ການບັງູຄັບໃຊ້ກົດໝາຍ ແລະ ລາດຕະເວນ ໃນປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ, ສປປ ລາວ ການບໍລິຫານຈັດການ ແລະ ການປະສານງານ ທີ່ມີຄວາມ ສາມາດສູງ ເພື່ອປັບປ່ຽນ ບັນດາຍຸດທະວິທີ ຫຼື ກົນລະຍຸດ ເຫຼົ່ານີ້ ເຂົ້າໃນການແກ້ໄຂບັນດາໄພຂົ່ມຂູ່ ທີ່ເກີດຂື້ນຕໍ່ສັດປ່າ ແລະ ຕໍ່ຄວາມໝັ້ນຄົງຂອງ ປ່າສະຫງວນ ໃນປະຈຸບັນ ແລະ ໃນ ເວລາຮີບດ່ວນ. ສ່ວນທີ່ສຳຄັນທີິ່ສຸດ ຂອງວິທີການນີ້ ໄດ້ແກ່ ການຈັດປະຊຸມລາຍງານ ແລະ ວາງແຜນ ປະຈຳເດືອນ ຮ່ວມ ກັບພະນັກງານລາດຕະເວນ, ລົງຊີ້ນຳເຮັດວຽກງານຕົວຈິງຮ່ວມ ກັບບັນດາ ທີມງານລາດຕະເວນ ຢູ່ໃນພາກສະໜາມ, ໃຊ້ຖານຂໍ້ ເລີ່ມແຕ່ປີ 2003 ເປັນຕົ້ນມາ ອົງການອະນຸລັກສັດປ່າໄດ້ ສະໜັບ ມູນສະມາດເຂົ້າໃນການຕິດຕາມ, ວິເຄາະບັນດາໄພຂົ່ມຂູ່ ແລະ ສະໜູນ ໜ່ວຍງານຄຸ້ມຄອງ ປ່າສະຫງວນແຫ່ງຊາດ ນ້ຳແອດ- ຜົນ ການລາດຕະເວນ. ພູເລີຍ ໃນການວາງແຜນ ແລະ ການປະສານງານ. ໃນຊ່ວງໄລຍະ ເວລາ ນີ້ພວກເຮົາໄດ້ຮຽນຮູ້ ແລະ ໄດ້ຮັບປະສົບການອັນລໍ້າຄ່າ ຫຼາຍຢ່າງກ່ຽວກັບວຽກ ງານບັງຄັບໃຊ້ກົດໝາຍ ແລະ ລາດຕະ ໃນບົດສະຫຼູບຫຍໍ້ນີ້ປະກອບມີ: ເວນ ເຊີ່ງບົດສະຫຼຸບຫຍໍ້ນີ້ ໄດ້ອະທິບາຍໃຫ້ຮູ້ເຖີງ ວິທີການຕ່າງໆ 1. ການນໍາສະເໜີ ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ທີ່ພວກເຮົາໄດ້ນຳໃຊ້ ເພື່ອແກ້ໄຂບັນຫາໄພຂົ່ມຂູ່ຕ່າງໆ ຢູ່ໃນປ່າ 2. ທີມລາດຕະເວນປະຈໍາການຢູ່ປ້ອມຍາມປ່າ ສະຫງວນ ທີ່ເຫັນວ່າມີປະສິດທິພາບສູງ. 3. ທີມລາດຕະເວນຕາມປ່າທີ່ປະຈຳຢູ່ຫ້ອງການ 4. ທີມສະເພາະກິດ ໂຄງສ້າງປະຈຸບັນ ສຳລັບວຽກ ບັງຄັບໃຊ້ກົດໝາຍ ແລະ ການ 5. ການມີສ່ວນຮ່ວມຂອງຊຸມຊົນໃນວຽກບັງຄັບໃຊ້ກົດໝາຍ ລາດຕະເວນ ຂອງປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ 6. ການປະສານງານ ແລະ ການໃຫ້ຄໍາປຶກສາ-ຊີ້ນໍາໆພາ ແມ່ນ ປະກອບດ້ວຍ ຍຸດທະວິທີ ຫຼື ກົນລະຍຸດ ຫຼາຍຢ່າງ ທີ່ 7. ສະຫຼູບ ແລະ ຂໍ້ສະເໜີແນະ ແຕກຕ່າງກັນ ໂດຍພວກເຮົາໄດ້ນຳໃຊ້ ວິທີການຕິດຕາມກວດກາ, ອົງປະກອບຕົ້ນຕໍ ຂອງການຄຸ້ມຄອງ ປ່າສະຫງວນ ແຫ່ງຊາດ ນ້ຳແອດ-ພູເລີຍ ແມ່ນການບັງຄັບໃຊ້ກົດໝາຍ ແລະ ການລາດ ຕະເວນ. ຈຸດປະສົງຫຼັກຂອງການລາດຕະເວນ ແມ່ນເພື່ອສະກັດກັ້ນ ແລະ ຫຼຸດຜ່ອນການລ່າສັດປ່າ ແລະ ໄພຂົ່ມຂູ່ອື່ນໆ ໃນເຂດຫວງ ຫ້າມເດັດຂາດ. ເນື່ອງຈາກວ່າຊັບພະຍາກອນທີ່ມີຢູ່ ມີຈຳກັດ ສະນັ້ນ ຈິ່ງມີຄວາມຈຳເປັນທີ່ຈະຕ້ອງມີຍຸດທະວິທີ ຫຼື ເຕັກນິກ ການປົກປັກຮັກສາ ຊີວະນາໆພັນ ທີ່ມີປະສິດທິພາບສູງທີ່ສຸດ.
1. ການນຳສະເໜີປາ່ ສະຫງວນແຫ່ງຊາດ ນໍາ້ ແອດ-ພູເລີຍ ປ່າສະຫງວນແຫ່ງຊາດ ນໍ້າແອດ-ພູເລີຍ ຕັ້ງຢູ່ພາກຕາເວັນອອກສ່ຽງເໜືອຂອງ ສປປ ລາວ ແລະ ເປັນປ່າສະຫງວນທີ່ໃຫຍ່ອັນດັບທີ 1 ຂອງປະເທດລາວ ເຊີ່ງມີເນື້ອທີ່ທັງໝົດ (410,720 ຮຕ) ໂດຍ ກວມເອົາ 9 ເມືອງໃນ 3 ແຂວງຄື: ຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ. ເນື້ອທີ່ປ່າສະຫງວນ ສ່ວນໃຫຍ່ຈະເປັນລັກສະນະພູເຂົາສູງຊັນ ມີຄວາມສູງຕັ້ງແຕ່ 336-2257 ແມັດ. ປ່າສະຫງວນ ແຫ່ງຊາດ ນໍ້າແອດ-ພູເລີຍ ມີຄວາມໂດດເດັ່ນ ທາງດ້ານຊີວະວິທະຍາ ຂອງສັດປ່າທີ່ອຸດົມສົມບູນ ໄປດ້ວຍສາຍພັນທີ່ຫຼາກຫຼາຍ ເຊີ່ງປະກອບມີສັດປ່າ ທີ່ໃກ້ຈະສູນພັນຫຼາຍຊະນິດເຊັ່ນ: ເສືອໂຄ່ງ, ເສືອດາວ, ເສືອລາຍເມກ, ເສືອໄຟ, ໝາໄນ, ທະນີແກ້ມຂາວຖີ່ນເໜືອ, ຄ່າງແວ່ນຖີ່ນເໜືອ, ເໝືອຍ, ໝີຄວາຍ, ເຫງັນຫາງຂໍ, ນາກນໍ້າ, ນົກກົກຄຳ, ເຫງັນຊະນິດຕ່າງໆ, ລີ່ນ ແລະ ສັດຕະກູນລີງ. ລວມທັງໝົດມີສັດກິນຊີ້ນ 19 ຊະນິດໃນນັ້ນລວມມີ 6 ຊະນິດເປັນສັດຕະກູນແມວປ່າ, ປະມານ 50 ຊະນິດຂອງສັດລ້ຽງລູກດ້ວຍນົມ ແລະ ນົກ 299 ຊະນິດ. ຈຳນວນທັງໝົດ 98 ບ້ານມີປະຊາກອນປະມານ 30,000 ຄົນ ທີ່ອາໄສຢູ່ໃນ ແລະ ອ້ອມຂ້າງປ່າສະຫງວນ ເຊີ່ງນອນຢູ່ໃນພື້ນທີ່ຂອງ ຫຼາຍເມືອງ, ບາງເມືອງເປັນເມືອງທີ່ທຸກຍາກທີ່ສຸດ ຂອງປະເທດ. ມີປະຫວັດອັນຍາວນານກ່ຽວກັບ ການຕັ້ງຖີ່ນຖານຂອງມະນຸດຢູ່ ໃນ ແລະ ອ້ອມຂ້າງປ່າສະຫງວນ ແຫ່ງຊາດ ນໍ້າແອດ-ພູເລີຍ ເຊີ່ງປະຊາຊົນເຫຼົ່ານີ້ມີວິຖີການດຳລົງຊີວິດທີ່ອາໄສທຳມະຊາດເປັນຫຼັກ. ເພື່ອເຮັດໃຫ້ມີຄວາມສົມດຸນລະຫວ່າງການອະນຸລັກ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ແບບຖືກຕ້ອງ ທີ່ຕອບສະໜອງ ຄວາມຈຳເປັນພື້ນຖານສຳລັບຊຸມຊົນໂດຍເນັ້ນໃສ່ການເຮັດໃຫ້ຊຸມຊົນ ແລະ ປ່າໄມ້ທຳມະຊາດ ອາໄສຢູ່ນຳກັນຢ່າງມີຄວາມສຸກ, ສະນັ້ນ ຈິ່ງໄດ້ມີການຈັດແບ່ງອອກເປັນ 2 ເຂດພື້ນຖານຄື: ເຂດຫວງຫ້າມເດັດຂາດ (ຫ້າມບໍ່ໃຫ້ເຮັດກິດຈະກຳໃດໆ ຖ້າບໍ່ໄດ້ຮັບອະນຸຍາດ) ແລະ ເຂດຄຸ້ມຄອງນຳໃຊ້ (ເຂດທີ່ປະຊາຊົນສາມາດເຮັດກະເສດ ແລະ ເຮັດກິດຈະກຳຕ່າງໆໄດ້). ອົງການອະນຸລັກສັດປ່າ ໄດ້ເຂົ້າມາຊ່ວຍເຫຼືອ ດ້ານເຕັກນິກວິຊາການ ໃຫ້ແກ່ປ່າສະຫງວນແຫ່ງຊາດ ນໍ້າແອດ-ພູເລີຍ ເລີ່ມແຕ່ປີ 2003 ເຖີງປະຈຸບັນ. ຕະຫຼອດໄລຍະທີ່ຜ່ານມາ ອົງການອະນຸລັກສັດປ່າ ແລະ ປ່າສະຫງວນແຫ່ງ ຊາດ ນໍ້າແອດ-ພູເລີຍ ໄດ້ຮັບປະສົບການອັນລໍ້າຄ່າຫຼາຍຢ່າງກ່ຽວກັບການບໍລິຫານຄຸ້ມຄອງວຽກງານດ້ານຕ່າງໆຄື: ການບັງຄັບໃຊ້ກົດ ໝາຍ, ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວແບບອະນຸລັກ, ໂຄສະນາຊຸມຊົນ, ສຳຫຼວດສັດປ່າ, ປ່າໄມ້ ແລະ ປະເມີນໄພຂົ່ມຂູ່. ຍຸດທະວິທີການບັງຄັບໃຊ້ກົດໝາຍ ແລະ ການລາດຕະເວນ ຢູ່ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ໄດ້ຮັບການປັບປຸງຢູ່ຕະ ຫຼອດໃນຊ່ວງຫລາຍປີຜ່ານມາ ທັງນີ້ກໍ່ເພື່ອຮັບປະກັນວ່າ ຊັບພະຍາກອນທີ່ພວກເຮົາມີຢູ່ຢ່າງຈຳກັດ ຖືກນຳໃຊ້ເຂົ້າໃນການແກ້ໄຂ ບັນຫາ ໄພຂົ່ມຂູ່ຕໍ່ ປ່າສະຫງວນ ແຫ່ງຊາດ ໃຫ້ໄດ້ດີທີ່ສຸດ. ໄພຂົ່ມຂູ່ຕໍ່ ປ່າສະຫງວນ ປະກອບມີ: ການລ່າສັດປ່າດ້ວຍປືນ ແລະ ແຮ້ວ, ການລ້ຽງສັດ ແລະ ການບຸກລຸກພື້ນທີ່ທຳກະສິກຳ ໃນເຂດຫວງຫ້າມເດັດຂາດ, ການຄ້າຂາຍສັດປ່າ ໃນທ້ອງຕະຫຼາດ, ການຫາປາແບບຜິດລະບຽບກົດໝາຍ ໃນເຂດຫວງຫ້າມເດັດຂາດ, ການລັກລອບຂົນສົ່ງສັດປ່າຜ່ານປ່າສະຫງວນແຫ່ງຊາດ ແລະ ວິທີການທີບໍ່ຖືກຕ້ອງອື່ນໆ. ໃນໄລຍະຜ່ານມາພວກເຮົາໄດ້ພະຍາຍາມແກ້ໄຂ້ບັນຫາໄພຂົ່ມຂູ່ເຫຼົ່ານີ້ດ້ວຍວິທີການຕ່າງໆ ເຊັ່ນວ່າ: ການ ສົ່ງພະນັກງານລາດຕະເວນໄປປະຈຳຢູ່ ປ້ອມຍາມປ່າຕາມເຂດຍຸດທະສາດຕ່າງໆ, ການສົ່ງທີມທີ່ປະຈຳຢູ່ຫ້ອງການໄປລາດຕະເວນຕາມ ປ່າ, ທີມສະເພາະກິດທີ່ລາດຕະເວນຕາມ ສາຍທາງ, ຕົວເມືອງ, ບ້ານ, ຕະຫຼາດ, ຮ້ານອາຫານ, ຄີວລົດເມ ແລະ ອື່ນໆ ລວມເຖິງ ການ ມີສ່ວນຮ່ວມຂອງຊຸມຊົນໃນການລາດຕະເວນ.
2
2. ທີມລາດຕະເວນປະຈໍາການຢູປ່ ອ້ ມຍາມປ່າ ປ້ອມຍາມປ່າ ຂອງພະນັກງານລາດຕະເວນ ເປັນເຮືອນພັກ ທີ່ໄດ້ສ້າງຂື້ນໃນພື້ນທີ່ຍຸດ ທະສາດພາຍໃນປ່າສະຫງວນແຫ່ງຊາດ. ປ້ອມຍາມປ່າ ໃຫ້ຄວາມສະດວກໃນແງ່ຂອງ ການບັງຄັບໃຊ້ກົດໝາຍຢ່າງຕໍ່ເນື່ອງ ແລະ ວ່ອງໄວເພາະທີມງານລາດຕະເວນປະຈຳການ ຢູ່ໃນປ້ອມຍາມປ່າ ຕະຫຼອດເວລາ, ພວກເຮົາໄດ້ເລືອກ ຕັ້ງປ້ອມຍາມປ່າ ໃນຈຸດທີ່ມີ ຄວາມລະອຽດອ່ອນ ແລະ ໃຊ້ເປັນຖານປະຕິບັດງານ ຂອງທີມ ສຳລັບການລາດຕະເວນ ໃນພື້ນທີ່ໃກ້ຄຽງ. ໃນລະຫວ່າງປີ 2008 ຫາ 2010 ປ່າສະຫງວນແຫ່ງຊາດ ນ້ຳແອດພູເລີຍ ໄດ້ແບ່ງເຂດເປັນ 8 ເຂດຮັບຜິດຊອບລາດຕະເວນ ໂດຍກວມເອົາພື້ນທີ່ເຂດ ຫວງຫ້າມທັງໝົດ ແລະ ໄດ້ສ້າງປ້ອມຍາມປ່າຂື້ນ 8 ແຫ່ງ ສຳລັບໃຫ້ທີມລາດຕະເວນ ປະຈຳການຢູ່ເພື່ອລາດຕະເວນແຕ່ລະເຂດຮັບຜິດຊອບ. ທີມລາດຕະເວນປະຈໍາການຢູ່ປ້ອມຍາມປ່າ ປະກອບມີ 6 ຄົນ: ພະນັກງານປ່າສະຫງວນ 2 ຄົນ (ພະນັກງານລັດ ຫຼື ຊາວບ້ານ), ທະຫານ 2 ຄົນ ແລະ ຊາວບ້ານ 2 ຄົນ. ໂດຍປົກກະຕິແລ້ວ ແມ່ນ 3 ຄົນ ຈະອອກລາດຕະເວນ ໃນຂະນະທີ່ອີກ 3 ຄົນ ແມ່ນປະຈຳການຢູ່ປ້ອມຍາມ. ແຕ່ລະທີມຈະໄດ້ຍ່າງລາດຕະເວນຕາມປ່າໃນເຂດຫວງຫ້າມເດັດຂາດລວມ 18 ວັນ/ເດືອນ. ທຸກໆເດືອນຕ້ອງມີບຸກຄົນໜື່ງຂອງທີມ ອາດຈະເປັນຫົວໜ້າ ຫຼື ຮອງທີມ ຂອງແຕ່ລະປ້ອມຍາມເດີນທາງໄປຫ້ອງການ ເຂດປ່າສະຫງວນແຫ່ງຊາດ ນໍ້າແອດ-ພູເລີຍ ເພື່ອເຂົ້າ ຮ່ວມກອງປະຊຸມປະຈຳເດືອນເພື່ອລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກຳຂອງທີມ,ໃຫ້ຂໍ້ມູນການກວດກາຕິດຕາມ, ຮັບເງິນຄ່າເບ້ຍລ້ຽງ ແລະ ວາງແຜນການລາດຕະເວນຂອງເດືອນຕໍ່ໄປ. ຂໍ້ດີຂອງການມີພະນັກງານ ປະຈຳການ ຢູ່ປ້ອມຍາມປ່າ ແບບຖາວອນ. ຕົວຢ່າງ: ມີຊາວບ້ານ ລາຍງານວ່າ ການທີ່ມີພະນັກງານ ປະຈຳການ ຢູ່ປ້ອມຍາມປ່າແບບຖາວອນ ແມ່ນວິທີການທີ່ດີຫຼາຍ ຍ້ອນວ່າປ້ອມຍາມປ່າ ເຮັດໜ້າທີ່ເປັນບ່ອນປ້ອງກັນ ປະຊາຊົນ ບໍ່ໃຫ້ ເຂົ້າໄປໃນພື້ນທີ່ ເຂດຫວງຫ້າມເດັດຂາດ ແລະ ເຂດບໍລິເວນປ້ອມຍາມປ່າຕັ້ງຢູ່. ນອກຈາກນັ້ນ, ພະນັກງານທີ່ປະຈຳ ຢູ່ປ້ອມຍາມ ປ່າ ຍັງສາມາດສ້າງສາຍພົວພັນອັນດີ ກັບບັນດາບ້ານໃກ້ຄ້ຽງ, ໂດຍສະເພາະ ແມ່ນບ້ານທີ່ມີສະມາຊິກບ້ານຂອງຕົນເຂົ້າຮ່ວມທີມນຳ. ແນວໃດກໍ່ຕາມ, ວິທີການນີ້ກໍ່ຍັງມີຂໍ້ຈຳກັດ ແລະ ສິ່ງທ້າທາຍຄືກັນ. ຍົກຕົວຢ່າງ: ພະນັກງານຖືກປ່ອຍປະລະເລີຍ ໃຫ້ຢູ່ຕາມລຳພັງ, ປະເຊີນກັບຄວາມໂດດດ່ຽວ ແລະ ຄວາມຫງວມເຫງົາ ຍ້ອນໃຊ້ຊີວິດຢູ່ຫ່າງໄກຈາກຄອບຄົວ ແລະ ໝູ່ເພື່ອນ, ສາມາດສົ່ງຜົນໃຫ້ ການປະຕິບັດໜ້າທີ່ຄວາມຮັບຜິດຊອບບໍ່ໄດ້ເຕັມເມັດເຕັມໜ່ວຍ, ຍິ່ງໄປກວ່ານັ້ນ ໃນບາງກໍລະນີ ກໍ່ມີການຮ່ວມມືກັບນັກລ່າ ແລະ ຊາວບ້ານບຸກລຸກເຮັດກິດຈະກຳ ການກະສິກຳແບບຜິດກົດໝາຍ ໃນບໍລິເວນໃກ້ຄຽງ. ວິທີຮັກສາປະສິດທິພາບການປະຕິບັດວຽກງານ ຂອງປ້ອມຍາມປ່າ ມີຄື: ການໝູນວຽນພະນັກງານ ແລະ ທີມລາດຕະເວນ ເຂົ້າໄປ ໃນພື້ນທີ່ຕ່າງໆ, ການສົ່ງພະນັກງານ ບັງຄັບໃຊ້ກົດໝາຍອາວຸໂສ ຜູ້ມີຄວາມຮູ້ຄວາມສາມາດ ໄປນຳພາການລາດຕະເວນ ໂດຍກົງ ແລະ ມີບາງຄັ້ງຄາວ ຫົວໜ້າປ່າສະຫງວນ ຫຼື ພະນັກງານຜູ້ຊີ້ນຳວຽກບັງຄັບໃຊ້ກົດໝາຍ ກໍ່ໄດ້ລົງໄປກວດກາຕິດຕາມ ຢູ່ປ້ອມຍາມປ່າ ໂດຍບໍ່ໄດ້ມີການນັດໝາຍລ່ວງໜ້າ. ໃນປະຈຸບັນ ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ໄດ້ຫຼຸດຈຳນວນ ປ້ອມຍາມປ່າລົງ ແລະ ໄດ້ປ່ຽນຮູບແບບຈາກທີ່ເຄີຍອາໄສ ການລາດຕະເວນ ແບບປະຈຳຢູ່ປ້ອມຍາມປ່າ ພຽງຢ່າງດຽວ ປ່ຽນມາເປັນ ການລາດຕະເວນ ແບບປະສົມປະສານກັນ ລະຫວ່າງ ພະນັກງານປະຈຳຢູ່ປ້ອມຍາມປ່າ ແລະ ພະນັກງານປະຈຳຢູ່ຫ້ອງການ ສົ່ງໄປລາດຕະເວນຕາມປ່າ.
ການລາດຕະເວນຂອງທີມ ປະຈຳການຢູ່ປ້ອມຍາມປ່າ - ສະຫຼຸບໂດຍຫຍໍ້ ບຸກຄະລາກອນ: ພະນັກງານປ່າສະຫງວນ 2 ຄົນ, ຊາວບ້ານ 2 ຄົນ , ທະຫານ 2 ຄົນ ການລາດຕະເວນແຕ່ລະຄັ້ງ: ພະນັກງານປ່າສະຫງວນ 1 ຄົນ, ທະຫານ 1 ຄົນ, ຊາວບ້ານ 1 ຄົນ ມື້ລາດຕະເວນ: 18 ມື້/ເດືອນ (9 ມື້ /ຄັ້ງ) ຄ່າໃຊ້ຈ່າຍ: 1800 ໂດລາ /ເດືອນ ບຸກຄະລາກອນ
ພະນັກງານປ່າສະຫງວນ 2 ຄົນ
ຊາວບ້ານ 2 ຄົນ
ທະຫານ 2 ຄົນ
ຈຸດດີ: • ມີຄົນປະຈຳຢູ່ພາກສະໜາມໃນປ່າຕະຫຼອດເວລາ (24ຊົ່ວໂມງ) • ການພົວພັນກັບຊຸມຊົມເຮັດໄດ້ດີ • ພະນັກງານຮູ້ບັນຫາຂອງທ້ອງຖິ່ນໄດ້ດີ
ຈຸດອ່ອນ: • ບາງຄັ້ງເກີດມີບັນຫາການເຮັດວຽກບໍ່ມີປະສິດທິພາບ • ນັກລ່າສາມາດຕິດຕາມ ແລະ ຮູ້ສະພາບການເຄື່ອນໄຫວການລາດຕະເວນ • ພະນັກງານເສຍເວລາເຝົ້າຮັກສາປ້ອມຍາມປ່າຕະຫຼອດເວລາ 3
3. ທີມລາດຕະເວນ ຕາມປ່າທີປ່ ະຈຳຢູຫ ່ ອ ້ ງການ
ທີມລາດຕະເວນຕາມປ່າ ທີ່ປະຈຳຢູ່ຫ້ອງການໃຫຍ່ ວິທີການນີ້ ເຮັດໃຫ້ສາມາດປັບປ່ຽນສະຖານະການ ໄດ້ຫຼາຍຂຶ້ນ ແລະ ສາມາດ ແກ້ໄຂບັນຫາສ່ວນທີ່ເປັນ ຈຸດອ່ອນຂອງການປະຈຳການຢູ່ປ້ອມຍາມປ່າໄດ້. ຍົກຕົວຢ່າງ: ການໝູນວຽນ ທີມລາດຕະເວນ ສາມາດ ແກ້ໄຂ ຫຼື ຫຼີກຫຼ່ຽງບັນຫາ ເລື່ອງສ້າງຄວາມລື້ງເຄີຍ ແລະ ມີສາຍພົວພັນກັບນັກລ່າ ແລ້ວອະນຸຍາດ ຫຼື ປ່ອຍປະລະເລີຍໃຫ້ມີ ໄພຂົ່ມຂູ່ ເກີດຂື້ນຕໍ່ປ່າສະຫງວນ. ການທີ່ສາມາດປັບປ່ຽນສະຖານະການ ໄດ້ຫຼາຍຂຶ້ນນີ້ຊ່ວຍ ໃຫ້ທີມລາດຕະເວນ ສາມາດປະຕິບັດກົນລະຍຸດ ການບັງຄັບໃຊ້ກົດໝາຍ ໃນວົງກວ້າງກ່ວາ ທີມປະຈຳການຢູ່ປ້ອມຍາມປ່າ ເຊັ່ນວ່າ: ການລາດຕະເວນຕາມເວລາ ແລະ ສະຖານທີ່ ທີ່ຜູ້ບຸກລຸກຄາດການບໍ່ເຖີງ ແລະ ການແກ້ໄຂ້ບັນຫາ ເລື່ອງການລ່າສັດປ່າ ກັບບັນຫາເລື່ອງໄພຂົ່ມຂູ່ ດ້ານຖີ່ນທີ່ຢູ່ອາໄສ ດ້ວຍກົນລະຍຸດທີ່ແຕກຕ່າງກັນ. ດ້ານດີ ອີກອັນໜື່ງ ກໍ່ຄືວ່າໃນເວລາທີ່ບໍ່ມີ ການລາດຕະເວນຢູ່ພາກສະໜາມ ຜູ້ເປັນຫົວໜ້າທີມຍັງຄົງມີການຕິດຕໍ່ພົວພັນກັບຜູ້ບໍລິຫານ ແລະ ພະນັກງານອາວຸໂສຜູ້ຊີ້ນຳ ວຽກບັງຄັບໃຊ້ກົດໝາຍ ຂອງປ່າສະຫງວນຢ່າງໃກ້ສິດຕິດແທດ ແລະ ໄດ້ພິສູດໃຫ້ເຫັນວ່າການແກ້ໄຂໄພ ຂົ່ມຂູ່ມີປະສິດທິພາບຫຼາຍຂື້ນກ່ວາເກົ່າ. ທີມລາດຕະເວນຕາມປ່າ ທີ່ປະຈຳຢູ່ຫ້ອງການ - ສະຫຼຸບໂດຍຫຍໍ້ ບຸກຄະລາກອນ: ພະນັກງານປ່າສະຫງວນ 1 ຫຼື 2 ຄົນ, ທະຫານ 2 ຫຼື 3 ຄົນ ການລາດຕະເວນແຕ່ລະຄັ້ງ: ໝົດທີມ ມື້ລາດຕະເວນ: 14 ມື້/ເດືອນ ຄ່າໃຊ້ຈ່າຍ: 1200 ໂດລາ/ເດືອນ ຈຸດດີ : • ນັກລາດຕະເວນມີແຮງບັນດານໃຈ ແລະ ສາມາດຕິດຕໍ່ກັບຫ້ອງການໃຫຍ່ຢ່າງໃກ້ສິດ • ມີປະສິດທີພາບເພີ່ມຂື້ນ ເມື່ອຕ້ອງການ ການປະຕິບັດໜ້າທີ່ດ້ວຍຄວາມລັບ • ມີຄວາມສາມາດຫລາຍຂື້ນໃນການປະເຊີນກັບໄພຂົ່ມຂູ່ຕໍ່ປ່າສະຫງວນ ບຸກຄະລາກອນ: ຈຸດອ່ອນ : • ບໍ່ມີເຈົ້າໜ້າທີ່ລາດຕະເວນປະຈຳການຢູ່ພາກສະໜາມແບບຖາວອນ • ມີສ່ວນຮ່ວມກັບຊຸມຊົນທ້ອງຖີ່ນໜ້ອຍລົງ
ພະນັກງານປ່າສະຫງວນ
ທະຫານ
1 ຫຼື 2 ຄົນ
2 ຫຼື 3 ຄົນ
ການປຽບທຽບການລາດຕະເວນລະຫວ່າງ ແບບຕາກະໂລ-ບໍ່ແມ່ນຕາກະໂລ* 9%
56%
91%
ການທຳລາຍແຮ້ວ
44%
23%
29% 71%
ການພົບເຫັນສັດປ່າ
ການປະເຊີນກັບຜູ້ບຸກລຸກ
ແບບຕາກະໂລ ( 8/2014 – 2/2015)
77%
ການພົບເຫັນອາວຸດ
ແບບບໍ່ມີຕາກະໂລ (8/2013 – 2/2014)
ໃນໄລຍະຜ່ານມາຕາມປົກກະຕິແລ້ວທີມລາດຕະເວນທີ່ປະຈຳຢູ່ຫ້ອງການມັກຈະລາດຕະເວນໄປຕາມຫ້ວຍນ້ຳ, ເສັ້ນທາງຍ່າງ ແລະ ສັນພູ. ໃນປີ 2014 ພວກເຮົາໄດ້ເລີ່ມນຳເອົາລະບົບລາດຕະເວນແບບໃໝ່ຄືການລາດຕະເວນແບບຕາກະໂລມານຳໃຊ້ຢູ່ໃນ ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລິີຍ. ພາຍໃຕ້ລະບົບໃໝ່ນີ້ ທີມລາດຕະເວນຕ້ອງໄດ້ລາດຕະເວນ ຜ່ານທຸກຕາກະໂລທີ່ໄດ້ກຳນົດໃຫ້. ນອກຈາກນັ້ນຍັງເຮັດໃຫ້ ທີມລາດຕະເວນຕ້ອງໄດ້ຍ່າງໄປຕາມຫ້ວຍນ້ຳ ແລະ ສັນພູເພີ່ມຂື້ນ ແລະ ດ້ວຍວິທີການແບບນີ້ເຮັດໃຫ້ທີມລາດຕະເວນສາມາດກູ້ແຮ້ວ ແລະ ພົບເຫັນສັດປ່າເພີ່ມຂື້ນ. ແນວໃດກໍ່ຕາມຍ້ອນມີການໃຊ້ເວລາໜ້ອຍລົງໃນການຕິດຕາມນັກລ່າຕາມສາຍທາງ ສະນັ້ນຈິ່ງເຮັດໃຫ້ຈຳນວນ ການຈັບກຸມນັກລ່າ ແລະ ການຍືດປືນຫຼຸດລົງ. ການລາດຕະເວນແບບ ຕາກະໂລ ແລະ ການລາດຕະເວນຕາມເສັ້ນທາງຍ່າງ (ບໍ່ແມ່ນຕາກະໂລ) ທັງສອງແບບນີ້ລ້ວນແລ້ວແຕ່ເປັນອົງປະກອບທີ່ມີຄວາມສຳຄັນ ຕໍ່ຍຸດທະສາດການລາດຕະເວນ ຍ້ອນວ່າຍຸດທະວີທີແຕ່ລະຢ່າງມັນມີປະສິດ ທິພາບ ກັບເປົ້າໝາຍໄພຂົ່ມຂູ່ທີ່ແຕກຕ່າງກັນ. * ເປີເຊັນຂອງຜົນໄດ້ຮັບທັງໝົດ ຈາກຜົນລວມຂອງສອງວີທີ, ວັດແທກໃນ 2 ຊ່ວງເວລາທີ່ແຕກຕ່າງກັນ.
4
4. ທີມສະເພາະກິດ
ທີມສະເພາະກິດ ເຮັດໜ້າທີ່ຄ້າຍໆຄືກັບ ທີມລາດຕະເວນຕາມປ່າ, ເຖີງຢ່າງໃດກໍ່ຕາມ ທີມສະເພາະກິດ ຈະເນັ້ນໃສ່ການລາດຕະເວນ ເພື່ອຈັບກຸມຜູ້ກະທຳຜິດຕໍ່ສັດປ່າ ແລະ ປ່າໄມ້ ຕາມສາຍລາຍງານ ແລະ ຕາມສາຍທາງຫລາຍກວ່າການລາດຕະເວນແບບໄປຕາມ ແຜນ ຢູ່ໃນປ່າ. ນອກຈາກນັ້ນ, ທີມສະເພາະກິດ ຍັງເຮັດວຽກຢ່າງໃກ້ສິດກັບເຈົ້າໜ້າທີ່ຈາກຫ້ອງການກ່ຽວຂ້ອງ ຂອງເມືອງ ເຊັ່ນວ່າ: ກະສິກຳ ແລະ ປກສ ເມືອງ. ທີມສະເພາະກິດ ໄດ້ຮັບການຈັດຕັ້ງຂື້ນເທື່ອທຳອິດ ຢູ່ປ່າສະແຫ່ງຊາດ ນ້ຳແອດ-ພູເລີຍໃນປີ 2008. ຢູ່ໃນທີມສະເພາະກິດປະກອບມີເຈົ້າ ໜ້າທີ່ອາວຸໂສຂອງປ່າສະຫງວນ, ຫ້ອງການກະສິກຳ ແລະ ປກສເມືອງ ເຂົ້າຮ່ວມ ຈຸດປະສົງກໍ່ເພື່ອແກ້ໄຂ້ບັນຫາໄພຂົ່ມຂູ່ຕໍ່ຊັບພະຍາ ກອນທຳມະຊາດ ທີ່ພົບເຫັນຕາມສາຍທາງ ແລະ ເຂດພື້ນທີ່ໆຢູ່ຕິດແປະກັບປ່າສະຫງວນ. ເຊີ່ງສ່ວນໃຫຍ່ແລ້ວທີມງານສະເພາະກິດ ໄດ້ ຮັບຊາບບັນຫາໄພຂົ່ມຂູ່ທີ່ເກີດຂື້ນໃໝ່ ຜ່ານທາງຮູບແບບການລາຍງານ ດ້ວຍວິີທີແຈ້ງຂ່າວ ແລະ ຜ່ານທາງໂທລະສັບສາຍດ່ວນຈາກ ຊາວບ້ານ ຫຼື ເຈົ້າໜ້າທີ່ຂອງເມືອງ. ກິດຈະກຳຫຼັກຂອງທີມສະເພາະກິດ ປະກອບມີ ການຕັ້ງຈຸດກວດກາຕາມເສັ້ນທາງຊົ່ວຄາວຢູ່ໃນສະຖານທີ່ຍຸດທະສາດ, ການສອບສວນ, ການຍຶດສັດປ່າ ແລະ ຜະລິດຕະພັນໄມ້ທີ່ຜິດກົດໝາຍ, ການຮື້ອາວຸດປືນ ແລະ ອາວຸດລ່າເນື້ອທີ່ຜິດກົດໝາຍ, ການປະເຊີນໜ້າ ກັບການຕັດໄມ້ແບບຜິດກົດໝາຍ ແລະ ການບຸກລຸກຖີ່ນທີ່ຢູ່ອາໄສທຳມະຊາດ, ການປະຕິບັດ ໜ້າທີ່ຕາມສາຍລາຍງານດ້ວຍວິທີແຈ້ງ ຂ່າວ ແລະ ຜ່ານທາງໂທລະສັບສາຍດ່ວນ ແລະ ການຕິດຕາມການແກ້ໄຂ້ຄະດີຕ່າງໆ. ທີມສະເພາະກິດ - ພາກສະຫຼຸບຫຍໍ້ ບຸກຄະລາກອນ: ເຈົ້າໜ້າທີ່ປ່າສະຫງວນ 1 ຫຼື 2 ຄົນເຮັດວຽກຮ່ວມກັບ ປກສ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ເຈົ້າໜ້າທີ່ໆປະກອບຢູ່ໃນທີມລາດຕະເວນ: ອີງຕາມຄວາມຈຳເປັນ ຈຳນວນມື້ລາດຕະເວນຕໍ່ເດືອນ: ອີງຕາມຄວາມຈຳເປັນ ຄ່າໃຊ້ຈ່າຍ: 500-600 ໂດລາ/ເດືອນ (ໃຊ້ສະເພາະກິດຈະກໍາເທົ່ານັ້ນ, ບໍ່ໄດ້ລວມເງີນເດືອນ) ຈຸດດີີ: • ມີພະນັກງານສະເພາະທີ່ມີຄວາມພ້ອມເພື່ອຈັດການກັບບັນຫາການລັກລອບຄ້າ-ຂາຍສັດປ່າ ແລະ ໄມ້ທີ່ຜິດກົດໝາຍໃນທ້ອງຖິ່ນ • ສາມາດປະຕິບັດໜ້າທີ່ຕາມສາຍລາຍງານໄດ້ຍ່າງວ່ອງໄວ. • ສາມາດເຮັດວຽກໂດຍກົງກັບທີມງານແກ້ໄຂປະກົດການຫຍໍ້ຖໍ້ຂອງເມືອງເພື່ອດຳເນີນການສືບສວນສອບສວນພິເສດ ແລະ ແກ້ໄຂຄະດີຢ່າງຕໍ່ເນື່ອງ. ຈຸດອ່ອນ: • ບໍ່ມີເຈົ້າໜ້າທີ່ລາດຕະເວນປະຈຳການຢູ່ພາກສະໜາມແບບຖາວອນ • ເປັນການເນັ້ນໃສ່ການແກ້ໄຂບັນຫາໄພຂົ່ມຂູ່ຫຼາຍກວ່າການປ້ອງກັນບັນຫາໄພຂົ່ມຂູ່
ໃນປີ 2016 ອົງການອະນຸລັກສັດປ່າ ແລະ ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ໄດ້ສະໜັບສະໜູນ ເມືອງຮ້ຽມ ເພື່ອດຳເນີນການເລີກຮື້ອາວຸດປືນທີ່ຜິດກົດໝາຍ ເຊີ່ງເປັນສ່ວນໜຶ່ງຂອງການປຸກລະດົມຂອງແຂວງ ເພື່ອຫຼຸດຜ່ອນຈຳນວນອາວຸດລ່າ ເນື້ອໃນບັນດາບ້ານຕ່າງໆ.
ທີມສະເພາະກິດຂອງປ່າສະຫງວນສົມທົບກັບເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ລົງກວດຕະຫຼາດ, ຮ້ານອາຫານ ແລະ ຄີວລົດເມ ເພື່ອຈັບ ແລະ ຍຶດຊີ້ນສັດປ່າ.
5
5. ການມີສວ່ ນຮ່ວມຂອງຊຸມຊົນໃນວຽກບັງຄັບໃຊ້ກດົ ໝາຍ
ມີບາງຄັ້ງ ການລາດຕະເວນ ທີ່ມີຊາວບ້ານ ເຂົ້າຮ່ວມນຳ ບໍ່ມີ ຄວາມເໝາະສົມ. ຍົກຕົວຢ່າງ ການລາດຕະເວນທີ່ ຕ້ອງການ ຮັກ ສາຄວາມລັບ ເພື່ອເຮັດວຽກ ໃຫ້ມີປະສິດທິພາບ. ແຕ່ຊາວບ້ານ ພັດລັກເປີດເຜີຍຄວາມລັບ ຂອງການລາດຕະເວນໃຫ້ນັກລ່າຮູ້ລ່ວງໜ້າ ເຊັ່ນວ່າ ລັກບອກໃຫ້ນັກລ່າຮູ້ວ່າແຜນລາດຕະເວນຂອງທີມຈະໄປທາງ ໃດ, ຢູ່ໃສ ແລະ ເມື່ອໃດດັ່ງນີ້ເປັນຕົ້ນ. ນອກຈາກນີ້ ຊາວບ້ານຍັງມັກ ເຂົ້າໃຈ ແລະ ມີເຈດຕະນາບໍ່ຕ້ອງການຈັບກຸມ ສະມາຊິກ ຊຸມຊົນ ຈາກໝູ່ບ້ານຕົນເອງ ເນື່ອງຈາກວ່າເປັນຄົນບ້ານໃກ້ເຮືອນຄຽງ ແລະ ເປັນພີ່ນ້ອງກັນ.
ການມີສ່ວນຮ່ວມຂອງຊຸມຊົນ ເປັນອົງປະກອບທີ່ສຳຄັນ ຕໍ່ຍຸດທະສາດ ການບັງຄັບໃຊ້ກົດໝາຍ ຂອງປ່າສະຫງວນ ໃນ ສປປ ລາວ. ເນື່ອງຈາກ ວ່າມີຊຸມຊົນ ຈຳນວນຫຼວງຫຼາຍ ອາໄສຢູ່ໃນ ແລະ ອ້ອມ ຂ້າງ ປ່າສະ ຫງວນ ນຳໃຊ້ຊັບພະຍາກອນທຳມະຊາດ. ການມີສ່ວນ ຮ່ວມຂອງຊຸມ ຊົ ນ ໃນວຽກບັ ງ ຄັ ບ ໃຊ້ ກົ ດ ໝາຍນັ້ ນ ສາມາດເຮັ ດ ໄດ້ ໂ ດຍອາໄສວິ ທີ ການຕ່າງໆ ເຊັ່ນ: ການເອົາຊຸມຊົນ ເຂົ້າຮ່ວມໃນ ທີມລາດຕະເວນ, ການ ມີສ່ວນຮ່ວມໂດຍກົງ ກັບອຳນາດການປົກຄອງ ບ້ານ ຫຼື ໃຫ້ຊຸມຊົນ ເປັນຜູ້ລາດຕະເວນເອງ. ສຳລັບໂຄງສ້າງ ການບັງຄັບໃຊ້ກົດໝາຍ ຂອງປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ນັ້ນກໍ່ໄດ້ນຳໃຊ້ຮູບແບບ ໃຫ້ຊຸມຊົນເຂົ້າຮ່ວມ ຢູ່ໃນທີມລາດຕະເວນ ດ້ວຍວິທີການ ຄັດເລືອກເອົາ ຊາວບ້ານມາ ເປັນນັກລາດຕະເວນ ແລະ ເຝິກອົບຮົມໃຫ້. ຜ່ານການປະຕິບັດວຽກ ຕົວຈິງ ບາງຄັ້ງຍັງເຫັນວ່າ ນັກລາດຕະເວນ ທີ່ມາຈາກຊຸມຊົນ ນັ້ນ ກໍ່ສາມາດສ້າງຜົນງານໄດ້ດີທີ່ສຸດ ຢູ່ໃນບັນດາ ນັກລາດຕະເວນ. ສະ ມາຊິກຊຸມຊົນ ໃນຖານະນັກລາດຕະເວນ ມີການເຊື່ອມໂຍງ ໂດຍກົງ ກັບຊຸມຊົນທ້ອງຖີ່ນ ເຊີ່ງມີສ່ວນໄດ້ເສຍ ໃນການແກ້ໄຂໄພຂົ່ມຂູ່ ຈາກ ພາຍນອກ. ນອກຈາກນັ້ນ ຊາວບ້ານຍັງມີຄວາມຮູ້ຫຼາຍ ກ່ຽວກັບ ເລື່ອງ ພື້ນທີ່, ທາງຍ່າງ, ໄພຂົ່ມຂູ່, ການກະຈາຍຢູ່ຂອງສັດ ປ່າ ແລະ ຖີ່ນທີ່ຢູ່ ອາໄສທີ່ສັດປ່າມັກຢູ່.
ບັນຫາອື່ນໆອີກກ່ຽວກັບການລາດຕະເວນທີ່ມີຊາວບ້ານເຂົ້າຮ່ວມນຳ ເຊີ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຮັບການແກ້ໄຂ້ຄື: (1) ການບອກຂໍ້ ມູນກ່ຽວກັບສະຖານທີ່ໆມີສັດປ່າຊະນິດທີ່ຫາຍາກໃຫ້ຊາວບ້ານຮູ້ ແລະ ຂໍ້ມູນນັ້ນກໍ່ຮົ້ວໄຫຼໄປຮອດຫູຂອງນັກລ່າ ໂດຍບໍ່ໄດ້ຕັ້ງໃຈເຊີ່ງນັກລ່າ ອາດຈະໃຊ້ຂໍ້ມູນທີ່ໄດ້ມາ ນັ້ນເພື່ອລ່າສັດ (2) ຊາວບ້ານ ບໍ່ມີອຳນາດ ໃນການຈັບກຸມ ແລະ ຈັດການກັບຜູ້ທີ່ກະທຳຜິດຕໍ່ກັບອາດຊະຍາກຳ ສັດປ່າ ແລະ ປ່າໄມ້ໄດ້, ຜູ້ທີ່ມີອຳນາດ ສາມາດຈັບກຸມ ແລະ ຈັດການ ກັບບັນຫານີ້ໄດ້ແມ່ນເຈົ້າໜ້າທີ່ ຂອງລັດ ຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນ ສູງກວ່າບ້ານ.
ຈຸດດີ ແລະ ຈຸດອ່ອນ ຂອງການລາດຕະເວນທີ່ມີຊຸມຊົນເຂົ້າຮ່ວມນຳ ຈຸດດີ: • ຊຸມຊົນທ້ອງຖີ່ນມີສ່ວນຮ່ວມໂດຍກົງໃນການບັງຄັບໃຊ້ກົດໝາຍ ແລະ ເປັນຜູ້ໄດ້ຮັບຜົນປະໂຫຍດໂດຍກົງຈາກການອະນຸລັກ • ມີການພັດທະນາສາຍພົວພັນລະຫວ່າງການບັງຄັບໃຊ້ກົດໝາຍກັບຊູມຊົນທ້ອງຖີ່ນ • ປ່າສະຫງວນສາມາດຮັບຊາບບັນຫາໄພຂົ່ມຂູ່ທີ່ເກີດຂື້ນໃໝ່ໆໄດ້ດີ ເຊັ່ນວ່າ: ການຕັດໄມ້ແບບຜິດກົດໝາຍໂດຍຄົນພາຍນອກ ຈຸດອ່ອນ: • ນັກລາດຕະເວນຫຼີກຫຼ່ຽງການປະເຊີນໜ້າກັບຜູ້ທຳຜິດຈາກຊຸມຊົນຕົນເອງ • ບໍ່ສາມາດຮັກສາຄວາມລັບຂອງການເຄື່ອນໄຫວການລາດຕະເວນໄດ້ • ນັກລາດຕະເວນທີ່ເປັນຊາວບ້ານມັກເລົ່າເລື່ອງກ່ຽວກັບສັດປ່າທີ່ພົບເຫັນໃຫ້ສະມາຊິກຊຸມຊົນດ້ວຍກັນຟັງດ້ວຍເຈດຕະນາ ຫຼື ບໍ່ໄດ້ ເຈດຕະນາ ເຊີ່ງຂໍ້ມູນເຫຼົ່ານີ້ເປັນຜົນປະໂຫຍດສຳລັບນັກລ່າ.
6
6. ການປະສານງານ ແລະ ໃຫ້ຄຳປຶກສາຊີນ້ ຳໆພາ
ການວາງແຜນ ດ້ານກົນລະຍຸດ, ການປະຕິບັດງານ ແລະ ການປະສານງານ ທີ່ມີປະສິດທິພາບນັ້ນ ແມ່ນເປັນສິ່ງທີ່ສຳຄັນທີ່ສຸດ ສຳລັບວຽກ ການບັງຄັບໃຊ້ກົດໝາຍ. ສະນັ້ນຢູ່ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ພວກເຮົາຈະເນັ້ນໃຫ້ຜູ້ປະສານງານ ດ້ານການບັງຄັບໃຊ້ກົດໝາຍຂອງ ລັດເປັນຜູ້ຮັບຜິດຊອບບໍລິຫານຄຸ້ມຄອງທີມງານບັງຄັບໃຊ້ກົດໝາຍ, ບໍລິຫານກິດຈະກໍາ ແລະ ວາງຍຸດທະວີທີການລາດ ຕະເວນໂດຍມີການປຶກ ສາຫາລືໃຫ້ຄຳແນະນຳຊ່ວຍເຫຼືອ ດ້ານວິຊາການຈາກທີ່ປຶກສາດ້ານວິຊາການຂອງອົງການອະນຸລັກສັດປ່າ ເພື່ອຈັດຕັ້ງປະຕິບັດເຕັກນິກການເກັບກໍາ ຂໍ້ມູນ ແລະ ວິເຄາະຂໍ້ມູນທາງເຕັກໂນໂລຢີ. 3 ຂໍ້ຫຼັກທີ່ສຳຄັນທີ່ສຸດ ຂອງການບໍລິຫານຈັດການ ວຽກບັງຄັບໃຊ້ກົດໝາຍແມ່ນ: 1. ເນັ້ນໃຫ້ພະນັກງານບັງຄັບໃຊ້ກົດໝາຍທຸກຄົນມີການສື່ສານຕໍ່ກັນໃຫ້ຫຼາຍທີ່ສຸດ 2. ມີການຊິ້ນໍາ, ຕິດຕາມ ແລະ ປະເມີນຜົນປະສິດທິພາບ ຂອງທີມລາດຕະເວນດ້ວຍການ ສົ່ງພະນັກງານບັງຄັບໃຊ້ກົດໝາຍ ອາວຸໂສ ລົງລາດຕະ ເວນຮ່ວມກັບທີມງານ 3. ການເກັບກຳຂໍ້ມູນ ແລະ ວິເຄາະຂໍ້ມູນພື້ນທີ ແລະ ຂໍ້ມູນ ສັງເກດ ໂດຍການນຳໃຊ້ GPS, GIS ແລະ SMART SMART (ແມ່ນເຄື່ອງມືການຈັດການພື້ນທີ່ ແລະ ການລາຍງານເຊີ່ງເປັນ ວຽກດ້ານ ການບັງຄັບ ໃຊ້ກົດໝາຍຂອງປ່າສະຫງວນ. ໃນເວລາລາດຕະເວນຢູ່ພາກສະໜາມທີມລາດ ຕະເວນຕາມປ່າ ແລະ ທີມສະເພາະ ກິດຈະມີການບັນທືກເອົາການພົບເຫັນ ສັດປ່າ, ຮ່ອງຮອຍສັດປ່າ ການບຸກລຸກ, ການລ່ວງລະເມີດລະບຽບ ປ່າສະຫງວນ ແລະ ໄພຂົ່ມຂູ່ ຕໍ່ຊີວະນາໆພັນຕ່າງໆ ໂດຍໃຊ້ແບບຟອມສະມາດ (SMART) ເພື່ອລະບຸລາຍລະອຽດ ຂອງສິ່ງທີ່ພົບເຫັນ ແລະ ປະເພດຂອງການກະທຳຜິດ ຕໍ່ສັດປ່າ ແລະ ປ່າໄມ້.
ເຄື່ອງມືຊອບແວ
ທີ່ອອກແບບມາສະເພາະສຳລັບຜູ້ຊີ້ນຳ
ພາຍຫຼັງສຳເລັດການລາດຕະເວນ ຫຼື ການກວດສອບຄວາມຖືກຕ້ອງ ໂດຍ ທີມງານຮັບຜິດຊອບແລ້ວ ແບບຟອມເຫຼົ່ານີ້ ພ້ອມດ້ວຍເສັ້ນແທຣກເສັ້ນຕິດ ຕາມຫຼັກຖານການຍ່າງລາດຕະເວນ ແລະ ຈຸດພິກັດທາງພູມີສາດ ຈະຖືກສົ່ງ ໄປມອບໃຫ້ພະນັກງານຖານຂໍ້ມູນປະຈຳຢູ່ ຫ້ອງການທຸກໆເດືອນ. ຢູ່ຫ້ອງ ການພະນັກງານທີ່ຮັບຜິດ ຊອບຖານຂໍ້ມູນເປັນຜູ້ປ້ອນຂໍ້ມູນທີ່ໄດ້ຮັບເຂົ້າໄວ້ໃນ ຖານຂໍ້ມູນ SMART. ຂໍ້ມູນທັງໝົດແມ່ນເກັບຮັກສາໄວ້ໃນລະບົບຖານຂໍ້ມູນ SMART ແລະ ສາມາດນໍາໃຊ້ເພື່ອສ້າງເປັນບົດລາຍງານ ທີ່ມີຕາຕະລາງ, ເສັ້ນສະແດງ ແລະ ແຜນທີ່ປະກອບໄດ້. ບົດລາຍງານເຫຼົ່ານີ້ ສາມາດເຮັດໄດ້ທັນທີ ແລະ ຄຸນສົມບັດຂອງການລາຍງານທີ່ SMART ສາມາດເຮັດໄດ້ຈະລວມມີ: ການຊີ້ສະເພາະເຈາະຈົງໃສ່ພື້ນທີ່ໃດໜຶ່ງ, ບອກຊ່ວງເວລາ, ທີມ, ບຸກຄົນ, ປະເພດໄພຂົ່ມຂູ່, ຊະນິດພັນ ຫຼື ແມ້ກະ ທັ້ງການປະສົມປະສານຂໍ້ມູນທັງໝົດເຫຼົ່ານີ້ເຂົ້າກັນກໍ່ສາມາດເຮັດໄດ້. ການເຂົ້າເຖີງຂໍ້ມູນເຫຼົ່ານີ້ເປັນຂໍ້ສະດວກໃນການ ຊ່ວຍເພີ່ມຄວາມຮູ້ຂອງ ຜູ້ບໍລິຫານໃນການບໍລິຫານ ຈັດການທີມງານເມື່ອມີຄວາມຕ້ອງການ, ການວາງແຜນຍຸດທະສາດ ແລະ ນອກນີ້ຍັງຊ່ວຍເພີ່ມຄວາມສາມາດໃນ ການເຮັດໜ້າທີ່ປ້ອງກັນບັນຫາໄພຂົ່ມຂູ່ຫຼາຍກວ່າ ການປະເຊີນໜ້າກັບບັນຫາໄພຂົ່ມຂູ່. ເບິ່ງຂໍ້ມູນເພີ້ມເຕີມໄດ້ທີ່ : http://smartconservationtools.org/
7
7. ສະຫຼູບ ແລະ ຂໍສ ້ ະເໜີແນະ ວຽກການບັງຄັບໃຊ້ກົດໝາຍ ແລະ ການລາດຕະເວນ ເປັນວຽກຕົ້ນຕໍ ຫຼື ເປັນວຽກທີ່ສຳຄັນທີ່ສຸດ ຂອງການຄຸ້ມຄອງ ປ່າສະຫງວນ ແຕ່ວ່າການຄຸ້ມ ຄອງ ປ່າສະຫງວນ ຈະມີປະສິດທິພາບຫຼາຍທີ່ສຸດ ເມື່ອມີການຈັດຕັ້ງປະຕິບັດວຽກບັງຄັບໃຊ້ກົດໝາຍໄປພ້ອມໆ ກັບວຽກອື່ນໆຢ່າງເປັນລະບົບ. ຍົກຕົວຢ່າງ ປ່າສະຫງວນແຫ່ງຊາດ ທີ່ມີໝູ່ບ້ານຈຳນວນຫຼາຍອາໄສຢູ່ໃນ ແລະ ຕິດແປະກັບຂອບເຂດ ປ່າສະຫງວນ, ການເຮັດວຽກບັງຄັບໃຊ້ ກົດໝາຍທີ່ປະສາຈາກ ການມີສ່ວນຮ່ວມຂອງຊຸມຊົນ ແລະ ບໍ່ມີການໂຄສະນາເຜີຍແຜ່ຜົນໄດ້ຮັບ ກໍ່ຄືການຄຸ້ມຄອງປ່າສະຫງວນຈະມີປະສິດ ທິພາບຕ່ຳ ແລະ ໃນທາງກົງກັນຂ້າມກັນ, ມີການປະຕິບັດການຄຸ້ມຄອງແບບຊຸມຊົນມີ ສ່ວນຮ່ວມ ແລະ ມີການໂຄສະນາເຜີຍແຜ່ສ້າງຈິດສຳ ນຶກແຕ່ບໍ່ມີການບັງຄັງໃຊ້ກົດໝາຍ ຫຼື ບໍ່ມີການລາດຕະເວນໄປຄຽງຄຸ່ກັນ ປະສິດທິພາບຂອງການຄຸ້ມຄອງປ່າສະຫງວນກໍ່ຈະມີໜ້ອຍເຊັ່ນກັນ. ນອກຈາກນີ້ ບັນດາກິດຈະກຳ ແລະ ກົນລະຍຸດຕ່າງໆໃນການ ບັງຄັບໃຊ້ກົດໝາຍ ແລະ ແຜນການລາດຕະເວນແຕ່ລະຮູບແບບຈະມີຄວາມເໝາະ ສົມກັບສະຖານະການທີ່ແຕກຕ່າງກັນ. ໃນຊ່ວງ ໄລຍະ 14 ປີ ທີ່ຜ່ານມາ ປ່າສະຫງວນ ແຫ່ງຊາດ ນ້ຳແອດ-ພູເລີຍ ແລະ ອົງການອະນຸລັກສັດປ່າ ໄດ້ມີຄວາມພະຍາມສຶກສາ ແລະ ທຳ ຄວາມເຂົ້າໃຈ ວິທີທີ່ດີທີ່ສຸດ ໃນການນຳໃຊ້ແຕ່ລະວິທີການ ເຂົ້າໃສ່ສະຖານະການທີ່ແຕກຕ່າງກັນ ແລະ ວິທີການ ຮັກສາສົມດູນ ລະຫວ່າງ ການລາດຕະເວນ ແລະ ກິດຈະກຳການຄຸ້ມຄອງອື່ນໆ ຂອງປ່າສະຫງວນ ເຊັ່ນ: ໂຄສະນາສ້າງຈິດສຳນຶກ, ການດຳລົງຊີວິດ ທີ່ສົ່ງເສີມ ການອະນຸລັກ, ການທ່ອງທ່ຽວແບບອະນຸລັກ ແລະ ກວດກາຕິດຕາມຊີວະນາໆພັນ. ບົດຮຽນສຳຄັນທີ່ທອດຖອນໄດ້ໃນຊ່ວງໄລຍະເວລານີ້ ລວມມີ: • ການສ້າງແນວທາງຍຸດທະສາດ ເພື່ອແກ້ໄຂ້ບັນຫາໄພຂົ່ມຂູ່ຫຼັກສະເພາະສຳລັບແຕ່ລະພື້ນທີ່ ປ່າສະຫງວນ ເປັນສິ່ງສຳຄັນ ແລະ ຈຳເປັນ ການສ້າງແຜນການ ແລະ ແຜນກິດຈະກຳ ທີ່ມີສ່ວນຮ່ວມຂອງພາກລັດ, ທ້ອງຖິ່ນ, ຊຸມຊົນ ແລະ ຄູ່ຮ່ວມພັດທະນາອື່ນໆ. • ຕິດຕາມ ແລະ ທຳຄວາມເຂົ້າໃຈກັບໄພຂົ່ມຂູ່ຕໍ່ພື້ນທີ່ປ່າສະຫງວນ-ນຳໃຊ້ຂໍ້ມູນຈາກຊຸມຊົນ, ການສຳຫຼວດຊີວະນາໆພັນ ແລະ ການກວດກາ ຕິດຕາມປະເມີນຜົນພະນັກງານໂດຍ SMART ເພື່ອປັບປຸງແຜນງານການບັງຄັບໃຊ້ກົດໝາຍ. • ເລືອກໃຊ້ບັນດາກົນລະຍຸດການລາດຕະເວນທີ່ເໝາະສົມເພື່ອແກ້ໄຂໄພຂົ່ມຂຸ່ເຫຼົ່ານີ້-ບໍ່ແມ່ນກົນລະຍຸດການລາດຕະເວນໜື່ງໃຊ້ ໄດ້ກັບທຸກວິທີທັງໝົດ ແລະ ຊັບພະຍາກອນມັກຈະມີຈຳກັດ • ການມີສ່ວນຮ່ວມ ຂອງຊຸມຊົນ ເປັນກຸນແຈສູ່ຄວາມສຳເລັດ ເມື່ອໄພຂົ່ມຂູ່ຂອງພື້ນທີ່ເກີດຂື້ນຈາກຄົນພາຍນອກ, ເຖິງຢ່າງໃດກໍ່ຕາມ, ການລາດຕະເວນຂອງຊຸມຊົນ ອາດຈະບໍ່ແມ່ນກົນລະຍຸດທີ່ມີປະສິດທິພາບ ເມື່ອໄພຂົ່ມຂູ່ ເກີດຂື້ນຈາກຄົນພາຍໃນຊຸມຊົນທ້ອງຖິ່ນເອງ. • ກວດກາຕິດຕາມການບັງຄັບໃຊ້ກົດໝາຍ ແລະ ການປະຕິບັດການລາດຕະເວນຂອງພະນັກງານທຸກໆເດືອນ ແລະ ຈັດການກັບ ບັນຫາດ້ານປະສິດທິພາບ ແລະ ຄຸນນະພາບທີ່ເກີດຂື້ນໃໝ່ເມື່ອເກີດຂື້ນທັນທີ - ການທີ່ບໍ່ມີທີມລາດຕະເວນເລີຍ ຍັງດີກວ່າ ການມີທີມລາດຕະເວນ ທີ່ມີປະສິດທີພາບໃນການເຮັດວຽກຕໍ່າ.
ພັດທະນາໂດຍ:
ປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ ແລະ ອົງການອະນຸລັກສັດປ່າປະຈຳລາວ ຈັດພິມຄັ້ງທຳອິດໃນ ປີ 2017 ຈັດພິມຄັ້ງທີ່ສອງໃນ ປີ 2018 ສົນໃຈຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ຫາຫ້ອງການອົງການອະນຸລັກສັດປ່າປະຈຳລາວ ເວັບໄຊ: https://programs.wcs.org/laos/ www.NamEt.org ພາບໂດຍ: ອົງການອະນຸລັກສັດປ່າ ປະຈຳລາວ/ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ, ສີວິໄລ ດວງດາລາ, ເຈ ໄວທ
ສະໜັບສະໜູນໂດຍ:
European Union
6