Lao Photo Magazine Issue 03

Page 1

ກີລາ

ແລະ

ສຽງດົນຕີ

issue 3

free download ປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ສຳລັບປີ 2013

ວຽງຈັນໂຟໂຕຄລັບ ສະຫລອງຄົບຮອບ1 ປີ

7 ເທັກນິກງ່າຍໆ ໃນການຖ່າຍພາບບຸກຄົນ

www . laophotomag . com


ບໍລິຫານ: ທີມງານ ວາລະສານຮູບ LaoPhotoMag

ທີ່ປຶກສາ ແລະເວບໄຊ: ອຸໄທ ໄຊອຸດົມ

Outhai Os Saioudom

ພູນຊັບ ເທວົງສາ

Pong Phoon

ທິບພະກອນ ມະ

ກວດແກ້ ແລະອອກແບບ: ແກ້ວມະໂນພອນ ທໍາມະວົງ

Jimmy Jkm Thammavong

ນັກຂຽນຄໍລໍາ: ສົມປະສົງ ວົງຖາວອນ

Sompasong Vongthavone

ຕິດຕໍ່: Website: - www.laophotomag.com

3

ຖ່າຍພາບอແລະຂ່າວສ

Thipphakor

ອຳມະລິນ ປາຣາ

Bee _jazz-r

ໃສຫລ້າຄໍາ ຂະຫ

Noy Saylakh

ເພັດສະໄໝ ພິລາ

Phetsamay

Facebook:

- www.facebook.com/laophotomagazin


3

ສານ:

ຄໍາບັນຍາຍຈາກທີມງານ ສະບາຍດີ! ເພິ່ນວ່າຮູບຫນຶ່ງໃບ

ສາມາດບອກເລື່ອງລາວຕ່າງໆຈົນພັນລະນາບໍ່

ຫມົດ” ທີມງານພວກເຮົາກໍຫວັງວ່າ ບັນດາຮູບພາບທີ່ໄດ້ຄັດເລືອກມານໍາ ສະເຫນີໃນສະບັບທີ3 ຈະບອກເລື່ອງລາວຕ່າງໆຂອງອະລິຍະທໍາ ແລະ ຄວາມງາມຂອງເມືອງລາວສູ່ສາຍຕາບັນດາທ່ານໄດ້ເປັນຢ່າງດີ. ກັບມາພົບກັນອີກກັບວາລະສານຮູບ ເຊິ່ງໃນສະບັບນີ້ທີມງານພວກ

ເຮົາໄດ້ເຮັດວຽກຢ່າງຫນັກທ່າມກາງເວລາທີ່ມີຫນ້ອຍ ເນື່ອງຈາກຫລາຍ

nsab Tvs

ຄົນກໍຕິດພາລະກິດປະຈໍາແດ່. ແຕ່ພວກເຮົາກໍຫວັງວ່າ ນາງແບບສາວ ນັກ

ະນີວົງ

rn Tatum Manivong

ກີລາປິ່ງປ໋ອງທີມຊາດ ກັບນັກຮ້ອງສາວຈາກໂຮງຮຽນ ມສວຽງຈັນ ທີ່ມີທັງ ຄວາມງາມຫນ້າຮັກ ແລະ ຄວາມສາມາດຈະເພີ່ມສີສັນໃນການຕິດຕາມ ວາລະສານຂອງພວກເຮົາ. ພິ ເ ສດໃນສະບັ ນ ນີ້ , ທີ ມ ງານພວກເຮົ າ ຍັ ງ ໄດ້ ນໍ າ ສະເຫນີ ພ າບການ

າມີ

ຂຸດຄົ້ນຫາກະດູກທະຫານອາເມລິກາໃນສະໄຫມສົງຄາມ. ນອກນັ້ນພາບ

rock

ທິວທັດກໍຍັງເປັນອີກຈຸດເດັ່ນ ລວມເຖິງວິຖີຊີວິດຂອງຊາວລາວໃນທ້ອງ

ຫຍອງເອກ

ham

ຖິ່ນຕ່າງໆ ເຊິ່ງຈະຊ່ວຍເປີດມຸມມອງຄວາມສວຍງາມ ແລະ ຫນ້າປະທັບ ໃຈຂອງປະເທດລາວໃນສາຍຕາຂອງທ່ານຜູ້ເບິ່ງ

ແລະຜູ້ອ່ານຫລາຍຂຶ້ນ

ເພື່ອສົ່ງເສີມ “ຄົນລາວ ທ່ຽວເມືອງລາວ” ກະຈາຍລາຍໄດ້ໃຫ້ທ້ອງຖິ່ນ. ສ່ວນບົດຄວາມນັ້ນ

ພວກເຮົາໄດ້ເລືອກເອົາເຕັກນິກການຖ່າຍຮູບ

າວັນ

ບຸກຄົນມານໍາສະເຫນີ ແລະ ບົດຄວາມທີ່ຫນ້າສົນໃຈອື່ນໆອີກ, ລວມເຖິງ

Philavanh

ເນື້ອຫາສາລະດ້ານຂ່າວສານວົງການຖ່າຍຮູບມານໍາສະເຫນີ. ພວກເຮົາຫວັງວ່າ

ວາລະສານຮູບ

ຫລື

Lao

PhotoMag

ຈະເພີ່ມຄວາມຮູ້, ສີສັນ, ສ້າງຄວາມສຸກ ແລະ ຮອຍຍິ້ມໃຫ້ກັບທ່ານ.

Email:

ne - info@laophotomag.com


ສາລະບານ News

8

ປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ສຳລັບປີ 2013

ປະກາດຜົນລາງວັນຊະນະເລີດງານປະກວດຮູບຖ່າຍ ຄວາມງາມຂອງລາວ ຄໍາງາມຂອງລາວ

12

11

ວຽງຈັນໂຟໂຕຄລັບ ສະຫລອງຄົບຮອບ1 ປີ

ແຄນນອນເຜີຍໂສມ EOS 100D ກ້ອງ DSLR ທີ່ນ້ອຍ ແລະ ເບົາທີ່ສຸດໃນໂລກ

11


CoverStory

16

ກີລາ ແລະ ສຽງດົນຕີ

Tips and Tricks 56

ກົດ 3 ສ່ວນ ແລະຈຸດຕັດ 9 ຊ່ອງ

Special Set 58

ການຂຸດຄົ້ນກະດູກທະຫານອາເມລິກາ ທີ່ຕົກຄ້າງໃນສະໄໝສົງຄາມ


ສາລະບານ Showcase

74

Life

92

104

Waterfall

Landscape

110

Macro


Columnist

120

Frequency Seperation Retouching

7 ເທັກນິກງ່າຍໆ ໃນການຖ່າຍພາບບຸກຄົນ

124


News

ພິທີມອບ-ຮັບລາງວັນ ສປປ ລາວ ເປັ ນ ປະເທດທີ່ ໜ້ າ ທ່ ອ ງທ່ ຽ ວທີ່ ສຸ ດ ໃນ ໂລກ ສຳລັບປີ 2013 ແລະ ມອບຫຼຽນ ໄຊ ພ້ອມໃບຢັ້ງຢືນເປັນສະມາຊິກຂອງສະ ພາການທ່ອງທ່ຽວ ແລະ ການຄ້າ ສະຫະ ພາບເອີຣົບ ໄດ້ຈັດຂຶ້ນຢ່າງສົມກຽດທີ່ນະ ຄອນຫຼວງວຽງຈັນ ໃນຄ່ຳຄືນວັນທີ 9 ພຶດສະພາ 2013. ໃຫ້ກຽດມອບລາງວັນ ໂດຍແມ່ນ ທ່ານ ສຈ.ດຣ. ອານໂຕນ ຄາຣາກີ ປະທານ ສະພາການທ່ອງທ່ຽວ ແລະ ການຄ້າສະຫະ ພາບເອີຣົບ ແລະ ໃຫ້ກຽດມອບຫຼຽນໄຊ 8

laophotomag.com issue 2

ພ້ອມໃບຢັ້ງຢືນໂດຍ ທ່ານ ສຈ.ດຣ. ເມີເຊຍ ກົງສະຕັງຕີແນສະກູ ອຳນວຍການ ສະຖາບັນການທ່ອງທ່ຽວ ແລະ ການຄ້າ ສະຫະພາບເອີຣົບ, ຕາງໜ້າລັດຖະບານ ລາວ ຂຶ້ນກ່າວຮັບໂດຍທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ໃຫ້ກຽດເຂົ້າຮ່ວມມີທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ຜູ້ ຊີ້ ນ ຳວຽກງານວັ ດ ທະນະທຳ-ສັ ງ ຄົ ມ , ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີວາ່ ການ ກະຊວງ


ອີກໜຶງ່ ກ້າວຄວາມສໍາເລັດຂອງວົງການທ່ອງທ່ຽວລາວ ກັບລາງວັນ “" ປະເທດທີໜ ່ າ້ ທ່ອງທ່ຽວທີສ ່ດ ຸ ໃນໂລກ ສຳລັບປີ 2013 "” ການຕ່າງປະເທດ, ທ່ານຮອງເຈົ້າຄອງນະ ຄອນຫຼວງວຽງຈັນ, ລັດຖະມົນຕີວ່າການ ຊ່ວຍວ່າການ, ທູຕານຸທູດ ປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ. ໃນພິທີທ່ານປະທານສະພາການທ່ອງ ທ່ຽວ ແລະ ການຄ້າ ສະຫະພາບເອີຣົບ ໄດ້ຂຶ້ນກ່າວຄຳເຫັນບາງຕອນວ່າ: ປັດຈຸບັນ ສປປ ລາວ ໄດ້ກາຍເປັນຈຸດໝາຍປາຍທາງ ການທ່ອງທ່ຽວ ແລະ ວັດທະນະ ທຳ. ໃນທ່າມກາງບັນຍາກາດຂອງໂລກທີ່ ມີການປ່ຽນແປງ ແລະ ຄວາມແຕກຕ່າງ ກັນ, ພວກເຮົາຖືເປັນກຽດ ແລະ ພາກພູມ ໃຈທີ່ຍັງມີປະເທດຫນຶ່ງທີ່ຍັງຮັກສາ ເອກະ ລັກສະເພາະໄວ້ໄດ້ ໃນທ່າມກາງການປ່ຽນ ແປງນັ້ນຄື ສປປ ລາວ. ພວກເຮົາເຫັນວ່າ ສປປ ລາວ ມີຄຸນຄ່າ ດ້ານການທ່ອງທ່ຽວທີ່ຄົບຖ້ວນ ແລະ ເປັນ ຕົວຢ່າງທີ່ສົມບູນແບບໃນດ້ານການທ່ອງ ທ່ຽວ ໂດຍເຮັດໃຫ້ນັກທ່ອງທ່ຽວທົ່ວທຸກ ມູມໂລກທີ່ໄດ້ມາຢ້ຽມຢາມ ສປປ ລາວ ແລ້ວຮູ້ສຶກປອດໄພ ມີຄວາມເພິ່ງພໍໃຈ ແລະ ໄດ້ປະສົບການອັນລ້ຳຄ່າ. ໜຶ່ ງ ໃນຫຼ າ ຍເຫດຜົ ນ ທີ່ ພ ວກເຮົ າ ໄດ້ ເລືອກເອົາ ສປປ ລາວ ໃຫ້ເປັນປະເທດໜ້າ ທ່ອງທ່ຽວທີ່ສຸດໃນໂລກສຳລັບປີ 2013.

ລາງວັນອັນຊົງກຽດດັ່ງກ່າວ ແມ່ນການ ຮັບຮູ້ຂອງສາກົນ ແລະ ປະຊາຊົນທົ່ວ ໂລກຕໍ່ ສປປ ລາວ ຕໍ່ຄຸນຄ່າທັງໝົດທັງ ດ້ານທ່ອງທ່ຽວທີ່ ສປປ ລາວ ມີແຕ່ມັນ ຍັງເປັນສິ່ງທ້າທາຍພໍສົມຄວນຕໍ່ ສປປ ລາວ ຄື: ນັກທ່ອງທ່ຽວທີ່ຈະມາຢ້ຽມຢາມ ສປປ ລາວ ຈະມີຄວາມຄາດຫວັງໄດ້ຢ້ຽມຢາມ ແລະ ໄດ້ຮັບການບໍລິການທີ່ສົມກັບເປັນ ປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ກັບລາງວັນ ທີ່ ໄ ດ້ ຮັ ບ ນີ້ ຈ ະຍົ ກ ຖານະບົ ດ ບາດຂອງ ສປປ ລາວ ໃນເວທີສາກົນໃຫ້ສູງຂຶ້ນ ພ້ອມດຽວກັນນີ້ ກໍຈະນຳໄປສູ່ການພັດທະ ນາການທ່ອງທ່ຽວຢ່າງຍືນຍົງ ເພື່ອບັນລຸ ຜົນສຳເລັດຕາມຄຳຂວັນ ປະເທດລາວ ສວຍງາມແທ້ໆ. ຈາກນັ້ນ ທ່ານລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ຂຶ້ນກ່າວມີຄຳເຫັນຕໍ່ພິທີ ວ່າ: ລັດຖະບານ ແລະ ປະຊາຊົນລາວ ມີ ຄວາມພາກພູມໃຈ ແລະປິຕິຊົມຊື່ນເປັນ ຢ່າງຍິ່ງ ທີ່ໄດ້ຮັບລາງວັນອັນຊົງກຽດດັ່ງ ກ່າວ ເຊິ່ງສະແດງເຖິງຜົນສຳເລັດອັນໃຫຍ່ ຫຼ ວງຂອງການພັດ ທະນາທ່ອ ງທ່ຽວຂອງ ລາວເຮົາ ເຊິ່ງເປັນປະເທດທີ່ມີແຫຼ່ງທ່ອງ ທ່ຽວ ແລະ ການບໍລິການທີ່ໜ້າປະທັບໃຈ LaoPhotoMag June 2013

9


News ແກ່ ບັ ນ ດານັ ກ ທ່ ອ ງທ່ ຽ ວທົ່ ວ ໂລກທີ່ ເ ຂົ້ າ ມາທ່ຽວຊົມ, ສປປ ລາວ ມີຫຼາຍຢ່າງ ດ້ານ ພາສາ ວັດທະນະທຳ ແລະ ຮີດຄອງປະເພ ນີທີ່ໄດ້ສືບທອດກັນມາຈາກບັນພະບູລຸດ ເປັນເວລາຫຼາຍພັນປີ. ຍ້ອນຜົນສຳເລັດອັນຫຼວງຫຼາຍ ແລະ ຕໍ່ ເນື່ ອ ງຂອງຂະແໜງທ່ ອ ງທ່ ຽ ວລາວເຮົ າ ໃນໄລຍະຜ່ານມາ ສົມທົບກັບຜົນງານ ອັນດີເດັ່ນໃນການພັດທະນາເສດຖະກິດສັງຄົມຂອງປະເທດເຮົາ ເວົ້າລວມ ປະເທດ ພວກເຮົ າ ຈຶ່ ງ ໄດ້ ຮັ ບ ການຊົ ມ ເຊີ ຍ ສັ ນ ລະ ເສີນຈາກນັກທ່ອງທ່ຽວ ແລະ ເພື່ອນມິດ ໃນໂລກໂດຍໄດ້ ຮັ ບ ລາງວັ ນ ທີ່ ເ ປັ ນ ກຽດ ແລະ ໜ້າຊື່ນຊົມຍິນດີຫຼາຍລາງວັນໃນ ໄລຍະຜ່ານມາ ແລະ ປີ 2013 ນີ້ ກໍໄດ້ຮັບ 10

laophotomag.com issue 2

ລາງວັ ນ ປະເທດທີ່ ໜ້ າ ທ່ ຽ ວຊົ ມ ທີ່ ສຸ ດ ໃນ ໂລກ. ກ າ ນ ທີ່ ໄ ດ້ ຮັ ບ ລ າ ງ ວັ ນ ອັ ນ ມີ ກ ຽ ດ ດັ່ງກ່າວນີ້ ຍິ່ງເຮັດໃຫ້ປະເທດເຮົາກາຍ ເປັ ນ ທີ່ ນິ ຍົ ມ ຊົ ມ ຊອບຫຼ າ ຍຂຶ້ ນ ກວ່ າ ເກົ່ າ ສຳລັ ບ ນັ ກ ທ່ ອ ງທ່ ຽ ວໃນທົ່ ວ ໂລກອັ ນ ຈະ ພາໃຫ້ ຂ ະແໜງການທ່ ອ ງທ່ ຽ ວຂອງປະ ເທດເຮົ າ ໄດ້ ຮັ ບ ການພັ ດ ທະນາດີ ຂຶ້ ນ ຕື່ ມ ອີກ.


ປະກາດຜົນລາງວັນຊະນະເລີດ ງານປະກວດຮູບຖ່າຍ ຄວາມງາມຂອງລາວ ຄໍາງາມຂອງລາວ ປະກາດຜົນເປັນທີ່ຮຽບຮ້ອຍແລ້ວສໍາ ລັບງານປະກວດຮູບຖ່າຍ ຄວາມງາມຂອງ ລາວ ຄໍາງາມຂອງລາວ ຊິງສາຍສ້ອຍຄໍາ ເຊິ່ ງ ສະຫນັ ບ ສະຫນູ ນ ໂດຍຮ້ າ ນຄໍ າ ແມ່ ລຽນ. ພິ ທີ ປ ະກາດຜົ ນ ໄດ້ ຈັ ດ ຂຶ້ ນ ໃນວັ ນ ທີ 18 ພຶດສະພາຜ່ານມາ ທີ່ຕະຫລາດເຊົ້າມໍ ນະຄອນຫລວງວຽງຈັນ ເຊິ່ງຮູບທີ່ໄດ້ລາງ ວັ ນ ຊະນະເລີ ດ ແມ່ ນ ຮູ ບ ບູ ຊ າໄມ້ ມະນີ ທີ່ຖ່າຍໂດຍ ທ່ານ ປັນຍາສິດ ດວງສັກ, ຖ່າຍທີ່ຄອນພະເພັງ ແຂວງ ຈໍ າ ປາສັ ກ ເຊິ່ ງ ໄດ້ ຮັ ບ ລາງວັ ນ ສາຍ ສ້ອຍຄໍາຫນັກ 1 ບາດ. ສ່ວນລາງວັນທີ ສອງ ໄດ້ຮັບສາຍ ສ້ອຍ 2 ສະຫລຶງ ຕົກເປັນຂອງຊ່າງ ພາບຈາກຫນັ ງ ສື ພິ ມ ເສດຖະກິ ດ ການຄ້າ, ທ່ານ ວິລະໄຊ ສີຫາລາດ ຈາກຜົນງານ ສາຍໃຍເສັ້ນໃຫມ ທັກທໍ ໃຫ້ເປັນຜືນ ຖ່າຍທີ່ ແຂວງວຽງຈັນ. ຂະນະທີ່ລາງວັນທີ ສາມ ໄດ້ຮັບ ສາຍສ້ອຍ 1 ສະຫລຶງ ມາໃນຮູບອັດ ສະດົງເຈົ້າອານຸວົງ ຖ່າຍໂດຍ ທ່ານ ນາງ ອິນທະສອນ ສາຢານາສີ. ງານປະກວດຮູບຖ່າຍ ຄັງ້ ນີ້ ຖືເປັນ ອີກຫນຶ່ງສີສັນ ໃນການປະກອບສ່ວນ ຊ່ວຍພັດທະນາວົງການຖ່າຍຮູບຂອງ

ລາວເຮົາ ເຊິ່ງກໍຫວັງວ່າໃນໂອກາດຫນ້າ ຈະມີ ພ າກສ່ ວ ນຕ່ າ ງສະຫນັ ບ ສະຫນູ ນ ແລະ ຈັດກິດຈະກໍາດີໆແບບນີ້ຂຶ້ນອີກ.

ນີ້ຄືຮູບທີ່ໄດ້ຮັບລາງວັນທີ 1

LaoPhotoMag June 2013

11


News

ວຽງຈັນໂຟໂຕຄລັບ ສະຫລອງຄົບຮອບ1 ປີ ໃນຕົ້ນເດືອນພຶດສະພາ, ກຸ່ມຖ່າຍຮູບ ວຽງຈັນໂຟໂຕຄລັບ ຫລື Vientiane photo club ໄດ້ຈັດງານສະຫລອງຄົບ ຮອບ 1 ປີ ການສ້າງຕັ້ງກຸ່ມຂຶ້ນ ດ້ວຍບັນຍາ ກາດທີ່ອົບອຸ່ນ ແລະ ໃກ້ຊິດ ທີ່ເຮືອນຂອງ ທ່ານນາງ ເພັດສະໄຫມ ພິລາວັນ ປະທານ ກຸ່ມຖ່າຍຮູບ ວຽງຈັນໂຟໂຕຄລັບ ທີ່ບ້ານ ໂນນຄໍ້ ເມືອງໄຊເຊດຖາ ນະຄອນຫລວງ ວ ຽ ງ ຈັ ນ ໂ ດ ຍ ມີ ບັ ນ ດ າ ຊ່ າ ງ ພ າ ບ ທັ ງ ມື ໂປຣ ແລະສະຫມັກຫລິ້ນ ເຂົ້າຮ່ວມ. ພິເສດໃນງານ ໄດ້ມີຕົວແທນກຸ່ມຊ່າງ ພາບຈາກຈັງຫວັດຫນອງຄາຍ ປະເທດ ໄທ ເຊິ່ງເປັນພັນທະມິດກັບ ວຽງຈັນໂຟໂຕ ຄລັບ ເຂົ້າມາຮ່ວມອວຍພອນ ແລະເບີກ ບານມ່ວນຊື່ນ. ລວມເຖິງບັນດານ້ອງໆ ນາງແບບຂາປະຈໍ າ ຂອງກຸ່ ມ ກໍ່ ເ ຂົ້ າ ຮ່ ວ ມ ເຮັດໃຫ້ບັນຍາກາດມີສີສັນຫລາຍຂຶ້ນ. ວຽງຈັນໂຟໂຕຄລັບ ເຖິງຈະເປັນການ ຮ່ ວ ມໂຕກັ ນ ຂອງຄົ ນ ທີ່ ມັ ກ ຮັ ກ ໃນການ ຖ່າຍຮູບ ເມື່ອບໍ່ດົນມານີ້ ແຕ່ຜົນງານໂດຍ ລວມຕະຫລອດ 1 ປີຜ່ານມາ ກໍມີຫລາຍ ດ້ານທີ່ພົ້ນເດັ່ນ ໂດຍສະເພະ ກໍແມ່ນການ ສົ່ງຕົວແທນຂອງກຸ່ມເຂົ້າຮ່ວມເຄື່ອນໄຫວ ຖ່ າ ຍຮູ ບ ໃຫ້ ແ ກ່ ປຶ້ ມ ຫນອງຄາຍຄົ ມ ເລນ ທີ່ຈັງຫວັດຫນອງຄາຍ ປະເທດໄທ ຈັດຂຶ້ນ ເພື່ອ ເຮັດປຶ້ມ ໂຄສະນາປະຊາສໍ າພັ ນການ 12

laophotomag.com issue 2

ທ່ອງທ່ຽວຂອງຈັງຫວັດຫນອງຄາຍ. ພິເສດສຸດ ປະທານຂອງກຸມ ່ ຍັງສາມາດ ຍາດໄດ້ລາງວັນທີ 2 ຈາກການປະກວດ ພາບຖ່າຍສາກົນມົນສະເຫນ່ເມືອງລາວ. ນອກຈາກນັ້ ນ ກໍ ມີ ກ ານພົ ບ ປະແລກ ປ່ຽນບົດຮຽນ ແລະ ເຕັກນິກການຖ່າຍ ຮູ ບ ຈາກທີ ມ ງານຈັ ງ ຫວັ ດ ຫນອງຄາຍ ແລະ ທີມງານອື່ນໆຈາກປະເທດໄທ. ສ່ວນແຜນງານໃນໄລຍະມໍ່ໆນີ້ ກໍແມ່ນ ການເຂົ້າຮ່ວມປະກອບສ່ວນໃນການຖ່າຍ ຮູບ ເພື່ອເຮັດປຶ້ມຫນອງຄາຍຄົມເລນ 2


ຂອງຈັງຫວັດຫນອງຄາຍ ເຊິ່ງໃນເຫຼັ້ມ ນີ້ ຈະເປັນການນໍາສະເຫນີສະຖານທີ່ ທ່ອງທ່ຽວ ແລະ ອະລິຍະທໍາຂອງຈັງຫວັດ ຫນອງຄາຍ ແລະ ນະຄອນຫລວງວຽງຈັນ ເຊິ່ງທີມງານ ວຽງຈັນໂຟໂຕຄລັບ ກໍຈະ ໄດ້ເປັນສ່ວນຫນຶ່ງໃນການປະກອບສ່ວນ ດັ່ງກ່າວ. ການເຄື່ອນໄຫວພາຍໃນກຸ່ມຕະຫຼອດ 1 ປີຜ່ານມາ ກໍມີຫລາຍກິດຈະກໍາ ຖ່າຍຮູບ ເຖິງວ່າສ່ວນໃຫຍ່ຈະຢູ່ໃນນະຄອນຫລວງ ວຽງຈັນ ກໍຕາມ ແຕ່ມັນກໍໄດ້ສ້າງສາຍ ສໍາພັນ ແລະມິດຕະພາບທີ່ດີພາຍໃນກຸ່ມ

ທັງເປັນການຖອດຖອນບົດຮຽນເຕັກນິກ ວິຊາການຕ່າງໆຮ່ວມກັນ ເພື່ອປະກອບ ສ່ວນໃນການພັດທະນາວົງການຖ່າຍຮູບ ຂອງລາວໃຫ້ພັດທະນາກ້າວໄປຫນ້າຢ່າງ ບໍ່ຢຸດຢັ້ງ, ປະກອບສ່ວນໂຄສະນາປະຊາ ສໍາພັນ ຮີດຄອງປະເພນີອນ ັ ດີງາມຂອງຊາດ ແລະສະຖານທີ່ທ່ອງທ່ຽວຕ່າງໆ ກຸ່ມ Vientiane Photo Club ໄດ້ ຖືກສ້າງຂຶ້ນໃນວັນທີ 26 ເມສາ 2012 ດ້ວຍຜູ້ຍິງຄົນຫນຶ່ງ ທີ່ມີໃຈມັກຮັກ ໃນສິ ລະປະການຖ່າຍຮູບ ຈິ່ງໄດ້ສ້າງກຸ່ມນີ້ຂຶ້ນ ມາເພື່ ອ ຮວບຮວມເອົ າ ບັ ນ ດານັ ກ ຖ່ າ ຍ ຮູບ ບໍ່ວ່າຈະເປັນມືສະຫມັກຫລິ້ນ ຫລື ມືອາຊີບ ທີ່ຢູ່ໃນນະຄອນຫລວງວຽງຈັນ ເວົ້າລວມ ເວົ້າສະເພາະ ກໍ່ຄືຜູ້ທີ່ມີໃຈມັກ ຮັ ກ ໃນສິ ລ ະປະການຖ່ າ ຍຮູ ບ ທົ່ ວ ທຸ ກ ຫົນແຫ່ງ ເພື່ອມາແລກປ່ຽນຄວາມຮູ້ ແລະ ປະສົບການໃນການຖ່າຍຮູບ, ເພື່ອສ້າງສັນ ຜົນງານທາງດ້ານ ສິລະປະອອກສູ່ສັງຄົມ ແລະ ອາດໄປສູ່ຕ່າງປະເທດ, ສ້າງຄວາມຮູ້ ຄວາມສາມາດ, ສ້າງວິຊາອາຊີບ, ສ້າງສິ່ງ ດີໆໃຫ້ແກ່ສງັ ຄົມ ແລະ ສິງ່ ສຳຄັນ ແມ່ນສ້າງ ຄວາມຮັກແພງ ຄວາມສາມັກຄີໃນຫມູ່ສະ ມາຊິກຂອງກຸ່ມ.

LaoPhotoMag June 2013

13


News

ແຄນນອນເຜີຍໂສມ EOS 100D ກ້ອງ DSLR ທີ່ນ້ອຍ ແລະ ເບົາທີ່ສຸດໃນໂລກ ເມື່ອວັນທີ 2 ພຶດສະພາທີ່ຜ່ານມາ ນີ້ເອງ ແຄນນອນຜູ້ນຳດ້ານກ້ອງດີຈີຕອນ ລະດັບໂລກ ເດີນຫນ້າເພື່ອບຸກຕະຫລາດ ຢ່າງເຕັມຮູບແບບ ໂດຍໄດ້ເຜີຍໂສມນະ ວັດຕະກຳໃຫມ່ຫລ້າສຸດ ຕອກຢ້ຳຄວາມ ເປັ ນ ຜູ້ ນ ຳອັ ນ ດັ ບ ຫນຶ່ ງ ໃນຕະຫລາດກ້ ອ ງ DSLR. ດ້ວຍການເປີດໂຕ EOS 100D ກ້ອງ DSLR ເຊັນເຊີ APS-C ທີ່ນ້ອຍ ແລະ ເບົາ ທີ່ສຸດໃນໂລກ ເພື່ອ ຊ່ າ ງ ພ າ ບ ມື້ ສ ະ ຫ ມັ ກ ຫ ລິ້ ນ ຍຸ ກ ໃ ຫ ມ່ ທີ່ ຕ້ ອ ງ ກ າ ນ ກ້ ອ ງ ທີ່ ມີ ນ້ ຳ ຫ ນັ ກ ເ ບົ າ , ໃຊ້ງານງ່າຍ ແລະ ອັດແຫນ້ນດ້ວຍຄຸນສົມ ບັດການຖ່າຍຮູບລະດັບສູງ ດ້ວຍລະບົບ Hybrid CMOS AF II ໃຫມ່ສຸດ, ຈັບໂຟກັສໄດ້ແຫມ້ນກວ່າເກົ່າ. ສຳລັບຈຸດເດັ່ນຂອງ EOS 100D ແມ່ ນ ຕົ ວ ກ້ ອ ງທີ່ ອ ອກແບບມາໃຫ້ ມີ ຂ ະ ຫນາດນ້ອຍ ພຽງ 116,8 x 90,7 x 69,4 ມມ. ພ້ອມກັບນ້ຳຫນັກພຽງ 370g (ຖືດ້ວຍຝາມືດຽວໄດ້ສະບາຍ ແລະ ມີຂະຫນາດເທົ່າ EOS-M Mirrorless ແລະ ໄອໂຟນ 4/4s) ປະກອບກັບເຊັນເຊີຮັບພາບ APS-C ຄວາມລະອຽດສູງສຸດ 18 ລ້ານພິກເຊວ ເທິງຊິບປະມວນຜົນພາບ DIGIC 5 ພ້ອມອໍໂຕໂຟກັສໃຫມ່ Hybrid CMOS 14

laophotomag.com issue 2

AF II ທີ່ຂະຫຍາຍພື້ນທີ່ຈັບໂຟກັສເພີ່ມ ຂຶ້ນ 80% ຈາກແຄນນອນ 650D ເຮັດໃຫ້ຈັບໂຟກັສໄດ້ແຫມ້ນຢຳ ແລະ ຮອງຮັບພື້ນທີ່ໂຟກັສກວ້າງຂຶ້ນ. ນອກນັ້ນ EOS 100D ຍັງຄົງຄຸນນະ ສົມບັດການໂຟກັສແບບ Hybrid ທີ່ ໃ ຊ້ ເ ຕັ ກ ໂ ນ ໂ ລ ຊີ ກ າ ນ ກ ວ ດ ຈັ ບ ວັ ດ ຖຸ ແບບ Phase Detection and Contrast Detection ແບບເກົ່າ ແຕ່ ກ ານໃຊ້ ງ ານກັ ບ ລະບົ ບ ໂຟກັ ສ ແບບ Tracking ຈະເຮັດໄດ້ໄວກວ່າ 650D ຫລາຍ. ໃນສ່ວນຫນ້າຈໍ ຈະເປັນ Clear View LCD II Torch ຂະຫນາດ 3 ນິ້ວ ຄວາມລະອຽດ 1,04 ລ້ານພິກເຊວ ສັດສ່ວນ 3:2 ສາມາດສຳ ຜັດໄດ້ແບບດຽວກັບຫນ້າຈໍສະມາດໂຟນ ແລະ ສາມາດໃຊ້ Live View ໃນການຖ່າຍພາບນິ້ງໄດ້ ພ້ອມກັບອໍໂຕ ໂຟກັສຜ່ານຫນ້າຈໍໄດ້ສູງສຸດ 31 ໂຊນ. ກ າ ນ ໂ ຟ ກັ ສ ຜ່ າ ນ ຊ່ ອ ງ ເ ບິ່ ງ ພ າ ບ ແ ບ ບ Optical ຈະມີຈຸດໂຟກັສສູງສຸດ 9 ຈຸດ (Cross Type ທີ່ຈຸດກາງ) ສຳລັບຊ່ອງເບິ່ງພາບແບບ Optical ຄອບຄຸມພື້ນທີ່ 95%. ໃນສ່ ວ ນໂຫມດຖ່ າ ຍພາບພິ ເ ສດທີ່


ເພີ່ມຂຶ້ນມາໃນ EOS 100D ນັ້ນ ເອົາ ໃຈນັກຖ່າຍພາບທີ່ມັກຕົກແຕ່ງພາບຫລັງ ກ້ອງ ເພາະແຄນນອນໄດ້ເພີ່ມ Special Scene Mode ທີ່ມາພ້ອມໂຫມດຊ່ວຍ ຖ່ າ ຍພາບໃນສະຖານທີ່ ທີ່ ມີ ແ ສງຫນ້ ອ ຍ ກັບ Handheld Night Scene ແລະ HDR Backlight ພ້ອມດ້ວຍ Creative Auto Mode ທີ່ເປີດໂອກາດ ໃຫ້ ຜູ້ ໃ ຊ້ ສ າມາດຖ່ າ ຍພາບຈາກຟິ ວ ເຕີ ຕົກແຕ່ງພາບຫລັງກ້ອງໄດ້ ເຊັ່ນ Miniature Effect, Fish eye ເປັນຕົ້ນ. ນອກຈາກນັ້ນ ແຄນນອນຍັງໄດ້ໃສ່ຟັງ ຊ້ນຫລຸດສັນຍານລົບກວນແບບດຽວກັບ

EOS 6D ໃນຊື່ Multi-Shot Noise Reduction Function ທີ່ໃຊ້ເຕັກນິກຖ່າຍພາບ 4 ພາບ ແລ້ວຮວມກັນເປັນພາບດຽວ ເພື່ອຫລຸດ ສັນຍານລົບກວນໃນພາບທີ່ໃຊ້ ISO ສູງ. ໂດຍ ISO ຂອງ 100D ຈະເລີ່ມຕັ້ງແຕ່ 100-12.800. 100D ຮອງຮັບການຖ່າຍວີດີໂອທີ່ ຄວາມລະອຽດສູງສຸດ FullHD 1080 ທີ່ຄວາມໄວ 30p. ຮອງລົງມາເປັນ HD Ready 720@60p ແລະ ສຸດທ້າຍ ກັບຄວາມລະອຽດ SD 640x480 ທີ່ຄວາມໄວ 30p. ນອກຈາກນັ້ນໂຕ ກ້ ອ ງຍັ ງ ຮອງຮັ ບ ການ ຖ່າຍວີດີໂອແບບໃຫມ່ Miniature effect movie ທີ່ຄືເປັນພາບ ວີ ດີ ໂ ອ ທີ່ ຖ່ າ ຍ ຈ າ ກ Tilt Shift Lens ໂດຍພາບຈະຖື ກ ເລັ່ ງ ໃຫ້ໄວຂຶ້ນ 20 ເທົ່າ.

LaoPhotoMag June 2013

15


Cover Story 16

laophotomag.com issue 2


Lao

Photo

Magazine

ສະບັບນີ້ຈັດເຕັມອີ່ມກັບຮູບພາບນາງແບບ

ທັງນັກຮ້ອງສາວ ແລະ ນັກກີລາປິ່ງປ໋ອງທີມຊາດ ທີ່ຕ່າງກໍມີຄວາມຫວານ ແລະຫນ້າ ຮັກ ເປັນເອກະລັກຂອງໃຜລາວ. ສະເພາະພາບທີ່ທ່ານກໍາລັງເບິ່ງຢູ່ນີ້ແມ່ນນັກຮ້ອງ ສາວ ປິ່ມປຸ້ຍ ຂອງວົງ Shawty ຄ້າຍເພງ Lao Pride. ຊື່ແລະນາມສະກຸນ: ນາງ ເພັດສະຫວັນ ວິໄລແສງ, ຊື່ຫລີ້ນ ປິ່ມປຸ້ຍ ວັນເດືອນປີເກີດ 12/4/1995 ອາຍຸ 18 ປີ ບ້ານຢູ່ປັດຈຸບັນ ບ້ານໂພນສະຫວ່າງ, ມີອ້າຍ ເອື້ອຍ ນ້ອງນໍາກັນ 3 ຄົນ ຕອນນີ້ຮຽນຢູ່ ມສ ວຽງຈັນ ຊັ້ນມໍ 7 ເປັນຫ້ອງ 2ພາສາ ສິ່ງທີ່ມັກ: ມັກສິລະປະ ແລະ ຄວາມທ້າທາຍ ຫລືເປັນສິ່ງທີ່ແປກໃຫມ່ຕ່າງໆ ພອນສະຫວັນ: ຮ້ອງເພງ, ເຕັ້ນ, ຟ້ອນ, ເຮັດອາຫານ....... ເປົ້າຫມາຍໃນການສຶກສາ: ກໍ່ຄືຢາກຮຽນຈົບໃຫ້ສູງໆ ໄດ້ເລືອກວີຊາທີ່ຕົນເອງ ມັກ ແລະ ຢາກຮຽນ ເປົ້າຫມາຍໃນການເຮັດວຽກ: ຢາກມີທຸລະກິດສ່ວນໂຕ ທີ່ເຮົາເປັນຄົນສ້າງສິ່ງ ນັ້ນຂຶ້ນມາ ເພາະການທີ່ເຮົາໄດ້ເຮັດຫຍັງໃຫ້ສຳເລັດ ມັນເປັນສິ່ງທີ່ຫນ້າພູມໃຈທີ່ສຸດ ເຊີ່ງມັນເປັນສິ່ງທີ່ທ້າທາຍຫລາຍ ເຮົາຕ້ອງກ້າຄິດ, ກ້າເຮັດ ແລະ ຕັດສິນໃຈໃຫ້ດີທີ່ ສຸດ. “ ຄວາມຄິດກ່ຽວກັບການຖ່າຍຮູບ: ການຖ່າຍຮູບກໍ່ເປັນອີກຢ່າງທີ່ນອ ້ ງມັກຢູແ ່ ລ້ວ ເພາະເປັນການສື່ເຖິງຄວາມຮູ້ສຶກ ແລະ ສິລະປະອັນໂດດເດັ່ນທີ່ເປັນແນວຄວາມ ຄິດຂອງຕົນເອງ ທີ່ບໍ່ສາມາດຮຽນແບບໄດ້, ການຖ່າຍຮູບຍັງຊ່ວຍໃຫ້ເຮົາມີຈິນຕະ ນາການ ແລະ ມຸມມອງໃຫມ່ໆອີກດ້ວຍ ຄວາມໂສກເສົ້າ - ດີໃຈ ໃນສິ່ງທີຜ່ານມາ: ທຸກຄົນກໍ່ລ້ວນແຕ່ມີຕອນສຸກ ແລະ ທຸກ ຂຶ້ນກັບເຮົາຈະເລືອກຈື່ຈໍາອັນໃດ. ໂສກເສົ້າ: ເລື່ອງອະດີດທີ່ເຮົາບໍ່ສາມາດແກ້ໄຂມັນໄດ້, ຫາກເຮົາໄດ້ພາດລົງໄປ ຫລືເຮັດສິ່ງທີ່ໃຈເຮົາຕ້ອງການນັ້ນບໍ່ສຳເລັດ ແລະ ການທີ່ເຮົາຕ້ອງເສຍສີ່ງຕ່າງໆທີ່ ເຮົາຮັກໄປ ແລະ ເອົາກັບມາຄືນບໍ່ໄດ້ LaoPhotoMag June 2013

17


Cover Story

ຄວາມດີໃຈ: ການທີ່ໄດ້ເຮັດຫຍັງໃຫ້ຄົນພູມໃຈໃນຕົວເຮົາ, ເຫັນຄ່າ ແລະ ເປົ້າ ຫມາຍໃນສິ່ງທີ່ເຮົາເຮັດ, ດີໃຈທີ່ໄດ້ມາຢືນຢູ່ຈຸດທີ່ເຮົາຝັນໄວ້ສຳເລັດ, ກໍ່ຄືການໄດ້ເປັນ ສິລະປີນ ແລະມີວົງເປັນຂອງຕົນເອງເຊິ່ງມັນບໍ່ງ່າຍເລີຍທີ່ມາຮອດມື້ນີ້ຕາມທີ່ຝັນໄວ້. ເລື່ອງຂອງຄວາມຮັກ: ໃຜໆກໍ່ຄົງຈະຫນີບໍ່ພົ້ນ ແລະ ຂາດມັນບໍ່ໄດ້ຢ່າງແນ່ນອນ ກ່ອນອື່ນກໍ່ຕ້ອງຮູ້ຈັກແຍກໃຫ້ອອກທັງເວລາ ແລະ ຂອບເຂດທີ່ຈະຮັກ, ເຊີ່ງເປັນຂໍ້ ທີ່ເຮົາ ຕ້ອງແຍກໃຫ້ອອກ ແລະ ບໍ່ເອົາມາກວມລວມກັບການຮຽນເດັດຂາດ ສິ່ງສຳ ຄັນກໍ່ຄືຮັກໃຫ້ຖືກວິທີນັ້ນເອງ. ເປົາ້ ຫມາຍໃນອະນາຄົດ: ກໍຄ ່ ກ ື ານມີວຽກເຮັດງານທໍາທີດ ່ ,ີ ຫາເງີນໃຊ້ດວ ້ ຍຕົນເອງ ໂດຍທີ່ບໍ່ໄດ້ຂໍເງີນພໍ່ແມ່, ເຮັດສິ່ງທີ່ໂຕເອງວາດຫວັງໄວ້ເປັນຄວາມຈິງ ແລະ ກໍ່ຈະເຮັດ ໃຫ້ສຳເລັດເພື່ອໃຫ້ພໍ່ແມ່ ພູມໃຈໃນຕົວເຮົາ ເລື່ອງຄວາມງາມ: ແມ່ນສໍາຄັນທີ່ສຸດສຳລັບສາວໆທັງຫລາຍ ການເບິ່ງແຍງຮູບຮ່າງ ພາຍນອກໃຫ້ດູດີຢູ່ສະເຫມີ ລວມເຖິງສຸຂະພາບທີ່ແຂງແຮງ ໂດຍສະເພາະຄວນອອກ ກຳລັງກາຍເພືອ ່ ໃຫ້ມຮ ີ າ່ ງກາຍແຂງແຮງ ປາສະຈາກການເຈັບເປັນເອັນອຸນ ່ ແລະຍັງເຮັດ ໃຫ້ເຮົາງາມຈາກພາຍໃນສູ່ພາຍນອກນໍາອີກດ້ວຍ. ຖ່າຍພາບໂດຍ: Thipphakorn Tatum Manivong

18

laophotomag.com issue 2


LaoPhotoMag June 2013

19


Cover Story 20

laophotomag.com issue 2


LaoPhotoMag June 2013

21


Cover Story 22

laophotomag.com issue 2


LaoPhotoMag June 2013

23


Cover Story 24

laophotomag.com issue 2


LaoPhotoMag June 2013

25


Cover Story 26

laophotomag.com issue 2


LaoPhotoMag June 2013

27


Cover Story 28

laophotomag.com issue 2


LaoPhotoMag June 2013

29


Cover Story 30

laophotomag.com issue 2


LaoPhotoMag June 2013

31


Cover Story 32

laophotomag.com issue 2


LaoPhotoMag June 2013

33


Cover Story 34

laophotomag.com issue 2


LaoPhotoMag June 2013

35


Cover Story 36

laophotomag.com issue 2


ຕານ້ອຍນັກກີລ ິ າປິງ່ ປ໋ອງສາວ ທີມຊາດລາວ Cover story ໃນສະບັບນີ້ ມີສອງເລື່ອງລາວຈາກນາງແບບສອງຄົນ. ສໍາລັບຂ້າ ພະເຈົ້າແມ່ນຖືກມອບຫມາຍຈາກທີມງານໃຫ້ເປັນຜູ້ຮັບຜິດຊອບຫລັກໃນການຖ່າຍ ພາບນາງແບບທີ່ເປັນນັກກີລາປິ່ງປ໋ອງທີມຊາດ. ຫລັງຈາກເລືອກຕົວນາງແບບໄດ້ແລ້ວ ພວກເຮົາກໍເຮັດວຽກຫນັກສົມຄວນ ເພາະ ການຖ່າຍກີລາເປັນງານຖ່າຍທີ່ທ້າທາຍຄວາມສາມາດສົມຄວນ. ຍິ່ງໃນສະພາບອາກາດ ແລະ ແສງບໍ່ເປັນໃຈ ແຕ່ພວກເຮົາຕ້ອງໃຊ້ຄວາມໄວສະປີດຊັດເຕີຫລາຍຂຶ້ນ ເພື່ອຈັດ ພາບນາງແບບ ເຮັດໃຫ້ພາບນັ້ນມືດ ເຖິງວ່າຈະປັບຮູຮັບແສງໃຫ້ກວ້າງສຸດເທົ່າທີ່ເລນປັບ ໄດ້ຄື f2.8 ທາງແກ້ຄືການດັນ ISO ໃຫ້ສູງຂຶ້ນບາງຊອດເຖິງລະດັບ 6400 ກໍມີ ປານນັ້ນ ຍັງໄດ້ຄວາມໄວຊັດເຕີບໍ່ເຖິງ 1/200. ສໍາລັບການຖ່າຍນັກກີລາປິ່ງປ໋ອງທີມຊາດສຸດນີ້ທີມງານພວກເຮົາ

ໄດ້ນໍາສະເຫນີ

ສາມຫົວຂໍ້ຫຼັກ ປະກອບມີກິດຈະວັດແລ່ນອອກກໍາລັງກາຍຍາມເຊົ້າ, ການຊ້ອມທີ່ສູນ ຝຶກກີລາປິ່ງປ໋ອງ SV ຂອງສະຫະພັນກີລາປິ່ງປ໋ອງແຫ່ງຊາດລາວທີ່ບ້ານໂພນທັນ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ເຊິ່ງທ່ານນາງ ສົມໃຈ ວົງສາ ເປັນຜູ້ສ້າງຂຶ້ນ ແລະ ບັນດາຫລຽນລາງວັນຕ່າງໆທີ່ຍາດມາໄດ້. ຫລັງຈາກໄດ້ຫົວຂໍ້ແລ້ວທີມງານຂອງພວກເຮົາກໍເລີ່ມປະຕິບັດຕາມແຜນ ໂດຍເລີ່ມ ຈາກການຖ່າຍ ຮູບກິດຈະກໍາແລ່ນຍາມເຊົາ້ ທີສ ່ ວນໄຊເຊດຖາ ແລະ ເດີນສະພາແຫ່ງຊາດ. ແຕ່ມື້ນັ້ນຖືວ່າໂຊກບໍ່ເຂົ້າຂ້າງ ຕື່ນມາອາກາດກໍ່ປອດໂປ່ງ ແຕ່ບໍ່ດົນກໍມີເມກບົດບັງແສງ ອາທິດມືດຄຶ້ມໄປຫມົດ. ຖ່າຍໄປບໍ່ເຖິງ ຊົ່ວໂມງ ສາຍຝົນກໍເລີ່ມໂຮຍລົງມາລະຍິບລະຍັບ ເຮັດໃຫ້ຕ້ອງຢຸດການຖ່າຍໄປໂດຍທັນທີ່.

ຫລັງຈາກນັ້ນກໍພາກັນໄປປັ້ນເຊົ້າເອົາແຮງ ແລະ ລີ້ຝົນໄປນໍາກ່ອນທີ່ຈະໄປສູນ

ຝຶກແອບຂອງສະຫະພັນປິ່ງປ່ອງແຫ່ງຊາດລາວ

ເພື່ອເກັບພາບການຝຶກແອບປະຈໍາວັນ

ທ່າມກາງສາຍຝົນທີ່ທັ່ງເທລົງມາຢ່າງແຮງ.

LaoPhotoMag June 2013

37


Cover Story

ຕານ້ອຍແມ່ນຊື້ຫລິ້ນຂອງ ນາງ ແສງດາວຽງ ດວງປັນຍາ ປັດຈຸບັນອາຍຸ 22 ປີ ສູງ 162cm ຫນັກ 47 kg ຢູ່ບ້ານວັດນາກເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເປັນລູກສາວຄົນທີ່ສາມ ຈາກທັງຫມົດ 4 ເອື້ອຍນ້ອງ. ປັດຈຸບັນຕານ້ອຍ ກໍາລັງຮຽນຢູ່ທີ 5 ພາກວິຊາການທ່ອງທ່ຽວ ແລະ ໂຮງແຮມ ຄະນະ ວິທະຍາສາດສັງຄົມ ນ້ອງຕານ້ອຍ ໄດ້ເລົ່າເສັ້ນທາງສາຍກີລາປິ່ງປ໋ອງສູ່ຟັງວ່າ: ຕານ້ອຍ ໄດ້ເລີ່ມຫັດຫລິ້ນປິ່ງປ໋ອງຕັ້ງແຕ່ອາຍຸ 7 ປີ ເຊິ່ງເວລານັ້ນກໍຍັງຟ້ອນ ແລະ ເຕັ້ນໄປນໍາ ໂດຍມີພໍ່ ແລະ ເອື້ອຍເປັນຜູ້ສອນ ແນະນໍາໃຫ້. ແຕ່ດ້ວຍເກີດມາໃນຄອບ ຄົວນັກກີລາປິ່ງປ໋ອງ ໂດຍມີພໍ່ເປັນນັກກີລາປິ່ງປ໋ອງ ຕົນເອງກໍໄດ້ຕັດສິນໃຈເຂົ້າສູ່ວົງການ ກີລາປິ່ງປ໋ອງເຕັມຕົວ ເນື່ອງຈາກເຫັນວ່າມີຄວາມເປັນໄປໄດ້ ກວ່າດ້ານສິລະປະ. ໃນງານແຂ່ງຂັນວັນກໍາເນີດກີລາລາວ ຄົບຮອບ38ປີ ໃນປີ2004 ທີ່ແຂວງອຸດົມໄຊ ຕານ້ ອ ຍໄດ້ ຖື ກ ຄັ ດ ເລື ອ ກໃຫ້ ເ ປັ ນ ຫນຶ່ ງ ໃນນັ ກ ກີ ລ າປິ່ ງ ປ໋ ອ ງຕົ ວ ແທນຂອງນະຄອນ ຫລວງວຽງຈັນ ເຂົ້າຮ່ວມການແຂ່ງຂັນເຊິ່ງສາມາດ ຍາດໄດ້1ຫລຽນຄໍາ(ປະເພດທີມ). ຫລັງຈາກນັ້ນກໍເຮັດໃຫ້ຕານ້ອຍເລີ່ມໂດດເດັ່ນຂຶ້ນມາໃນວົງການປິ່ງປ໋ອງ. 2005 ງານມະຫາກຳກີລາແຫ່ງຊາດຄັ້ງທີVII ທີ່ສະຫວັນນະເຂດ ຫລື ໄດໂນເສົາເກມ ໄດ້ 1 ຫຼຽນທອງ (ປະເພດທີມຍິງ) 2007 south east asian junior table tennis championship 2007 in vientaine ໄດ້ 1 ຫຼຽນທອງ(ປະເພດດ່ຽວຍິງ) 2008ງານກີລານັກຮຽນສາມັນສຶກສາທົ່ວປະເທດໄດ້ອັນດັບ2 2009 ງານມະຫາກຳກີລາແຫ່ງຊາດຄັ້ງທີ XIII ຫລື ຈຳປາເກມ ໄດ້ 1 ຫຼຽນຄຳ (ປະເພດທີມ), 1ຫຼຽນເງິນ (ປະເພດດ່ຽວຍິງ),1ຫຼຽນທອງ(ປະເພດຄູ່ຍິງ) 2011 ງານມະຫາກຳກີລາແຫ່ງຊາດ ຄັ້ງທີ IX ຫລື ຫຼວງພະບາງເກມ ໄດ້ 2 ຫຼຽນຄຳ (ປະເພດດ່ຽວຍິງ ແລະທີມຍິງ)1ຫຼຽນທອງປະເພດຄູ່ຍິງ 2012ງານມະຫາວິທະຍາໄລອາຊຽນຄັ້ງທີ 16 ໄດ້ 3 ຫຼຽນທອງ (ປະເພດ ດ່ຽວຍິງ,

38

laophotomag.com issue 2


LaoPhotoMag June 2013

39


Cover Story 40

laophotomag.com issue 2


ທີມຍິງ ແລະຄູ່ປະສົມ) ຈຸດທີ່ເຮັດໃຫ້ຕານ້ອຍກ້າວມາຮອດຈຸດນີ້ໄດ້? ສິ່ງສໍາຄັນແມ່ນຄວາມຫວັງທີ່ຢາກເປັນແຊັມຂອງປະເທດ ລວມເຖິງແຮງບັນດານໃຈ ແລະ ກໍາລັງໃຈຈາກຄອບຄົວໃນຍາມທີ່ພົບກັບອຸປະສັກ ເພາະໃນຊີວິດນັກກີລາບໍ່ແມ່ນ ວ່າຈະກ້າວຂຶ້ນມາສູ່ຈຸດສູງສຸດຢ່າງງ່າຍດ່າຍ ຖ້າຈິດໃຈບໍ່ເຂັ້ມແຂງ ແລະ ອົດທົນສູ້ຊົນໃນ ການຝຶກຊ້ອມແລ້ວ ແນ່ນອນວ່າບໍ່ມາຮອດຈຸດນີ້ໄດ້. ເປົ້າຫມາຍໃນເບື້ອງຕົ້ນຖືວ່າປະສົມຜົນສໍາເລັດແລ້ວ ທີ່ວັນນີ້ຕົນສາມາດກ້າວຂຶ້ນມາ ເປັນມືຫນຶ່ງແທນຜູ້ເປັນເອື້ອຍ.

ສ່ວນເປົ້າຫມາຍໃນຕໍ່ຫນ້າກໍຍັງບໍ່ທັນວາງແຜນເທື່ອ

ເພາະປັດຈຸບັນຈະສຸມໃສ່ການຮຽນກ່ອນເພາະຢູ່ປີສຸດທ້າຍແລ້ວ ແຕ່ການຊ້ອມກໍຍັງປົກ ກະຕິ ຖ້ າ ເປັ ນ ໄປໄດ້ ກໍ ຢ າກເຂົ້ າ ມາຮັ ບ ງານເປັ ນ ຄູ ຝຶ ກ ສອນໃຫ້ ນ້ ອ ງໆຮຸ່ ນ ໃຫມ່ , ນ້ອງຕານ້ອຍກ່າວ. ບົດຮຽນ ແລະ ຄໍາແນະນໍາ? ສໍາລັບຜູ້ທີ່ຕ້ອງການກ້າວສູ່ວົງການປິ່ງປ໋ອງ ຫລື ວົງການກີລາປະເພດອື່ນໆ ສິ່ງສໍາຄັນ ສຸດຕ້ອງແບ່ງເວລາໃຫ້ຖືກ ແລະຫວ່າງການຮຽນ ແລະ ກີລາ. ເພາະພຽງການຮຽນ ແລະ ກີລາກໍຖືວ່າໃຊ້ເວລາຫລາຍສົມຄວນ. ນອກນັ້ນກໍຕ້ອງວາງແຜນ ແລະຕັ້ງເປົ້າ ຫມາຍໃຫ້ຊັດເຈນ ເພື່ອສ້າງກໍາລັງໃຈແລະຄວາມຫວັງ, ຕໍ່ມາກໍແມ່ນການຫມັ່ນຝຶກຊ້ອມ ມີຄວາມອົດທົນ ແລະ ບໍ່ດື່ມສິ່ງມຶນເມົາ. +ຄະຕິປະຈຳໃຈ:

ຄວາມສຳເລັດເປັນຂອງສ່ວນລວມແຕ່ໄດ້ມາຈາກການເສຍສະ

ຫລະສ່ວນຕົວ. +ເວລາວ່າງ : ຟັງເພງ, ອ່ານໜັງສື. ເບິ່ງວິດີໂອກ່ຽວກັບປິ່ງປ໋ອງ. ບົດໂດຍ: Noy Saylakham ຖ່າຍພາບໂດຍ: Noy Saylakham Thipphakorn Tatum Manivong

LaoPhotoMag June 2013

41


Cover Story 42

laophotomag.com issue 2


LaoPhotoMag June 2013

43


Cover Story 44

laophotomag.com issue 2


LaoPhotoMag June 2013

45


Cover Story 46

laophotomag.com issue 2


LaoPhotoMag June 2013

47


Cover Story 48

laophotomag.com issue 2


LaoPhotoMag June 2013

49


Cover Story 50

laophotomag.com issue 2


LaoPhotoMag June 2013

51


Cover Story 52

laophotomag.com issue 2


LaoPhotoMag June 2013

53


Cover Story 54

laophotomag.com issue 2


LaoPhotoMag June 2013

55


Tips&Tricks

ກົດ 3 ສ່ວນ ແລະ ຈຸດຕັດ 9 ຊ່ອງ ກົດ 3 ສ່ວນກໍ່ຄື ແບ່ງຮູບອອກເປັນ 3ສ່ວນ ໂດຍສ່ວນໃຫຍ່ຈະເອົາເສັ້ນຂອບຟ້າໄວ້ 1 ໃນ 3 ຂອງຮູບ ເພື່ອບໍ່ໃຫ້ເສັ້ນຂອບຟ້າແບ່ງ ເຄິ່ງຮູບ ບາງກໍລະນີຈະເບິ່ງແຂງເກີນໄປ ເຊິ່ງໃຊ້ໄດ້ທັງລວງຕັ້ງ ແລະ ລວງນອນ.

ຈຸດຕັດ 9 ຊ່ອງ ກຳນົດຈຸດທີ່ເກີດຈາກການຕັດກັນນັ້ນ ເປັນຈຸດທີ່ວາງວັດຖຸຫຼັກ ຫຼື ຈຸດເດັ່ນຂອງຮູບໄວ້ບ່ອນນັ້ນ

ເພື່ອຫຼີກລຽງການວາງວັດຖຸໄວ້ກາງພາບເຊິ່ງມັນຈະເບິ່ງ

ແຂງໄປອີກເຊັ່ນກັນ.

56

laophotomag.com issue 2


ແຕ່ທັງໝົດນັ້ນເປັນພຽງ ວິທີການພື້ນຖານໃນການຖ່າຍຮູບ ເປັນຫຼັກເບື້ອງຕົ້ນເຊິ່ງ ໄດ້ຮັບການພິສູດມາວ່າ ຖ້າວາງຮູບໄວ້ບໍລິເວນນັ້ນຮູບຈະອອກມາດີ ມີລີລາ ໜ້າສົນໃຈ ແຕ່ບໍ່ແມ່ນຂໍ້ກຳນົດໃດໆ :D ການຖ່າຍຮູບບໍ່ມີກົດຕາຍໂຕ ຂຶ້ນກັບຈິນຕະນາການ ແລະ ວັດຖຸປະສົງໃນການຖ່າຍ ບາງຄັ້ງວາງຈຸດເດັ່ນໄວ້ກາງຮູບກໍ່ເຮັດໄດ້ບໍ່ໄດ້ຜິດແຕ່ຢ່າງໃດ. ກົດຕ່າງໆກໍ່ຄືການຕົ້ມໝີ່ ບາງຄັ້ງຄິດຫຍັງບໍ່ອອກ ຫຼື ບໍ່ຄ່ອຍມີເງິນ ກໍ່ກິນຕົ້ມໝີ່ໄປກ່ອນ ^_^ ຖ້າເຮັດອາຫານເກັ່ງແລ້ວ ອາດຈະລອງເຮັດຕົ້ມຍໍາກຸ້ງ , ແກງຂຽວຫວານ ຕາມໃຈທີ່ ຕ້ອງການ(ກ່ຽວກັນບໍ່ນິ). ຂໍໃຫ້ມີຄວາມສຸກໃນການຖ່າຍຮູບເດີ້ .... ໂດຍ: Thipphakorn Tatum Manivong

LaoPhotoMag June 2013

57


Special Set

ການຂຸດຄົ້ນກະດູກທະຫານອາເມລິກ ທີ່ຕົກຄ້າງໃນສະໄໝສົງຄາມອິນດູຈີນ ມາພົບກັນເປັນສະບັບທີສາມກັນແລ້ວກັບ LaoPhotoMag, ສຳລັບ ສະບັບນີ້

ຂ້າພະເຈົ້າກໍຖືເປັນໂອກາດອັນດີທີ່ໄດ້ນຳເອົາບັນດາຮູບພາບ

ແນວ Documentary ກ່ຽວກັບປະຕິບັດການຂຸດຄົ້ນກະດູກທະຫານ ອາເມລິກາ ທີ່ຕົກຄ້າງໃນສະໄໝສົງຄາມອິນດູຈີນ. ບັນດາຮູບເລົ່ານີ້ແມ່ນຖືກຖ່າຍໃນຊ່ວງທ້າຍປີກາຍ ແຂວງເຊກອງ

ທີ່ເມືອງກະລືມ

ເຊິ່ງການເດີນທາງໄປຖ່າຍຮູບໃນຄັ້ງນີ້ແມ່ນ

ໄດ້ຖືກອຳ

ນວຍຄວາມສະດວກໂດຍສະຖານທູດສະຫະລັດອາເມລິກາປະຈຳລາວ ແລະ ອຳນາດການປົກຄອງແຂວງເຊກອງ ແລະ ສາລະວັນ. ສຳລັ ບ ການເດີ ນ ທາງໄປໃນຄັ້ ງ ນີ້ ແ ມ່ ນ ໄດ້ ຮັ ບ ແຈ້ ງ ມາກ່ ອ ນແລ້ ວ ວ່ າ ທາງທິມງານຂຸດຄົ້ນເພິ່ນໄດ້ພົບຍົນ Helicepter ຮ້າງ ແລະຄາດວ່າຈະ ຂຸດຄົ້ນເພື່ອຊອກກຫາກະດູກທະຫານອາເມລິກາທີ່ຍັງຕົກຄ້າງເພື່ອເອົາ ກັບຄືນປະເທດ. ອີງຕາມຂໍ້ມູນໃຫ້ຮູ້ວ່າ

ມາຮອດປັດຈຸບັນມີທະຫານອາເມລິກາພຽງ

982 ຄົນທີ່ຖືກຄົ້ນພົບ ແລະຢັ້ງຢືນການຕາຍ. ນອກນີ້ຍັງມີທະຫານອາ ເມລິການຫຼາຍກວ່າ 1600 ຄົນທີ່ສູນຫາຍຈາກສົງຄາມຄັ້ງນີ້.

ໂດຍ: Pong Phoonsab Tvs

58

laophotomag.com issue 2


ກາ ນປີ 1753 - 1975

LaoPhotoMag June 2013

59


Special Set 60

laophotomag.com issue 2


LaoPhotoMag June 2013

61

ໂດຍ: ໂດຍ:Pong PongPhoonsab PhoonsabTvs Tvs


Special Set 62

laophotomag.com issue 2


ໂດຍ: Pong Phoonsab Tvs

LaoPhotoMag June 2013

63


Special Set 64

laophotomag.com issue 2


LaoPhotoMag June 2013

65

ໂດຍ: Pong Pong Phoonsab Phoonsab Tvs Tvs ໂດຍ:


Special Set 66

laophotomag.com issue 2


ໂດຍ: Pong Phoonsab Tvs

LaoPhotoMag June 2013

67


Special Set 68

laophotomag.com issue 2


ໂດຍ: Pong Phoonsab Tvs

LaoPhotoMag June 2013

69


Special Set 70

laophotomag.com issue 2


ໂດຍ: Pong Phoonsab Tvs

LaoPhotoMag June 2013

71


Special Set 72

laophotomag.com issue 2


ໂດຍ: Pong Phoonsab Tvs

LaoPhotoMag June 2013

73


Showcase Landscape 74

laophotomag.com issue 2


LaoPhotoMag June 2013

75

ໂດຍ: Thipphakorn Tatum Manivong


Showcase

Landscape

76

laophotomag.com issue 2


ໂດຍ: Thipphakorn Tatum Manivong

LaoPhotoMag June 2013

77


Showcase Landscape 78

laophotomag.com issue 2


LaoPhotoMag June 2013

79

ໂດຍ: Thipphakorn Tatum Manivong


Showcase Landscape 80

laophotomag.com issue 2


LaoPhotoMag June 2013

81

ໂດຍ: Thipphakorn Tatum Manivong


Showcase Landscape 82

laophotomag.com issue 2


ໂດຍ: Bee _jazz-rock

LaoPhotoMag June 2013

83


Showcase

Landscape

84

laophotomag.com issue 2


ໂດຍ: Bee _jazz-rock

LaoPhotoMag June 2013

85


Showcase Landscape 86

laophotomag.com issue 2


ໂດຍ: Bee _jazz-rock

LaoPhotoMag June 2013

87


Showcase Landscape 88

laophotomag.com issue 2


ໂດຍ: Noy Saylakham

ທ່ອງທົ່ງນາ ນະຈຸດຊົມທິວທັດ ບ້ານຖໍ້າເມືອງທ່າແຂກ ແຂວງຄໍາມ່ວນ

LaoPhotoMag June 2013

89


Showcase Landscape 90

laophotomag.com issue 2


ໂດຍ: Noy Saylakham ນ້ໍາຂອງຍາມເຊົ້າທີ່ເມືອງປາກເຊ LaoPhotoMag June 2013

91


Showcase Life 92

laophotomag.com issue 2


ໂດຍ: Bee _jazz-rock

LaoPhotoMag June 2013

93


Showcase Life 94

laophotomag.com issue 2

ໂດຍ: ໃສຫລ້າຄ


ໂດຍ: Thipphakorn Tatum Manivong

ຄໍາ ຂະຫຍອງເອກ

LaoPhotoMag June 2013

95


Showcase Life

ໂດຍ: Bee _jazz-rock

ໂດຍ: Thipphakorn Tatum Manivong

96

laophotomag.com issue 2


LaoPhotoMag June 2013

97


98

laophotomag.com issue 2

Life ໂດຍ: Thipphakorn Tatum Manivong

Showcase


ໂດຍ: Bee _jazz-rock

LaoPhotoMag June 2013

99


Showcase

ໂດຍ: Bee _jazz-rock

Li

100

laophotomag.com issue 2


ໂດຍ: Noy Saylakham

ife

LaoPhotoMag June 2013

101


Showcase Life 102

laophotomag.com issue 2


ໂດຍ: Bee _jazz-rock

LaoPhotoMag June 2013

103


Showcase

Macro

104

laophotomag.com issue 2


ໂດຍ: Phetsamay Philavanh

LaoPhotoMag June 2013

105


Showcase

Macro

106

laophotomag.com issue 2


ໂດຍ: Phetsamay Philavanh

LaoPhotoMag June 2013

107


Showcase Macro 108

laophotomag.com issue 2


ໂດຍ: Phetsamay Philavanh

LaoPhotoMag June 2013

109


Showcase Waterfall 110

laophotomag.com issue 2


ໂດຍ: Phetsamay Philavanh

LaoPhotoMag June 2013

111


Showcase Waterfall 112

laophotomag.com issue 2


ໂດຍ: Phetsamay Philavanh

LaoPhotoMag June 2013

113


Showcase Waterfall

ໂດຍ: Bee _jazz-rock

ໂດຍ: Noy S 114

laophotomag.com issue 2


ຕາດຫນອງຫລວງ ເມືອງປາກຊ່ອງ ແຂວງຈໍາປາສັກ

Saylakham LaoPhotoMag June 2013

115


Showcase Waterfall 116

laophotomag.com issue 2


ໂດຍ: Noy Saylakham LaoPhotoMag June 2013

117


Showcase Waterfall 118

laophotomag.com issue 2


ໂດຍ: Noy Saylakham LaoPhotoMag June 2013

119


Columnist

7 ເທັກນິກງ່າຍໆ ໃນການຖ່າຍ ເຕັກນິກໃນການຖ່າຍພາບບຸກຄົນນັ້ນ ອັ ນ ທີ່ ຈິ ງ ແລ້ ວ ມັ ນ ຈະມີ ຫ ລາກຫລາຍທີ່ ສຸດ ເຊິ່ງມັນຈະຂຶ້ນກັບຄວາມມັກຂອງຊ່າງ ຖ່າຍພາບແຕ່ລະຄົນນຳ

ເພາະຕ່າງຄົນກໍ

ຕ້ອງມີຮູບແບບເປັນເອກກະລັກຂອງຕົນ ເອງຢູ່ ແ ລ້ ວ ເພື່ ອ ໃຫ້ ໄ ດ້ ຜົ ນ ງານທີ່ ແ ຕກ ຕ່າງ, ແປກຕາ, ຫນ້າຕື່ນຕາຕື່ນໃຈ ແລະ ຫນ້າຕິດຕາມ. ແຕ່ໃນມື້ນີ້ເຮົາຈະນໍາເອົາເຕັກນິກພື້ນ ຖານທີ່ ຄ ວນຮູ້ ໃ ນການຖ່ າ ຍພາບບຸ ກ ຄົ ນ ມາຝາກ ເພື່ອທີ່ທ່ານຜູ້ອ່ານຈະສາມາດນຳ ໄປພັດທະນາຕໍ່ຍອດອອກໄປໄດ້ເນາະ 1.ໂຟກັສທີ່ດວງຕາ ຫລັ ກ ການສຳຄັ ນ ຂໍ້ ທ ຳອິ ດ ຂອງການ ຖ່າຍພາບບຸກຄົນຄືການໂຟກັສທີ່ດວງຕາ ເນື່ ອ ງຈາກວ່ າ ດວງຕານັ້ ນ ເປັ ນ ສ່ ວ ນທີ່ ສ ຳ ຄັນທີ່ສຸດໃນພາບເນື່ອງຈາກເປັນສິ່ງທີ່ບົ່ງ ບອກ ແລະ ສະແດງເຖິງອາລົມຂອງພາບ. ຖ້າຫາກວ່າເຮົາບໍ່ໄດ້ໂຟກັສທີ່ດວງຕາ ແລະ ເຮັດໃຫ້ຕາບໍ່ແຈ້ງນັ້ນ ຕົວແບບທີ່ ເຮົ າ ຖ່ າ ຍຈະເບິ່ ງ ຄື ຄົ ນ ສຸ ຂ ະພາບບໍ່ ດີ , ເບິ່ງຄືເປັນຄົນປ່ວຍ. 120

ເຮັດໃຫ້ພາບຂາດ

laophotomag.com issue 2

ຄວາມຫນ້າສົນໃຈໄປທັນທີ ແລະ ສິ່ງທີ່ສຳ ຄັນອີກປະການຫນຶ່ງກໍຄື

ການຖ່າຍພາບ

ບຸ ກ ຄົ ນ ນັ້ ນ ເຮົ າ ມັ ກ ຈະໃຊ້ ຮູ ຮັ ບ ແສງທີ່ ກວ້າງ ເຊິ່ງຈະເຮັດໃຫ້ໄລຍະຊັດເລິກນັ້ນ ຫນ້ອຍ ເຖິງແມ່ນວ່າເຮົາຈະໂຟກັສທີ່ໃບ ຫນ້າແລ້ວກໍ່ຕາມ ແຕ່ບາງເທື່ອອາດຈະພົບ ກໍ ລ ະ ນີ ທີ່ ວ່ າ ດັ ງ ຂ ອ ງ ຕົ ວ ແ ບ ບ ແ ຈ້ ງ ແຕ່ວ່າດວງຕາບໍ່ແຈ້ງ ຫລື ວ່າສ່ວນແກ້ມ ຂອງຕົວແບບແຈ້ງ ແຕ່ດວງຕາບໍ່ແຈ້ງ ແບບ ນີ້ເປັນຕົ້ນ. ດັ່ ງ ນັ້ ນ ເຮົ າ ຈະຕ້ ອ ງຈັ ບ ໂຟກັ ສ ທີ່ ດ ວງ


ຍພາບບຸກຄົນ ຕາ ໃຫ້ດວງຕາແຈ້ງເສຍກ່ອນ ເພາະເຖິງ

3. ສືສ ່ ານກັບຕົວແບບໃຫ້ຊດ ັ ເຈນ

ແມ່ ນ ວ່ າ ດວງຕາຂອງຕົ ວ ແບບແຈ້ ງ ແຕ່

ເ ນື່ ອ ງ ຈ າ ກ ວ່ າ ກ າ ນ ຖ່ າ ຍ ພ າ ບ ບຸ ກ

ສ່ວນບ່າ ສ່ວນຫູບໍ່ແຈ້ງປານໃດ ຮູບນັ້ນກໍ່

ຄົນນັ້ນ ຊ່າງພາບບໍ່ໄດ້ເຮັດວຽກຄົນດຽວ

ຍັງຖືວ່າເປັນຮູບທີ່ໃຊ້ໄດ້ຢູ່ ຍ້ອນວ່າດວງ

ຄື ກັ ບ ການຖ່ າ ຍພາບຮູ ບ ແບບອື່ ນ ເຊັ່ ນ

ຕານັ້ນເປັນຫນ້າຕ່າງຂອງດວງໃຈ. ເພາະ

ການ ຖ່າຍພາບທິວທັດ. ການຖ່າຍພາບບຸກ

ສະນັ້ ນ ການໂຟກັ ສ ໃຫ້ ດ ວງຕາຂອງຕົ ວ

ຄົ ນ ນັ້ ນ ຈຶ່ ງ ເປັ ນ ການເຮັ ດ ວຽກຮ່ ວ ມກັ ນ

ແບບໂດດເດັ່ ນ ຈຶ່ ງ ເປັ ນ ສິ່ ງ ທີ່ ຄ ວນເອົ າ ໃຈ

ລະຫວ່າງ

ໃສ່ອັນທຳອິດເລີຍຂອງການຖ່າຍພາບບຸກ

ເຊິ່ ງ ຈະຕ້ ອ ງມີ ກ ານສື່ ສ ານ,ເວົ້ າ ຈາກັ ນ ວ່ າ

ຄົນ.

ຢາກໄດ້ອາລົມ ແລະ ທ່າທາງແບບໃດ. ສິ

ຜູ້ຖ່າຍພາບ

ແລະຕົວແບບ

ລະປະໃນການສື່ສານຈຶ່ງເປັນສິ່ງສຳຄັນໃນ 2.ຢ່າຕັດບໍລິເວນຂໍ້ຕໍ່

ການຖ່ າ ຍພາບບຸ ກ ຄົ ນ ,ຫ້ າ ມບໍ່ ໃ ຫ້ ຕົ ວ

ຫລັ ກ ການສຳຄັ ນ ອີ ກ ປະການຫນຶ່ ງ

ແບບຂອງເຮົາກັງວົນ ຫລື ຄຽດເປັນເດັດ

ໃນການຖ່າຍພາບບຸກຄົນນັ້ນກໍ່ຄື ການຈັດ

ຂາດ ເພາະມັນຈະເຮັດໃຫ້ເຮົາບໍ່ສາມາດໄດ້

ອົງປະກອບຂອງພາບໃຫ້ດີ, ຫ້າມຕັດຂອບ

ພາບທີ່ເປັນທຳມະຊາດຂອງຕົວແບບ. ແຕ່

ຂອງພາບບໍລິເວນຂ້ຕໍ່ຂອງຕົວແບບ ເຊັ່ນ:

ຖ້າວ່າເຮົາສາມາດເຮັດໃຫ້ຕົວແບບຜ່ອນ

ຄໍ, ຂໍ້ສອກ, ຂໍ້ມື, ແອວ, ຫົວເຄົ່າ. ເນື່ອງ

ຄາຍ ແລະ ຮູ້ສຶກມ່ວນໄປກັບເຮົາແລ້ວ ເຊື່ອ

ຈາກວ່າຈະເຮັດໃຫ້ອາລົມຂອງຮູບນັ້ນເບິ່ງ

ແນ່ວ່າເຮົາຈະໄດ້ພາບໃນແບບທີ່ເຮົາຕ້ອງ

ບໍ່ດີ,

ການແນ່ນອນ.

ຄວາມຮູ້ສຶກຂອງຄົນເບິ່ງພາບຈະຮູ້

ສຶກຄືກັບວ່າ

ຕົວແບບຂອງເຮົານັ້ນແຂນ

ຫລື ຂາຂາດໄດ້. ການຕັດຂອບພາບບໍລິ ເວນແຂນ, ຂາ ຫລື ລຳໂຕນັ້ນແມ່ນເຮັດໄດ້ ພຽງແຕ່ ເ ຮົ າ ບໍ່ ຕັ ດ ບໍ ລິ ເ ວນທີ່ ເ ປັ ນ ຂໍ້ ຕໍ່ ເ ທົ່ າ ນັ້ນເອງ.

4.ປ່ ອ ຍໃຫ້ ເ ຂົ າ ເປັ ນ ໃນແບບທີ່ ເຂົາເປັນ ໃນການຖ່າຍພາບບຸກຄົນບາງຢ່າງເຊັ່ນ ການຖ່າຍພາບຮູບແບບວິຖີຊີວິດ, ສາລະ LaoPhotoMag June 2013

121


Columnist

ຄະດີ ຫລືວ່າແແບບອື່ນໆກໍ່ຕາມ ບາງຄັ້ງ

5. Window light

ເຮົ າ ຕ້ ອ ງຖ່ າ ຍພາບເພື່ ອ ສື່ ຄ ວາມເປັ ນ ຕົ ວ

ການຄວບຄຸ ມ ທິ ດ ທາງຂອງແສງນັ້ ນ

ຕົນຂອງຄົນໆນັ້ນອອກມາ ຫລາຍກວ່າທີ່

ຖືເປັນເຕັກນິກສຳຄັນຢ່າງຫນຶ່ງຂອງການ

ເຮົາຈະໄປຈັດໃຫ້ຄົນໆນັ້ນເຮັດຕາມຄອນ

ຖ່ າ ຍພາບບຸ ກ ຄົ ນ ໃຫ້ ມີ ຄ ວາມແຕກຕ່ າ ງ.

ເຊັ ບ ທີ່ ເ ຮົ າ ວາງເອົ າ ໄວ້ ຫ ມົ ດ ທຸ ກ ຢ່ າ ງ.

ໃນສະຖານະການຕ່ າ ງໆນັ້ ນ ກໍ່ ຈ ະມີ ສ ະ

ເຊິ່ງຮູບພາບລັກສະນະນີ້

ເຮົາຕ້ອງດຶງ

ພາບແສງທີ່ແຕກຕ່າງກັນໄປ ເຊິ່ງເຮົາຕ້ອງ

ຄວາມເປັນຕົວຕົນຂອງເຂົາອອກມາ ໂດຍ

ຫາໃຫ້ ໄ ດ້ ວ່ າ ຈະໃຊ້ ງ ານແຕ່ ລ ະສະພາບ

ປ່ອຍໃຫ້ເຂົາເປັນໃນແບບທີ່ເຂົາເປັນ.

ແສງນັ້ນແນວໃດ.

ສຳລັບການຖ່າຍພາບວິຖີຊີວິດ

ຫລື

ມາດໃຊ້ງານໄດ້ງ່າຍຄື

ຫນຶ່ງເຕັກນິກທີ່ສາ ການໃຊ້ງານແສງ

ສາລະຄະດີ ນັ້ ນ ການຢ່ າ ງເຂົ້ າ ໄປຖ່ າ ຍ

ທີ່ເຂົ້າມາພຽງດ້ານດຽວ

ເຊິ່ງຈະເອີ້ນວ່າ

ແບບຕົງໆນັ້ນ

ຂ້ອນຂ້າງຈະເສຍມາລະ

Window light ເຕັກນິກນີ້ໃຊ້ບໍ່ຢາກ

ຍາດແລະເຮັ ດ ໃຫ້ ເ ກີ ດ ຄວາມເຂົ້ າ ໃຈ

ແລະ ສາມາດສ້າງຄວາມແຕກຕ່າງໃຫ້ກັບ

ຜິດໄດ້. ການທີ່ຄົນມີກ້ອງ ມີສິດທີ່ຈະຖ່າຍ

ພາບໄດ້ດີ.

ພາບນັ້ນ ຄົນທີ່ຖືກຖ່າຍ ກໍ່ມີສິດທີ່ຈະບໍ່ໃຫ້

ເຮົ າ ສາມາດໃຊ້ ເ ຕັ ກ ນິ ກ ນີ້ ໄ ດ້ ໂ ດຍ

ຖ່ າ ຍໄດ້ ຄື ກັ ນ ເຮົ າ ຄວນທີ່ ຈ ະເຂົ້ າ ໄປພົ ບ

ການຫາສະຖານທີ່ ທີ່ ມີ ແ ສງເຂົ້ າ ມາດ້ າ ນ

ປະເວົ້າຈາກັບເຂົາເຈົ້າເສຍກ່ອນ ສະແດງ

ດຽວ ເຊັ່ນ ດ້ານຂ້າງຂອງປ່ອງຢ້ຽມ ຫລື

ຄວາມເປັ ນ ມິ ດ ກັ ບ ຜູ້ ທີ່ ເ ຮົ າ ຈະຖ່ າ ຍນັ້ ນ

ປະຕູ ຂໍໃຫ້ເປັນສະຖານທີ່ທີ່ສາມາດບີບ

ຖ້າຫາກວ່າເຮົາຜູກມິດໄດ້ແລ້ວ

ໃຫ້ແສງເຂົ້າມາຈາກດ້ານດຽວໄດ້

ໂອກາດ

ແລ້ວ

ທີ່ ຈ ະໄດ້ ຮູ ບ ງາມໆນັ້ ນ ເປັ ນ ໄປໄດ້ ສູ ງ .

ຈັດໃຫ້ແສງເຂົ້າມາດ້ານຂ້າງຂອງຕົວແບບ

ບາງຄັ້ງເຮົາອາດຈະລົມໄປນຳ ຖ່າຍໄປນຳ

ເທົ່ າ ນີ້ ເ ຮົ າ ກໍ່ ຈ ະໄດ້ ພ າບທີ່ ແ ຕກຕ່ າ ງຈາກ

ເຊິ່ງບາງເທື່ອເຮົາອາດຈະຕ້ອງຈັບຈັງຫວະ

ປົ ກ ກະຕິ ແ ລ້ ວ ເຊິ່ ງ ເຕັ ກ ນິ ກ ນີ້ ບໍ່ ຍ າກຈົ ນ

ເອົາເອງ ເພາະການຖ່າຍພາບແນວນີ້ ຖ້າຈະ

ເກີນໄປ.

ໄປບອກໃຫ້ຂະເຈົ້າມາເຮັດທ່າທາງແບບທີ່ ເຮົາຕ້ອງການນັ້ນ ບາງເທື່ອກໍ່ອາດຈະເຮັດ ໃຫ້ເຂົາເຈົ້າກັງວົນໄດ້.

6.ການຖ່ າ ຍພາບກົ ງ ກັ ນ ຂ້ າ ມ ກັບແສງ ຫລາຍຄັ້ງເຮົາອາດເຄີຍໄດ້ຍິນວ່າ ການ

122

laophotomag.com issue 2


ຖ່ າ ຍພາບກົ ງ ກັ ນ ຂ້ າ ມກັ ບ ທິ ດ ທາງແສງ

ຫລາຍຄັ້ງທີ່ເຮົາຕ້ອງຖ່າຍພາບບຸກຄົນ

ແລະ

ຮ່ ວ ມກັ ບ ສາກຫລັ ງ ໂດຍທີ່ ເ ຮົ າ ຈຳເປັ ນ

ໄດ້ພາບທີ່ບໍ່ດີ ແຕ່ໃນຄວາມເປັນຈິງແລ້ວ

ຕ້ ອ ງໃຫ້ ຄ ວາມສຳຄັ ນ ທັ ງ ສອງຢ່ າ ງເຊັ່ ນ :

ການຖ່າຍພາບບຸກຄົນໃນລັກສະນະນີ້ມີຂໍ້

ການໄປຖ່າຍຮູບໃນສະຖານທີ່ທ່ອງທ່ຽວ

ດີຢູ່ ນັ້ນກໍ່ຄືວ່າ ຈະເຮັດໃຫ້ເຮົາໄດ້ປະກາຍ

ຕ່າງໆ ຫລື ການຖ່າຍຮູບກັບສະຖານທີ່ສຳ

ຂອງເສັ້ນຜົມເກີດຂຶ້ນຈາກການຖ່າຍພາບ

ຄັນ ເຮົາມັກພົບວ່າ ໂດຍທົ່ວໄປມັກຈະວາງ

ເຊິ່ ງ ເຮົ າ ມີ ວິ ທີ ແ ກ້ ທີ່ ຈ ະເຮັ ດ ໃຫ້ ຕົ ວ ແບບ

ແບບໄວ້ທາງກາງພາບ

ຂອງເຮົາບໍ່ຫນ້າດຳຄື:

ຕົ ວ ແບບຂອງເຮົ າ ຈະໄປບົ ດ ບັ ງ ພາບທິ ວ

ນັ້ນຈະເຮັດໃຫ້ຕົວແບບຫນ້າດຳ

1. ໃຊ້ ກ ານວັ ດ ແສງສະເພາະຈຸ ດ

ເຊິ່ງໃນຫລາຍຄັ້ງ

ທັດທາງຫລັງ.ໃນຄວາມເປັນຈິງແລ້ວ

ມີ

ແລ້ວວັດແສງບໍລິເວນແກ້ມຂອງຕົວແບບ

ວິທີງ່າຍໆທີ່ຈະເຮັດໃຫ້ທັງສອງສິ່ງຢູ່ຮ່ວມ

(ວິ ທີ ນີ້ ອ າດເຮັ ດ ໃຫ້ ສ າກຫລັ ງ ແຈ້ ງ ເກີ ນ

ກັນໄດ້ ນັນ ້ ກໍຄ ່ ື ໃຫ້ວາງຄົນໄວ້ດາ້ ນຊ້າຍ ຫລື

ໄປ)

ດ້ າ ນຂວາຂອງພາບຕາມກົ ດ ຂອງຈຸ ດ ຕັ ດ

2.

ການໃຊ້ແຟລສເຂົ້າມາຊ່ວຍເພື່ອ

9ຊ່ອງ ຈະເຮັດໃຫ້ສາມາດເກັບພາບຂອງ ທິວທັດທາງຫລັງ ແລະ ພາບຂອງຕົວແບບ

ເປີດໃບຫນ້າຂອງຕົວແບບ 3. ການໃຊ້ Reflex ໃນການຕື່ມ

ເອົາໄວ້ໄດ້ໂດຍບໍ່ມີບັນຫາ.

(ວິທີນີ້ຈະໃຫ້

ນີ້ຄື 7 ເຕັກນິກງ່າຍໆ ໃນການຖ່າຍພາບ

ແສງທີ່ນຸ່ມນວນ ແລະ ມີມິຕິກວ່າການໃຊ້

ບຸກຄົນໃຫ້ອອກມາງົດງາມໂດດເດັ່ນ ແຕ່

ແຟລສແຕ່ຕ້ອງມີຄົນຊ່ວຍຖືໃຫ້)

ຈະເຮັ ດ ໄດ້ ຕ າມນັ້ ນ ມັ ນ ກໍ ຕ້ ອ ງອາໄສ

ແສງໃຫ້ບໍລິເວນໃບຫນ້າ

ຈາກສາມວິ ທີ ກ ານຂ້ າ ງເທິ ງ ນັ້ ນ ຈະ

ການຝຶກແອບ ແລະ ຫມັ່ນຖ່າຍຢູ່ເລື້ອຍ.

ເຮັດໃຫ້ເຮົາສາມາດຖ່າຍກົງກັນຂ້າມກັບ

ພ້ອມທັງສຶກສາສະພາບຂອງແສງ ໄປນໍາ

ທິ ດ ທາງຂອງແສງໂດຍມີ ປ ະກາຍທີ່ ເ ສັ້ ນ

ເພາະດ້ ວ ຍສະພາບແສງທີ່ ແ ຕກຕ່ າ ງກັ ນ

ຜົມໄດ້ ແລະ ຕົວແບບຂອງເຮົາກໍຈະບໍ່

ລວມເຖິ ງ ສະຖານທີ່ ທີ່ ຫ ລາກຫລາຍ

ຫນ້າດຳອີກຕໍ່ໄປ ^_^

ເຮົາກໍຕ້ອງມີ ໄຫວພິບ, ຮູ້ຈັກປັບປ່ຽນວິ ທີການເພື່ອໃຫ້ໄດ້ພາບອອກມາທີ່ດີທສ ີ່ ຸດ.

7.ການຖ່ າ ຍພາບບຸ ກ ຄົ ນ ຮ່ ວ ມ ກັບທິວທັດ

ໂດຍ: Phetsamay Philavanh

LaoPhotoMag June 2013

123


Columnist

Frequency Seperation Retouc ສະບາຍດີ ບັ ນ ດາໝູ່ ເ ພື່ ອ ນສະມາຊິ ກ Lao Photo Mag. ກັບມາອີກຄັ້ງໃນ ສະບັບນີ້ ຕາມຄຳສັນຍາທີ່ວ່າຈະນຳສະເໜີ ວິທີການເຮັດໜ້າໃສໜ້າເດັ້ງ 14 ອີກຄັ້ງ ເພື່ອໃຫ້ຜູ່ອ່ານໄດ້ນຳໄປສຶກສາ. ໃ ນ ວິ ທີ ທີ ສ ອ ງ ນີ້ ເ ຂົ າ ເ ອີ້ ນ ວ່ າ Frequency touching

Separation

Re-

ໂດຍການແຍກເລເຢີອອກ

ແລ້ວລົບຮິ້ວຮອຍຕາມເລເຢີ້ ທີ່ກຳນົດໄວ້. ຂໍ້ ດີ ຂ ອ ງ ວິ ທີ ນີ້ ແ ມ່ ນ ຍັ ງ ຮັ ກ ສ າ ຄ ວ າ ມ ເປັນທຳມະຊາດ ບໍ່ວ່າຈະເປັນເສັ້ນຜົມ ຫຼື ຮູຂຸມຂົນຕ່າງໆ

ແມ່ນຍັງຄົງເບິ່ງເປັນທຳ

ມະຊາດຄືວ່າບໍ່ໄດ້ຜ່ານການຕົບແຕ່ງດ້ວຍ ຄອມພິວເຕີ.

124

laophotomag.com issue 2

ຂັ້ນຕອນທີ 1

ເປີດຮູບທີ່ເຮົາຕ້ອງການ Retouch ຂຶ້ນ

ແລ້ວກ໊ອບປີ້ເລເຢີ້ Background ອອກອີກ 2 ເລເ ໂດຍໃສ່ຊື່ Color ແລະ Texture ຕາມລຳດັບ.


ching

ນມາ

ເຢີ້.

ຂັ້ນຕອນທີ 2

ໄປທີ່ເລເຢີ້ Color ແລ້ວໃສ່ Filter > Blur >

Gaussian Blur ໃສ່ຄ່າປະມານ 27 ແລ້ວກົດ OK

LaoPhotoMag June 2013

125


Columnist 126

laophotomag.com issue 2


ຂັ້ນຕອນທີ 3

ບ່ອນເລເຢີ້ Texture ໃຫ້ໄປທີ່ເມນູ Image > Apply Image.

ແລ້ວກຳນົດຄ່າຕາມຮູບພາບ ຈາກນັ້ນກໍກົດ OK ປ່ຽນ Blending Mode ເປັນ Linear Light

ຂັ້ນຕອນທີ 4

ໄປທີ່ເລເຢີ້ Color ແລ້ວໃຊ້ຄຳສັ່ງ Clone Stamp Tool

ແລ້ວປັບ Opacity=30 ແລະ Flow=40. ແລ້ວໄປກົດ Alt ຄ້າງໄວ້ເພື່ອ ຈ້ຳເອົາບ່ອນທີ່ສະຫວ່າງ ຈາກນັ້ນກໍໄປທາບ່ອນທີ່ເປັນເງົາຢ່າງເຊັ່ນ: ກ້ອງດວງ ຕາ, ຄາງ, ຮິບສົບ ຫຼື ບ່ອນທີ່ອື່ນໆທີ່ຮູ້ສຶກວ່າມືດໆ

LaoPhotoMag June 2013

127


Columnist

ຂັ້ນຕອນທີ5

ໄປທີ່ເລເຢີ້

Texture

ຂີດອ້ອມເອົາບັນດາຮິ້ວຮອຍ,

ແລ້ວໃຊ້ຄຳສັ່ງ

ເສັ້ນຜົມ

ຫຼື

Patch

Tool

ສິວທີ່ຢູ່ເທິງໃບໜ້າ

ແລ້ວລາກໄປຈຸດທີ່ຢູ່ໃກ້ຄຽງ. ແລ້ວເຮັດແບບນັ້ນໄປເລື້ອຍໆຈົນກວ່າຈ ະໝົດຮິ້ວຮອຍເທິງໄປໜ້າ

128

laophotomag.com issue 2


ໃຊ້ເມົ້າສລາກອອກໄປ

ເມື່ອສຳເລັດການລຶບຮິ້ວຮອຍຂັ້ນຕອນຕໍ່ໄປກໍແມ່ນການເພີ່ມ

ຄິ້ວ ຕາ ດັງ ສົບ ໃຫ້ເດັ່ນ ເຊິ່ງເປັນການແຕ່ງໜ້າໃຫ້ກັບແບບຂອງເຮົາ ເລັກຫນ້ອຍ ເພື່ອເພີ່ມສີສັນຂຶ້ນ (ອັນນີ້ແມ່ນແລ້ວແຕ່ຄວາມມັກຂອງຜູ້ ແຕ່ງພາບເອງເດີ້) LaoPhotoMag June 2013

129


Columnist

ຂັ້ນຕອນທີ6

ຢູ່ທີ່ເລເຢີ້ Texture ໃຫ້ໄປທີຄ ່ ຳສັ່ງ Burn Tool ແລ້ວປັບ Ex-

posure ປະມານ 50 ແລ້ວມາທາບໍລິເວນຄິ້ວ ແລະ ຕາ(ຂອງຕາເຈົ້າສາວ) ເພື່ອເພີ່ມຄວາມເຂັ້ມຂຶ້ນ ບາງຄົນອາດຈະທາສ່ວນຜົມນຳກໍໄດ້. ສ່ວນຫົວ ແປງແມ່ນປັບຕາມຄວາມເໝາະສົມ

ຂັ້ນຕອນທີ7

ມາເພີ່ມສົບໃຫ້ກັບເຈົ້າສາວຈັກເລັກຫນ້ອຍໂດຍການສ້າງເລເຢີ້ໃໝ່ຂຶ້ນ

ມາໄວ້ເທິງສຸດ ແລ້ວປ່ຽນ Blending Mode ໃຫ້ເປັນ Soft Light. ໄປທີ່ຄຳສັ່ງ Brush ແລ້ວປັບສີໃຫ້ໃກ້ຄຽງກັບສົບຂອງແບບ ຈາກນັ້ນກໍທາໃສ່ຮິມສົບ ຫຼືບ່ອນ ອື່ນໆອີກກໍແລ້ວແຕ່ຄວາມມັກຂອງຜູ້ແຕ່ງພາບ.

130

laophotomag.com issue 2


ພຽງເທົ່ານີ້ເຮົາກໍ່ໄດ້ຮູບນາງແບບທີ່ມີໃບໜ້າທີ່ນຽນແລ້ວເນາະ ^^

LaoPhotoMag June 2013

131


Columnist

ກ່ອນ ສຳລັບບົດໜ້າແມ່ນເຮົາຈະມາເບິ່ງເຕັກນິກການນຳໃຊ້ Action ເຊິ່ງຈະໃຊ້ໃນງານ ແບບໃດນັ້ນ ກໍຕ້ອງຕິດຕາມກັນຕໍ່ໄປ. ສຸດທ້າຍນີ້ກໍຂໍຝາກເຖິງບັນດາຜູ້ອ່ານ ບໍ່ວ່າຈະ ເປັນອາຊີບຖ່າຍພາບຫຼືບໍ່ກໍຕາມ ການນຳໃຊ້ໂປຣແກຣມປັບແຕ່ງຮູບ ຫຼື ຕັດຕໍ່ຮູບນັ້ນ ບໍ່ໄດ້ເປັນເລື່ອງຜິດ, ບໍ່ແມ່ນວ່າຮູບທຸກຮູບຈະຈົບໄດ້ທີ່ຫຼັງກ້ອງ ການເອົາຮູບມາປັບແຕ່ງ ຫຼື ຕັດຕໍ່ຮູບນັ້ນ ມັນກໍເປັນສິລະປະສາດອີກຂະແໜງໜຶ່ງທີ່ສາມາດເພີ່ມຈິນຕະນາການ ຕາມການສ້າງສັນຂອງເຮົາໄດ້. 132

laophotomag.com issue 2


ຫຼັງ ຂໍຂອບໃຈທຸກທ່ານທີ່ອ່ານມາຈົດຮອດຈຸດນີ້ (ໃຜອ່ານຮອດນີ້ກໍຂໍໃຫ້ລ້ຳໃຫ້ລວຍເດີ້) ຂໍ້ມູນເອົາມາຈາກ: http://youtu.be/bNB9Mepi1VI

ໂດຍ: Sompasong VONGTHAVONE

LaoPhotoMag June 2013

133








rhv,8

gxufm5d,

8Qo8e^a[vksko9uocmh

www.donchanpalacelaopdr.

www.donchanpa


85os6lt^k,

++

120,000 du[

,Ng]uj,c8j g;]kG

.com

alacelaopdr.com




ພົບກ


ກັນໃໝ່ໃນ

ສະບັບຕໍ່ໄປ >>>


Issuu converts static files into: digital portfolios, online yearbooks, online catalogs, digital photo albums and more. Sign up and create your flipbook.