Lao Photo Magazine Issue 07

Page 1

10 $ ທ່ຽວບຸນອອກພັນສາ ມ່ວນຊື່ນກັບປະເພນີຊ່ວງເຮືອ

issue 7

free download

www . laophotomag . com

ວາລະສານ LaoPhotoMag ຂຶ້ນບັນ ຍາຍເຕັກນິກການນຳໃຊ້ກ້ອງຖ່າຍຮູບ

ທິຣບນີ້ເພື່ອນ້ອງ

ທ່ຽວຫວຽດນາມຕອນທີ 2 : (ຮາລອງເບ)


ບໍລິຫານ: ທີມງານ ວາລະສານຮູບ LaoPhotoMag

ທີ່ປຶກສາ ແລະເວບໄຊ: ອຸໄທ ໄຊອຸດົມ

Outhai Os Saioudom

7

ຖ່າຍພາບอແລະຂ່າວສ

ພູນຊັບ ເທວົງສາ

Pong Phoon

ທິບພະກອນ ມະ

ກວດແກ້ ແລະອອກແບບ: ແກ້ວມະໂນພອນ ທໍາມະວົງ

Jimmy Jkm Thammavong

Thipphakor

ອຳມະລິນ ປາຣາມ

Bee _jazz-r

ໃສຫລ້າຄໍາ ຂະຫ ອິດທິພົນ ຮວງພະຈັນ Phie Huangphachanh

ນັກຂຽນຄໍລໍາ: ພານິສອນ ຊາມົນຕຣີ

Mick Phanisone

ຕິດຕໍ່: Website: - www.laophotomag.com

Noy Saylakh

ເພັດສະໄໝ ພິລາ

Phetsamay

ວິລະໄຊ ລັດທະ

Ja’me Ratha

Facebook:

- www.facebook.com/laophotomagazin


7

ສານ:

nsab Tvs

ະນີວົງ

rn Tatum Manivong

ມີ

rock

ຫຍອງເອກ

ham

າວັນ

Philavanh

ະເຮົ້າ

ahao

Email:

ຄໍາບັນຍາຍຈາກທີມງານ

ເວລາຊ່າງຜ່ານໄປໄວແທ້ໄວວາ ບຶດດຽວກໍອອກພັນສາແລ້ວ ຈົນຮູ້ສຶກສາເຮັດຫຍັງນຳເກືອບບໍ່ທັນ, ເຊັ່ນດຽວກັນກັບວາສະ ສານຂອງພວກເຮົາກໍກ້າວເຂົ້າສູ່ສະບັບທີ 7 ກັນແລ້ວ. ອອກພັນສາແລ້ວວຽກກໍຫລາຍ ເພາະໄລຍະນີ້ມີແກ່ວມີດອງ ແລະງານການຕ່າງໆຫລາຍຂຶ້ນ ເຮັດໃຫ້ຊ່າງພາບຂອງພວກ ເຮົາບາງທ່ານເກືອບບໍ່ມີເວລາຫວ່າງເລີຍ. ແຕ່ຕ້ອງຂໍຂອບໃຈທີ ມງານທຸກຄົນທີ່ມີຄວາມຕັດສິນໃຈສູງຍັງບໍ່ລື່ມທີ່ຈະແບ່ງເວລາ ມາສ້າງສັນວາລະສານທີ່ຮັກ ແລະ ມັກໃຫ້ທ່ວງທັນກັບເວລາ ກໍ່ ຫວັງວ່າຈະໄດ້ຮັບແຮງໃຈຈາກທ່ານຜູ້ເບິ່ງແລະອ່ານທັງຫລາຍ ເພື່ອເປັນແຮງຍູ້ຫນູນທີມງານພວກເຮົາ. ສະບັບທີ 7 ເປັນອີກສະບັບຫນຶ່ງທີ່ມີຫລາກຫລາຍຫົວຂໍ້ ເຂົ້າມາເປັນຕົວເລືອກເພືອ່ນຳສະເຫນີໃນວາລະສານ ກ່ອນທີ່ ຈະຕັດສິນໃຈເລືອກເອົາບຸນຊ່ວງເຮືອທີ່ຫາກໍ່ຜ່ານມາ ມາເປັນ Cover Story ເພື່ອໃຫ້ທ່ານໄດ້ຫວນເບິ່ງພາບຄວາມສວຍງາມ ຂອງຮີດ12ຄອງ14 ທີ່ປວງຊາວລາວປະຕິບັດສືບທອດກັນມາ. ສ່ວນກິດຈະກຳການເດີນທາງໄປບໍລຈ ິ າກອຸປະກອນການສຶກ ສາທີ່ ເ ມື ອງກາສີ ຂອງທີ ມ ງານພວກເຮົ າ ເມື່ ອ ຕົ້ ນ ເດື ອ ນກັ ນ ຍາ ຈະມາເລົ່າສູ່ທ່ານຟັງໃນ ຄໍລຳ Special Set ເຊິ່ງກໍຕ້ອງຂໍຂອບ ໃຈຜູ້ອຸປະຖຳທີ່ໃຈດີທີ່ເຮັດໃຫ້ງານນີ້ເກີດຂຶ້ນມາໄດ້ ແລະ ກໍຫວັງ ວ່າໂອກາດຫນ້າຈະໄດ້ຮັບການສະຫນັບສະຫນູນຈາກບັນດາ ທ່ານຫລາຍຂຶ້ນ ເພາະ ພວກເຮົາຈະພະຍາຍາມໃຫ້ໂຄງການນີ້ ເກີດຂຶ້ນເປັນປະຈຳ. ນອກນັ້ນຄໍລຳ Special Set ຍັງນຳສະເຫນີພາກຕໍ່ ການ ທ່ອງທ່ຽວສສຫວຽດນາມ ເຊິ່ງຈະເປັນທີ່ໃດນັ້ນ ກໍຕິດຕາມກັນໄດ້.

ne - info@laophotomag.com .


ສາລະບານ News

8

ປະກາດລາງວັນ ຈຸດສຸມລາວ “ຮູບການຢອດວັກແຊັງໃຫ້ແກ່ເດັກນ້ອຍ ໄດ້ຮັບລາງວັນທີ1”

ວາລະສານ LaoPhotoMag

ຂຶ້ນບັນຍາຍເຕັກນິກການນຳໃຊ້ກ້ອງຖ່າຍຮູບ

12

CoverStory 14

ທ່ຽວບຸນອອກພັນສາ ມ່ວນຊື່ນກັບປະເພນີຊ່ວງເຮືອ


Showcase 32

Life

Landscape

52

60

Macro


Special Set

66

ທ່ຽວຫວຽດນາມຕອນທີ 2 : (ຮາລອງເບ)

ທຣິບນີ້ເພື່ອນ້ອງ

84

Columnist

104

High Pass Filter



News

ປະກາດລາງວັນ ຈຸດສຸມລາວ

“ຮູບການຢອດວັກແຊັງໃຫ້ແກ່ເດັກນ້ອຍ ໄດ້ຮັບລາງວັນທີ1”

ອົງການສະຫະປະຊາຊາດ ຫຼື ສປຊ ເພື່ອການພັດທະນາປະຈຳ ສປປ ລາວ ໄດ້ປະກາດຜົນລາງວັນ ໂຄງການຖ່າຍພາບຈຸດສຸມລາວ ໃນວັນ ທີ23ຕຸລາຜ່ານມາ ທີ່ສະມາຄົມນັກຂ່າວແຫ່ງສປປລາວ ໂດຍການເປັນປະ ທານຂອງ ທ່ານ ມິນ ຟາມ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການ ພັດທະນາປະຈຳ ສປປ ລາວ, ທ່ານ ສົມສະໝຸກ ມີໄຊ ຮອງປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນາງ ຄຼິດສຕີນ່າ ຣາຊະສິມາ ນາງສາວລາວປະຈຳປີ 2012 , ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ. ໃນງານ ທ່ານ ມິນ ຟາມ ໄດ້ປະກາດຜູ້ໄດ້ຮັບລາງວັນຈາກໂຄງການ ປະກວດຮູບຖ່າຍຈຸດສຸມລາວກັບພາບເປົ້າຫມາຍສະຫັດສະວັດ ເຊິ່ງຮູບ ທີ່ ຊ ະນະເລີ ດ ປະເພດຊ່ າ ງພາບທົ່ ວ ໄປເປັ ນ ຮູ ບ ຖ່ າ ຍທີ່ ນ ຳສະເຫນີ ກ ານ 8

laophotomag.com issue 7


ຢອດວັ ກ ແຊັ ງ ໃຫ້ ແ ກ່ ເ ດັ ກ ນ້ ອ ຍທີ່ ໂ ຮງຫມໍ ປ ະຈຳແຂວງຫລວງນ້ ຳ ທາ ເຊິ່ງຖ່າຍໂດຍ ທ່ານ ສິດທິສັກ ປ້ານອິນຫວນ ຈາກແຂວງຫລວງນ້ຳທາ. ສ່ວນຮອງອັນດັບຫນຶ່ງ ແລະ ສອງ ຕົກເປັນຂອງທ່ານ ມິດປະສົງ ມິ່ງນະຄອນ ແລະ ທ່ານ ທິບພະກອນ ມະນີວົງ ຈາກນະຄອນຫລວງວຽງຈັນ. ສ່ວນຮູບຖ່າຍປະເພດຊ່າງພາບໄວຫຫນຸ່ມທີ່ຖ່າຍຈາກກ້ອງມືຖື ຜູ້ຊະ ນະທີ່ ຜ່ າ ນການລົ ງ ຄະແນນສຽງຈາກມະຫາຊົ ນ ຜ່ າ ນສື່ ອ ອນລາຍ ເຊັ່ນ Facebook. ຜູ້ທີ່ຊະນະເປັນຜົນງານຂອງທ້າວເດດນະພອນໄຊ ຊົມພົນພັກດີ (ນະຄອນຫລວງວຽງຈັນ) ໃນຮູບທີ່ນຳສະເຫນີຄວັນທີ່ປ່ອຍ ຈາກໂຮງງານອຸດສາຫະກຳເຊິ່ງໄດ້ສ້າງມົນລະພິດໃຫ້ແກ່ສິ່ງແວດລ້ອມ ໄດ້ຮັບຄະແນນສູງເຖິງ1382ຄະແນນ. ນອກນັ້ນຜູ້ອຸປະຖຳ(ບີລາຍ) ຍັງເລືອກຜົນງານຮູບຖ່າຍຂອງທ່ານນາງ ຄຳຫລ້າ ສອນນະພາ ເຊິ່ງຖ່າຍທອດຮູບພາບຂອງເດັກນ້ອຍສອງຄົນກຳ ລັງຍ່າງໄປໂຮງຮຽນໃນຫົນທາງເຂດຊົນນະບົດ ໃຫ້ເປັນຮູບຖ່າຍທີ່ໄດ້ຮັບ ລາງວັນພິເສດນຳອີກ. ງານປະກວດຮູບຄັ້ງນີ້ໄດ້ເປີດຕົວຂຶ້ນໃນເດືອນກັນຍາ ເພື່ອເປັນນິມິດ ຫມາຍຂອງບົ ດ ລາຍງານຄວາມກ້ າ ວຫນ້ າ ເປົ້ າ ຫມາຍສະຫະສະວັ ດ ເພື່ອການພັດທະນາຂອງລາວ ເຊິ່ງມີຮູບທີ່ສົ່ງເຂົ້າປະກວດທັງຫມົດ 150ຮູບ ທັງປະເພດຊ່າງພາບທົ່ວໄປ ແລະປະເພດຊ່າງພາບໄວຫນຸ່ມ. ການຄັດເລືອກຮູບພາບທີ່ປະກວດ ແລະຮູບທີ່ໄດ້ຮັບລາງວັນຈະຖືກນຳ ວາງສະແດງໃນຫລາກຫລາຍສະຖານທີ່ ໃນເດືອນພະຈິກ ແລະທັນວາ ຢູ່ນະຄອນຫລວງວຽງຈັນ. LaoPhotoMag November 2013

9


News ຮູບທີ: 1 ຮູບທີ່ໄດ້ຮັບລາງວັນຊະນະເລີດ ປະເພດຊ່າງພາບທົ່ວໄປຖ່າຍໂດຍ ທ່ານ ສິດທິສັກ ປ້ານອິນຫວນ

10

laophotomag.com issue 7

ຮູບທີ: 2 ຮູບທີ່ໄດ້ຮ ຫນຶ່ງປະເພດຊ່າງພາບ ມິດປະສົງ ມິ່ງນະຄອນ


ຮັບລາງວັນຮອງອັນດັບ ບທົ່ວໄປຖ່າຍໂດຍ ທ່ານ

ຮູບທີ: 3 ຮູບທີ່ໄດ້ຮັບລາງວັນຮອງອັນດັບ ສອງປະເພດຊ່າງພາບທົ່ວໄປ ຖ່າຍໂດຍ ທ່ານ ທິບພະກອນ ມະນີວົງ ຫນຶ່ງໃນທີມງານຊ່າງພາບ ຈາກວາລະສານຂອງພວກເຮົາ

LaoPhotoMag November 2013

11


News

ວາລະສານ LaoPhotoMag “ຂຶ້ນບັນຍາເຕັກນິກການນຳໃຊ້ກ້ອງຖ່າຍຮູບ” ໃນລະຫວ່ າ ງວັ ນ ທີ 4-5 ຕຸລາ 2013 ພາກ ວິ ຊ າວິ ສ ະວະກຳຄອມ ພິ ວ ເ ຕີ ແ ລ ະ ເ ຕັ ກ ໂ ນ ໂລຊີ ຂໍ້ ມູ ນ ຂ່ າ ວສານ ຄະນະວິສະວະກຳສາດ ມ ະ ຫ າ ວິ ທ ະ ຍ າ ໄ ລ ແຫ່ງຊາດ ໄດ້ຈັດງານ IT Festa 2013 ຂຶ້ນ ທີ່ຕຶກໂຄງການ ITSD ຄະນະວິສະວະກຳສາດ ວິທະຍາເຂດ ໂສກປາຫລວງ. ພາຍໃນງານໄດ້ມີການສໍາມະນາໃນຫົວຂໍ້ກ່ຽວກັບໄອທີ ແລະ ງານວາງ ສະແດງຊ໋ອບແວຕ່າງໆ, ເທັກໂນໂລຊີທີ່ທັນສະໄໝຈາກບັນດາບໍລິສັດຜູ້ ສະໜອງ ແລະ ຜູ້ໃຫ້ບໍລິການກ່ຽວກັບໄອທີ. ພິເສດໃນງານຄັງ້ ນີ້ ທີມງານວາລະສານ LaoPhotoMag ກໍໄດ້ຮັບກຽດ ໃຫ້ຂຶ້ນບັນຍາຍກ່ຽວກັບເຕັກນິກການນໍາໃຊ້ກ້ອງຖ່າຍຮູບ ໃນຕອນບ່າຍ ວັນທີ 5 ຕຸລາ ເຊິ່ງມີນັກຮຽນນັກສຶກສາສົນໃຈເຂົ້າຮ່ວມຮັບຟັງເກືອບ 30ຄົນ. ພາຍໃນງານ ກໍມີການນຳສະເຫນີຫລາຍຫົວຂໍ້ ຕັ້ງແຕ່ບົດຮຽນການຕັດ ສິນໃຈເລືອກຊື້ກ້ອງ, ຄວາມສຳພັນຂອງສະປີດເຊັດເຕີ - ຮູຮັບແສງ ແລະ ຄວາມໄວແຮງ, ຮູບເດັ່ນດ້ວຍມຸມມອງ ແລະອົງປະກອບ. ລວມເຖິງເຕັກ ນິກໃນການ Process ດ້ວຍໂປແກຣມ Lightroom. 12

laophotomag.com issue 7


ງານຄັ້ງນີ້ຖືວ່າ ເຕັມໄປດ້ວຍບັນຍາກາດ ເພາະມີການຖາມ-ຕອບ ແລະ ແຈກຫລາຍລາງວັນ. ພິເສດກໍແມ່ນ ທ່ານ ອຳມະລິນ ປາລະມີ ຫລື ທີ່ຮູ້ ຈັກກັນທາງເຟັສບຸກ Bee Jazz-rock ໄດ້ແຈກຮູບເຖິງ2ແຜ່ນ.

LaoPhotoMag November 2013

13


Cover Story

ທ່ຽວບຸນອອກພັນສາ ມ່ວນຊື່ນກັບປະເພນີຊ່ວງເຮືອ

14

laophotomag.com issue 7


່ານພົ້ນ ງເຮືອ ຫາກໍຜ ວ ່ ຊ ີ ນ ເພ ະ ປ ແລະ າໄສ າປະວາລະນາ ຕາມອັດທະຍ ວ ຽ ່ ທ ປ ໄ ະ າ ບຸນອອກພັນສ ໍຄົງໄປເລ ຫລາຍທ່ານກ າ ່ ວ ອ ່ ື ເຊ ງ ່ ິ ເຊ ໄປບໍ່ດົນ ນ. ຸນ ພັກລັດຖະກາ ນ ັ ວ ບ ັ ກ ເຫຼີມສະຫຼອງບ ງ ົ ະ ກ ້ ີ ສ ນ ີ ປ 3 1 ກ 0 າ 2 ຈ ີ ງ ປ ອ ່ ື ເນ ນີ ປະຈຳ ອນຫຼວງ ່ວງເຮືອປະເພ ຊ ນ ຸ ບ ນ າ ທະບູລີ ນະຄ ງ ນ ັ ບ ັ ຈ ລ ງ ອ ່ ື ສຳ ເມ ່ານ ່າວັດຈັນ ັກກວ່າຊຸມປີຜ ວໍລະນາ ທີ່ທ ຄ ະ ກ ຶ ປ ຄ າ ່ ສ ຍ ນ ັ ຫ ພ ໃ ກ ງ ່ ິ ອອ ກຳແລະຍ ຈັດຂຶ້ນ ຫລາຍກິດຈະ ກ າ ລ ຫ ີ ີດຄອງ ແມ່ນ ມ ໍ ຮ ກ ະ ລ ແ ວຽງຈັນ າ ານ ້ານສາສະໜ ຖວາຍສັງຄະທ ະກິດຈະກຳດ ດ າ າ ບ ເພ ະ ດ ັ ສ ຕ ີ ທ ິ . ພ າ ມ , ອບດ້ວຍ ນ ວຽນທຽນ 19 ຕຸລາປະກ ີ າ ທ ກ ີ ນ ັ ມ ວ ະ າ ້ ົ ຈ ່ ໍ ກ ເຊ ຳ ່ ນ ຄ ໃນຕອ ງ ຕອນ ົນໃຫ້ ົ່ວນະຄອນຫຼວ ທ ໆ ງ າ ່ ີສັນທີ່ຫລາຍຄ ຕ ສ ງ ່ ຫ ດ ັ ແ ວ ນ ື ມ ຄ າ ຳ ່ ຕ ່ ູ ຢ ິ່ງເປັນຄ ໄຫຼກະໂທງ ເຊ ະ ລ ແ ຟ ໄ ອ ື ໄຫຼເຮ . ຄວາມສົນໃຈ

LaoPhotoMag November 2013

15


Cover Story

ສ່ວນການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2013 ທີ່ທ່າວັດຈັນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-20 ຕຸລາ ຜ່ານມາ ໂດຍມີເຮືອເຂົ້າຮ່ວມ ແຂ່ງຂັນທັງຫມົດ 42 ລຳ, ໃນນັ້ນແບ່ງເປັນປະເພດເຮືອກີລາ; ເຮືອສູດ ແລະ ເຮືອປະເພນີ ຍິງ-ຊາຍ 55 ສີພາຍ. ຢ່າງໃດກໍຕາມຈາກທີ່ການຊ່ວງເຮືອເຄີຍຈັດຢູ່ທ່າວັດຈັນເມືອງຈັນທະ ບູລີ ແຕ່ດ້ວຍສະພາບນ້ຳຂອງຕື້ນເຂີນ ຄະນະກຳມະການຈິ່ງຕັດສິນໃຈ ຍ້າຍຫລັກໄຊໄປ ບ້ານສີຖານເຫນືອ(ໜ້າໂຮງແຮມວັນຊະນະ) ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ເຮັດໃຫ້ງານບຸນປີນີ້ຍາວຢຽບຕັ້ງ ແຕ່ບ້ານຂຸນຕາລົງມາຈົນເຖິງໂຮງຫມໍມະໂຫສົດ ຫລື ເວົ້າໄດ້ວ່າກວມເອົາ ເຖິງ3ເມືອງຂອງນະຄອນຫລວງວຽງຈັນ ໄລ່ຕັ້ງແຕ່ເມືອງສີໂຄດຕະບອງ, ຈັນທະບູລີ ຈົນເຖິງສີສັດຕະນາກ. ການແຂ່ງຂັນປະເພດເຮືອປະເພນີຍິງ ແລະ ເຮືອກີລາ 12 ສີພາຍ ມີຂຶ້ນໃນັວນທີ 19 ຄຸລາ, ຜົນການແຂ່ງຂັນເຮືອກີລາປະກົດວ່າ ເຮືອໂນ້ແກັສ ຄອງຊະນະເລີດ ຮັບຂັນເງິນພ້ອມລາງວັນເງິນສົດ 10 ລ້ານກີບ; ຮອງ ຊະນະເລີດ ເຮືອຄຸນນະເສນ ຮັບຂັນເງິນ ພ້ອມເງິນສົດ 8 ລ້ານກີບ; ສ່ວນອັນດັບ 3 ໄດ້ແກ່ ເຮືອຫົວແກ້ວປ່າ ຮັບຂັນເງິນ ພ້ອມເງິນລາງວັນ 6 ລ້ານກີບ. ສ່ວນວັນທີ 20 ຕຸລາ ໄດ້ຊີງໄຊກັນທັງເຮືອສູດ ແລະ ເຮືອປະເພນີ ຊາຍ-ຍິງ ເຊິ່ງເປັນມື້ສຸດທ້າຍຂອງງານບຸນໂດຍມີມວນຊົນຊາວນະຄອນ ຫຼວງວຽງຈັນ ແລະ ຈາກຕ່າງແຂວງພາກັນຫຼັ່ງໄຫຼເຂົ້າມາທ່ຽວຊົມເປັນຈຳ ນວນຫຼວງຫຼາຍ ໂດຍຢືນເປັນແຖວຍາວຢຽດຕັ້ງແຕ່ຈຸດປ່ອຍເຮືອເຖິງຈຸດ ຜາມໄຊ ເປັນໄລຍະທາງກວ່າ 800 ແມັດ, ເຮັດໃຫ້ບັນຍາກາດການແຂ່ງ ຂັນຊ່ວງເຮືອເພີ່ມລະດັບຄວາມມ່ວນຊື່ນຂຶ້ນອີກລະດັບຫນຶ່ງ.

16

laophotomag.com issue 7


LaoPhotoMag November 2013

17


Cover Story 18

laophotomag.com issue 7


ຜົນການແຂ່ງຂັນປະກົດວ່າ: ເຮືອສູດ 55 ສີພາຍ: ຊະນະເລີດ ບ້ານສີຖານໃຕ້ ຫຼື ເຮືອພອນພະແກ້ວ ເຊິ່ງມີຊາວບ້ານສີຖານໃຕ້ຮ່ວມກັບທະຫານເມືອງຫ າດຊາຍຟອງເປັນສີພາຍ, ຮອງຊະນະເລີດໄດ້ແກ່ ກະຊວງ ປກສ (ບ້ານໂຄກຊາຍ) ແລະ ອັນດັບ 3 ໄດ້ແກ່ ບ້ານທ່າພະ. ສ່ວນເຮືອປະເພນີຍິງ: ຊະນະເລີດໄດ້ແກ່ ເຈົ້າແມ່ ຍອດນ້ຳກ່ຳ (ບ້ານຫາດສ້ຽວ) ເຊິ່ງແມ່ນເຮືອເຂດ ລ້ອງງື່ມ, ຮອງຊະນະເລີດໄດ້ແກ່ ເຮືອຈາກບ້ານ ທ່າພະ ແລະ ອັນດັບ 3 ໄດ້ແກ່ເຮືອໄຊຊະນະ ນາວາ. ຂະນະທີ່ເຮືອປະເພນີປະເພດຊາຍ ຊະນະເລີດ ໄດ້ແກ່ບ້ານທ່າພະ, ຮອງຊະນະເລີດໄດ້ແກ່ ບ້ານທ່າ ແຂກ ແລະ ອັນດັບ 3 ໄດ້ແກ່ ເມືອງຈັນທະບູລີ (ເຈົ້າພາບ).

ພາບບັນຍາກາດຄວາມມ່ວນຊື່ນຂອງ ກອງເຊຍ LaoPhotoMag November 2013

19


Cover Story 20

laophotomag.com issue 7


rk[[aopkdkfdkoc0j’-j;’ginv

xt9=kxu @W!#

LaoPhotoMag November 2013

21


Cover Story

ອີງຕາມປຶ້ມ ຮີດຄອງປະເພນີລາວ ທີ່ລິດຈະນາໂດຍ ສຳລິດ ບົວສີ ສະຫວັດ ໄດ້ລະບຸ ໄວ້ວ່າ: ມູນເຫດແຫ່ງການເຮັດບຸນອອກພັນສາ ແມ່ນ ເພື່ອໄຂໂອກາດໃຫ້ພະພິກຂຸສົງໄດ້ມີໂອ ກາດກ່າວຄຳຕັກ ເຕືອນກັນໄດ້, ໃຫ້ ພ ະພິ ກ ຂຸ ສົ ງ ໄດ້ ທ່ ຽ ວອົ ບ ຮົ ມ ສິ ນ ທຳແລະສື ບ ຕໍ່ ອ າຍຸ ພ ະພຸ ດ ທະ ສາສະຫນາ, ໃຫ້ພະພິກ ຂຸສົງ ໄດ້ໄປຢື້ຢາມຖາມສາລະທຸກສຸກບິດາມາ ດາ ທັງເປັນໂອກາດ ໃຫ້ພະພິກຂຸສົງໄດ້ມີໂອກາດຫາຜ້າມາ ຜັດປ່ຽນ ໂດຍໃນມື້ຂຶ້ນ 15ຄໍ່າ ເດືອນ11 ພະພິກຂຸສົງໄປໂຮມກັນຢູ່ສິມສະແດງ ອາບັດສູດມົນ ທຳວັດເສັດ ແລ້ວບໍ່ຕ້ອງສູດປະຕິໂມກ ແຕ່ທຳປະວາລະນາ ແທນ. ການທຳປະວາລະນາແມ່ນ ການໄຂໂອກາດໃຫ້ວ່າ ກ່າວຕັກເຕືອນ ກັນໄດ້. ພາຍຫລັງຈົບຄຳປະວາລະນາແລ້ວພະເຖລະ ຈະໃຫ້ໂອວາດແກ່ ພະສົງໃຫ້ຄວາມ ສຳຄັນໃນການປະວາລະນາ ຄົນເຮົາຕ່າງກໍ່ມີທິດຖິມານະ ດ້ວຍກັນທັນນັນ ້ ຖ້າບໍປ ່ ະວາລະນາ ໄວ້ກອ ່ ນ ເວລາໄປເຮັດຜິດພາດເຂົາ ້ ຈະ ໄປຕັກເຕືອນວ່າກ່າວກໍ່ຈະຖືວ່າລ່ວງເກີນ, ຖ້າໄດ້ປະວາລະນາກັນໄວ້ຈະ ວ່າ ກ່າວຕັກເຕືອນກັນໄດ້. ຈົບໂອວາດ ແລ້ວກໍ່ເປັນອັນເສັດພິທີອອກພັນ ສາປະວາລະນາ ໃນວັນອອກພັນສາ ພະສົງຈະຈັດເຮືອໄຟຂຶ້ນຢູ່ໃນວັດ ຫລື ຖ້າຢູ່ໃກ້ ນ້ຳກໍ່ຈະເຮັດເຮືອ ໄຟນ້ຳສຸດ ແລ້ວແຕ່ເງື່ອນໄຂ. ການເຮັດເຮືອໄຟ ມັກເຮັດຢູ່ຫນ້າສິມໃຊ້ເສົາໄມ້ ແລະ ກົກກ້ວຍສີ່ກົກ ພື້ນປູດ້ວຍກາບ ກ້ວຍມີຫົວຫາງຄ້າຍເຮືອ, ຕອນກາງຄືນເອົານ້ຳມັນທູບທຽນໄປໃຕ້ບູຊາ ຖືວ່າເປັນພຸດທະບູຊາໄດ້ບຸນກຸສົນ ຫລາຍ.

22

laophotomag.com issue 7


LaoPhotoMag November 2013

23


Cover Story 24

laophotomag.com issue 7


LaoPhotoMag November 2013

25


Cover Story

ມູນເຫດການເຮັດເຮືອໄຟຂອງຄົນບູຮານ ກໍ່ເພື່ອບູຊາຮອຍພະບາດ ຂອງພະພຸດທະເຈົ້າທີ່ພະອົງ ປະທານໃຫ້ແກ່ພະຍານາກນະຝັ່ງແມ່ນ້ຳນຳ ມະທານະທີ ຈິ່ງຖືເປັນປະເພນີສືບມາ. ເລື່ອງເດີມມີປາກົດໃນອັຕຖະກະປຸນໂນວາທະສູດວ່າ ຄັ້ງຫນຶ່ງພະພຸດ ທະເຈົ້າສະເດັດ ໄປຍັງຝັ່ງ ແມ່ນ້ຳນຳມະທາ ແມ່ນ້ຳນີ້ເປັນທີ່ຢູ່ອາໄສຂອງ ພະຍານາກ. ພະຍານາກໄດ້ຕ້ອນຮັບ ແລະ ອາລາດທະນາ ນິມົນໃຫ້ ພະພຸ ດ ທະເຈົ້ າ ສະເດັ ດ ໄປເມື ອ ງນາກແລ້ ວ ພະຍານາກໄດ້ ທ ຳການ ບູຊາພະພຸດທະເຈົ້າ; ພະອົງ ໄດ້ສະແດງທຳໂຜດພະຍານາກ ກ່ອນຈະສະ ເດັດກັບພະຍານາກ ໄດ້ທູນຂໍໃຫ້ພະອົງປະທັບຮອຍພະບາດ ໄວ້ນະຮິມຝັ່ງ ແມ່ນ້ຳນຳມະທານະທີ. ອີກສິ່ງຫນຶ່ງທີ່ປະຕິບັດກໍຄືການຊ່ວງເຮືອ ເຊິ່ງເປັນອີກຫນຶ່ງປະເພນີທີ່ ປະຕິບັດສືບທອດ ກັນມາຄຽງ ຄູ່ກັບບຸນອອກພັນສາ. ໃນງານບຸນອອກພັນສາ ຊາວພຸດຈະພາກັນໄພທຳບຸນໃສ່ບາດໃນຕອນ ເຊົ້າມື້ຂຶ້ນ 15ຄໍ່າ ເດືອນ11 ພໍຕົກແລງມາຊາວພຸດກໍ່ຈະພາກັນໄປວຽນ ທຽນ ແລະ ໄຫລເຮືອໄຟ ຫລື ບາງເຂດ ກໍ່ຈະມີການລອຍ ກະທົງ ນຳອີກ. ສ່ວນໃນມື້ແຮມ 1ຄໍ່າເດືອນ11 ກໍ່ຈະມີປະເພນີຊ່ວງເຮືອ, ການຊ່ວງ ເຮືອແມ່ນການເອົາເຮືອ ຊ່ວງມາເສັງກັນ ຮຽກວ່າຊ່ວງເຮືອ ໂດຍວັດທີ່ໃກ້ ແມ່ນ້ຳມັກຈະມີເຮືອຊ່ວງ. ປັດຈຸບັນຫລາຍເຂດແຂວງຂອງປະເທດ ແຕ່ເຫນືອຮອດໃຕ້ພໍເຖິງ ແຮມ 1ຄໍາ່ ຫລັງຈາກ ອອກພັນສາ ກໍຈ ່ ະຈັດປະເພນີຊວ ່ ງເຮືອຂຶນ ້ ຕາມລຳນ້ຳ ຕ່າງໆຕາມຄວາມເຫມາະສົມ.ຢ່າງໃດກໍ່ຕາມສໍາລັບແຂວງຫລວງພະບາງ ບຸນຊ່ວງເຮືອຈະຈັດຕ່າງຈາກທີ່ອື່ນ ຄືຈັດ ຂຶ້ນໃນມື້ແຮມ 14ຄໍ່າ ເດືອນ9 ເຊິ່ງເປັນວັນດຽວກັນກັບບຸນຫໍ່ເຂົ້າປະດັບດິນ.

26

laophotomag.com issue 7


LaoPhotoMag November 2013

27


Cover Story 28

laophotomag.com issue 7


LaoPhotoMag November 2013

29


Cover Story 30

laophotomag.com issue 7


LaoPhotoMag November 2013

31


Showcase 32 32 laophotomag.com laophotomag.com issue issue77


ISSUE 7

28

SHOWCASE LaoPhotoMagNovember November2013 2013 33 33 LaoPhotoMag


Showcase 34

laophotomag.com issue 7


Thipphakorn Tatum Manivong

Landscape

LaoPhotoMag November 2013

35


Thipphakorn Tatum Manivong

Showcase Landscape

ວັງວຽງ

Mick Phanisone 36

laophotomag.com issue 7


ພູພຽງ ຣີສອດ ເມືອງພູຄູນ

LaoPhotoMag November 2013

37


Showcase ນ້ຳຊອງ ເມືອງວັງວຽງ

Mick Phanisone

ທິວທັດ ອ່າງນ້ຳງື່ມ 2

38

laophotomag.com issue 7

Mick P


ທິວທັດ ອ່າງນ້ຳງື່ມ 2

Phanisone

Landscape

LaoPhotoMag November 2013

39


Showcase 40

laophotomag.com issue 7


Landscape

Mick Phanisone LaoPhotoMag November 2013

41


Showcase 42

laophotomag.com issue 7


ດອກໄມ້ກາງທົ່ງໄຫຫີນ

Mick Phanisone

LaoPhotoMag November 2013

43


Showcase 44

laophotomag.com issue 7


ທົ່ງໄຫຫິນ ຊຽງຂວາງ

Mick Phanisone

LaoPhotoMag November 2013

45


Showcase ທິວທັດທົ່ງໄຫຫິນ ຊຽງຂວາງ

Mick Phanisone

46

laophotomag.com issue 7


LaoPhotoMag November 2013

47


Showcase

ທິວທັດພູມສັນຖານຍາມ

Mick P

48

laophotomag.com issue 7


ມແລງ ແຂວງຊຽງຂວາງ

Phanisone

LaoPhotoMag November 2013

49


Mick Phanisone

Showcase 50

laophotomag.com issue 7

Mick P


Phanisone

Thipphakorn Tatum Manivong

ສະໜາມເກັບກູ້ລະເບີດ ເມືອງພູກູດ ແຂວງຊຽງຂວາງ

LaoPhotoMag November 2013

51


Showcase

Phetsamay Philavanh

52

laophotomag.com issue 7


Life

LaoPhotoMag November 2013

53


Showcase 54

laophotomag.com issue 7


Life

Phetsamay Philavanh LaoPhotoMag November 2013

55


Showcase

Phetsamay Philavanh

56

laophotomag.com issue 7


Life

LaoPhotoMag November 2013

57


Showcase

Life

58

laophotomag.com issue 7


Phetsamay Philavanh LaoPhotoMag November 2013

59


Showcase

Ma

60

laophotomag.com issue 7


Phetsamay Philavanh

acro

LaoPhotoMag November 2013

61


Showcase

Mac

62

laophotomag.com issue 7


Phetsamay Philavanh

cro

LaoPhotoMag November 2013

63


Showcase

Macro

64

laophotomag.com issue 7


Phetsamay Philavanh

LaoPhotoMag November 2013

65


Special Set

Special Set

ກິດຈະກຳ “ທຣິບນີ້ເພື່ອນ້ອງ

ຈາກກິດຈະກຳຖ່າຍຮູບ ສູ່ກິດຈະກຳບ ເຄື່ອງໃຫ້ນ້ອງໆນັກຮຽນຢູ່ເມືອງກາສີ

ງານວາລະສານ Lao Photo ໃນຕົ້ນເດືອນມິຖຸນາ ຂອງປີນີ້ ທີມ ທາງໄປຖ່າຍຮູບຢູ່ເມືອງກາສີ ແຂວງ Magazine ຈຳນວນ 5 ຄົນໄດ້ເດີນ ໄດ້ພົບເຫັນສະພາບຄວາມຕ້ອງການ ວຽງຈັນ ເປັນເວລາ 3 ວັນ ເຊິ່ງກໍ ສອກຫລີກ ໂດຍສະເພາະດ້ານ ຫລາຍຢ່າງຂອງປະຊາຊົນເຂດຫ່າງໄກ ຫ່ງຍັງບໍ່ເປັນໂຮງຮຽນແບບຖາວອນ, ການສຶກສາ ເພາະໂຮງຮຽນບາງແ ີວິດການເປັນຢູ່ຂອງປະຊາຊົນກໍຍັງມີ ຕ້ອງປົວແປງໃນແຕ່ລະປີ ຂະນະທີ່ຊ ຄວາມຫຍຸ້ງຍາກ. ມງານວາລະສານ Lao Photo ເມື່ອກັບມານະຄອນຫລວງວຽງຈັນ ທີ ntiane Photo Club ກໍຕັດສິນໃຈ Magazine ຮ່ວມກັບກຸ່ມຖ່າຍ ຮູບ Vie ຄັ້ງທີ1” ເພື່ອສະດົມການສະຫນັບ ຈັດກິດຈະກຳ “ທຣິບນີ້ເພື່ອນ້ອງ ແຮ ງກ້ າ ໃນ ກາ ນເ ປັ ນ ສ່ ວ ນຫ ນຶ່ ງ ປະ ສະ ຫນູ ນ ຈາ ກຜູ້ ທີ່ ມີ ຄ ວາ ມຫ ວັ ງ ອັ ນ ງເດັກນ້ອຍເຂດຫ່າງໄກສອກຫລີກ, ກອບສ່ວນ ສົ່ງເສີມການສຶກສາຂອ ອງໆ ມີຄວາມຫວັງຕັ້ງຕໍ່ຕໍ່ການຮຽນ ສ້າງກໍາລັງໃຈໃຫ້ຄູ-ອາຈານ ແລະ ນ້

ການສອນ. ດຮັບການບໍລິຈາກ ໂດຍປະກາດ ຫລັງຈາກນັ້ນ ພວກເຮົາ ກໍເລີ່ມປະກາ ໃນວາລະສານຂອງພວກເຮົາ ເຊິ່ງກໍ ຜ່ານສື່ສັງຄົມອອນລາຍ, ລວມເຖິງລົງ

66

laophotomag.com issue 7


ຄັ້ງທີ1”

ບໍລິຈາກ

LaoPhotoMag November 2013

67


Special Set

ມີທັງຫົວຫນ່ວຍທຸລະກິດ, ບຸກຄົນທົ່ວໄປໃຫ້ການສະຫນັບສະຫນູນເປັນ ຈຳນວນຫລວງຫລາຍ. ເມື່ອຮວບຮວມ ວັດຖຸອຸປະກອນໄດ້ຈຳນວນຫນຶ່ງແລ້ວ, ມາເຖິງວັນທີ 7-8 ເດືອນ ກັນຍາ 2013 ທີມງານວາລະສານຮູບຫລື Lao Photo Magazine, ກຸ່ມຖ່າຍຮູບວຽງຈັນ ຫລື Vientiane Photo Club ຮ່ວມກັບຜູ້ສະຫນັບສະຫນູນໃຈດີ ຈຳນວນ10 ກວ່າທ່ານ ກໍໄດ້ເດີນທາງ ໄປທີ່ບ້ານຖ້ຳໃຕ້ເມືອງກາສີ ຕາມເປົ້າຫມາຍ ເພື່ອບໍລິຈາກອຸປະກອນການ ສຶກສາ, ອຸປະກອນກິລາ ພ້ອມດ້ວຍເຄື່ອງນຸ່ງຈຳນວນຫນຶ່ງ ໃຫ້ແກ່ນ້ອງໆ ນັກຮຽນຜູ້ດ້ອຍໂອກາດໃນເຂດຫ່າງໄກຊອກຫລີກຂອງເມືອງກາສີແຂວງ ວຽງຈັນ. ໂດຍບໍລິສັດ ເອັມພີ ທົວ ອຸປະຖຳລົດເມ 1ຄັນໃນການເດີນ ທາງຄັ້ງນີ້. ພິທີມອບ-ຮັບແມ່ນຈັດຂຶ້ນທີ່ໂຮງຮຽນປະຖົມບ້ານຖ້ຳໃຕ້ ເຊິ່ງເປັນໂຮງ ຮຽນທີ່ຍັງຂາດເຂີນຫລາຍຢ່າງ ໂດຍຫ້ອງຮຽນຍັງແອ້ມດ້ວຍຝາໄມ້ປ່ອງ, ສ່ວນຫລັງຄາ ກໍມຸ່ງດ້ວຍໄມ້ປ່ອງ. ບັນຍາກາດໃນມື້ນັ້ນແມ່ນອົບອຸ່ນຫລາຍ ພວກເຮົາໄດ້ຖືກຕ້ອນຮັບ ໂດຍບັນດາເຖົ້າແກ່ແນວໂຮມ, ບັນດາຄູອາຈານ ແລະ ພ້ອມດ້ວຍບັນດາ ນ້ອງໆນັກຮຽນ. ເຄື່ ອ ງທີ່ ນ ຳໄປມອບໃນຄັ້ ງ ນີ້ ປ ະກອບດ້ ວ ຍອຸ ປ ະກອນການສຶ ກ ສາ, ອຸປະກອນກີລາ ແລະ ເຄື່ອງນຸ່ງຫົ່ມຈຳນວນຫນຶ່ງ ລວມມູນຄ່າຫລາຍກວ່າ 20 ລ້ານກີບ. ບັນດາຜູສ ້ ະຫນັບສະຫນູນຫລັກທີເ່ ຮັດໃຫ້ກດ ິ ຈະກຳ “ທຣິບນີເ້ ພືອ ່ ນ້ອງ ຄັງ້ ທີ1” ເກີດຂຶ້ນ ແລະປະສົມຄວາມສຳເລັດຕາມວັດຖຸປະສົງປະກອບ ດ້ວຍ: 1. ຮ້ານວັນນິດາ ຈຳຫນ່າຍເຄື່ອງຂຽນ ແລະ ເຄື່ອງໃຊ້ຫ້ອງການ ປະ 68

laophotomag.com issue 7


ທ້າຍນີ້ພວກເຮົາທີມງານວາລະສານຮູບ ແລະ ກຸ່ມຖ່າຍຮູບວຽງຈັນ ກໍ ຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ຜູ້ສະຫນັບສະຫນູນທີ່ໃຈດີມານະ ທີນີ້ດ້ວຍ. ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮັບການສະຫນັບສະຫນູນຈາກບັນ ດາທ່ານອີກ ໃນການຈັດກິດຈະກຳໃນຄັ້ງຕໍ່ໆໄປ. ພ້ອມນັ້ນກໍສະແດງຄວາມຂອບໃຈຕໍ່ການຮ່ວມແຮງຮ່ວມໃຈກັນຂອງ ທີມງານວາລະສານຮູບ ແລະ ກຸ່ມຖ່າຍຮູບວຽງຈັນທຸກຄົນທີ່ໄດ້ພ້ອມກັນ ຕັດສິນໃຈສູງ ເຮັດໃຫ້ກິດຈະກຳຄັ້ງນີ້ເກີດຂຶ້ນ. LaoPhotoMag November 2013

69

Thipphakorn Tatum Manivong

ກອບສ່ວນບໍລຈ ິ າກ ອຸປະກອນການສຶກສາເປັນຈຳນວນເງິນ 12,000,000 ກີບ 2. ຮ້ານວັນທະນາ ຈຳຫນ່າຍເຄື່ອງຂຽນ ແລະ ເຄື່ອງໃຊ້ຫ້ອງການ ປະກອບສ່ວນບໍລຈ ິ າກ ອຸປະກອນການສຶກສາ ເປັນຈຳນວນເງິນ 2,500,000 ກີບ 3. ພະອາຈານ ວັດຖ້ຳປ່າຄອກມ້າ ປະກອບສ່ວນບໍລິຈາກ ອຸປະກອນ ການສຶກສາ ເປັນຈຳນວນເງິນ 2,000,000 ກີບ 4. ທ້າວສົມຈິດ, ນາງຄອນ ແລະ ນາງ ນາງ ປະກອບສ່ວນບໍລິຈາກ ກະເປົ໋າ ຈຳນວນ 101 ຫນ່ວຍ ເປັນຈຳນວນເງິນ 1,500,000 ກີບ 5. ນາງຕູ່ ປະກອບສ່ວນບໍລິຈາກ ສໍສີ,ປຶ້ມລະບາຍສີ ແລະ ເສື້ອຂາວ ເປັນຈຳນວນເງິນ 2,000,000 ກີບ 6. ທ້າວໃກ້ ປະກອບສ່ວນບໍລິຈາກ ປຶ້ມລະບາຍສີ ແລະ ສໍສີ ຈຳນວນ 100 ຊຸດ ເປັນຈຳນວນເງິນ 1,500,000 ກີບ 7. ຮ້ານແທນຮັກ ເວດດິ້ງສະຕູດິໂອ ປະກອບສ່ວນບໍລິຈາກ ອຸປະ ກອນກິລາ ເປັນຈຳນວນເງິນ 1,500,000 ກີບ 8. ບໍລິສັດ ເອັມພີ ທົວ ອຸປະຖຳລົດເມ ໃນການເດີນທາງໃນຄັ້ງນີ້ ເປັນຈຳນວນເງິນ 13,500,000 ກີບ ນອກນັ້ນພາຍໃນທີມງານ Lao Photo Magazine ກໍປະກອບສ່ວນ ຕາມຄວາມສາມາດຈຳນວນຫນຶ່ງ


Special Set 70

laophotomag.com issue 7


LaoPhotoMag November 2013

71

Thipphakorn Tatum Manivong

Vilasay Rathahao


Special Set 72

laophotomag.com issue 7


LaoPhotoMag November 2013

73

Thipphakorn Tatum Manivong

Vilasay Rathahao


Special Set 74

laophotomag.com issue 7


LaoPhotoMag November 2013

75

Thipphakorn Tatum Manivong

Vilasay Rathahao


Special Set 76

laophotomag.com issue 7


Vilasay Rathahao LaoPhotoMag November 2013

77


Special Set 78

laophotomag.com issue 7


Vilasay Rathahao Thipphakorn Tatum Manivong

Special Set

LaoPhotoMag November 2013

79


Special Set 80

laophotomag.com issue 7


LaoPhotoMag November 2013

81

Thipphakorn Tatum Manivong

Vilasay Rathahao


Special Set 82

laophotomag.com issue 7

Thipphakorn


Tatum Manivong

LaoPhotoMag November 2013

83


Ha Long Bay

Special Set



Special Set 86

laophotomag.com issue 7


ທ່ຽວຫວຽດນາມ ຕອນທີ 2 (ຮາລອງເບ) ຮາລອງເບ ມະຫັດສະຈັນແຫ່ງອ່າວມັງກອນຫລິ້ນນ້ຳ ມໍລະດົກໂລກ ທາງທຳມະຊາດຫວຽດນາມ ສຳລັບອ່າວຮາລອງ ຫລື ຮາລອງເບ ນັ້ນໄດ້ຕາມ ນິທານຂອງຄົນຫວຽດນາມທີ່ກ່າວເຖິງມັງກອນບູຮານເຊິ່ງເຄີຍລົງມາຫລິ້ນ ນ້ຳໃນອ່າວນີ້ເມື່ອຄັ້ງດຶກດຳບັນ ແລະ ຊື່ຮາລອງ ກໍ່ແປວ່າ ມັງກອນລົງຫລິ້ນ. ຈາກຄວາມສວຍງາມ ແລະ ສົມບູນຂອງອ່າວຮາລອງ ເຮັດໃຫ້ບ່ອນ ນີ້ໄດ້ຖືກປະກາດເປັນມໍລະດົກໂລກທາງທຳມະຊາດ ຈາກອົງກອນຢູເນສໂກ ເມື່ອປີ ພ.ສ 2537 ເຊິ່ງປຽບສະເຫມືອນໃບປະກາສະນີຍະບັດທີ່ໃຜໆກໍເຊື່ອ ຖື ຈຶ່ງເຮັດໃຫ້ນັກທ່ອງທ່ຽວທີ່ມາທ່ຽວປະເທດຫວຽດນາມຕ້ອງລ່ອງເຮືອມາ ເບິ່ງອ່າວຮາລອງ ເພື່ອສຳຜັດກັບຄວາມມະຫັດສະຈັນຂອງທຳມະຊາດອ່າວ ຮາລອງ ຕັ້ງຢູ່ໃນແຂວງກວາງນິງ ທາງຕອນເຫນືອຂອງຮາ​ໂນ້ຍ ເປັນອ່າວ ແຫ່ງຫນຶ່ງໃນພື້ນທີ່ຂອງອ່າວຕັງເກ໋ຍທາງພາກເຫນືອຂອງປະເທດຫວຽດ ນາມ ໃກ້ຊາຍແດນປະເທດຈີນ ມີພື້ນທີ່ທັງຫມົດ 1.500 ກິໂລຕາແມັດ ການເດີນທາງຈາກຮາໂນ້ຍ ຈະມີລົດຕູ້ໄປທີ່ເມືອງຮາລອງເຊິ່ງມີໄລ ຍະທາງ 160 ກິໂລແມັດ ໃຊ້ເວລາເດີນທາງປະມານ 3 ຊົ່ວໂມງເຄິ່ງ ແລະ ຈາກສະຖານີລົດຕູ້ໄປທ່າເຮືອອ່າວຮາລອງອີກ 15 ນາທີ. ອ່າວຮາລອງ ຈະເຕັມໄປດ້ວຍຫມູ່ດອນກວ່າ 3.000 ເດອນ ແລະ ມີເນື້ອທີ່ກວ່າ 4.000 ຕາກິໂລແມັດ ເຊິ່ງເປັນສ່ວນຫນຶ່ງຂອງອ່າວຕັງເກ໋ຍທະເລຈີນໃຕ້. ເຮືອທ່ອງ ທ່ຽວໃນອ່າວຮາລອງສ່ວນໃຫຍ່ເປັນເຮືອຂະຫນາດກາງ ມີຫ້ອງພັກຢູ່ເທິງ ເຮືອ ແລະມີການສ້າງຫົວມັງກອນໄວ້ທີ່ຫົວເຮືອ ແຕ່ມີບາງລຳ ໄດ້ສ້າງເປັນ ລັກສະນະຂອງເຮືອໃບບູຮ ​ ານ ເພື່ອໃຫ້ນັກທ່ອງທ່ຽວໄດ້ສ ​ ຳຜັດກິ່ນອາຍແຫ່ງ ການເດີນທາງໃນອະດີດ.

Phetsamay Philavanh

LaoPhotoMag November 2013

87


Special Set Brianwong 88

laophotomag.com issue 7


LaoPhotoMag November 2013

89


Special Set

ສູ່ດິນແດນແຫ່ງ ເມື່ອເຮືອອອກຈາກທ່າໄດ້ບໍ່ດົນກໍ່ເຂົ້າ ມູ່ດອນນ້ອຍໃຫຍ່ ຄວາມງົດງາມທີ່ແຕ່ງແຕ້ມໄປດ້ວຍຫ ໃນບໍລິເວນດອນ ວາງສະຫລັບຊັບຊ້ອນເບິ່ງແປກຕາ. າອາໄສເຮັດການ ໃຫຍ່ໆທີ່ລົບລົມໄດ້ກໍ່ຈະມີຊາວບ້ານມ ຍໆຈຸດ. ປະມົງ, ມີການລ້ຽງປາໃນກະຊັງຢູ່ຫລາ

90

laophotomag.com issue 7


LaoPhotoMag November 2013

91


Special Set 92

laophotomag.com issue 7


LaoPhotoMag November 2013

93


Special Set 94

laophotomag.com issue 7


LaoPhotoMag November 2013

95


Special Set

ນອກຈາກນັ້ນ ຊາວບ້ານໃນບໍລິເວນນັ້ນຍັ ງເອົາເຄື່ອງ ຂອງໃຊ້ທີ່ຈຳເປັນ ແລະ ເຄື່ອງດື່ມ ໃສ່ເຮື ອນ້ອຍມາ ເລາະຂາຍໃຫ້ກັບນັກທ່ອງທ່ຽວທີ່ພັກຢູ່ເທິ ງເຮືອຕາກ ອາກາດອີກ ເຊິ່ງມັນເຮັດໃຫ້ເຮົາເຫັນໄດ ້ເຖິງຄວາມ ດຸຫມັ່ນ ແລະ ອົດທົນຂອງຄົນຫວຽດນາມ

96

laophotomag.com issue 7


LaoPhotoMag November 2013

97


Special Set 98

laophotomag.com issue 7


LaoPhotoMag November 2013

99


Special Set 100

laophotomag.com issue 7


LaoPhotoMag November 2013

101


Special Set

ສຸດທ ​ ້າຍ​ທຣ ​ ີບຫວຽດນາມໃນຄັ້ງນີ້ກໍໄດ້ຈົບລົງຢ່າງວ່ອງໄວ ເວລາໄປທ

ແຕ່ໃນການທ່ອງທ່ຽວແຕ່ລະຄັ້ງ ມັນເຮັດໃຫ້ເຮົາໄດ້ພົບເຫັນສິ່ງທີ່ແປກຕາ

ເປັນຢູ່ຂອງຜູ້ຄົນໃນຕ່າງບ່ອນຕ່າງທີ່ ແລະ ສຸດທ້າຍມັນກໍ່ກາຍເປັນຄວາມ

102

laophotomag.com issue 4 7


ທ່ຽວຮູ້ສຶກວ່າມັນຜ່ານໄປໄວປານກັບວ່າເອົາມືຫມຸນເຂັມໂມງຈັ່ງຊັ້ນແຫລະ

າ ແລະ ໄດ້ສຶກສາຫລາຍໆຢ່າງໃນໂລກຫນ່ວຍນີ້ ໄດ້ຮູ້ ໄດ້ເຫັນຊີວິດການ

ມຊົງຈຳດີໆທີ່ເຮົາຈະໄດ້ເກັບບັນທຶກໄວ້ໃນຫນ້າຫນຶ່ງຂອງຊີວິດ

LaoPhotoMag LaoPhotoMag November July 2013 2013

103 103


Columnist

High Pass Filter ສະບາຍດີທ່ານຜູ້ອ່ານທັງຫຼາຍ ກັບມາອີກຄັ້ງໃນສະບັບນີ້ ເຊິ່ງມາ ກັບບົດຄວາມໃໝ່ໆ ບົດຄວາມນີ້ເໝາະກັບຜູ້ທີ່ມັກອອກໄປຖ່າຍຮູບ Landscape ເຊິ່ງຫຼາຍໆຄົນທີ່ເຄີຍຖ່າຍ Landscape ແລ້ວອາດຈະ ເຄີຍພົບກັບບັນຫາຄວາມຄົມຂອງພາບ ມິຕິຂອງພາບທີ່ຫາຍໄປ (ຍົກເວັ້ນ ໃຊ້ເລັນ L ກັບ Nano) ເມື່ອທ່ານໄປຖ່າຍພາບວິວ ກໍຄົງຫວັງຢາກໄດ້ພາບ ຄົມໆໃຫ້ມັນບາດຕາກັນໄປເລີຍ ແຕ່ພໍມາເປີດເບິ່ງຢູ່ຄອມກັບເຫັນເປັນ ພາບຟຸ້ງໆ ບໍ່ຄົມດັ່ງທີ່ໃຈຫວັງໄວ້. ນັ້ນບໍ່ແມ່ນບັນຫາອີກຕໍ່ໄປ ຖ້າຫາກ ທ່ານຮູ້ຈັກການນຳໃຊ້ Photoshop ຢ່າງທ່ອງແທ້. ມາເລີ່ມກັນເລີຍ 1. ໃຫ້ເປີດຮູບທີ່ຕ້ອງການປັບຄວາມຄົມຂອງພາບຂຶ້ນມາ (ໃນນີ້ ຂໍຢມ ື ຮູບຂອງຊ່າງພາບTatumມາກ່ອນເພາະຂ້າພະເຈົາ້ ເອງບໍມ ່ ຮ ີ ບ ູ ແນວນີ້ ຫະຫະ )

104

laophotomag.com issue 7


2. ກ໊ອບປີ້ Layer ຂຶ້ນມາໜຶງ Layer ໂດຍການກົດ Ctrl+J 3. ເມື່ອໄດ້ Layer ທີ່ກ໊ອບມາໃໝ່ນັ້ນ ໃຫ້ໄປທີ່ Filter > Other > High Pass ແລ້ວໃສ່ຄ່າປະມານ 5 ແລ້ວກົດ OK

LaoPhotoMag November 2013

105


Columnist

4. ປັບ Blending mode ໃຫ້ເປັນ Overlay ຖ້າຫາກ ຢາກໃຫ້ຄົມຫຼາຍ ຫຼືປັບໃຫ້ເປັນ Soft Light ຖ້າຫາກຢາກໄດ້ຄົມບໍ່ ຫຼາຍປານໃດ ແລະ ຍັງສາມາດປັບ Opacity ຂຶນ ້ ຫຼລ ື ງົ ຕາມຄວາມເໝາະສົມ

106

laophotomag.com issue 7


ເທົ່ານັ້ນເຮົາກໍຈະໄດ້ຮູບທີ່ຄົມຂຶ້ນທັນຕາເຫັນ ແຕ່ຄວນລະວັງ ເລື່ອງຂອງ noise ເພາະອາດຈະເຮັດໃຫ້ພາບຄົມຫຼາຍເກີນໄປຈົນການເ ປັນທີ່ແຂງ ເບິ່ງບໍ່ງາມກໍເປັນໄດ້ ສຳລັບສະບັບນີ້ກໍໝົດເທົ່ານີ້ ສະບັບຕໍ່ໄປຈະເວົ້າເລື່ອງຫຍັງ ກໍໃຫ້ ຕິດຕາມຕອນຕໍ່ໄປໄດ້ ຂໍຂອບໃຈທຸກໆທ່ານທີ່ອ່ານຈົນຈົບ ຫວັງຢ່າງຍິ່ງວ່າ ບົດຄວາມນີ້ຈະເປັນປະໂຫຍດແກ່ທ່ານບໍ່ຫຼາຍກໍໜ້ອຍ ແລະ ບັນດາທ່ານ ຈະໄປປະຍຸກໃຊ້ກັບຮູບພາບຂອງຕົນຢ່າງເໝາະສົມ.

Sompasong Vongthavone

LaoPhotoMag November 2013

107






1 l6fvksko9uoc[[.\j!

3xi3,-Ao g7ad|kdfyjo9u,F g7addy;u c]t g7ad]ewp

1

1

From 5:00 pm - 9:00 pm daily


dyo9qovjy,

[5[g2h fy,-e 120,000 gxufm5d,Ng]uj,c8j g;]kG

le]a[3xi3,-Ao g,o6xkohe0v’

g]nvdwfh8k,.9,ad

g7ad;aogdufle]a[7qomujmjkoIad

www.donchanpalacelaopdr.com





ພົບກັນໃໝ່ໃນ

ສະບັບຕໍ່ໄປ >>>


Issuu converts static files into: digital portfolios, online yearbooks, online catalogs, digital photo albums and more. Sign up and create your flipbook.