ARMI's Annual Report 2022 Lao

Page 1

ບ�ດລາຍງານ ປະຈຳປີ 2022 ສະມາຄ�ມ ເ��ອການສະໜ�ບສະໜູນ ແ�ະ ປ�ບປຸງຊ�ນນະບ�ດ ASSOCIATION FOR RURAL MOBILISATION AND IMPROVEMENT
ກ່ຽວກັບພວກເຮົາ ສະມາຄົມ ສພປ ມີຄວາມປາດຖະໜາປະກອບສ່ວນເພື່ອໃຫ້ສັງຄົມບັນດາເຜົ່າ ມີຄວາມຜາສຸກ ບົນພື້ນຖານຄວາມເຄົາລົບເຊີ່ງກັນ ແລະ ກັນ, ມີໂອກາດຢ່າງ ເທົ່າທຽມກັນ, ໃສ່ໃຈສິ່ງແວດລ້ອມ ແລະ ຊົມໃຊ້ຊັບພະຍາກອນຢ່າງຢືນຍົງ ວິໄສທັດ ພາລະກິດ ສ້າງຄວາມສາມາດໃຫ້ແກ່ກຸ່ມເປົ້າໝາຍໃນການຍົກລະດັບ ຄຸນນະພາບຊີວິດໃຫ້ມີຄວາມຜາສຸກ ຕາມທິດສີຂຽວ ແລະ ຍືນຍົງ ສະມາຄົມເພື່ອການສະໜັບ ສະໜູນ ແລະ ປັບປຸງຊົນນະບົດ ແມ່ນອົງການຈັດຕັ້ງສັງຄົມລາວ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2006 ສະຫະສະມາຄົມວິທະຍາສາດ ສາດແຫ່ງຊາດ, ຫຼັງຈາກນັ້ນໄດ້ຂື້ນທະບຽນໃໝ່ ແລະ ໄດ້ຮັບຂໍ້ຕົກລົງສ້າງຕັ້ງຈາກກະຊວງ ພາຍໃນສະບັບເລກທີ ລົງວັນທີ 9 ປີ 2022, ພວກເຮົາໄດ້ຈັດຕັ້ງປະຕິບັດ 11 ແຜນງານ ແລະ ໂຄງການ ທີ່ຕິດພັນກັບການຫຼຸດຜ່ອນຄວາມທຸກຍາກ, ສຸຂະອະນາໄມ ພິການ. ສະມາຄົມໄດ້ເຄື່ອນໄຫວຢູ່ໃນ ນະຄອນຫຼວງວຽງຈັນ ແລະ ອີກ 9 ແຂວງຄື: ໄຊຍະບູລີ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ແລະ ພະແນກການຕ່າງໆທີ່ກ່ຽວຂ້ອງເຊັ່ນ: ກະສິກຳ ແລະ ປ່າໄມ້, ສືກສາທິການ ແລະ ກິລາ, ສາທາລະນະສຸກ, ແຮງງານ ແລະ ສະໜັບສະໜູນ ທືນຈາກອົງການຈັດຕັ້ງສາກົນທັງພາຍໃນ I ຄວາມເປັນມາ
ກ່ຽວກັບພວກເຮົາ ສາມັກຄີ, ມີສ່ວນຮ່ວມ, ບົນຄວາມໂປ່ງໃສ, ເນັ້ນ ໃສ່ປະສິດທິຜົນ, ເປີດໂອກາດໃຫ້ໝົດທຸກຄົນ ຊຸມຊົນໃນເຂດຊົນນະບົດ, ຜູ້ທຸກຍາກ, ຜູ້ດ້ອຍໂອກາດ ໂດຍສະເພາະເດັກນ້ອຍ, ໄວໜຸ່ມ, ແມ່ຍິງ ແລະ ຜູ້ທີ່ມີຄວາມເປັນພິການ ຄຳຂວັນ ກຸ່ມເປົ້າໝາຍ ສະມາຄົມເພື່ອການສະໜັບ ປັບປຸງຊົນນະບົດ (ສພປ) ແມ່ນອົງການຈັດຕັ້ງສັງຄົມລາວ ທີ່ມີສະມາຊິກ ເຄື່ອນໄຫວໃນຂອບເຂດທົ່ວປະເທດ 2006 ໂດຍຂື້ນທະບຽນກັບ ສະຫະສະມາຄົມວິທະຍາສາດ ແລະ ວິສະວະກຳ ຫຼັງຈາກນັ້ນໄດ້ຂື້ນທະບຽນໃໝ່ ໄດ້ຮັບຂໍ້ຕົກລົງສ້າງຕັ້ງຈາກກະຊວງ ພາຍໃນສະບັບເລກທີ 511/ພນ ສິງຫາ 2012 ປີ 2022, ມີສະມາຊິກລວມ 108 ທ່ານ (ຍິງ 43, ຜູ້ພິການ 2) ຄະນະບໍລິຫານງານ 5 ທ່ານ (ຍິງ 3), ຄະນະກວດກາ 3 ທ່ານ (ຍິງ 1) ພະນັກງານ 85 ຄົນ (ຍິງ 35, ຜູ້ພິການ 4), ອາສາສະໝັກ 18 ຄົນ (ຍິງ 7) ບຸກຄະລາກອນ ສຸຂະອະນາໄມ ແລະ ໂພຊະນາການ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ການສືກສາ ແລະ ຊ່ວຍເຫຼືອຄົນ ຫົວພັນ, ວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ເຊກອງ. ສະມາຄົມ ສພປ ໄດ້ເຮັດວຽກຮ່ວມກັບບັນດາຫ້ອງການ ສະຫວັດດີການສັງຄົມ, ສະຫະພັນແມ່ຍິງ, ອຸດສາຫະກຳ ແລະ ການຄ້າ, ພະລັງງານ ແລະ ບໍ່ແຮ່ ແລະ ອື່ນໆ ໂດຍໄດ້ຮັບການ ທືນຈາກອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ. II ຄວາມເປັນມາ
ຄຳເຫັນຂອງປະທານ III ສະບາຍດີທຸກທ່ານ, ນັບແຕ່ພວກເຮົາໄດ້ສ້າງຕັ້ງສະມາ ຄົມເພື່່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ ໃນເດືອນ ຕຸລາ 2006 ເຖິງທ້າຍປີ 2022 ກໍ່ເປັນເວລາ 16 ປີປາຍ ໂດຍ ຍັງຄົງມຸ່ງເປົ້າໝາຍໄປທີ່ການພັດທະນາຊິວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າ ໂດຍສະເພາະຊຸມຊົນຢູ່ເຂດຊົນນະບົດເພື່ອ ໃຫ້ມີຄວາມຜາສຸກ. ໃນປີ 2022 ໄດ້ສືບຕໍ່ປະຕິບັດບັນດາແຜນ ງານຕ່າງໆເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ເຖິງວ່າຈະ ພົບກັບອຸປະສັກ, ບັນຫາ ແລະ ສິ່ງທ້າທາຍຕ່າງໆ ບໍ່ວ່າຈະເປັນ ການປ່ຽນແປງດິນຟ້າອາກາດ, ບັນຫາເສດຖະກິດ ແລະ ອື່ນໆ. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວເຫຼົ່ານັ້ນ ກໍ່ບໍ່ເຮັດໃຫ້ພວກເຮົາ ທໍ້ຖອຍໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ. ພວກເຮົາຂໍຂອບໃຈບັນດາຜູ້ໃຫ້ທຶນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆ ໂດຍສະເພາະ ອຳນາດການ ປົກຄອງທຸກຂັ້ນ ທີ່ໃຫ້ການສະໜັບສະໜູນ, ອຳນວຍຄວາມ ສະດວກ ໃຫ້ພວກເຮົາສາມາດບັນລຸຕາມແຜນທີ່ວາງໄວ້. ທ່ານ ນາງ ເພັດລຳພອນ ພາລະຄອນ ປະທານ ສະມາຄົມ ສພປ ທ່ານ ອຳພອນ ສຸວັນນະລາດ ຜູ້ອຳນວຍການ ສະມາຄົມ ສພປ ໃນປີ 2022, ສະມາຄົມ ສພປ ໄດ້ສືບຕໍ່ສຸມໃສ່ 5 ເປົ້າໝາຍຍຸດທະສາດຂອງສະມາຄົມ ໄລຍະ 5 ປີ (2021-2025) ໂດຍມີ 11 ໂຄງການ/ແຜນງານທີ່ກໍາລັງຈັດຕັ້ງປະຕິບັດຢູ່ ໃນ 11 ແຂວງ ແຕ່ເໜືອເຖິງໃຕ້ ໂດຍການຮ່ວມມືຢ່າງສະໜິດແໜ້ນແຕ່ ຂັ້ນທ້ອງຖິ່ນຮອດສູນກາງ ທີ່ກ່ຽວກັບວຽກງານ ກະສິກໍາ ແລະ ປ່າໄມ້, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ, ສຶກສາທິການ ແລະ ກິລາ, ສະຫະພັນແມ່ຍິງ, ອຸດສາຫະກໍາ-ການ ຄ້າ, ພະລັງງານບໍ່ແຮ່ ແລະ ອື່ນໆທີ່ກ່ຽວຂ້ອງ ເຊີ່ງໄດ້ຮັບການ ສະໜັບສະໜູນທຶນຈາກ 13 ຜູ້ໃຫ້ທືນທີ່ມີຫ້ອງການຜູ້ຕາງໜ້າຢູ່ທັງ ພາຍໃນ ແລະ ຕ່າງປະເທດ. ໃນປີນີ້, ພະນັກງານ 85 ຄົນ ແລະ ອາສາ ສະໝັກ 18 ຄົນ ໄດ້ພ້ອມກັນສຸມທັງກໍາລັງເພື່ອໃຫ້ສາມາດບັນລຸ ຕາມແຜນທີ່ວາງໄວ້. ພ້ອມທັງການປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ IX ແລະ ການພັດທະນາແບບຍືນຍົງ ຫຼື SDG 10 ເປົ້າໝາຍ. ຄຳເຫັນຂອງອໍານວຍການ
ກ່ຽວກັບພວກເຮົາ ຄໍາເຫັນຂອງປະທານ ແລະ ຜູ້ອໍານວຍການ ໂຄງການ ແລະ ແຜນງານ ໃນປີ 2022 ເປົ້າໝາຍຍຸດທະສາດ ໄລຍະ 5 ປີ (2021-2025) ເປົ້າໝາຍ 1: ຫຼຸດຜ່ອນຄວາມທຸກຍາກໂດຍການຍົກລະດັບການຄໍ້າປະກັນສະບຽງອາຫານ ເປົ້າໝາຍ 2: ສົ່ງເສີມໂພຊະນາການ ແລະ ສຸຂະອະນາໄມເພື່ອສຸຂະພາບທີ່ດີຂອງທຸກຄົນໃນຊຸມຊົນ ເປົ້າໝາຍ 3: ປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດຕາມທິດສີຂຽວ-ຍືນຍົງ ເປົ້າໝາຍ 4: ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ ເປົ້າໝາຍ 5: ສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ ເຄືອຂ່າຍ ແລະ ວຽກງານອື່ນໆ ຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານ ລາຍງານການເງິນ III VI VIII 01 05 11 17 19 23 31 32 ສາລະບານ I-II IV
ໂຄງການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງສັງຄົມ ແລະ ຊຸມຊົນເປົ້າໝາຍໃນການເຂົ້າເຖິງສິດທິການຄຸ້ມຄອງປ່າໄມ້ ແລະ ການຄ້າໄມ້ທີ່ຖືກຕ້ອງຕາມກົດໝາຍຢູ່ ສປປ ລາວ ໂຄງການ ແລະ ແຜນງານ 7 ບ້ານ 3 ເມືອງ ໃນ 3 ແຂວງ: ແຂວງບໍ່ແກ້ວ, ແຂວງໄຊຍະບູລີ ແລະ ແຂວງສະຫວັນນະເຂດ ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມພື້ນຖານຂັ້ນຊຸມຊົນ 18 ບ້ານ ເມືອງຊຳເໜືອ, 25 ບ້ານ ນະຄອນໄກສອນ ແຂວງສະຫວັນນະເຂດ ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ 10 ບ້ານ ເມືອງທ່າປາງທອງ, 10 ບ້ານ ເມືອງອາດສະພອນ, 10 ບ້ານ ເມືອງນອງ, 10 ບ້ານ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໂຄງການພັດທະນາໂຮງຮຽນບ້ານເຮົາ ໂຮງຮຽນປະຖົມ 12 ແຫ່ງ ເມືອງອາດສະພອນ ແຂວງສະຫວັນນະເຂດ 7 ແຂວງ: ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແຜນງານສົ່ງເສີມເຕົາປະຢັດ ໃນ ສປປ ລາວ V
ໂຄງການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງສັງຄົມ ຊຸມຊົນເປົ້າໝາຍໃນການເຂົ້າເຖິງສິດທິການຄຸ້ມຄອງປ່າໄມ້ ລາວ ແຜນງານ ໃນປີ 2022 ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມພື້ນຖານຂັ້ນຊຸມຊົນ ເມືອງຊຳເໜືອ, ແຂວງຫົວພັນ ແຂວງສະຫວັນນະເຂດ ໂຄງການທົດລອງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ 10 10 ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕ້ັງ ປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດ 16 ບ້ານ ເມືອງໄຊຈຳພອນ ແຂວງ ບໍລິຄຳໄຊ, 17 ບ້ານ ເມືອງຜາໄຊ ແຂວງຊຽງຂວາງ, 13 ບ້ານ ເມືອງທຸລະຄົມ ແຂວງວຽງຈັນ 16 ບ້ານ ເມືອງໄຊພູທອງ ແຂວງສະຫວັນນະເຂດ ແຜນງານ ສົ່ງເສີມການສ້າງຕັ້ງ ເຂດສະຫງວນ ແລະ ການນໍາໃຊ້ ຊັບພະຍາກອນທໍາມະຊາດແບບຍືນຍົງ 5 ບ້ານ ເມືອງດາກຈຶງ ແຂວງເຊກອງ ໂຄງການເພື່ອຜ່ອນຜັນ, ຕອບໂຕ້, ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ COVID-19 10 ບ້ານ ເມືອງຈອມເພັດ, 10 ບ້ານ ເມືອງປາກອູ, 10 ບ້ານ ເມືອງຊຽງເງິນ ແຂວງຫຼວງພະບາງ ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ 10 ບ້ານ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມ ເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມ ໂພຊະນາການຢູ່ເຂດຊົນນະບົດ 10 14 ບ້ານ ເມືອງອາດສະພອນ, 11 ບ້ານ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ແລະ 5 ບ້ານເມືອງດາກຈຶງ ແຂວງເຊກອງ VI
ສົ່ງເສີມໂພຊະນາການ ແລະ ສຸຂະອະນາໄມ ເພື່ອສຸຂະພາບທີ່ດີຂອງທຸກຄົນໃນຊຸມຊົນ ເຜີຍແຜ່ຄວາມຮູ້ໂພຊະນາການ ແລະ ບົດບາດຍິງ-ຊາຍໃຫ້ ສັກຢາວັກຊີນປ້ອງກັນພະຍາດໂຄວິດ3 2 1 ຫຼຸດຜ່ອນຄວາມທຸກຍາກໂດຍການຍົກ ລະດັບການຄໍ້າປະກັນສະບຽງອາຫານ ເປົ້າໝາຍຍຸດທະສາດ ໄລຍະ ແລະ ສິ່ງທີ່ສຳເລັດໃນ ມອບແບ້ 584 ໂຕ ມອບປາ 27,799 ໂຕ ມອບກົບ 21,500 ໂຕ ສົ່ງເສີມການໃຊ້ວິດຖ່າຍ 476 ຫຼັງຄາເຮືອນ ເຈາະນ້ຳບາດານ 28 ບໍ່ ມອບເຄື່ອງຊ່ວງໂຄວິດໃຫ້ 143 ຄອບຄົວ ປູກເຂົ້າ 96 ຄອບຄົວ ປູກພືດ 188 ຄອບຄົວ ປູກເຫັດ 70 ຄອບຄົວ VII ເປົ້າໝາຍ ຍຸດທະສາດ 5
3 ປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນ ທຳມະຊາດຕາມທິດສີຂຽວ-ຍືນຍົງ ກຳນົດປ່າຊົມໃຊ້ 8 ແຫ່ງ, ເນື້ອທີ່ 3,805 ເຮັກຕາ ມີຜູ້ຜະລິດເຕົາປະຢັດ 28 ແຫ່ງ ວັງສະຫງວນ 8 ແຫ່ງ, ເນື້ອທີ່ 32,388 ເຮັກຕາ ປ່າສະຫງວນ 9 ແຫ່ງ, ເນື້ອທີ່ 1,462 ເຮັກຕາ ຜະລິດເຕົາປະຢັດ 147,458 ໜ່ວຍ ມີຮ້ານຄ້າເຕົາປະຢັດ 2,717 ຮ້ານ ໄລຍະ 5 ປີ (2021-2025) ສິ່ງທີ່ສຳເລັດໃນ ປີ 2022 4 5 ສົ່ງເສີມການມີສ່ວນຮ່ວມຂອງ ຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ ສົ່ງເສີມການພັດທະນາຊຸມຊົນແບບ ມີສ່ວນຮ່ວມຂອງຄົນພິການ ເປົ້າໝາຍ ຍຸດທະສາດ 5 ປີ ມອບອຸປະກອນການຮຽນ-ການສອນໃຫ້ ສົ່ງເສີມກິດຈະກຳສ້າງລາຍຮັບ ແລະ ມອບອຸປະກອນຄ້ຳຊູຊ່ວຍເຫຼືອ ນັກຮຽນປະຖົມ 735 ຄົນ ສ້າງຄວາມອາດສາມາດໃຫ້ຄູສອນ 38 ຄົນ ໃຫ້ກັບຜູ້ພິການ 1,106 ຄົນ VIII
ຊີວິດການເປັນຢູ່ຂອງປະຊາຊົນລາວຢູ່ໃນເຂດ ຊົນນະບົດ ສ່ວນຫຼາຍຍັງຕິດພັນກັບທໍາມະຊາດ ແລະ ຫາ ລ້ຽງຊີບຕາມລະດູການ, ບາງຄອບຄົວອາຫານບໍ່ກຸ້ມກິນ, ບາງຄອບຄົວການປູກຝັງລ້ຽງສັດກໍ່ຍັງເຮັດແບບທໍາມະຊາດ ຍ້ອນຄວາມຊິນເຄີຍ ເຮັດໃຫ້ຜົນຜະລິດບໍ່ໄດ້ຫຼາຍເທົ່າທີ່ ຄວນ, ເຮັດໃຫ້ມີຜົນກະທົບຕໍ່ການດໍາລົງຊີວິດ ແລະ ການ ທໍາມາຫາກິນຂອງປະຊາຊົນໃນທ້ອງຖິ່ນ, ກໍ່ໃຫ້ເກີດໄພອຶດ ຫິວ ແລະ ທຸກຍາກນັບຕັ້ງແຕ່ຂັ້ນຄອບຄົວຕະຫຼອດຮອດຂັ້ນ ຫຼຸດຜ່ອນຄວາມທຸກຍາກໂດຍການຍົກລະດັບ ການຄໍ້າປະກັນສະບຽງອາຫານ ບ້ານ ແລະ ຊຸມຊົນ. ດັ່ງນັ້ນ, ເພື່ອປະກອບສ່ວນເຂົ້າໃນການຫຼຸດ ຜ່ອນຄວາມທຸກຍາກ ໂດຍການຍົກລະດັບການຄໍ້າປະກັນສະບຽງ ອາຫານຂອງປະຊາຊົນຢູ່ເຂດຊົນນະບົດ ໃຫ້ໄດ້ຮັບການພັດທະນາ ໃຫ້ດີຂຶ້ນເທື່ອລະກ້າວ, ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງ ດ້ວຍການສົ່ງເສີມການ ຜະລິດໃຫ້ເປັນສິນຄ້າ, ສົ່ງເສີມວິຊາຊີບ ແລະ ເຕັກນິກວິຊາການ ທີ່ກ້າວໜ້າ ເພື່ອຍົກສູງການຜະລິດຄຽງຄູ່ກັບການສ້າງອາຊີບຄົງທີ່ ແລະ ໝັ້ນຄົງ. ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ຢູ່ເຂດ ຊົນນະບົດ ກໍາລັງຈັດຕັ້ງປະຕິບັດຢູ່ໃນ 30 ບ້ານ ທີ່ເມືອງອາດສະພອນ, ເມືອງທ່າປາງທອງ ແຂວງສະຫວັນນະເຂດ ແລະ ເມືອງ ດາກຈຶງ ແຂວງເຊກອງ (ໂຄງການທີ 10 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: ໄດ້ສະໜັບສະໜູນ ແລະ ສົ່ງເສີມການປູກເຂົ້າອິນຊີໃຫ້ 96 ຄອບຄົວ ໂດຍຂະຫຍາຍເນື້ອທີ່ນາ 16.48 ເຮັກຕາ (ສະເລ່ຍ 1,600 ຕາແມັດ/ຄອບຄົວ) ແລະ ໄດ້ສະໜອງແນວພັນເຂົ້າ 1,440 ກິໂລ, ສະໜອງເຂົ້າເພື່ອງານ (ເຂົ້າສານ) 1,695 ກິໂລ, ກາກ ນໍ້າຕານ 960 ລິດ, ຈົກ ແລະ ຊ້ວນ 12 ດວງ, ຖັງດໍາສໍາລັບໝັກນໍ້າສະກັດຊີວະພາບ 192 ໜ່ວຍ. (ມູນຄ່າ 294,000,000 ກີບ, ປະມານ 17,020 ໂດລາ). ໃນໄລຍະ 1 ປີທີ່ຜ່ານມາ, ເຂົາເຈົ້າສາມາດເກັບກ່ຽວຜົນຜະລິດໄດ້ 14,945 ໂຕນ. ເປົ້າໝາຍ 1 01
ໄດ້ສະໜັບສະໜູນ ແລະ ສົ່ງເສີມການປູກເຫັດນາງຟ້າ ໃຫ້ 70 ຄອບຄົວ ໂດຍໄດ້ສະໜອງເຊື້ອເຫັດ ແລະ ອຸປະກອນທີ່ຈຳເປັນ (ລວມເປັນມູນຄ່າ 58,450,000 ກີບ, ປະມານ 3,383 ໂດລາ). ນອກຈາກນັ້ນ, ກໍ່ໄດ້ແນະນໍາໃຫ້ຄວາມຮູ້ເຕັກນິກວິຊາການ ຜ່ານການ ຝຶກອົບຮົມ ແລະ ນຳພາເຮັດຕົວຈິງທຸກຂັ້ນຕອນ. ໃນ 1 ປີຜ່ານມາກຸ່ມ ເປົ້າໝາຍ 20 ຄອບຄົວ ສາມາດເກັບຜົນຜະລິດໄດ້ 1,530 ກິໂລ (ມູນ ຄ່າ 30,600,000 ກີບ, ປະມານ 1,771 ໂດລາ). ໄດ້ສະໜັບສະໜູນ ແລະ ສົ່ງເສີມການປູກພືດໃຫ້ກັບ 188 ຄອບຄົວເຊັ່ນ: ໝາກຖົ່ວຍາວ, ໝາກ ເຂືອ, ໝາກແຕງ, ຜັກກາດກວາງຕຸ້ງ, ກາດນາ, ກະລໍາປີ, ຜັກບົ້ງ, ຫອມປ້ອມ, ຜັກບົ່ວ ແລະ ສາລີ (ມູນຄ່າ 42,480,000 ກີບ, ປະມານ 2,459 ໂດລາ). ໃນນັ້ນ 53 ຄອບຄົວສາມາດເກັບຜົນຜະລິດໄດ້ 6,045 ກິໂລ (ມູນ ຄ່າ 60,450,000 ກີບ, ປະມານ 3,499 ໂດລາ). ໄດ້ສະໜອງກາກນໍ້າຕານ 1,180 ລິດ (ມູນຄ່າ 7,080,000 ກີບ, ປະມານ 409 ໂດລາ), ຖັງດໍາສໍາລັບໝັກນໍ້າສະກັດຊີວະພາບ 376 ໜ່ວຍ (ມູນຄ່າ 18,800,000 ກີບ, ປະມານ 1,088 ໂດລາ) ແລະ ໄດ້ຝຶກອົບຮົມທາງດ້ານເຕັກນິກການປູກພືດ, ການເກັບ ແລະ ການນໍາໃຊ້ຝຸ່ນ ອິນຊີ. ໃນຈໍານວນຄອບຄົວ 118 ຄອບຄົວ, ມີ 53 ຄອບຄົວສາມາດເກັບຜົນຜະລິດໄດ້ 6,045 ກິໂລ (ລວມເປັນ ມູນຄ່າທັງໝົດ 60,450,000 ກີບ, ປະມານ 3,499 ໂດລາ). 02
ໄດ້ສົ່ງເສີມການລ້ຽງປາດຸກອ່າງຜ້າຢາງ ໃຫ້ກັບ 39 ຄອບຄົວ ໂດຍສະໜອງໃຫ້ ແຕ່ລະຄອບຄົວປະກອບມີ: ອ່າງຜ້າຢາງ, ຫົວອາຫານ, ຜ້າກັນແສງ ຄອບຄົວລະ 1 ຊຸດ ແລະ ແນວພັນປາດຸກ 19,500 ກ່ວາໂຕ (ມູນຄ່າ 43,485,000 ກີບ, ປະມານ 2,517 ໂດລາ). ມາຮອດປັດຈຸບັນສາມາດເກັບຜົນຜະລິດໄດ້ 1,187 ກິໂລ (ມູນຄ່າ 45,160,000 ກີບ, ປະມານ 2,614 ໂດລາ). ໄດ້ສົ່ງເສີມການລ້ຽງແບ້: ສະໜອງແບ້ 584 ໂຕ ໃຫ້ ກັບ 146 ຄອບຄົວ, ສະໜອງ ອຸປະກອນເຂັມສັກຢາ, ສະແລັງ, ຢາປ້ອງກັນ ແລະ ຢາປິ່ນປົວແບ້ (ມູນຄ່າ 846,800,000 ກີບ, ປະມານ 49,024 ໂດລາ). ໄດ້ໃຫ້ຄວາມຮູ້ພື້ນຖານກ່ຽວກັບການລ້ຽງແບ້ ເປັນຕົ້ນ ແມ່ນການບົວລະບັດ ຮັກສາ, ການຜະລິດອາຫານ ແລະ ການປິ່ນປົວພະຍາດ. ໃນ 1 ປີທີ່ຜ່ານມາ ກຸ່ມ ເປົ້າໝາຍສາມາດລ້ຽງແບ້ໄດ້ດີ ແລະ ມີປະສິດທິພາບ, ເຊິ່ງມີແບ້ເກີດໃໝ່ 202 ໂຕ. ໄດ້ສະໜັບສະໜູນ ແລະ ສົ່ງເສີມການລ້ຽງປາໜອງດິນ ທີ່ຊາວບ້ານຂຸດເອງ 16 ຄອບຄົວ, ໂດຍໄດ້ສະໜອງແນວພັນປານິນ, ປາໄນ, ປາກິນຫຍ້າ ລວມ 8,299 ໂຕ (ມູນຄ່າ 56,398,500 ກີບ, ປະມານ 3,265 ໂດລາ). ໃຫ້ຄວາມຮູ້ດ້ານເຕັກນິກພື້ນຖານໃນ ການລ້ຽງປາ ເຊັ່ນ: ການປັບປຸງນ້ຳ ແລະ ການຜະລິດອາຫານປາຈາກທຳມະຊາດແບບປະຢັດຕົ້ນທຶນ ແລະ ມີຄວາມຍືນຍົງ, ປັດຈຸບັນ ສາມາດເກັບຜົນຜະລິດໄດ້ 5 ກິໂລ ສະເພາະກິນພາຍໃນຄອບຄົວ. 03
ເປົ້າໝາຍນີ້ ເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ໃນວຽກຈຸດສຸມທີ 1 ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກທີ່ຍັງທຸກຍາກໄດ້ຮັບການພັດທະນາ ແລະ ຊິວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການປັບປຸງດີຂື້ນ, ພາຍໃຕ້ເປົ້າໝາຍທີ 3 ຊິວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກ ລະດັບໃຫ້ດີຂື້ນເທື່ອລະກ້າວຕາມທິດມີກິນມີໃຊ້. ທັງຍັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 1: ລືບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ ແລະ SDG 2: ລືບລ້າງຄວາມອຶດ ຫິວ, ບັນລຸການຄໍ້າປະກັນສະບຽງອາຫານ ແລະ ປັບປຸງດ້ານໂພຊະນາການ ແລະ ສົ່ງເສີມກະສິກໍາແບບຍືນຍົງ. ໄດ້ສົ່ງເສີມການລ້ຽງກົບໃນອ່າງຜ້າຢາງ 42 ຄອບຄົວ ໂດຍໄດ້ສະໜອງອ່າງຜ້າຢາງ, ຫົວອາຫານ, ຜ້າ ກັນແສງ ຄອບຄົວລະ 1 ຊຸດ ແລະ ແນວພັນກົບ 21,500 ໂຕ (ມູນຄ່າ 46,830,000 ກີບ, ປະມານ 2,711 ໂດລາ) ນອກຈາກນີ້, ຍັງໄດ້ຝຶກອົບຮົມດ້ານເຕັກນິກການລ້ຽງກົບ ແລະ ການສ້າງອາຫານເສີມໂດຍການລ້ຽງແໜແດງ ແລະ ນໍາເອົາປວກທີ່ມີໃນທ້ອງຖິ່ນເປັນອາຫານກົບ. ມາຮອດ ປັດຈຸບັນສາມາດເກັບຜົນຜະລິດໄດ້ 1,704 ກິໂລ (ມູນຄ່າ 59,640,000 ກີບ, ປະມານ 3,452 ໂດລາ). ສໍາເລັດການສ້າງຕັ້ງກຸ່ມຫັດຖະກໍາ 1 ກຸ່ມ ເພື່ອ ຜະລິດຟອຍ ແລະ ວາງແຜນປູກແຂມ. ໂດຍການອຳນວຍ ຄວາມສະດວກຂອງ ຫ້ອງການກະສິກໍາ ແລະ ປ່າໄມ້ ແລະ ຫ້ອງການອຸດສະຫະກໍາ ແລະ ການຄ້າ. ພາຍໃນກຸ່ມມີຄະນະ ບໍລິຫານກຸ່ມ 4 ທ່ານ, ມີສະມາຊິກກຸ່ມເບື້ອງຕົ້ນ 13 ທ່ານ. 04
ສົ່ງເສີມໂພຊະນາການ ແລະ ສຸຂະອະນາໄມເພື່ອສຸຂະພາບທີ່ດີ ຂອງທຸກຄົນໃນຊຸມຊົນ ເນື່ອງຈາກວ່າບັນຫາການຂາດໂພຊະນາການຢູ່ເຂດ ຊົນນະບົດຍັງພົບເຫັນໄດ້ຫຼາຍຖ້າທຽບໃສ່ກັບຕົວເມືອງ, ໃນ ຂະນະທີ່ 89% ຂອງປະຊາກອນ ມີຮູບແບບການບໍລິໂພກ ອາຫານທີ່ຖືກຫຼັກໂພຊະນາການ ແລະ ອີກ 11% ຂອງຄົວເຮືອນ ໃນຊົນນະບົດບໍລິໂພກອາຫານທີ່ບໍ່ຖືກຫຼັກໂພຊະນາການ. ໃນປີ 2015, ເດັກນ້ອຍທີ່ອາຍຸຕໍ່າກວ່າ 5 ປີລົງມາ ປະມານ 35,6% ມີລວງສູງຫຼຸດມາດຕະຖານ, ນໍ້າໜັກຫຼຸດເກນມາດຕະຖານ ປະມານ 25,5% ແລະ ຮ່າງກາຍຈ່ອຍຜອມ 9,6%. ຄືດັ່ງທີ່ ເປົ້າໝາຍ 2 ພວກເຮົາຮູ້ແລ້ວວ່າເຂດຊົນນະບົດສ່ວນໃຫຍ່ແມ່ນຈະຢູ່ໃກ້ຈາກ ສິ່ງອຳນວຍຄວາມສະດວກ ແລະ ບາງບ່ອນບໍ່ມີເສັ້ນທາງເຂົ້າເຖິງ ເຮັດໃຫ້ດ້ານສາທາລະນະສຸກເຂົ້າຫາໄດ້ຍາກຈຶ່ງເຮັດໃຫ້ບັນຫາ ດ້ານສຸຂະພາບນີ້ແຜ່ກະຈາຍໃນເດັກນ້ອຍທີ່ຢູ່ໃນຄອບຄົວທຸກຍາກ ທີ່ສຸດເປັນ 3 ເທົ່າຖ້າທຽບກັບຄອບຄົວທີ່ມີຖານະດີີ. ດັ່ງນັ້ນ, ພວກ ເຮົາຈຶ່ງໄດ້ປະຕິບັດກິດຈະກໍາເຊື່ອມສານວຽກງານສົ່ງເສີມໂພຊະນາ ການໃນຊຸມຊົນເພື່ອຫຼຸດຜ່ອນການຂາດອາຫານ ແລະ ວຽກງານ ສາທາລະນະສຸກໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ຢູ່ເຂດຊົນນະບົດ ກໍາລັງຈັດຕັ້ງປະຕິບັດຢູ່ 30 ບ້ານ ເມືອງອາດສະພອນ, ເມືອງທ່າປາງທອງ ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ ແຂວງເຊກອງ (ໂຄງການທີ 10 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: 05
ໄດ້ອໍານວຍຄວາມສະດວກໃນການສ້າງ ກຸ່ມແມ່ຍິງໄວຈະເລີນພັນ ເພື່ອເປັນຜູ້ສົ່ງຕໍ່ຄວາມ ຮູ້ກ່ຽວກັບໂພຊະນາການໃນ 30 ບ້ານ, ໂດຍ ມີຜູ້ສະໝັກໃຈ 20 ຄົນ/ບ້ານ ແລະ ໄດ້ເລືອກ ໃຫ້ເປັນຄະນະກຸ່ມ 3 ຄົນ/ບ້ານ ເພື່ອລົງເກັບກໍາ ຂໍ້ມູນເດັກນ້ອຍຕໍ່າກວ່າເກນມາດຕະຖານອາຍຸ 5 ປີລົງມາ ທັງໝົດ 1,802 ຄົນ (1,319 ຫຼັງຄາ ເຮືອນ) ໃນນັ້ນ ອັດຕາເດັກທີ່ມີນໍ້າໜັກຫຼຸດ ມາດຖານ 32.79% (591 ຄົນ), ອັດຕາເດັກທີ່ ລວງສູງບໍ່ໄດ້ມາດຖານ 29.35% (529 ຄົນ). ໄດ້ໃຫ້ຄວາມຮູ້ກ່ຽວກັບໂພຊະນາການ, ການຮັກສາສຸຂະພາບ ແລະ ບົດບາດຍິງຊາຍ ໂດຍ ສາທິດການປຸງແຕ່ງອາຫານ, ການຖະໜອມອາຫານ, ວາງແຜນການປູກ-ການລ້ຽງ ແລະ ສະໜອງ ອຸປະກອນທີ່ຈໍາເປັນໃຫ້ກຸ່ມເປົ້າໝາຍໃນ 30 ບ້ານ, ມີຜູ້ເຂົ້າຮ່ວມ 1,803 ຄົນ (ຍິງ 1,119 ຄົນ). ໄດ້ຝຶກອົບຮົມກ່ຽວກັບໂພຊະນາການ ແລະ ການເຊື່ອມສານບົດບາດຍິງ-ຊາຍ ໃຫ້ອາສາສະໝັກ ຂັ້ນບ້ານ (ອສບ) ໃນ 30 ບ້ານ ເປັນເວລາ 2 ວັນ ເຊິ່ງມີຜູ້ເຂົ້າຮ່ວມ 56 ຄົນ (ຍິງ 13 ຄົນ). ໄດ້ເຈາະນໍ້າບາດານ 28 ບໍ່ ໃຫ້ກັບ 187 ຄົວ ເຮືອນໄດ້ນໍາໃຊ້ນໍ້າເຂົ້າໃນການບໍລິໂພກ-ອຸປະໂພກ, ປະກອບມີ: ທໍ່ກັນເຈື່ອນ, ທໍ່ອຸ້ມນ້ໍາ, ທໍ່ສູບນໍ້າ, ເທ ກັນເປື້ອນ, ຂອບກັນເປື້ອນ, ເຫຼັກໃຊ້ສານເທກັນ ເປື້ອນ ແລະ ຊີມັງ (ມູນຄ່າ 144,200,000 ກີບ, ປະມານ 8,348 ໂດລາ). ໄດ້ສົ່ງເສີມການເຂົ້າເຖິງນໍ້າສະອາດ: ສ້ອມແປງນໍ້າລິນ 2 ບ້ານ ແລະ ສະໜອງທໍ່ PE 900, ຂໍ້ຕໍ່ຊື່ PE 11, ສາມຕາ PE 6, ກາວຕິດທໍ່ 10, ເທບ ຄຽນ 5 ກໍ້ ແລະອື່ນໆ (ມູນຄ່າ 38,838,000 ກີບ, ປະມານ 2,248 ໂດລາ). ໄດ້ສົ່ງເສີມການເຂົ້າເຖິງການນໍາໃຊ້ວິດຖ່າຍທີ່ຖືກຫຼັກສຸຂະອະນາໄມ 476 ຄົວເຮືອນ, ສະໜອງແທ່ງສ້າງ, ຝາປິດ, ຫົວວິດ, ທໍ່ PVC100, ທໍ່ PVC18 ແລະ ສັງກະສີ. (ມູນຄ່າ 645,661,000 ກີບ, ປະມານ 37,379 ໂດລາ). 06
ໂຄງການເພື່ອຜ່ອນຜັນ, ຕອບໂຕ້, ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ຈັດຕັ້ງປະຕິບັດຢູ່ 3 ເມືອງຄື: ເມືອງຈອມເພັດ, ເມືອງປາກອູ ແລະ ເມືອງຊຽງເງິນ ແຂວງຫຼວງພະບາງ. (ໂຄງການທີ 9 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: ສໍາເລັດສ້າງສາລະຄະດີເລື່ອງສັ້ນເພື່ອໂຄສະນາເຜີຍແຜ່ ຄວາມຮູ້ໃນການປ້ອງກັນພະຍາດໂຄວິດ-19 ແລະ ຄວາມ ເຂົ້າໃຈກ່ຽວກັບສິດທິຂອງຜູ້ຕິດເຊື້ອ ເຮັດໃຫ້ພວກເຂົາເຫຼົ່ານັ້ນ ສາມາດຢູ່ຮ່ວມກັບສັງຄົມໄດ້ ຫຼັງຈາກທີ່ໄດ້ຮັບການປິ່ນປົວດີຂຶ້ນ ແລະ ຫຼຸດຜ່ອນການຈໍາແນກ ແລະ ແບ່ງແຍກຈາກສັງຄົມ. ໄດ້ສະໜອງເຄື່ອງອຸປະໂພກ-ບໍລິໂພກທີ່ຈໍາເປັນໃຫ້ແກ່ ຊຸມຊົນ ໂດຍສະເພາະແມ່ນຄອບຄົວທຸກຍາກ, ຄົນດ້ອຍໂອກາດ ແລະ ຄົນພິການ 143 ຄອບຄົວຢູ່ບ້ານເປົ້າໝາຍ, ເມືອງຊຽງເງິນ ປະກອບມີ: ຜ້າປິດປາກ-ດັງ, ສະບູ່, ໝີ່ໄວໆ, ໄຂ່ເປັດ, ປ່ອງປາ, ນໍ້າມັນພືດ, ເກືອ ແລະ ເຂົ້້າສານ (ມູນຄ່າ 31,464,000 ກີບ, ປະມານ 1,832 ໂດລາ). ໄດ້ຈັດຝຶກອົບຮົມການເຝົ້າລະວັງເຫດການຢູ່ຊຸມຊົນ, ການຕິດຕາມປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ເຮືອນ, ວິທີການກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ແລະ ການລົງທະບຽນອອນລາຍຂອງຜູ້ທີ່ຕິດ ເຊື້ອພະຍາດໂຄວິດ-19 ໃຫ້ແກ່ແພດໝໍຢູ່ໂຮງໝໍນ້ອຍ ແລະ ອາສາສະໝັກຂັ້ນບ້ານຢູ່ 3 ເມືອງເປົ້າໝາຍຂອງໂຄງການ ໂດຍ ມີຜູ້ເຂົ້າຮ່ວມທັງໝົດ 59 ທ່ານ (ຍິງ 25 ທ່ານ). 07
ສໍາເລັດການໂຄສະນາເຜີຍແຜ່ໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ຄວາມຮູ້ດ້ານສຸຂະສຶກສາຢູ່ໃນ 40 ບ້ານ ໃນລະຫວ່າງເດືອນ ພະຈິກ ຫາ ເດືອນທັນວາ 2022 ມີຜູ້ເຂົ້າຮ່ວມທັງໝົດ 2,013 ຄົນ (ຍິງ 1,024 ຄົນ). ສໍາເລັດການລົງສັກວັກຊີນໂຄວິດ-19 ໃຫ້ຊຸມຊົນຢູ່ 40 ບ້ານ ໂດຍມີຜູ້ເຂົ້າຮ່ວມການຮັບສັກວັກຊີນ ທັງໝົດ 740 ທ່ານ (ຍິງ 404 ທ່ານ). ນອກຈາກນີ້, ຍັງໄດ້ ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 (AHP) ຢູ່ໃນ ສປປ ລາວ ໄດ້ຈັດຕັ້ງປະຕິບັດຢູ່ 160 ບ້ານ ໃນ 16 ເມືອງ ຂອງ 4 ແຂວງ (ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງຈໍາປາສັກ) ໂດຍການມີສ່ວນຮ່ວມຈາກຫຼາຍພາກສ່ວນຄື: ກົມອະນາໄມ ແລະ ສົ່ງເສີມສຸຂະພາບ (ກະຊວງສາທາລະນະສຸກ), ອົງການອອ໋ກສ໌ຟາມ ປະຈໍາລາວ, ສະມາຄົມ ເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ,
ການມີສ່ວນຮ່ວມ. ແຈກຢາຍເຄື່ອງໃຊ້ທີ່ຈໍາເປັນໃຫ້ແກ່ຊຸມຊົມ ແລະ ສິ່ງອໍານວຍ ຄວາມສະດວກໃນການໃຫ້ບໍລິການສັກວັກຊີນຂອງແຕ່ລະຈຸດ ໃຫ້ບໍລິການເຊັ່ນວ່າ: ຜ້າແພ, ສະບູ, ສະບ่ູຝຸ່ນ, ໂອຕັກນໍ້າ, ຢາ ຖູແຂ້ວ, ຢາປາລາ-ຢາລົດໄຂ້. (ມູນຄ່າ 122,675,000 ກີບ, ປະມານ 7,102 ໂດລາ). ປະຊາຊົນແມ່ນໃຫ້ຄວາມສົນໃຈຫຼາຍ ຈາກຜູ້ທີ່ບໍ່ເຄີຍສັກວັກຊີນມາກ່ອນກໍມາຮັບວັກຊີນ ໂດຍສະເພາະ ແມ່ນບັນດາຜູ້ສູງອາຍຸ, ເດັກນ້ອຍ ແລະ ຜູ້ທີ່ມີຄວາມເປັນພິການ. ສະມາຄົມ ສພປ ແມ່ນກໍາລັງຈັດຕັ້ງປະຕິບັດຢູ່ 40 ບ້ານໃນ 4 ເມືອງຄື: ເມືອງທ່າປາງທອງ ເມືອງນອງ, ເມືອງອາດສະພອນ ແລະ ເມືອງໄຊພູທອງ ແຂວງສະຫວັນນະເຂດ. (ໂຄງການທີ 2 ໃນແຜນທີ່ ໜ້າ VI ). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: 08
ສະມາຄົມ ສຸຂະພາບຊຸມຊົນ ແລະ
ສະມາຄົມ ສພປ ຮັບຜິດຊອບໃນການຕິດຕາມ ແລະ ສະໜັບສະໜູນສ້າງຄວາມອາດສາມາດໃຫ້ 9 ອົງການຈັດຕັ້ງສັງຄົມ ລາວ ແລະ 4 ສະມາຄົມທີ່ໄດ້ຮັບທຶນຍ່ອຍໃນຫຼາຍຫົວຂໍ້ດັ່ງນີ້: ໂຄງການເສີມສ້າງຄວາມເຂັັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດ ກໍາລັງຈັດຕັ້ງປະຕິບັດຢູ່ 3 ເມືອງ ໃນ 3 ແຂວງ ຄື: ແຂວງວຽງຈັນ, ແຂວງບໍລິຄໍາໄຊ ແລະ ແຂວງຊຽງຂວາງ. (ໂຄງການທີ 6 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: “ການຄຸ້ມຄອງວົງຈອນໂຄງການ, ການເງິນ ແລະ ການສື່ສານພາຍໃຕ້ລະບຽບຂອງສະຫະພາບເອີຣົບ” ໄດ້ຈັດຢູ່ນະຄອນຫຼວງ ວຽງຈັນ, ມີຜູ້ເຂົ້າຮ່ວມ 26 ທ່ານ (ຍິງ 13 ທ່ານ). ຜູ້ເຂົ້າຮ່ວມໄດ້ນໍາໃຊ້ແບບຮ່າງບົດລາຍງານກິດຈະກໍາ, ການເງິນ, ລະບຽບການນໍາ ໃຊ້ໂລໂກ້ຜູ້ໃຫ້ທຶນ ແລະ ອື່ນໆ, ໄດ້ນໍາໃຊ້ນະໂຍບາຍການບໍລິຫານເງິນໃນແບບມາດຕະຖານຂອງສະຫະພາບເອີຣົບ. “ການຄຸ້ມຄອງ-ການຈັດເກັບເອກະສານຂໍ້ມູນໂຄງການ ແລະ ການສ້າງສື່ວີດີໂອສັ້ນ” ຈັດຢູ່ ແຂວງຊຽງຂວາງ ແລະ ແຂວງ ວຽງຈັນ, ມີຜູ້ເຂົ້າຮ່ວມ 26 ທ່ານ (ຍິງ 13 ທ່ານ). ຜູ້ເຂົ້າຮ່ວມໄດ້ຄວາມຮູ້ໄປນໍາໃຊ້ໃນການບໍລິຫານ ແລະ ຈັດເກັບຂໍ້ມູນໂຄງການບໍ່ ໃຫ້ຕົກເຮ່ຍເສຍຫາຍ ແລະ ໄດ້ຮຽນຮູ້ກ່ຽວກັບການຖ່າຍພາບທີ່ມີຄຸນະພາບດີ. “ທັກສະການເຮັດວຽກຮ່ວມກັບຊຸມຊົນ” ຈັດຢູ່ ແຂວງຊຽງຂວາງ, ມີຜູ້ເຂົ້າຮ່ວມ 23 ທ່ານ (ຍິງ 15 ທ່ານ). ຜູ້ເຂົ້າຮ່ວມໄດ້ ປະສານງານກັບຄູ່ຮ່ວມງານຫຼາຍຂຶ້ນໂດຍສະເພາະອໍານາດການປົກຄອງບ້ານ, ໄດ້ວາງແຜນຮ່ວມກັບຊຸມຊົນ ເພື່ອເຮັດໃຫ້ກິດຈະກໍາມີ ຄວາມແທດເໝາະກັບສະພາບທ້ອງຖິ່ນ ແລະ ໄດ້ຮັບຜົນດີ. “ການຕິດຕາມ ແລະ ປະເມີນຜົນໄດ້ຮັບຂອງໂຄງການ” ຈັດຢູ່ ແຂວງບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ, ມີຜູ້ ເຂົ້າຮ່ວມ 18 ທ່ານ (ຍິງ 10 ທ່ານ). ຜູ້ເຂົ້າຮ່ວມໄດ້ຄວາມຮູ້ ໃນການປັບປຸງຄືນກອບຂອງໂຄງການ, ສ້າງຕາຕາລາງຕິດຕາມ ຄວາມຄືບໜ້າໂຄງການ, ຕິດຕາມ ແລະ ວາງແຜນໃນການ ແກ້ໄຂ. “ການຄຸ້ມຄອງບໍລິຫານບຸກຄະລາກອນ” ຈັດຢູ່ ແຂວງ ວຽງຈັນ, ມີຜູ້ເຂົ້າຮ່ວມ 24 ທ່ານ (ຍິງ 16 ທ່ານ). ຜູ້ເຂົ້າຮ່ວມ ໄດ້ປັບປຸງເງື່ອນໄຂການຮັບສະໝັກພະນັກງານ, ນໍາໄປປັບປຸງ ນະໂຍບາຍໃນອົງກອນເພື່ອໃຫ້ເປັນມາດຕະຖານທີ່ແທດເໝາະ. “ການສື່ສານ, ການເຮັດວຽກເປັນທີມ ແລະ ພາວະຜູ້ນໍາ” ຈັດຢູ່ແຂວງຊຽງຂວາງ, ມີຜູ້ເຂົ້າຮ່ວມ 25 ທ່ານ (ຍິງ 12 ທ່ານ). ຜູ້ເຂົ້າຮ່ວມໄດ້ຄວາມຮູ້ການເຮັດວຽກຢ່າງມີປະສິດທິພາບ, ການ ຈັດສັນໜ້າວຽກ ແລະ ວາງແຜນວຽກໃຫ້ແທດເໝາະກັບຄວາມ ສາມາດຂອງແຕ່ລະຄົນ, ການເຂົ້າໃຈຕົນເອງ ແລະ ຄົນອື່ນ. “ຮູບແບບອົງກອນທີ່ມີປະສິດທິພາບ” ຈັດຢູ່ ແຂວງ ຫຼວງພະບາງ, ມີຜູ້ເຂົ້າຮ່ວມ 15 ທ່ານ (ຍິງ 5 ທ່ານ). ຜູ້ ເຂົ້າຮ່ວມໄດ້ບົດຮຽນ ແລະ ຄວາມຮູ້ໄປເຜີຍແຜ່ພາຍໃນອົງກອນ ແລະ ພະນັກງານຂອງຕົນພ້ອມທັງວາງແຜນເພື່ອປັບປຸງອົງກອນ ໃຫ້ມີປະສິດທິພາບ ແລະ ແທດເໝາະກັບຜູ້ໃຫ້ທຶນ. 09
ເປົ້າໝາຍນີ້ປະກອບສ່ວນເຂົ້າໃນການຈັດຕັ້ງຍຸດທະສາດດ້ານໂພຊະນາການ ແລະ ສຸຂະອານາໄມເພື່ອໃຫ້ຊຸມຊົນເປົ້າໝາຍມີ ສຸຂະພາບທີ່ດີຂຶ້ນເທື່ອລະກ້າວ ແລະ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (20212025): ໃນແຜນວຽກຈຸດສຸມທີ 1: ການປັບປຸງການບໍລິການດ້ານສາທາລະນະສຸກ ແລະ ໂພສະນາການຢ່າງທົ່ວເຖິງ ແລະ ມີຄຸນະພາບ ນອກຈາກ ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ 9 ອົງການຈັດຕັ້ງສັງຄົມລາວ ແລະ ລວມທັງ 4 ສະມາຄົມທີ່ໄດ້ຮັບທຶນ ຍ່ອຍແລ້ວ, ທາງໂຄງການຍັງໄດ້: ຕິດຕາມ ແລະ ສະໜັບສະໜູນກິດຈະກໍາຝຶກອົບຮົມວິຊາການດ້ານໂພຊະນາການໃນຫົວຂໍ້ “1000 ວັນທໍາອິດຂອງຊີວິດ, ການຕິດຕາມຈະເລີນເຕີບໂຕຂອງເດັກ, ການກິນອາຫານທີ່ຖືກຫຼັກໂພຊະນາການຂອງໄວໜຸ່ມ ແລະ ແມ່ຍິງໄວ ຈະເລີນພັນຂອງຊີວິດ, ວຽກກ່ຽວກັບນໍ້າ ແລະ ສຸຂະອະນາໄມໂດຍຊຸມຊົນເປັນເຈົ້າການ” ໃຫ້ແກ່ຫົວໜ້າກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ, ຢູ່ 10 ບ້ານ ເມືອງທຸລະຄົມ ແຂວງວຽງຈັນ, ຢູ່ 10 ບ້ານ ເມືອງຜາໄຊ ແຂວງຊຽງຂວາງ ແລະ ຢູ່ 17 ບ້ານ ເມືອງໄຊຈໍາພອນ ແຂວງ ບໍລິຄໍາໄຊ. ໄດ້ເຂົ້າຮ່ວມສ້າງຄວາມອາດສາມາດ, ພັດທະນາຄວາມຮູ້ ແລະ ເຄື່ອງມືຫຼາຍຢ່າງໃນວຽກງານທີ່ກ່ຽວຂ້ອງກັບໂພຊະນາການ ເຊັ່ນ: ຫົວຂໍ້ການຕິດຕາມ ແລະ ປະເມີນຜົນ, ການນໍາໃຊ້ເຄື່ອງມື Kobo tools box ເພື່ອເກັບກໍາຂໍ້ມູນ, ການຈັດຫານໍ້າສະອາດ ແລະ ສຸຂາພິບານທີ່ຕິດພັນກັບວຽກງານໂພຊະນາການ ແລະ ແນວທາງຂໍການສະໜັບສະໜູນ ແລະ ການລະດົມທຶນ ທີ່ສາມາດເອົານໍາໄປໃຊ້ ໃນໂຄງການຕົວຈິງໃນອົງກອນໃຫ້ເກີດຜົນປະໂຫຍດທີ່ດີຂື້ນ. “ການມີສ່ວນຮ່ວມຂອງຜູ້ທີ່ມີຄວາມເປັນພິການ, ການປົກປ້ອງ ແລະ ສິດທິເດັກ” ຈັດຢູ່ ແຂວງຫຼວງພະ ບາງ, ມີຜູ້ເຂົ້າຮ່ວມ 17 ທ່ານ (ຍິງ 8 ທ່ານ). ຜູ້ເຂົ້າຮ່ວມ ໄດ້ລົງເຜີຍແຜ່ຂໍ້ມູນຕົວຈິງໃຫ້ແກ່ຊຸມຊົນກ່ຽວກັບສິດທິ ເດັກ, ບົດບາດຍິງຊາຍ; ປັບປຸງ ແລະ ເຜີຍແຜ່ນະໂຍບາຍ, ສືບຕໍ່ສະໜັບສະໜູນຊ່ວຍເຫຼືອເດັກ ແລະ ຄົນພິການໃຫ້ ເຂົ້າເຖິງນະໂຍບາຍ ແລະ ຄວາມສະເໝີພາບຫຼາຍຂຶ້ນ. ສູງຂື້ນ, ພາຍໃຕ້ເປົ້າໝາຍທີ 2: ຊັບພະຍາກອນມະນຸດ ມີຄຸນະ ພາບສູງຂື້ນ ສາມາດຕອບສະໜອງຄວາມຕ້ອງການຂອງການ ພັດທະນາ, ມີຄວາມສາມາດຄົ້ນຄ້ວາ ແລະ ນໍາໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມ ການຜະລິດ ແລະ ການບໍລິການ. ນອກຈາກນັ້ນ, ກໍ່ເປັນການ ປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາ ສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 2 ລຶບລ້າງ ຄວາມອຶດຫິວ, ບັນລຸການຄໍ້າປະກັນສະບຽງອາຫານ ແລະ ປັບປຸງ ດ້ານໂພສະນາການ ແລະ ສົ່ງເສີມກະສິກໍາແບບຍືນຍົງ. SDG 3: ຮັບປະກັນການມີສຸຂະພາບທີ່ດີແລະ ສົ່ງເສີມຊິວິດການເປັນຢູ່ທີ່ ດີຂອງທຸກຄົນທຸກເກນອາຍຸ. SDG 6: ຮັບປະກັນໃຫ້ມີນໍ້າໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສໍາລັບ ໝົດທຸກຄົນ. 10
ປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ຕາມທິດສີຂຽວ-ຍືນຍົງ ເນື່ອງຈາກວ່າປະຊາຊົນຜູ້ທີ່ດໍາລົງຊີວິດຢູ່ໃນເຂດຊົນນະບົດຍັງເພິ່ງພາອາໄສການຜະລິດກະສິກໍາ ແລະ ອາໄສແຫຼ່ງຊັບພະຍາກອນ ປ່າໄມ້ເປັນບ່ອນທໍາມາຫາກິນເປັນແຫຼ່ງອາຫານ ເຊິ່ງມັນໄດ້ເຮັດໃຫ້ສິ່ງຕ່າງໆທີ່ມາຈາກທໍາມະຊາດ, ໂດຍສະເພາະແມ່ນບັນດາເຄື່ອງ ປ່າຂອງດົງຫຼຸດໜ້ອຍຖອຍລົງໃນແຕ່ລະປີ ຍ້ອນວ່າຈໍານວນປະຊາກອນເພີ່ມຂຶ້ນ. ດັ່ງນັ້ນ, ເພື່ອເປັນການປະກອບສ່ວນສົ່ງເສີມການມີ ສ່ວນຮ່ວມຂອງຊຸມຊົນໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງ, ເພື່ອປະກອບສ່ວນເຂົ້າໃນການ ປ້ອງກັນ-ຫຼຸດຜ່ອນຄວາມສ່ຽງ ແລະ ການຟື້ນຟູຫຼັງໄພພິບັດ, ເພື່ອປະກອບສ່ວນໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ເປົ້າໝາຍ 3 11
ສໍາເລັດການຜະລິດອຸປະກອນໂຄສະນາ ແລະ ສື່ສານ ເພື່ອຮັບໃຊ້ໃນໂຄງການ ເຊັ່ນວ່າ: ໄດ້ສ້າງຖານຂໍ້ມູນແບບອອນ ລາຍ ແລະ ສ້າງເວັບໄຊ້ຂອງ Lao CSO FLEGT Network ແລະ ເປີດໃຊ້ງານໃນເດືອນ 12/2022; ໄດ້ຂຽນ, ອອກແບບ ແລະ ຈັດພິມບົດກໍລະນີສຶກສາທັງໝົດ 5 ບົດ; ໄດ້ອອກແບບ ແລະ ຜະລິດເສື້ອ ເພື່ອນໍາໃຊ້ສໍາລັບການແຈກຢາຍໃນກິດຈະ ກໍາຂອງໂຄງການທັງໝົດ 252 ຜືນ; ໄດ້ອອກແບບ, ຜະລິດ ແລະ ຕິດຕັ້ງປ້າຍໂຄງການ 11 ປ້າຍ; ໄດ້ສ້າງ ແລະ ດູແລ ຂໍ້ມູນໂຄສະນາຜ່ານສື່ສັງຄົມອອນລາຍຜ່ານ Facebook page ຂອງ Lao CSO FLEGT ເຊິ່ງປັດຈຸບັນມີຜູ້ເຂົ້າເຖິງທັງໝົດ 12,415 ຄົນ. ສໍາເລັດການຖ່າຍທໍາ, ສ້າງວີດີໂອເລື່ອງລາວ ການປ່ຽນແປງຂອງໜ່ວຍງານກະສິກໍາ ແລະ ປ່າໄມ້ຂັ້ນບ້ານໃນ 7 ບ້ານເປົ້າໝາຍຂອງໂຄງການ, ລວມທັງໝົດ 3 ວີດີໂອ ແລະ ເຜີຍແຜ່ຜ່ານທາງ Facebook ແລະ YouTube. ສໍາເລັດການ ຕິດຕາມ-ກວດສອບບົດລາຍງານການເງິນ ແລະ ລາຍຈ່າຍ ໃຫ້ຄູ່ ຮ່ວມງານທັງ 3 ອົງກອນ, 3 ຄັ້ງຄື: ໄດ້ຕິດຕາມ-ກວດສອບບັນດາ ເອກະສານທີ່ກ່ຽວຂ້ອງກັບລາຍຈ່າຍທັງໝົດຂອງໂຄງການ, ໂດຍ ໄດ້ປັບປຸງ ແລະ ຍົກລະດັບລະບົບການຄຸ້ມຄອງບັນຊີດ້ວຍໂປຣ ແກມບັນຊີ QuickBooks; ໄດ້ຕິດຕັ້ງ ແລະ ຝຶກອົບຮົມການນໍາ ໃຊ້ໂປຣແກມບັນຊີ QuickBooks ໃຫ້ແຕ່ລະອົງກອນ ເພື່ອໃຫ້ ເຂົາເຈົ້າໄດ້ພັດທະນາຂີດຄວາມສາມາດດ້ານວິຊາການ, ສາມາດ ຂຽນບົດສະເໜີໂຄງການ, ສາມາດເຂົ້າເຖິງແຫຼ່ງທຶນດ້ວຍວິທີການ ລະດົມທຶນທີ່ຫຼາກຫຼາຍ, ສາມາດບໍລິຫານໂຄງການ, ກະກຽມບົດ ລາຍງານທັງພາກກິດຈະກໍາ ແລະ ພາກການເງິນ, ທັງຍັງສາມາດ ບໍລິຫານງົບປະມານໃນໂຄງການໄດ້ດີອີກດ້ວຍ. ພາຍຫຼັງ ການຝຶກອົບຮົມໃຫ້ບັນດາພະນັກງານຂອງທັງ 4 ອົງກອນສໍາເລັດແລ້ວ ເຫັນວ່າເຂົາເຈົ້າໄດ້ນໍາເອົາບົດຮຽນ, ທັກສະ, ເຕັກນິກຈາກການຝຶກອົບຮົມໄປປັບໃຊ້ເຂົ້າໃນວຽກງານຕົວຈິງ. ພວກເຂົາໄດ້ສໍາເລັດການຂຽນບົດກໍລະນີສຶກສາ 5 ບົດ ແລະ ໃຫ້ຄວາມຮູ້ໃນຂະບວນການຊຸກຍູ້ໜ່ວຍງານກະສິກໍາ ແລະ ປ່າໄມ້ບ້ານໃນ 7 ບ້ານເປົ້າໝາຍ ເພື່ອສ້າງຄວາມສາມາດໃຫ້ແກ່ກຸ່ມເປົ້າໝາຍສ້າງແຜນຄຸ້ມຄອງ ແລະ ບໍລິຫານປ່າໄມ້ໄດ້ທີ່ດີຂຶ້ນ. ໂຄງການສ້າງຄວາມອາດສາມາດໃຫ້ອົງການຈັດຕັ້ງສັງຄົມລາວ ແລະ ຊຸມຊົນເປົ້າໝາຍໃນການປະຕິບັດກົດໝາຍ, ການ ຄຸ້ມຄອງ ແລະ ການຄ້າໄມ້ ຈັດຕັ້ງປະຕິບັດຢູ່ 7 ບ້ານ ໃນ 3 ເມືອງ ຂອງ 3 ແຂວງຄື: ແຂວງບໍ່ແກ້ວ, ແຂວງໄຊຍະບູລີ ແລະ ແຂວງ ສະຫວັນນະເຂດ. (ໂຄງການທີ 4 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: ສໍາເລັດການສ້າງຄວາມອາດສາມາດດ້ານການບໍລິຫານອົງກອນ ແລະ ການຕິດຕາມປະເມີນຜົນໂຄງການຜ່ານການຝຶກອົບຮົມ ໃຫ້ອົງກອນຄູ່ຮ່ວມງານ 4 ອົງກອນ 4 ຄັ້ງ ປະກອບມີຫົວຂໍ້: ການບໍລິຫານ ແລະ ຄຸ້ມຄອງການເງິນ, ການຄຸ້ມຄອງ ແລະ ບໍລິຫານບຸກ ຄະລາກອນ, ການຕິດຕາມ ແລະ ປະເມີນຜົນໂຄງການ, ການຂຽນບົດກໍລະນີສຶກສາ. 12
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊິວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ຢູ່ເຂດຊົນນະບົດ ກຳລັງຈັດຕັ້ງປະຕິບັດຢູ່ 30 ບ້ານ ເມືອງອາດສະພອນ, ເມືອງທ່າປາງທອງ ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ ແຂວງເຊກອງ (ໂຄງການທີ 10 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: ໄດ້ສະໜັບສະໜູນຊື້ເຄື່ອງ GPS 1 ໜ່ວຍ (ມູນຄ່າ 5,500,000 ກີບ, ປະມານ 318 ໂດລາ) ເພື່ອຮັບໃຊ້ກິດຈະກໍາອະນຸລັກ ຊັບພະຍາກອນທໍາມະຊາດຢູ່ ເມືອງດາກຈຶງ, ໄດ້ສະໜັບສະໜູນແຕ້ມແຜນທີ່ 27 ແຫ່ງ, ພິມປ້າຍນ້ອຍ ແລະ ປ້າຍໃຫ່ຍ 509 ແຜ່ນ, ຊື້ເຄື່ອງ 117 ຊຸດ (ເຄື່ອງນຸ່ງ, ເກີບ, ໝວກ, ກະເປົາເປ້) ແລະ ສະໜັບສະໜູນໃນການເຮັດສວນກ້າ 3 ແຫ່ງ. (ມູນຄ່າ 221,560,000 ກີບ, ປະມານ 12,826 ໂດລາ). ສໍາເລັດການສ້າງເຂດອະນຸລັກຊັບພະຍາກອນ ທໍາມະຊາດ, ກໍານົດເຂດຊົມໃຊ້ ຫຼື ປ່າຊົມໃຊ້ຂັ້ນບ້ານ ເພື່ອການນໍາໃຊ້ເຄື່ອງປ່າຂອງດົງ 7 ບ້ານ ມີ 8 ແຫ່ງ (ເນື້ອ ທີ່ທັງໝົດ 3,805.ເຮັກຕາ), ປ່າສະຫງວນ 9 ບ້ານ 9 ແຫ່ງ (ເນື້ອທີ່ທັງໝົດ 1,462.ເຮັກຕາ) ແລະ ວັງສະຫງວນ 8 ບ້ານ 8 ແຫ່ງ (ເນື້ອທີ່ທັງໝົດ 32,338 ເຮັກຕາ). ໄດ້ຝືກ ອົບຮົບລະບົບການຮຽນຮູ້ການປະຕິບັດຕົວຈິງການເປັນ ຜູ້ນໍາທີ່ດີ, ຄວາມສະເໝີພາບທາງດ້ານບົດບາດຍິງ-ຊາຍ ແລະ ການຄຸ້ມຄອງບໍລິຫານ ປ່າໄມ້ ໂດຍມີຜູ້ເຂົ້າຮ່ວມ ທັງໝົດ 87 ຄົນ (ຍິງ 15 ຄົນ). 13
5 ສະໜັບສະໜູນການເຮັດປ້າຍແນະນໍາພື້ນທີ່ເຂດສະຫງວນ ແລະ ເຂດຊົມໃຊ້ຂອງບ້ານ, ປ້າຍຊີ້ບອກ (ປ້າຍຫ້າມ) ແລະ ຄ່າແຮງງານຕ່າງໆ, (ມູນຄ່າ 78,813,000 ກີບ, ປະມານ 4,562 ໂດລາ). ລາຍລະອຽດມີດັ່ງນີ້: 2 1 3 ການປູກໂສມ ການປູກໜໍ່ໄມ້ກິມຊຸງ ການປູກຂີງດໍາ ລວມມູນຄ່າທັງໝົດ: 9,950,000 ກີບ (ປະມານ 576 ໂດລາ) ກິດຈະກຳ ຄອບຄົວທີ່ໄດ້ ຮັບຜົນປະໂຫຍດ ມູນຄ່າທີ່ມອບ (ກີບ) 7 7 300,000 1 8,150,000 1,500,000 ຂາຍໄດ້ສະເລ່ຍ 1,325,000 ກີບ/ຄອບຄົວ ປົ່ງໜໍ່ 2-3 ໜໍ່/ຊຸມ 750,000 ກີບ ຜົນໄດ້ຮັບ ແຜນງານສົ່ງເສີມການສ້າງຕັ້ງເຂດສະຫງວນ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ ກໍາລັງຈັດຕັ້ງ ປະຕິບັດຢູ່ 5 ບ້ານເປົ້າໝາຍ ໃນເມືອງດາກຈຶງ ແຂວງເຊກອງ (ໂຄງການທີ 11 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດ ສໍາເລັດດ່ັງນີ້: 2 1 3 ຄ່າແຕ້ມແຜ່ນທີ່ເຂດສະຫງວນ ແລະ ເຂດຊົມໃຊ້ ພິມປ້າຍ ອຸປະກອນ (ຕະປູ & ສີທາໄມ້) ລວມມູນຄ່າທັງໝົດ: 78,813,000 ກີບ (ປະມານ 4,562 ໂດລາ) ກິດຈະກຳ ຈຳນວນທີ່ມອບ 11 ປ້າຍ 188 ປ້າຍ 2,750,000 71,300,000 1,031,000 ຜົນໄດ້ຮັບ (ກີບ) 3,100,000 632,000 68 ປ້າຍ 5 ຄັ້ງ ຄ່າຂົນສົ່ງ ແຕ້ມປ້າຍນ້ອຍ 4 5 ໄດ້ສົ່ງເສີມການປູກເຄື່ອງປ່າຂອງດົງ ປະກອບມີ: ການປູກໂສມ, ການປູກໜໍ່ໄມ້ກິມຊຸງ ແລະ ການປູກຂີງດໍາໃຫ້ 15 ຄອບຄົວ ຢູ່ 5 ບ້ານເປົ້າໝາຍ (ມູນຄ່າ 9,950,000 ກີບ, ປະມານ 576 ໂດລາ). ໃນເນື້ອທີ່ 1.34 ແຮັກຕາ ເພື່ອໃຫ້ກຸ່ມເປົ້າໝາຍມີລາຍໄດ້ຮັບເພີ່ມເຂົ້າຄອບຄົວ. ສໍາເລັດການສ້າງປ່າສະຫງວນ 5 ແຫ່ງ, ວັງສະຫງວນ 1 ແຫ່ງ ແລະ ກໍານົດເຂດນໍາໃຊ້ເຄື່ອງປ່າຂອງດົງ 5 ແຫ່ງ ທັງໝົດ 11 ແຫ່ງ ໃນ 5 ບ້ານເປົ້າໝາຍ (ລວມເນື້ອທີ່ 744 ເຮັກຕາ). ພ້ອມກັນນີ້, ໄດ້ອໍານວຍຄວາມ ສະດວກໃນການຄັດເລືອກຄະນະກໍາມະການຄຸ້ມຄອງໂຄງການບ້ານລະ 16 ຄົນ ລວມ 80 ຄົນ (ຍິງ 25 ຄົນ) ເຊິ່ງ ເຂົາເຈົ້າໄດ້ກາຍເປັນຕົວແທນຂອງແຕ່ລະບ້ານ ສາມາດເຂົ້າໃຈພາລະບົດບາດໜ້າທີ່ຂອງຕົນເອງ ແລະ ເຮັດວຽກ ຕາມການມອບໝາຍໄດ້ເປັນຢ່າງດີ. 14 ລວມມູນຄ່າ
ວຽກງານທົດສອບ: ໄດ້ຮ່ວມມືທົດສອບເຕົາປະຢັດ 5 ແຫ່ງຄື: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ, ພະແນກພະລັງງານບໍ່ແຮ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈໍາປາສັກ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ສະຫວັນນະເຂດ; ໄດ້ນໍາເຕົາເຂົ້າຫ້ອງທົດສອບ 402 ຊຸດ (ມູນຄ່າການທົດສອບ 140,000,000 ກີບ, ປະມານ 8,105 ໂດລາ) ແລະ ໄດ້ສະໜັບສະໜູນອຸປະກອນໃນການທົດສອບໃຫ້ແກ່ບັນດາຫ້ອງທົດສອບຕ່າງໆ (ມູນຄ່າ 8,000,000 ກີບ, ປະມານ 463 ໂດລາ). ແຜນງານສົ່ງເສີມເຕົາປະຢັດ ຢູ່ ສປປ ລາວ ກໍາລັງຈັດຕັ້ງປະຕິບັດຢູ່ 7 ແຂວງ (ໂຄງການທີ 3 ໃນແຜນທີ່ ໜ້າ VI).ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: ວຽກງານສະໜັບສະໜູນຜູ້ຜະລິດ: ໄດ້ສົ່ງເສີມຜູ້ຜະລິດ ເຕົາ 28 ແຫ່ງໃນ 7 ແຂວງ. ໃນປີ 2022 ມີຜູ້ຜະລິດໃໝ່ເພີ່ມ ຂື້ນ 5 ທ່ານ, ພວກເຮົາໄດ້ສະໜັບສະໜູນຫ້ອງເຜົາເຕົາແບບໃໝ່ 7 ແຫ່ງ (ມູນຄ່າປະມານ 25 ລ້ານກີບ, ປະມານ 1,447 ໂດລາ), ຊຸດປັ້ນເຕົາປະຢັດ 24 ຊຸດ (ມູນຄ່າປະມານ 84 ລ້ານກີບ, ປະມານ ພ້ອມກັນນີ້, ພວກເຮົາຍັງໄດ້ຈັດປະຊຸມ ຜູ້ຜະລິດໃນແຕ່ລະພື້ນທີ່ 15 ຄັ້ງ, ຝຶກອົບຮົມ 11 ຄັ້ງ. ພາຍໃນປີ 2022 ຜູ້ຜະລິດສາມາດຜະລິດເຕົາ ປະຢັດທີ່ມີຄຸນະພາບໄດ້ 147,458 ໜ່ວຍ ແລະ ໄດ້ກະຈາຍເຕົາອອກສູ່ຮ້ານຄ້າ ແລະ ຜູ້ຊົມໃຊ້ ທັງໝົດ 152,516 ໜ່ວຍ. 4,863 ໂດລາ), ສະໜັບສະໜູນເຄື່ອງມືອື່ນໆເຊັ່ນ: ເຄື່ອງໂມ້ດິນ 5 ຊຸດ, ເຄື່ອງຜະລິດຄຸເຕົາປະຢັດ 6 ຊຸດ, ໂຕະແຕ່ງເຕົາ 10 ຊຸດ (ມູນຄ່າປະມານ 80 ລ້ານກີບ, ປະມານ 4,631 ໂດລາ), ໄດ້ຊ່ວຍ ຂະຫຍາຍໂຮງງານຜູ້ຜະລິດ 7 ແຫ່ງ (ມູນຄ່າປະມານ 25 ລ້ານກີບ, ປະມານ 1,447 ໂດລາ). 15
ເປົ້າໝາຍນີ້ ຍັງເປັນການປະກອບສ່ວນເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ແຜນວຽກຈຸດສຸມທີ 1: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາ ກອນທໍາມະຊາດໃຫ້ມີຄວາມຍືນຍົງ; ແຜນວຽກຈຸດສຸມທີ 2: ການເຕີບໂຕສີຂຽວ ແລະ ແກ້ໄຂບັນຫາຕໍ່ກັບການປ່ຽນແປງດິນ ຟ້າອາກາດ; ແຜນວຽກຈຸດສຸມທີ 3: ເພີ່ມທະວີການປ້ອງກັນ, ການຄວບຄຸມ ແລະ ການຟ້ືນຟູຫຼັງໄພພິບັດຕ່າງໆ. ທັງ 3 ແຜນ ວຽກຢູ່ພາຍໃຕ້ເປົ້າໝາຍທີ 4: ປົກປັກຮັກສາສິ່ງແວດລ້ອມໃຫ້ ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ. ນອກຈາກນັ້ນ, ກໍ່ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດ ສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງ ຄື: SDG 7: ຮັບປະກັນການເຂົ້າເຖິງພະລັງງານທີ່ທັນສະໄໝ, ຍືນຍົງ, ເຊື່ອຖືໄດ້ ແລະ ລາຄາບໍ່ແພງສໍາລັບໝົດທຸກຄົນ. SDG 13: ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ. SDG 15: ປົກປ້ອງ, ຟື້ນຟູ ແລະ ສົ່ງເສີມການນໍາໃຊ້ລະບົບນິເວດແບບຍືນ ຍົງ, ຄຸ້ມຄອງປ່າໄມ້ແບບຍືນຍົງ, ຕ້ານການກາຍເປັນທະເລຊາຍ, ຢຸດຕິ ແລະ ຟື້ນຟູການເສື່ອມໂຊມຂອງດິນ ແລະ ຢຸດການສູນເສຍ ຊີວະນາໆພັນ. ວຽກງານສະໜັບສະໜູນການໂຄສະນາເຕົາ ປະຢັດ: ປະຈຸບັນເຮົາມີຮ້ານຄ້າທີ່ຈໍາໜ່າຍເຕົາປະຢັດ 2,717 ຮ້ານທົ່ວປະເທດ, ໄດ້ສະໜັບສະໜູນພໍ່ຄ້າ ຄົນກາງໃນການກະຈາຍເຕົາ 11 ທ່ານ, ພ້ອມຍັງໄດ້ ສະໜັບສະໜູນອັດຕາກິນ, ຄ່ານໍ້າມັນລົດ, ອຸປະກອນ ໃນການໂຄສະນາ ແລະ ຊ່ວຍໃນການໂຄສະນາໃຫ້ ແກ່ຮ້ານຄ້າ, ພໍ່ຄ້າຄົນກາງ ແລະ ຜູ້ຊົມໃຊ້ປະກອບມີ: ແຜ່ນປ້າຍໂຄສະນາໜ້າຮ້ານຄ້າ, ເສື້ອຢືດເຕົາປະຢັດ, ຖົງຜ້າ, ຜ້າກັນເປື້ອນ, ໝວກ, ຜ້າອັດປາກ ແລະ ແຜ່ນພັບເຕົາປະຢັດ (ມູນຄ່າ 128,000,000 ກີບ, ປະມານ 7,410 ໂດລາ) ແລະ ຍັງໄດ້ລົງເຮັດກິດຈະ ກໍາໂຄສະນາຮ່ວມກັບສະຫະພັນແມ່ຍິງໃນການລົງ ຕະຫຼາດ, ວາງສະແດງເຕົາປະຢັດໃນງານສໍາຄັນຕ່າງໆ ແລະ ສາທິດການນໍາໃຊ້ເຕົາປະຢັດ 51 ຄັ້ງ. 16
ເນື່ອງຈາກວ່າ ບັນຫາດ້ານການສຶກສາຍັງພົບເຫັນຫຼາຍໃນເຂດຊົນນະບົດ ໂດຍສະເພາະໃນພື້ນທີ່ຫ່າງໄກ ການສຶກສາເຂົ້າບໍ່ ເຖິງ ເຮັດໃຫ້ການເຂົ້າຮຽນ, ການໄດ້ຮຽນຄົບຊັ້ນ ແລະ ການຮູ້ໜັງສືແມ່ນຍັງຕໍ່າທີ່ສຸດໃນບັນດາເດັກນ້ອຍ ແລະ ເດັກໄວໜຸ່ມທີ່ກໍາລັງ ດໍາລົງຊີວິດຢູ່ເຂດຊົນນະບົດ, ບັນຫາພື້ນຖານໂຄງລ່າງແມ່ນຍັງບໍ່ພຽງພໍ ໃນປີ 2015 ໂຮງຮຽນປະຖົມປະມານ 1,500 ແຫ່ງ ມີບໍ່ຄົບ ຊັ້ນຮຽນ, ໂຮງຮຽນສ່ວນໃຫຍ່ບໍ່ຕອບສະໜອງປຶ້ມຕໍາລາ ແລະ ເກືອບເຄິ່ງໜຶ່ງຂອງໂຮງຮຽນຂັ້ນປະຖົມ ຂາດແຄນນໍ້າໃຊ້ຂັ້ນພື້ນຖານ ແລະ ສິ່ງອໍານວຍຄວາມສະດວກດ້ານສຸຂະອະນາໄມທີ່ເປັນໄປຕາມມາດຕະຖານແຫ່ງຊາດ. ດັ່ງນັ້ນ, ເປົ້າໝາຍນີ້ແມ່ນເພື່ອສົ່ງເສີມການ ມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ ພວກເຮົາໄດ້ເອົາໃຈໃສ່ປະຕິບັດວຽກງານຕາມແຜນຍຸດທະສາດການສຶກສາ ເພື່ອພັດທະນາຄົນໃຫ້ມີຄວາມຮູ້ ແລະ ຄວາມສາມາດ. ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ ໄດ້ປັບປຸງ ແລະ ສ້ອມແປງອາຄານໂຮງຮຽນ, ໂຕະ-ຕັ່ງ, ເປັນຕົ້ນແມ່ນ: ທາສີປ້າຍໂຮງຮຽນພ້ອມເເຕ້ມຕົວໜັງສື, ສ້າງຮົ້ວ ໜາມໝາກຈັບອ້ອມໂຮງຮຽນ, ກໍ່ສ້າງຕີນຫຼັກເສົາທຸງ, ກະດານ ຫໍຂ່າວ, ຕູ້ໃສ່ປື້ມ, ກໍ່ສ້າງຫ້ອງນໍ້າໃໝ່, ສ້າງຫ້ອງຮຽນໄມ້ເພີ່ມ, ສະໜອງກະດານດໍາໃໝ່, ມ້າງໂຮງຮຽນຫຼັງເກົ່າ ເເລະ ຍ້າຍປຸກ ໂຄງການພັດທະນາໂຮງຮຽນບ້ານເຮົາ ໄດ້ຈັດຕັ້ງປະຕິບັດຢູ່ໂຮງຮຽນປະຖົມ 12 ແຫ່ງ ໃນ ເມືອງອາດສະພອນ ແຂວງສະຫວັນນະເຂດ. (ໂຄງການທີ 1 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: ເປົ້າໝາຍ 4 ສ້າງໂຮງຮຽນໄມ້ຫຼັງໃໝ່ໂດຍນໍາໃຊ້ໄມ້ເກົ່າ ເເລະ ໄມ້ໃໝ່ຈາກ ການປະກອບສ່ວນຂອງບ້ານ ແລະ ເຈາະນໍ້າບາດານ. ນອກຈາກ ນີ້, ຍັງໄດ້ປັບປຸງບໍລິເວນໂຮງຮຽນ ເປັນຕົ້ນແມ່ນ: ເຮັດເຄື່ອງ ຫຼິ້ນ, ສ້າງເຄື່ອງໂອ່ນຊາ, ເດື່ອງດ່າງ ເເລະ ຢາງຕີນລົດ. (ມູນຄ່າ 674,873,000 ກີບ, ປະມານ 39,071 ໂດລາ). 17
ເປົ້າໝາຍນີ້ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ແຜນ ວຽກຈຸດສຸມທີ 5: ປັບປຸງຄຸນະພາບການສຶກສາໃນທຸກລະດັບໃຫ້ສູງຂື້ນ, ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສຶກສາ ເພື່ອໃຫ້ ມີຄວາມພ້ອມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງເປັນການຮອງຮັບອຸດສາຫະກໍາ 4.0 ເຊິ່ງຢູ່ພາຍໃຕ້ເປົ້າໝາຍທີ 2: ຊັບພະຍາກອນມະນຸດມີຄຸນະພາບສູງຂື້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄ້ວາ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ. ນອກຈາກນັ້ນ, ກໍ່ ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 4: ຮັບປະກັນ ການສຶກສາໃຫ້ມີຄຸນະພາບ, ເທົ່າທຽມກັນ, ທົ່ວເຖິງ ແລະ ສົ່ງເສີມກາລະໂອກາດໃນການຮຽນຮູ້ຕະຫຼອດຊິວິດສໍາລັບໝົດທຸກຄົນ. ໄດ້ສະໜັບສະໜູນຫ້ອງອ່ານ ຫຼື ມຸມສໍາລັບອ່ານໜັງສື ແລະ ມອບອຸປະກອນການຮຽນສໍາລັບນັກຮຽນປະກອບມີ: ກະເປົາ ເປ້, ປຶ້ມຂຽນ, ບິກ ເເລະ ສໍ ໃຫ້ 735 ຄົນ ໃນ 12 ໂຮງຮຽນ; ໄດ້ສະໜັບສະໜູນອຸປະກອນ ແລະ ສື່ການຮຽນ-ການສອນທີ່ຈໍາ ເປັນ, ເຊິ່ງຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງເເມ່ນ ຄູ 38 ທ່ານ ເເລະ ນັກຮຽນທັງໝົດ 609 ຄົນ (ມູນຄ່າ 215,515,000 ກີບ, ປະມານ 12,477 ໂດລາ). ໄດ້ສ້າງຂີດຄວາມສາມາດທາງດ້ານການສຶກສາໃຫ້ເເກ່ ຊຸມຊົນຄື: ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ ຄະນະພັດທະນາ ການສຶກສາຂັ້ນບ້ານ 3 ຫົວຂໍ້ຄື: 1) ການຢູ່ຮ່ວມກັນແບບຫຼາກ ຫຼາຍວັດທະນະທໍາຢ່າງມີຄວາມສຸກ. 2) ການຄຸ້ມຄອງບໍລິຫານ ແບບມີສ່ວນຮ່ວມຂອງຊຸມຊົນ. 3) ການພັດທະນາວິຊາຄວາມ ຮູ້ທ້ອງຖິ່ນ; ໄດ້ຈັດກອງປະຊຸມຂັ້ນບ້ານ ແລະ ກອງປະຊຸມພໍ່ແມ່ ນັກຮຽນ ເພື່ອຮ່ວມກັນວາງແຜນພັດທະນາການສຶກສາຂອງຊຸມຊົນ. ໄດ້ຈັດຝຶກອົບຮົມໃຫ້ກັບວິຊາການຈາກພະເເນກສຶກສາ ທິການ ເເລະ ກິລາ, ວິຊາການຈາກຫ້ອງການສຶກສາທິການ ເເລະ ກິລາ, ວິຊາການໂຄງການ ທັງໝົດ 7 ຫົວຂໍ້: ການຈັດການຮຽນການສອນແບບເອົາເດັກເປັນໃຈກາງ, ທັກສະການນໍາພາກິດຈະ ກໍາ ແລະ ດຶງດູດຄວາມສົນໃຈຂອງເດັກ (ເກມ, ເພງ, ລະຄອນ, ນິທານ...), ຜະລິດສື່ການຮຽນ-ການສອນໂດຍການນໍາໃຊ້ວັດຖຸວັດ ທະນະທໍາທ້ອງຖິ່ນ, ທັກສະການສອນພາສາລາວ-ຄະນິດສາດ, ການ ຈັດການຮຽນ-ການສອນຫ້ອງຄວບ, ເຕັກນິກການເລົ່ານິທານ ແລະ ວຽກສົ່ງເສີມການອ່ານໃນໂຮງຮຽນ, ສິດທິເດັກ ແລະ ການປົກປ້ອງ ເດັກໃນໂຮງຮຽນ ແລະ ຊຸມຊົນ. 18
ສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ ເນື່ອງຈາກວ່າການຂາດການມີສ່ວນຮ່ວມຢ່າງເຕັມສ່ວນຂອງຄົນພິການໃນຄອບຄົວ ແລະ ຊຸມຊົນຂອງພວກເຂົາ ແມ່ນບັນຫາທີ່ສໍາຄັນສໍາລັບການພັດທະນາປະເທດລາວ, ເຊິ່ງມີຫຼາຍໆຢ່າງທີ່ສະແດງໃຫ້ເຫັນວ່າຄົນພິການບໍ່ໄດ້ເຂົ້າຮ່ວມກິດ ຈະກໍາໃນຄອບຄົວ ແລະ ຊຸມຊົນຢ່າງເທົ່າທຽມກັນ. ທີ່ຜ່ານມາ, ຄົນພິການເຮັດໄດ້ພຽງເປັນຄົນທີ່ຢູ່ເບື້ອງຫຼັງ ແລະ ຍັງເຂົ້າບໍ່ ເຖິງດ້ານອື່ນໆເທົ່າທຽມກັບຄົນທີ່ບໍ່ມີຄວາມເປັນພິການ ເຊັ່ນວ່າ: ໃນແງ່ຂອງການສຶກສາ, ການບໍລິການ ແລະ ໂອກາດໃນ ການຊ່ວຍເຫຼືອ ແລະ ອື່ນໆ. ເພື່ອສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ ໃຫ້ເຂົາເຈົ້າສາມາດດໍາລົງ ຊີວິດຢູ່ໃນສັງຄົມຢ່າງເທົ່າທຽມ, ມີອຸປະກອນອໍານວຍຄວາມສະດວກສະບາຍ ແລະ ມີລາຍຮັບທີ່ເຮັດໃຫ້ຊີວິດຂອງເຂົາເຈົ້າດີ ຂື້ນ. 5 ເປົ້າໝາຍ ເປົ້າໝາຍນີ້ເປັນການປະກອບສ່ວນເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ແຜນວຽກຈຸດສຸມທີ 3 ສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ, ໄວໜຸ່ມ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະ ໄດ້ຮັບ ການພັດທະນາ ແລະ ປະກອບສ່ວນຢ່າງເຕັມທີ່ໃນການພັດທະນາ ເສດຖະກິດສັງຄົມ; ແຜນວຽກຈຸດສຸມທີ 5 ການກວດກູ້ລະເບີດ ບໍ່ທັນແຕກ ແລະ ຊີວິດຂອງປະຊາຊົນມີຄວາມປອດໄພຈາກ ລະເບີດບໍ່ທັນແຕກເພີ່ມຂື້ນເທື່ອລະກ້າວ ເຊີ່ງທັງສອງແຜນວຽກ ຈຸດສຸມແມ່ນຢູ່ພາຍໃຕ້ເປົ້າໝາຍທີ 3 ຊີວິດການເປັນຢູ່ທາງດ້ານ ວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂື້ນ ເທື່ອລະກ້າວຕາມທິດມີກິນມີໃຊ້. ນອກຈາກນັ້ນ, ກໍ່ເປັນການ ປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາ ສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 10: ຫຼຸດຜ່ອນ ຄວາມບໍ່ສະເໝີພາບຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ. SDG 18: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ, ເກັບກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງ, ເພື່ອການພັດທະນາແຫ່ງຊາດ. 19
ສົ່ງເສີມການສ້າງລາຍຮັບໃຫ້ກຸ່ມເປົ້າໝາຍ 285 ຄອບຄົວ (ຊໍາເໜືອ 165, ນະຄອນໄກສອນ 120) ໂດຍມອບສັດລ້ຽງ ແລະ ຝຶກອົບຮົມການປູກຝັງໃຫ້ກັບ ເຂົາເຈົ້າ ເຊິ່ງປະກອບມີ: ສະໜອງໝູ 151 ໂຕ, ເປັດ 600 ໂຕ, ແບ້ 264 ໂຕ, ປາ (ຊໍາເໜືອ 63 ກິໂລ, ນະຄອນ ໄກສອນ 3,500 ໂຕ). ນອກຈາກນີ້, ຍັງໄດ້ມີການສົ່ງເສີມ ກິດຈະກໍາການປູກຜັກ, ການປູກເຫັດ, ໄດ້ສະໜັບສະໜູນ ອຸປະກອນໃນກິດຈະກໍາຂາຍເຄື່ອງຍ່ອຍ, ຕໍ່າຫູກ, ຕັດ ຫຍິບ, ສ້ອມແປງລົດຈັກ, ຮ້ານເສີມສວຍ, ກິດຈະກໍາຂາຍ ຂັນໝາກເບັງ ແລະ ກິດຈະກໍາຂາຍເຄື່ອງກິນສຸກ (ມູນຄ່າ 719,034,960 ກີບ, ປະມານ 51,209 ໂດລາ). ພວກເຮົາໄດ້ນໍາສົ່ງກຸ່ມເປົ້າໝາຍ 155 ກໍລະນີ ເຂົ້າຮັບເຄື່ອງຄໍ້າຊູ ແລະ ຊ່ວຍຟື້ນຟູໜ້າທີ່ການໃຫ້ຜູ້ພິການ ປະກອບມີ: ໄມ້ເທົ້ານໍາທາງ, ເຄື່ອງຊ່ວຍຍ່າງ, ເຄື່ອງຊ່ວຍຟັງ, ແວ່ນຕາ, ລໍ້ເລື່ອນ ແລະ ອື່ນໆ. (ມູນຄ່າ 102,890,000 ກີບ, ປະມານ 5,956 ໂດລາ). ພ້ອມກັນນີ້, ໄດ້ສົ່ງກຸ່ມເປົ້າໝາຍ 20 ກໍລະນີ ເຂົ້າຮັບການຟື້ນຟູໜ້າທີ່ການຢູ່ສູນການແພດ ແລະ ບໍາບັດຢູ່ເຮືອນ (ມູນຄ່າ 4,826,000 ກີບ, ປະມານ 279 ໂດລາ). ໂຄງການພັດທະນາການມີສ່ວນຮ່ວມຂັ້ນພື້ນຖານໃນຊຸມຊົນ ຈັດຕັ້ງປະຕິບັດໃນ 18 ບ້ານ ຢູ່ເມືອງຊໍາເໜືອ ແຂວງ ຫົວພັນ ແລະ 25 ບ້ານ ຢູ່ນະຄອນໄກສອນ ແຂວງສະຫວັນນະເຂດ. (ໂຄງການທີ 5 ໃນແຜນທີ່ ໜ້າ VI).ໃນປີ 2022 ໄດ້ ປະຕິບັດສຳເລັດດ່ັງນີ້: 20
ພ້ອມກັນນີ້, ພວກເຮົາຍັງໄດ້ສົ່ງເສີມຊີວິດການເປັນຢູ່ໂດຍຜ່ານກິດຈະກໍາການປູກຝັງ-ການລ້ຽງສັດ, ການບໍລິການ ແລະ ອື່ນໆທັງໝົດ 255 ຄອບຄົວ (ມູນຄ່າ 279,584,000 ກີບ, ປະມານ 16,186 ໂດລາ). ເຊິ່ງມີລາຍລະອຽດດັ່ງນີ້: ໄດ້ຝຶກອົບຮົມສິດທິຂອງຄົນພິການ ແລະ ຄວາມສະເໝີພາບສໍາລັບຄົນ ພິການ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ຄວາມເປັນພິການໃຫ້ແກ່ຊຸມຊົນຢູ່ໃນ 10 ບ້ານເປົ້າໝາຍ. ຜູ້ເຂົ້າຮ່ວມທັງໝົດ 66 ທ່ານ (ຍິງ 27 ທ່ານ) ໃນນັ້ນມີຜູ້ ພິການ 37 ທ່ານ (ຍິງ 11 ທ່ານ). ໄດ້ຝຶກອົບຮົມການພັດທະນາແບບມີ ສ່ວນຮ່ວມຂອງຄົນພິການໃຫ້ແກ່ພາກ ລັດທຸກຂັ້ນ (ຄະນະກໍາມະການຄຸ້ມຄອງ ແລະ ຊີ້ນໍາໂຄງການຂັ້ນແຂວງ ແລະ ຂັ້ນ ເມືອງ) ໂດຍມີຜູ້ເຂົ້າຮ່ວມ 30 ທ່ານ (ຍິງ 14 ທ່ານ), ໃນນັ້ນມີຜູ້ພິການ 11 ທ່ານ (ຍິງ 4 ທ່ານ). ໄດ້ສະໜັບສະໜູນການສ້າງກຸ່ມຊ່ວຍເຫຼືອ ຕົນເອງ ຫຼື ກຸ່ມເພື່ອນຊ່ວຍເພື່ອນຂອງຄົນ ພິການໄດ້ 10 ກຸ່ມ ຢູ່ 10 ບ້ານເປົ້າໝາຍ ຂອງໂຄງການ, ມີສະມາຊິກ 288 ຄົນ (ຍິງ 118 ຄົນ) ເຊິ່ງເປັນຄົນພິການທັງໝົດ. ຜ່ານການປະເມີນ ແລະ ຕີລາຄາພົບວ່າ 4 ກຸ່ມມີຄວາມເຂັ້ມແຂງ, ສາມາດຊ່ວຍເຫຼືອ ເຊິ່ງກັນ ແລະ ກັນໄດ້. ຈັດກອງປະຊຸມສ້າງຕັ້ງທີມປະເມີນການເຂົ້າເຖິງ ເພື່ອສ້າງທີມງານຜູ້ອໍານວຍຄວາມສະດວກທີ່ປະກອບດ້ວຍຄົນພິການ ເພື່ອ ດໍາເນີນການກວດສອບການເຂົ້າເຖິງສະຖານທີ່ ແລະ ການປະຕິບັດ. ສະມາຊິກທັງໝົດ 14 ທ່ານ (ຍິງ 3 ທ່ານ) ໃນນັ້ນຜູ້ທີ່ມີຄວາມ ເປັນພິການ 7 ທ່ານ (ຍິງ 1 ທ່ານ). ຫຼັງຈາກສ້າງຕັ້ງທີມແລ້ວ ໄດ້ປະເມີນການເຂົ້າເຖິງສະຖານທີ່ຕົວຈິງ ເພື່ອເຮັດໃຫ້ຫ້ອງການປະສານ ງານ ສພປ ປະຈໍາ ແຂວງຫຼວງພະບາງ ສາມາດເຂົ້າເຖິງຄົນພິການທຸກປະເພດ ແລະ ໝົດທຸກຄົນ. 1 ໄກ່ລາດ ລວມມູນຄ່າທັງໝົດ: 279,584,000 ກີບ (ປະມານ 16,186 ໂດລາ) ກິດຈະກໍາ ຈໍານວນທີ່ມອບ ກຸ່ມເປົ້າໝາຍ 880 ໂຕ 44 61,600,000 ມູນຄ່າ (ກີບ) 2 ເປັດເທບ 260 ໂຕ 13 21,400,000 3 ໝູລາດ 51 ໂຕ 17 38,250,000 4 ແບ້ 81 ໂຕ 27 87,050,000 5 ປາ 14,000 ໂຕ 4 5,535,000 6 ກົບ 500 ໂຕ 1 1,300,000 7 ຮ້ານຂາຍເຄື່ອງຍ່ອຍ 3 ຮ້ານ 3 7,191,000 8 ຮ້ານຕັດຜົມ 2 ຮ້ານ 2 5,874,000 9 ອາຫານສັດ 47 5,483,000 10 ອຸປະກອນສ້າງຄອກສັດ 96 36,816,000 11 ອຸປະກອນສ້າງຫ້ອງນໍ້າ 1 3,280,000 12 ອຸປະກອນສ້າງທາງ 2 ແຫ່ງ 5,805,000 ລ/ດ-ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ກໍາລັງຈັດຕັ້ງປະຕິບັດຢູ່ໃນ 10 ບ້ານເປົ້າໝາຍ, ເມືອງຈອມເພັດ ແຂວງຫຼວງພະບາງ (ໂຄງການທີ 8 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: 21
ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ກຳລັງຈັດຕັ້ງປະຕິບັດຢູ່ໃນ 16 ບ້ານເປົ້າໝາຍ, ເມືອງໄຊພູທອງ ແຂວງສະຫວັນນະເຂດ. (ໂຄງການທີ 7 ໃນແຜນທີ່ ໜ້າ VI). ໃນປີ 2022 ໄດ້ປະຕິບັດສໍາເລັດດ່ັງນີ້: ໄດ້ສົ່ງຕໍ່ກຸ່ມເປົ້າໝາຍເພື່ອປະເມີນ ແລະ ຟື້ນຟູ ບໍໍາບັດຮ່າງກາຍ 261 ກໍລະນີ (ຍິງ 89 ກໍລະນີ) ເຊິ່ງ ເຮັດໃຫ້ເຂົາເຈົ້າສາມາດເບິ່ງແຍງຕົນເອງໄດ້ ແລະ ຮູ້ຈັກ ສະຖານທີ່ບໍລິການເມື່ອເວລາຕ້ອງການປິ່ນປົວ ແລະ ກວດສຸຂະພາບ. ພ້ອມກັນນີ້, ກໍ່ໄດ້ມອບອຸປະກອນ ເຄື່ອງຄໍ້າຊູ-ສິ່ງອໍານວຍຄວາມສະດວກໃຫ້ກັບກຸ່ມ ເປົ້າໝາຍ. ເຮັດໃຫ້ຜູ້ທີ່ມີຄວາມພິການສາມາດເບິ່ງແຍງ ຕົວເອງໄດ້ ແລະ ມີສ່ວນຮ່ວມຕໍ່ກັບສັງຄົມຫຼາຍຂື້ນ. (ມູນຄ່າການສະໜັບສະໜູນ 20,511,000 ກີບ, ປະມານ 1,187 ໂດລາ). ໄດ້ສະໜັບສະໜູນມອບສັດລ້ຽງໃຫ້ ກຸ່ມເປົ້າໝາຍ ເພື່ອສົ່ງເສີມໃຫ້ເຂົາເຈົ້າມີອາຊີບ ແລະ ສ້າງລາຍຮັບເພີ່ມໃຫ້ 82 ຄອບຄົວ ປະກອບມີ: ສະໜອງແບ້ 312 ໂຕ, ລູກປາດຸກ 1,200 ໂຕ, ຫົວອາຫານປາ 464 ກິໂລ, ໝູ ນ້ອຍ 8 ໂຕ, ຫົວອາຫານໝູ 120 ກິໂລ ແລະ ຮໍາ 680 ກິໂລ (ມູນຄ່າ 360,826,000 ກີບ, ປະມານ 20,889 ໂດລາ). ໄດ້ສະໜັບສະໜູນ ແລະ ສົ່ງຕໍ່ຄົນພິການທີ່ມີຄວາມ ຫຍຸ້ງຍາກດ້ານການສື່ສານ ແລະ ການໄດ້ຍິນ ໄປຮຽນພາສາ ມື ທີ່ ສູນພາສາມືແຫ່ງຄວາມຫວັງ 1 ກໍລະນີ ສະໜັບສະໜູນ ງົບປະມານສໍາລັບອຸປະກອນການຮຽນ 500,000 ກີບ/ເດືອນ ລວມ 3,500,000 ກີບ. ເຊິ່ງຜູ້ກ່ຽວສາມາດສຶກສາຮໍ່າຮຽນໄດ້ ກ້າວໜ້າ ແລະ ມີທັກສະການນໍາໃຊ້ພາສາມືເພິ່ມຂື້ນໃນລະດັບ ດີ. ໄດ້ສະໜັບສະໜູນອຸປະກອນເຄື່ອງຊ່ວຍຊູ ແລະ ຟື້ນຟູໜ້າທີ່ ການ ໃຫ້ເປົ້າໝາຍ 45 ຄົນ ປະກອບມີ: ໄມ້ຄໍ້າເທົ້າ, ໄມ້ນໍາ ທາງ, ເຄື່ອງຊ່ວຍຟັງ, ລໍ້ເລື່ອນ, ເຄື່ອງຊ່ວຍຍ່າງ ແລະ ອື່ນໆ (ມູນຄ່າ 64,388,000 ກີບ, ປະມານ 3,728 ໂດລາ). 22
ເຄືອຂ່າຍ ແລະ ວຽກງານອື່ນໆ ສະມາຄົມ ສພປ ຖືເອົາວຽກພົວພັນປະສານງານ ແລະ ການມີສ່ວນຮ່ວມເປັນສິ່ງສໍາຄັນ, ສະນັ້ນ ພວກເຮົາຈຶ່ງໄດ້ເຂົ້າຮ່ວມ ບັນດາເຄືອຂ່າຍຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ອົງຄວາມຮູ້ ເພື່ອນໍາມາ ປັບໃຊ້ໃນອົງກອນ. ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ ຫຼື Lao CSO Coordination Office (LCCO) ແມ່ນຫ້ອງການ ປະສານງານໃຫ້ແກ່ບັນດາອົງການຈັດຕັ້ງທາງສັງຄົມລາວທີ່ບໍ່ ຫວັງຜົນກໍາໄລ ເນັ້ນໃສ່ການປະສານງານ, ແລກປ່ຽນຂໍ້ມູນ ຂ່າວສານເປັນຫຼັກລະຫວ່າງສະມາຊິກໃນທົ່ວປະເທດ, ບັນດາ ຄູ່ຮ່ວມພັດທະນາພາກລັດຖະບານ, ພາກພື້ນ ແລະ ສາກົນ. ສະມາຄົມ ສພປ ກໍ່ແມ່ນໜຶ່ງໃນຄະນະກໍາມະການ ຫ້ອງການ ປະສານງານອົງການຈັດຕັ້ງສັງຄົມລາວ ທີ່ໄດ້ມີສ່ວນຮ່ວມເຮັດ ວຽກ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນທຸກວຽກງານທີ່ນອນ ໃນຢູ່ກົນໄກເຄືອຂ່າຍທັງໝົດ 7 ຂະແໜງການຄື: 1) ການ ປົກຄອງທີ່ດີ; 2) ກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ, 3) ສຶກສາທິການ ແລະ ກິລາ, 4) ສາທາລະນະສຸກ, 5) ສິ່ງແວດລ້ອມ, 6) ແຮງງານ ແລະ ສະຫວັດດີການສັງຄົມ, ຄົນພິການ ແລະ ການ ປົກປ້ອງທາງສັງຄົມ ແລະ 7) ເສດຖະກິດ, ຖະແຫຼ່ງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ. ຫ້ອງການປະສານງານ ອົງການຈັດຕັ້ງສັງຄົມລາວ (LCCO) 23

ASEAN Civil Society Conference (ACSC) ຫຼື ASEAN People’s Forum (APF)

ອົງການຈັດຕັ້ງສັງຄົມລາວອື່ນໆກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນ

ກອງປະຊຸມພາກປະຊາຊົນອາຊຽນ
ແມ່ນກອງປະຊຸມປະຈໍາປີຂອງບັນດາອົງການ ຈັດຕັ້ງສັງຄົມ
ເຊິ່ງ ໄດ້ຖືກຈັດຂຶ້ນເປັນກອງປະຊຸມຂະໜານກັນກັບກອງປະຊຸມສຸດ ຍອດອາຊຽນຂອງຫົວໜ້າລັດຖະບານ. ເປັນເວທີແລກປ່ຽນ, ແບ່ງປັນປະສົບການ ແລະ ສົນທະນາບັນຫາຕ່າງໆທີ່ກ່ຽວຂ້ອງ ກັບການບັນລຸເປົ້າໝາຍສະຫະສະວັດ ເພື່ອການພັດທະນາເຊື່ອມ ສານກັບການຈັດຕັ້ງປະຕິບັດບັນດາຖະແຫຼງການສາກົນ ແລະ ຂໍ້ຕົກລົງການຮ່ວມມືອາຊຽນ ລະຫວ່າງ ອົງການຈັດຕັ້ງສັງຄົມ (CSOs) ໃນບັນດາປະເທດອາຊຽນ. ສະມາຄົມ ສພປ ໄດ້ຮັບ ການຄັດເລືອກເປັນໜຶ່ງໃນຄະນະກໍາມະການຊີ້ນໍາຂອງ ອົງການ ຈັດຕັ້ງສັງຄົມລາວ ຫຼື Steering Committee ຂອງກອງປະຊຸມ ພາກປະຊາຊົນອາຊຽນ ຫຼື ACSC/APF ໃນການເຂົ້າຮ່ວມກອງ ປະຊຸມດັ່ງກ່າວ. ນອກຈາກນີ້, ຍັງໄດ້ປະກອບສ່ວນໃນການເຮັດ ວຽກເປັນກອງເລຂາ ເພື່ອອໍານວຍຄວາມສະດວກ ແລະ ກະກຽມ ໃຫ້ແກ່ຄະນະຜູ້ແທນຈາກອົງການຈັດຕັ້ງສັງຄົມລາວເຂົ້າຮ່ວມ ກອງປະຊຸມ ACSC/APF ໃນແຕ່ລະປີ. ໃນປີ 2022 ປະເທດ ກໍາປູເຈຍເປັນເຈົ້າພາບຈັດ ACSC/APF ຂຶ້ນທີ່ ນະຄອນຫຼວງ ພະນົມເປັນ. ສະມາຄົມ ສພປ ພ້ອມດ້ວຍຄະນະຜູ້ແທນຈາກ
ແຕ່ລະປີ. ກອງປະຊຸມພາກປະຊາຊົນອາຊຽນ 24
(CSOs) ຢູ່ໃນບັນດາລັດສະມາຊິກອາຊຽນ,
ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການລາວ ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການລາວ Scaling Up Nutrition Civil Society Alliance in Lao PDR ຫຼື SUN CSA Laos ແມ່ນເຄືອຂ່າຍອົງການຈັດຕັ້ງທາງສັງຄົມ 60 ອົງກອນໃນ ສປປ ລາວ ທີ່ເຮັດວຽກ ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານໃນສົ່ງເສີມວຽກງານດ້ານໂພຊະນາການ, ປັບປຸງສະຖານະພາບດ້ານໂພຊະ ນາການຂອງປະຊາຊົນໃນ ສປປ ລາວ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍໃນໄລຍະ 1000 ວັນທໍາອິດ. ສະມາຄົມ ສພປ ໄດ້ ເຂົ້າຮ່ວມເປັນສະມາຊິກໃນປີ 2017, ຫຼັງຈາກທີ່ໄດ້ເປັນສະມາຊິກຂອງ SUN CSA Laos ແລ້ວ, ພວກເຮົາກ່ໍໄດ້ຕັ້ງໜ້າເຂົ້າຮ່ວມ ປະຊຸມ, ແລກປ່ຽນ-ຮຽນຮູ້ ແລະ ນໍາເອົາບົດຮຽນຕ່າງໆມາໝູນໃຊ້-ປັບໃຊ້ໃນວຽກງານດ້ານໂພຊະນາການຂອງສະມາຄົມ. ພິເສດ ໄປກວ່ານັ້ນ ສພປ ຍັງເປັນໜຶ່ງໃນຄະນະປະສານງານຂັ້ນແຂວງໃນວຽກງານດ້ານໂພຊະນາການ (ແຂວງສະຫວັນນະເຂດ) ແລະ ເປັນໜຶ່ງໃນຄະນະກໍາມະການບໍລິຫານງານຂອງເຄືອຂ່າຍ SUN CSA Laos ໃນປີ 2022 ອີກດ້ວຍ. 25
ເຄືອຂ່າຍພັນທະມິດການຮຽນຮູ້ລະບົບນິເວດກະສິກໍາໃນເອເຊຍ ຕາເວັນອອກສຽງໃຕ້ Argo-ecology Learning alliance in South East Asia ຫຼື ALiSEA ແມ່ນເປັນໜຶ່ງໃນແຜນງານການສະໜັບສະໜູນ ການປ່ຽນແປງນິເວດກະສິກໍາໃນພາກພື້ນແມ່ນໍ້າຂອງ (ACTAE), ເຊິ່ງ ຮ່ວມກັບອົງການ CIRAD ເປັນຜູ້ຮັບຜິດຊອບບັນດາໂຄງການທີ່ກ່ຽວກັບ ເຄືອຂ່າຍກະສິກໍາແບບອະນຸລັກໃນອາຊີຕາເວັນອອກສ່ຽງໃຕ້ (CANSEA). ALiSEA ມີຈຸດປະສົງຫຼັກແມ່ນເພື່ອແລກປ່ຽນປະສົບການ ແລະ ຄວາມຮູ້ ກ່ຽວກັບລະບົບນິເວດກະສິກໍາ. ສະມາຄົມ ສພປ ໄດ້ເຂົ້າຮ່ວມເປັນສະມາຊິກ ເຄືອຂ່າຍ ALiSEA ແລະ ໄດ້ຕັ້ງໜ້າປະກອບສ່ວນເຂົ້າຮ່ວມກອງປະຊຸມ ແລກປ່ຽນໃນຫົວຂໍ້ຕ່າງໆທີ່ໄດ້ຖືກຮັບເຊີນ. ເຄືອຂ່າຍພັນທະມິດການຮຽນຮູ້ລະບົບນິເວດກະສິກຳ ໃນເອເຊຍຕາເວັນອອກສ່ຽງໃຕ້ (ALiSEA) 26
ອົງການຈັດຕັ້ງສັງຄົມລາວໃນການຈັດຕັ້ງປະຕິບັດ ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (ອລກປ) ມີຊື່ ເປັນພາສາອັງກິດແມ່ນ Lao Civil Society Organization Forestry Law Enforcement Governance and Trade ຫຼື Lao CSO FLEGT: ແມ່ນກຸ່ມອົງການຈັດຕັ້ງສັງຄົມ ລາວທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການເຂົ້າເປັນຄູ່ຮ່ວມ ສັນຍາການຄ້າແບບສະໝັກໃຈກັບສະຫະພາບເອີຮົບ (VPA). ເປົ້າໝາຍຂອງ Lao CSO FLEGT ແມ່ນເພື່ອເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດຜົນເຂົ້າໃນຂະບວນການຂອງ FLEGT-VPA ລະຫວ່າງລັດຖະບານລາວ ແລະ ເອີຣົບ, ການ ຮັບປະກັນວ່າບັນດາຊຸມຊົນທີ່ອາໄສປ່າໄມ້ສາມາດເຂົ້າເຖິງ, ນໍາ ໃຊ້, ຄຸ້ມຄອງ, ປົກປ້ອງ ແລະ ພັດທະນາປ່າໄມ້ໃນຮູບແບບ ທາງທີ່ເປັນທໍາ ແລະ ຍືນຍົງ. ແຜນງານທີ່ດໍາເນີນວຽກງານການ ຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າ ໄມ້, ໂດຍອີງຕາມໜັງສືຮັບຮອງຈາກກົດໝາຍປ່າໄມ້ ສະບັບ ເລກທີ 1278/ກກປມ, ລົງວັນທີ 23 ກັນຍາ 2015. ເຊິ່ງສະມາຄົມ ສພປ ໄດ້ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍ Lao CSO FLEGT ນັບແຕ່ປີ 2015 ເປັນຕົ້ນມາ, ໂດຍສະເພາະ ໃນປີ 2019 ກໍ່ໄດ້ຮັບ ການຄັດເລືອກຕັ້ງໃຫ້ເປັນໜຶ່ງໃນຄະນະກໍາມະການຊີ້ນໍາຂອງເຄືອ ຂ່າຍອີກດ້ວຍ. ໂດຍທີ່ຜ່ານມາພວກເຮົາໄດ້ເຂົ້າຮ່ວມບັນດາກິດຈະ ກໍາ ແລະ ກອງປະຊຸມຂອງເຄືອຂ່າຍຢ່າງສະໝໍ່າສະເໝີ; ປະກອບ ສ່ວນເຂົ້າໃນວຽກງານ FLEGT-VPA ແລະ ເຂົ້າຮ່ວມຂະບວນການ ຄ້ົນຄວ້າບັນດາຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLDs); ປະກອບສ່ວນໃນກອງປະຊຸມວິຊາການປ່າໄມ້ (technical working group) ທີ່ກ່ຽວຂ້ອງກັບປ່າໄມ້ຊຸມຊົນ ຫຼື ປ່າໄມ້ບ້ານ; ອອກ ແບບ ແລະ ຜະລິດບັນດາສື່ສິ່ງພິມ ແລະ ສື່ໂຄສະນາຂອງເຄືອຂ່າຍ ເຊັ່ນວ່າ: (ແຜ່ນພັບ, ໂປສເຕີ້, ເສື້ອຢືດ, ເວັບໄຊ໌), ຄຸ້ມຄອງ ແລະ ບໍລິຫານບັນດາສື່ສັງຄົມອອນລາຍ (Facebook ແລະ YouTube), ອອກແບບ ແລະ ສ້າງຖານຂໍ້ມູນອອນລາຍເພື່ອເກັບມ້ຽນບັນດາ ເອກະສານຕ່າງໆຂອງເຄືອຂ່າຍ (Online Database). ອົງການຈັດຕັ້ງສັງຄົມລາວ ໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (Lao CSO FLEGT) 27
ວຽກງານສົ່ງເສີມບົດບາດຍິງ-ຊາຍ ສະມາຄົມ ສພປ ຖືເອົາວຽກບົດບາດຍິງ-ຊາຍ ເປັນຫົວໃຈຫຼັກໃນການພັດທະນາ, ພວກເຮົາຖືວ່າ ຍິງ ແລະ ຊາຍ ມີສິດເທົ່າທຽມ ກັນໃນທຸກລະດັບ, ເຊິ່ງສະແດງອອກໃຫ້ເຫັນໄດ້ໃນທຸກໆວຽກງານ ພວກເຮົາຈະເຊື່ອມສານບົດບາດຂອງແມ່ຍິງໃຫ້ມີສ່ວນຮ່ວມນໍາກັນ ເຊີ່ງຢ່າງນ້ອຍແມ່ນໃຫ້ມີແມ່ຍິງ 30% ຂອງທຸກຂະບວນການຈັດຕັ້ງປະຕິບັດວຽກງານ ແລະ ກິດຈະກໍາໃນແຕ່ລະຂົງເຂດ, ພື້ນທີ່ຕ່າງໆ ໂດຍສະເພາະການເປັນຜູ້ນໍາ ບໍ່ວ່າຈະເປັນຄະນະກຸ່ມຕ່າງໆ ແມ່ນຈະຕ້ອງໃຫ້ມີແມ່ຍິງຢູ່ທຸກຂັ້ນ ເພື່ອເປັນການເປີດໂອກາດ ແລະ ສົ່ງເສີມ ໃຫ້ແມ່ຍິງໄດ້ມີບົດບາດໃນການນໍາພາ ແລະ ໄດ້ປະກອບສ່ວນຢ່າງເຕັມທີ່. ການຈັດຕັ້ງປະຕິບັດກິດຈະກໍາໃນລະດັບຄອບຄົວ ພວກເຮົາກໍ່ ໄດ້ສະໜັບສະໜູນແມ່ຍິງໃຫ້ມີສ່ວນຮ່ວມໃນການຮັບຟັງ, ການປະກອບຄໍາຄິດຄໍາເຫັນ ແລະ ການຕັດສິນໃຈຄຽງຄູ່ໄປກັບຜູ້ຊາຍ. ສະມາຄົມ ສພປ ກໍ່ແມ່ນໜຶ່ງໃນສະມາຊິກຂອງສະມາຄົມ ພັດທະນາບົດບາດຍິງ-ຊາຍ ເຊີ່ງເປັນສະມາຄົມທີ່ສົ່ງເສີມຄວາມ ກ້າວໜ້າຂອງແມ່ຍິງ. ນອກຈາກນັ້ນ, ພວກເຮົາກໍ່ເປັນໜຶ່ງໃນ ຄະນະບໍລິຫານເຄື່ອຂ່າຍໂພຊະນາການ ຫຼື SUNCSA ເຊິ່ງເປັນ ວຽກງານໜຶ່ງທີ່ເນັ້ນໜັກການເຊື່ອມສານບົດບາດຍິງ-ຊາຍ ເຂົ້າ ໃນວຽກໂພຊະນາການ ໂດຍສະເພາະແມ່ຍິງທີ່ຢູ່ໃນເຂດຊົນນະບົດ ທີ່ຍັງບໍ່ທັນເຂົ້າເຖິງຂໍ້ມູນກ່ຽວກັບເລື່ອງສຸຂະອະນາໄມ, ການລ້ຽງ ລູກ (ເດັກນ້ອຍ 1000 ວັນ) ແລະ ບໍ່ມີໂອກາດໃນການຮໍ່າຮຽນ ຍັງມີການນັບຖືຮີດຄອງປະເພນີດັ້ງເດີມ ທີ່ເຮັດໃຫ້ແມ່ຍິງບາງກຸ່ມ ເຂົ້າບໍ່ເຖິງຫຼັກໂພຊະນາການທີ່ຖືກຕ້ອງ. ສະນັ້ນ, ພວກເຮົາຈຶ່ງໄດ້ ເນັ້ນໜັກເລື່ອງນີ້ເປັນພິເສດຄື: ການສ້າງຄວາມອາດສາມາດ ແລະ ຄວາມເຂັ້ມແຂງໃຫ້ແມ່ຍິງໄດ້ມີສິດຮຽນຮູ້ ແລະ ເຂົ້າເຖິງໂພຊະ ນາການທີ່ດີ, ສົ່ງເສີມໃຫ້ແມ່ຍິງຖືພາໄດ້ໄປຝາກທ້ອງຢູ່ໂຮງໝໍ, ລ້ຽງລູກໃຫ້ຖືກວິທີ, ກິນອາຫານທີ່ຖືກຫຼັກສຸຂະອະນາໄມ ແລະ ອື່ນໆ ເປັນຕົ້ນ. ສະເພາະພາຍໃນສະມາຄົມ ສພປ ນັບແຕ່ຄະນະ ບໍລິຫານ, ປະທານ, ຄະນະກວດກາ ລວມໄປເຖິງສະມາຊິກ ຂອງສະມາຄົມ ລ້ວນແລ້ວແຕ່ມີແມ່ຍິງຢູ່ຕາມທຸກຂະແໜງ ການເຮັດວຽກ, ເຊິ່ງໃນທ້າຍປີ 2022 ອົງກອນຂອງພວກເຮົາ ມີສະມາຊິກແມ່ຍິງທັງໝົດ 42%, ພະນັກງານຂອງພວກເຮົາກໍ່ ໄດ້ຕັ້ງໜ້າເຂົ້າຮ່ວມຝຶກອົບຮົມ ແລະ ສ້າງຄວາມອາດສາມາດ ຢູ່ຢ່າງສະໝໍ່າສະເໝີ ເພື່ອຍົກລະດັບຄວາມຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບວຽກງານຍົກສູງບົດບາດຍິງ-ຊາຍ. ໃນ ອະນາຄົດພວກເຮົາຈະຍົກສູງບົດບາດຍິງ-ຊາຍໃຫ້ສູງຂື້ນ ໂດຍ ຈະສອດແຊກວຽກງານດັ່ງກ່າວໃຫ້ເຂົ້າເຖິງໃນບັນດາທຸກ ຂົງເຂດວຽກງານຕ່າງໆໃຫ້ຫຼາຍກວ່າເກົ່າ. 28
ວຽກງານສົ່ງເສີມຜູ້ທີ່ມີຄວາມເປັນພິການ ວຽກງານສົ່ງເສີມການມີສ່ວນຮ່ວມຂອງຜູ້ທີ່ມີຄວາມ ພິການ ຖືໄດ້ວ່າເປັນວຽກງານໃໝ່ສໍາລັບສະມາຄົມ ສພປ, ເຊິ່ງ ໄດ້ເລີ່ມຈັດຕັ້ງປະຕິບັດ 2-3 ປີທີ່ຜ່ານມາ. ພວກເຮົາໄດ້ເອົາໃຈ ໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ກັບວຽກງານຜູ້ທີ່ມີຄວາມເປັນພິການ ເພື່ອປັບປຸງຊີວິດການເປັນຢູ່ຂອງຄົນພິການຢູ່ເຂດຊົນນະບົດມີ ຄຸນະພາບທີ່ດີຂຶ້ນ ໂດຍສະເພາະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການ ເຂົ້າເຖິງການບໍລີການຕ່າງໆ ແລະ ປັບຕົວເຂົ້າກັບສັງຄົມກໍ່ຄື ຊຸມຊົນທີ່ເຂົາອາໄສຢູ່ນັ້ນເອງ. ສະນັ້ນ, ພວກເຮົາຈຶ່ງໄດ້ຍົກເອົາ ວຽກງານຄົນພິການເຂົ້າມາຢູ່ໃນແຜນຍຸດທະສາດ 5 ປີ 20212025 ຂອງສະມາຄົມ. ໃນໄລຍະທີ່ຜ່ານມາ ພວກເຮົາໄດ້ໃຫ້ການ ສົ່ງເສີມ ແລະ ສະໜັບສະໜູນຄົນພິການຫຼາຍກໍລະນີເຊັ່ນວ່າ: ໄດ້ ສົ່ງເສີມກິດຈະກໍາການສ້າງລາຍຮັບບໍ່ວ່າຈະເປັນການລ້ຽງສັດ, ຮ້ານຕັດຜົມ, ຮ້ານຂາຍເຄື່ອງຍ່ອຍ ແລະ ອື່ນໆ ເພື່ອໃຫ້ເຂົາເຈົ້າ ໄດ້ມີອາຊີບ ແລະ ສາມາດສ້າງລາຍໄດ້ໃຫ້ຕົນເອງ ແລະ ຄອບຄົວ. ສິ່ງສຳຄັນພວກເຮົາຍັງໄດ້ສະໜັບສະໜູນໃຫ້ຄົນພິການສາມາດ ເຂົ້າເຖິງການບໍລິການ, ສົ່ງຄົນພິການໄປສູນຟື້ນຟູໜ້າທີ່ການ, ມອບອຸປະກອນ-ເຄື່ອງມືອໍານວຍຄວາມສະດວກໃນການດໍາລົງ ຊີວິດປະຈໍາວັນຂອງເຂົາເຈົ້າໃຫ້ມີຄວາມສະດວກສະບາຍຫຼາຍຂື້ນ ກວ່າເກົ່າ. ນອກຈາກນີ້, ກໍ່ໄດ້ເຜີຍແຜ່ຄວາມຮູ້ທາງດ້ານກົດໝາຍ ເພື່ອໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈເຖິງສິດທິ, ຄວາມ ສະເໝີພາບຂອງຄົນພິການ, ເປັນການສ້າງຄວາມຮັບຮູ້ກ່ຽວກັບ ຄວາມເປັນພິການໃຫ້ແກ່ຊຸມຊົນ ແລະ ຍັງເປັນການສົ່ງເສີມໃຫ້ ຜູ້ທີ່ມີຄວາມເປັນພິການສາມາດດໍາລົງຊີວິດຢູ່ໃນສັງຄົມໄດ້ຢ່າງ ປົກກະຕິ ໂດຍມີສ່ວນຮ່ວມໃນສັງຄົມໄດ້ຢ່າງເທົ່າທຽມກັນ. ໃນຕໍ່ໜ້າພວກເຮົາຈະຍົກສູງວຽກງານສົ່ງເສີມຜູ້ທີ່ມີຄວາມເປັນພິການໃຫ້ສູງຂື້ນ, ໂດຍການສົ່ງຕໍ່ຄວາມຮູ້ ແລະ ເຜີຍແຜ່ ບົດບາດຂອງຄົນພິການໃຫ້ກັບສະມາຄົມອື່ນໆ, ບໍ່ໃຫ້ຖືວ່າເປັນວຽກງານຂອງບຸກຄົນໃດໜຶ່ງ ຫຼື ສະມາຄົມໃດໜຶ່ງເທົ່ານັ້ນ ເພາະມັນ ແມ່ນໜ້າທີ່ຂອງທຸກຄົນໃນສັງຄົມ ໃຫ້ສອດຄ່ອງກັບຄໍາເວົ້າຂອງເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs ທີ່ວ່າ “ບໍ່ປະໃຫ້ໃຜຢູ່ ເບື້ອງຫຼັງ (Leave no one behind)”. ຜ່ານມາສະມາຄົມ ສພປ ເປີດໂອກາດໃຫ້ກັບຄົນພິການໄດ້ເຂົ້າມາຮ່ວມງານ ແລະ ເຮັດວຽກ ໃນສະມາຄົມຢູ່ສະເໝີ, ໄດ້ປັບນະໂຍບາຍໃຫ້ແທດເໝາະກັບເຂົາເຈົ້າ. ປັດຈຸບັນພວກເຮົາກໍ່ໄດ້ມີສະມາຊິກພະນັກງານທີ່ເປັນຄົນພິການ 4 ຄົນ (ຍິງ 1 ຄົນ), ໜຶ່ງໃນນັ້ນກໍ່ຄື ພະນັກງານໄອທີ ເປັນຄົນທີ່ມີຄວາມບົກບ່ອງທາງດ້ານການເບິ່ງເຫັນ (ພິການຕາ). ໃນອະນາຄົດ ພວກເຮົາກ່ໍຈະເປີດໂອກາດໃຫ້ມີຄົນພິການໄດ້ເຂົ້າມາເຮັດວຽກກັບພວກເຮົາໃຫ້ຫຼາຍຂື້ນ. 29
ວຽກງານການປ່ຽນແປງດິນຟ້າອາກາດ ການປ່ຽນແປງດິນຟ້າອາກາດ ເປັນປະເດັນທີ່ທົ່ວໂລກ ໃຫ້ຄວາມສໍາຄັນ ເຊິ່ງພວກເຮົາກໍ່ເຊັ່ນດຽວກັນ, ເນື່ອງຈາກວ່າ ມັນໄດ້ຕິດພັນກັບການດໍາລົງຊີວິດຂອງປະຊາຊົນໃນຊຸມຊົນ, ໂດຍສະເພາະ ກໍ່ແມ່ນການປູກຝັງ-ລ້ຽງສັດ ເພື່ອໃຫ້ເຂົາເຈົ້າໄດ້ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ກຽມພ້ອມ ຮັບມືກັບໄພພິບັດຕ່າງໆທີ່ຈະເກີດຂື້ນຈາກທໍາມະຊາດ. ພວກເຮົາກໍ່ມີພະນັກງານທີ່ໄດ້ຜ່ານການເຂົ້າຮ່ວມຝຶກ ອົບຮົມສ້າງຄວາມອາດສາມາດໃນດ້ານການປ່ຽນແປງດິນຟ້າ ອາກາດ ໂດຍສະເພາະກ່ໍແມ່ນໃນດ້ານເຕັກນິກການຜະລິດທີ່ນໍາ ໃຊ້ພື້ນທີ່ໜ້ອຍແຕ່ໄດ້ຜົນຜະລິດຫຼາຍ, ການຊອກແນວພັນພຶດ ທີ່ດີ ແລະ ປູກໄດ້ທຸກລະດູການ. ພວກເຮົາຍັງໄດ້ໃຫ້ຄວາມຮູ້ ກ່ຽວກັບການຮັບມືກັບໄພພິບັດທໍາມະຊາດ ໂດຍສະເພາະໃນ ຂົງເຂດພື້ນທີ່ທີ່ມັກມີນ້ໍາຖ້ວມ, ໄດ້ສ້າງຕັ້ງຄະນະກໍາມະການຂັ້ນ ບ້ານໃນການຄຸ້ມຄອງໄພພິບັດທາງທໍາມະຊາດ ແລະ ຝຶກອົບຮົມ ໃຫ້ເຂົາເຈົ້າຮູ້ວິທີປ້ອງກັນ ແລະ ຫຼຸດຜ່ອນຄວາມເສຍຫາຍທີ່ ເປັນຜົນກະທົບມາຈາກໄພພິບັດ. ນອກຈາກນີ້, ພວກເຮົາຍັງໄດ້ ມີການສົ່ງເສີມໃຫ້ເຂົາເຈົ້າສ້າງຕັ້ງເຂດອະນຸລັກ, ເຂດສະຫງວນ ຂອງບ້ານ ເພື່ອໃຫ້ເຂົາເຈົ້າໄດ້ນໍາໃຊ້ຊັບພະຍາກອນທໍາມະຊາດ ຢ່າງຍືນຍົງ. ພ້ອມກັນນີ້, ພວກເຮົາຍັງໄດ້ສົ່ງເສີມໃຫ້ປະຊາຊົນ ໄດ້ນໍາໃຊ້ເຕົາປະຢັດໃຫ້ຫຼາຍຂື້ນ ເພື່ອຊ່ວຍຫຼຸດຜ່ອນການນໍາ ໃຊ້ເຊື້ອເພີງຈາກທໍາມະຊາດ ປາສະຈາກການຕັດໄມ້ທໍາລາຍປ່າ ແລະ ບໍ່ເປັນການລົບກວນລະບົບນິເວດໃຫ້ຊຸດໂຊມລົງໄວ້ຂຶ້ນ. ໂດຍການລົງເຜີຍແຜ່ ແລະ ໂຄສະນາຕາມບ້ານຕ່າງໆທັງໃນເຂດ ຊຸມຊົນທີ່ຫ່າງໄກສອກຫຼີກ ແລະ ຍັງເພິ່ງພາອາໄສການໄປຕັດ ໄມ້ທໍາລາຍປ່າມາເປັນເຊື້ອເພີງໃນການເຮັດກິດຈະວັດປະຈໍາວັນ. ໃນອະນາຄົດ, ພວກເຮົາຈະໄດ້ສືບຕໍ່ຜັນຂະຫຍາຍວຽກງານດັ່ງ ກ່າວຕາມຂົງເຂດຊົນນະບົດໃຫ້ຫຼາຍຂື້ນ. 30
ຜູ້ໃຫ້ທຶນ ສະມາຄົມ ສພປ ມີ 13 ຜູ້ໃຫ້ທຶນ, ເຊິ່ງປະກອບມີຜູ້ທີ່ໃຫ້ທຶນ ໄລຍະແຕ່ 1-5 ປີ, 5-10 ປີ ແລະ ຫຼາຍກວ່າ 10 ປີຂື້ນໄປ ດັ່ງນີ້: 2007 - ປັດຈຸບັນ 2010 - ປັດຈຸບັນ 2010 - ປັດຈຸບັນ 2011 - ປັດຈຸບັນ 2011 - ປັດຈຸບັນ 2013 - ປັດຈຸບັນ 2013 - ປັດຈຸບັນ 2019 - ປັດຈຸບັນ 2019 - ປັດຈຸບັນ 2020 - ປັດຈຸບັນ 2020 - ປັດຈຸບັນ 2019 - ປັດຈຸບັນ ຄູ່ຮ່ວມງານພາກລັດ 2019 - ປັດຈຸບັນ ໃນປີ 2022, ສະມາຄົມ ສພປ ໄດ້ເຮັດວຽກ ກັບຄູ່ຮ່ວມງານພາກລັດຢ່າງສະໜິດແໜ້ນ ໂດຍສະເພາະກໍ່ແມ່ນ: 31

20,000,0000,000

18,000,0000,000

16,000,0000,000

14,000,0000,000

12,000,0000,000

10,000,0000,000

8,000,0000,000 6,000,0000,000

4,000,0000,000

2,000,0000,000

ລາຍງານການເງິນ ລາຍຮັບຂອງສະມາຄົມ ຄ່າທໍານຽມສະມາຊິກ 46,950,328 ການຊ່ວຍເຫຼືອລ້າໃນຮູບແບບໂຄງການ 15,966,830,930 1,129,435 171,163,734 ດອກເບ້ຍເງິນຝາກ ລາຍຈ່າຍອື່ນໆ ລວມຍອດລາຍຮັບ ຈຳນວນເງິນ (ກີບ) ອັດຕາແລກປ່ຽນ (ກີບ/ໂດລາ): 17,273 ເປີເຊັນ ຄິດໄລ່ເປັນ ໂດລາ 4,331,101,903 250,744 ຍອດຍົກມາແຕ່ປີ 2021 2,718 924,381 65 9,909 0.3% 99% 0.01% 1% 16,186,074,427 937,074 100% ລາຍຈ່າຍຂອງສະມາຄົມ 1) ບໍລິຫານ (ເງິນເດືອນພະນັກງານ, ຄ່ານໍ້າ, ຄ່າໄຟ, ຄ່າເຊົ່າຫ້ອງການ ແລະ ອື່ນໆ) 2) ການເຄື່ອນໄຫວກິດຈະກໍາຂອງໂຄງການ 3) ການຊ່ວຍເຫຼືອມະນຸດສະທໍາຕ່າງໆ 4) ລາຍຈ່າຍອື່ນໆ (ຄ່າກວດກາການເງິນປະຈໍາປີ) 13,745,134,586104,737,000 4,616,623,862 795,7586,064 267,274 74% 0% 1% 25% ລວມຍອດລາຍຈ່າຍ 18,466,495,448 1,069,096 100% 2,050,680,882 118,722 ຍອດເຫຼືອທ້າຍປີ 2022
ຍອດຍົກມາ ລາຍຮັບ ລາຍຈ່າຍ ຍອດເຫຼືອ 4,331,101,903 16,186,074,427 18,466,495,448 2,050,680,882 32

Turn static files into dynamic content formats.

Create a flipbook
Issuu converts static files into: digital portfolios, online yearbooks, online catalogs, digital photo albums and more. Sign up and create your flipbook.