: ການປະຕິບັດທີ່ມີທ່າອ່ຽງໄປສູ່ຄວາມສຳເລັດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທາງອິນເຕີເນັດ (ລວມທັງການນ�ຳໃຊ້ສື່ສານມ່ວນຊົນ). • ຄູສອນ ແລະ ຜູ້ຈັດການສູນ CLC: ເພີ່ມຄວາມຮູ້ກ່ຽວກັບການຮຽນຮູ້ຕະຫຼອດ ຊີວິດໃຫ້ແກ່ຄູສອນ ແລະ ຜູ້ຈັດການສູນ CLC, ແລະ ການເສີມສ້າງຄວາມ ເຂັ້ມແຂງດ້ານການວາງແຜນ ແລະ ຈັດຕັ້ງປະຕິບັດກິດຈະກ�ຳໃຫ້ມີປະສິດ ທິຜົນ. ນອກຈາກນີ້ກໍ່ຍັງມີຄວາມຈ�ຳເປັນຕ້ອງໄດ້ຈັດການຝຶກອົບຮົມເພື່ອ ເສີ ມ ສ້ າ ງຄວາມເຂັ້ ມ ແຂງທາງດ້ າ ນການລະດົ ມ ຊັ ບ ພະຍາກອນໃຫ້ ແ ກ່ ຜູ້ ຈັດການສູນຕື່ມອີກ. • ອຸປະກອນ: ແຈກຢາຍອຸປະກອນການຮຽນ-ການສອນຂອງ CLC. ປັບປຸງ ຫ້ອງສະໝຸດ ແລະ ສູນການອ່ານໃຫ້ມີອຸປະກອນທີ່ທັນກັບພາບການ. ຫຼັກສູດຂອງສູນ CLC ກໍ່ຄວນໄດ້ຮັບການປັບປຸງເພື່ອເຮັດໃຫ້ຖືກຕ້ອງກັບ ຄວາມຕ້ອງການຂອງການພັດທະນາເສດຖະກິດແຕ່ລະໄລຍະ. • ການລົງທຶນ ແລະ ຊັບພະຍາກອນ: ຍັງມີຄວາມຈ�ຳເປັນຕ້ອງໄດ້ເພີ່ມການ ລົງທຶນ ແລະ ສະໜອງຊັບພະຍາກອນໃສ່ສູນ CLC ແລະ ດ�ຳເນີນກິດຈະກ�ຳ ຂອງສູນ ເຊິ່ງປະຈຸບັນນີ້ຍັງບໍ່ທັນມີງົບປະມານປົກກະຕິຈາກລັດຖະບານ ຫຼື ຈາກອົງການຈັດຕັ້ງໃດໆເທື່ອ. ນອກຈາກນີ້, ກໍ່ຍັງມີຄວາມຈ�ຳເປັນທາງດ້ານ ກອງທຶນສ�ຳລັບສູນ ເພື່ອສະໜອງເງິນກູ້ຢືມໃຫ້ແກ່ຜູ້ຮຽນຈົບຫຼັກສູດຂອງ CLC ເພື່ອເປັນຕົ້ນທຶນໃນການພັດທະນາຄຸນນະພາບຊີວິດຂອງເຂົາເຈົ້າ. • ຄູ່ຮ່ວມງານ: ຍັງມີຄວາມຕ້ອງການເພີ່ມການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ເຄື່ອຄ່າຍ NGO ສ�ຳລັບການເສີມສ້າງຂີດຄວາມສາມາດ ແລະ ສະໜັບ ສະໜູນທາງດ້ານວິຊາການເພື່ອໃຫ້ສູນ CLC ສາມາດບັນລຸຕາມຈຸດປະສົງ ຂອງການຮຽນຮູ້ຕະຫຼອດຊີວິດ. ນອກຈາກນີ້ກໍ່ມີຄວາມຈ�ຳເປັນຕ້ອງເພີ່ມ ເຄື່ອຄ່າຍ ແລະ ການຮ່ວມມືໃນລະດັບຊຸມຊົນລະຫວ່າງສູນ CLC, ອ�ຳນາດ ການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງຢູ່ໃນພື້ນຖານຊຸມຊົນ, ພາກສ່ວນ ເອກະຊົນ, ບຸກຄົນສ�ຳຄັນຂອງຊຸມຊົນ ແລະ ຜູ້ມີສ່ວນຮ່ວມອື່ນໆ. • ການຕິດຕາມ: ປັບປຸງຄຸນນະພາບຂອງກົນໄກການຕິດຕາມ ແລະ ປະເມີນ ຜົນ ແລະ ວິເຄາະຜົນຂອງການຈັດຕັ້ງປະຕິບັດກິດຈະກ�ຳເພື່ອນ�ຳໃຊ້ເຂົ້າ ເປັນບ່ອນອີງໃນການຍົກລະດັບຂະບວນການຮຽນ-ການສອນ. ສິ່ງດັ່ງກ່າວນີ້ ຍັງຈະເປັນການກະຕຸກຊຸກຍູ້ເຮັດໃຫ້ສັງຄົມກາຍເປັນສັງຄົມແຫ່ງການຮຽນຮູ້ ຢູ່ໃນທຸກລະດັບ. ສິ່ງສ�ຳຄັນອີກຢ່າງໜຶ່ງຂອງ CLC ກໍຄື ຄວນສ້າງໂອກາດ ໃຫ້ຜູ້ທີ່ສ່ວນຮ່ວມໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການຂອງວຽກງານ ການຮຽນຮູ້ຕະຫຼອດຊີວິດເປັນປະຈ�ຳ. • ການປຸກລະດົມຊຸມຊົນ: ເພື່ອເຮັດໃຫ້ສັງຄົມເຫັນຜົນປະໂຫຍດຂອງສູນ ແລະ ການຈັດຕັ້ງປະຕິບັດກິດການຮຽນຮູ້ຕະຫຼອດຊີວິດເປັນຮູບປະທ�ຳ ທັງ ເປັນການສ້າງຄວາມເປັນເຈົ້າການດ້ວຍຊຸມຊົນເອງ, ມີຫຼາຍກິດຈະກ�ຳທີ່ໜ້າ ຈະເປັນການລິເລີ້ມ ແລະ ໃຫ້ຜົນປະໂຫຍດທີ່ດີເຊັ່ນການສ້າງກຸ່ມຜູ້ຮຽນທີ່ ຊອກຮູ້ຮ�່ຳຮຽນດ້ວຍຕົນເອງເພື່ອຊອກຫາວຽກເຮັດງານທ�ຳ ແລະ ສ�ຳລັບການ ແລກປ່ຽນເຕັກນິກ ແລະ ປະສົບການໃນການແກ້ໄຂບັນຫາຊີວິດປະຈ�ຳວັນ ຂອງເຂົາເຈົ້າ.

11. ໂຄງການການສຶກສາເປີດໃນລະດັບມັດທະຍົມຕອນປາຍ ໃນປະເທດຟີລິບປິນ ພາບລວມ ໂຄງການມັດທະຍົມສຶກສາເປີດ (Open High School Programme (OHSP)) ເປັນໂຄງການທີ່ສະໜອງການສຶກສາແບບໃໝ່ທີ່ແຕກຕ່າງຈາກແນວຄວາມຄິດ ຂອງການສະໜອງການສຶກສາແບບດັ່ງເດີມ ເຊິ່ງອອກແບບເພື່ອອ�ຳນວຍຄວາມ ສະດວກໃຫ້ແກ່ຊາວໜຸ່ມ ແລະ ຜູ້ໃຫຍ່ທີ່ບໍ່ໄດ້ເຂົ້າໂຮງຮຽນດ້ວຍການສະໜອງ ໂອກາດທາງເລືອກໃນການເຂົ້າເຖິງການສຶກສາ. ລັດຖະບານໄດ້ລິເລີ້ມໂຄງການ OHSP ໃນປີ 1998 ແລະ ປັບດັດໃຫ້ເປັນນະໂຍບາຍໜຶ່ງສ�ຳລັບຫຼຸດຜ່ອນການ ປະລະການຮຽນ ໂດຍມີຈຸດປະສົງເພື່ອເລັ່ງໃສ່ສະໜັບສະໜູນກຸ່ມຄົນທີ່ດ້ອຍ ໂອກາດທາງການສຶກສາປະມານ 5 ຫາ 6 ລ້ານຄົນຢູ່ໃນຂອບເຂດທົ່ວປະເທດ ຟີລິບປິນ. ກຸ່ມຄົນດັ່ງກ່າວນີ້ເປັນກຸ່ມຄົນທີ່ມີອຸປະສັກໃນການເຂົ້າໂຮງຮຽນສາຍ ສາມັນສຶກສາດ້ວຍຫຼາຍເຫດຜົນເຊັ່ນ: ເຫດຜົນທາງສ່ວນຕົນ, ຄວາມຫຍຸ້ງຍາກ ຂອງສະພາບການຂອງສັງຄົມ, ເວລາຮຽນຕາຍຕົວ(ບໍ່ສາມາດປັບປ່ຽນໄດ້), ໄລຍະທາງໄປຫາໂຮງຮຽນໄກ, ສະພາບແວດລ້ອມຂອງຊຸມຊົນ ແລະ ໂຮງຮຽນບໍ່ ອ�ຳນວຍ. ນອກຈາກນີ້, OHSP ຍັງເຫັນວ່າເປັນການຫຼຸດຜ່ອນບັນຫານັກຮຽນລົ້ນ ຫ້ອງຢູ່ໃນລະບົບການສຶກສາຂອງຟີລິບປິນ. ປັດໃຈທີ່ເຮັດໃຫ້ OHSP ສ�ຳເລັດແມ່ນ ຮູບແບບການຈັດການຮຽນ-ການສອນທີ່ອອກແບບໄດ້ດີ ເຊິ່ງໄດ້ຈັດການຮຽນການສອນໃນຮູບແບບທີ່ປັບປ່ຽນໄດ້ຕໍ່ສະພາບເງື່ອນໄຂຂອງຜູ້ຮຽນ ບໍ່ວ່າຈະເປັນ ການຮຽນແບບທາງໄກ ແລະ ຊົ່ວໂມງຮຽນ. ສະນັ້ນ, ຈຶ່ງເຮັດໃຫ້ສາມາດເຂົ້າເຖິງ ກຸ່ມເປົ້າໝາຍທີ່ເຂົ້າເຖິງຍາກ ແລະ ເຮັດໃຫ້ຜູ້ຮຽນສາມາດສືບຕໍ່ການຮຽນເຂົາ ເຈົ້າຢ່າງຕໍ່ເນື່ອງ ແລະ ສືບຕໍ່ຮຽນຈົນຈົບການສຶກສາຊັ້ນມັດທະຍົມສຶກສາ. ການຈັດຕັ້ງປະຕິບັດ OHSP ເປັນໂຄງການທີ່ເປີດໂອກາດໃຫ້ແກ່ໂຮງຮຽນມັດທະຍົມທັງພາກລັດ ແລະ ເອກະຊົນທັງໝົດໃນປະເທດຟີລິປິນເຂົ້າຮ່ວມການສະໜອງການສຶກສາໃຫ້ ກຸ່ມເປົ້າໝາຍໃນຮູບແບບໃໝ່. ເງື່ອນໄຂໃນການເຂົ້າຮ່ວມໂຄງການດັ່ງກ່າວກໍ່ມີ ນັບແຕ່ການເຂົ້າຮ່ວມການຝຶກອົບຮົມເສີມສ້າງຄວາມສາມາດທີ່ຈັດຂຶ້ນໂດຍຫ້ອງ ການການສຶກສາຊັ້ນມັດທະຍົມຂອງກົມການສຶກສາ ເຊິ່ງເປັນຫຼັກສູດກະກຽມຂັ້ນ ພື້ນຖານສ�ຳລັບການກ້າວໄປສູ່ການຢັ້ງຢືນ ແລະ ຮັບຮູ້ສະຖານະເປັນໂຮງຮຽນຄູ່ ຮ່ວມງານຂອງ OHSP. ນອກຈາກນີ້, ບັນດາໂຮງຮຽນທີ່ເຂົ້າຮ່ວມໂຄງການດັ່ງກ່າວ ນີ້ກໍ່ຍັງຕ້ອງມີຄວາມພ້ອມທາງດ້ານສິ່ງອ�ຳນວຍຄວາມສະດວກສ�ຳລັບການຮຽນ ແລະ ອຸປະກອນນ�ຳໃຊ້ເຂົ້າໃນການສຶກສາທາງໄກ (ເຊັ່ນ: ຫ້ອງສະໝຸດ, ຫ້ອງຄອມພີວເຕີ, ຫ້ອງທົດລອງ ແລະ ຫ້ອງສ�ຳລັບຮຽນເປັນກຸ່ມໃຫຍ່). ສ�ຳລັບຂະບວນການສະໝັກ ແລະ ຈົດທະບຽບຮຽນ, ຜູ້ຮຽນຈະຕ້ອງໄດ້ຜ່ານການ ສອບເສັງເພື່ອປະເມີນເບິ່ງຄວາມພ້ອມທີ່ຈະຮຽນດ້ວຍຕົນເອງ ເປັນຕົ້ນແມ່ນ ຄວາມສາມາດໃນການອ່ານ ແລະ ຄວາມເຂົ້າໃຈເນື້ອໃນຂອງບົດອ່ານ ເຊິ່ງເປັນ ເງື່ອນໄຂສ�ຳຄັນຂອງຜູ້ສະໜັກຮຽນ. ໂຄງການດັ່ງກ່າວນີ້ຈະສະໜອງອຸປະກອນ ການຮຽນທີ່ເປັນສື່ອີເລັກໂຕນິກ ແລະ ໃຫ້ຄ�ຳແນະນ�ຳສ�ຳລັບການນ�ຳໃຊ້ສື່ ແລະ ວິທີຮຽນ ເຊິ່ງເຮັດໃຫ້ຜູ້ຮຽນສາມາດປັບດັດໃຫ້ເໝາະສົມກັບຄວາມສາມາດໃນ


Issuu converts static files into: digital portfolios, online yearbooks, online catalogs, digital photo albums and more. Sign up and create your flipbook.