Champa Holidays

Page 56

ເຈາະເລີກຊຸມຊົນເຜົ່າກະຕູແຂວງເຊກອງ

What’s New with the Katu Dr. Linda S. McIntosh PhD takes Champa Holidays magazine inside Luang Prabang’s Traditional Arts & Ethnology Centre to discover its latest exhibit, woodcarvings, and fascinating way of life. ນັບແຕ່ກາງຊຸມ ປີ 1970, ໝູ່ບ້ານຂອງເຜົ່າກະຕູໄດ້ຍ້າຍມາສູ່ເຂດທີ່ເຂົ້າເຖິງໄດ້ງ່າຍ ໃນ ແຂວງ ເຊກອງ, ທາງເບື້ອງຕາເວັນອອກຂອງພູພຽງບໍລິເວນໃນ ເມືອງ ທ່າແຕງ. ອີກສ່ວນໜຶ່ງໃນບັນດາບ້ານທີ່ຖືກຍົກຍ້າຍມາປັດຈຸບັນມີຊື່ເອີ້ນວ່າບ້ານຫ້ວຍໄຊ, ຊຶ່ງ ຕັ້ງຢູ່ທາງຟາກຕາເວັນຕົກຂອງຕົວເມືອງບໍ່ພໍເທົ່າໃດກິໂລແມັດ. ໃນສະຖານທີ່ແຫ່ງນີ້ ທ່ານມັກຈະເຫັນແມ່ຍິງຕຳແຜ່ນແພຕາມແບບຂອງຊາວກະຕູໂດຍມີການນຳໃຊ້ຕີນ ແລະ ຮ່າງກາຍຢ່າງມີຈັ່ງຫວະ. ແຕ່ກ່ອນແຜ່ນແພທີ່ຕ່ຳດ້ວຍລວດລາຍມີຄ່າເທົ່າກັບ ລາຄາຄວາຍໜຶ່ງໂຕ ຫຼື ມູນຄ່າໄໝທີ່ນຳເຂົ້າຈາກຕ່າງປະເທດ.ໃນປັດຈຸບັນສິ້ນຕ່ຳທີ່ ຕົກແຕ່ງລວດລາຍມີມູນຄ່າປະມານໜຶ່ງລ້ານກີບ ຫຼື ຫຼາຍກ່ວານັ້ນ. ຊ່າງຕ່ຳແຜ່ນແພ ມັກຈະຍິນດີທີ່ຈະຂາຍຜົນງານສ້າງສັນຂອງເຂົາເຈົ້າໃຫ້ກັບຜູ້ເດີນທາງໄປຢ້ຽມຢາມ. ກິດຈະກຳອື່ນໆ ຂອງເຜົ່າທີ່ທ່ານສາມາດຊົມໄດ້ແມ່ນການບົດມັນຕົ້ນ ແລະ ແກະ ໝາກຖົ່ວດິນ.

Now, tourists do not need to journey to Sekong, Salavan, and Champasak Provinces to learn about the Katu, as Dr. Linda S. McIntosh has created an extraordinary exhibition, “Carving a Community: The Katu People” at the easier to access Luang Prabang’s Traditional Arts & Ethnology Centre.

ບໍ່ເຖິງ20ກິໂລແມັດທາງຕາເວັນອອກຂອງ ເມືອງ ທ່າແຕງ, ກໍ່ມີອີກສອງບ້ານທີ່ຄວນ ກ່າວເຖິງຄື: ບ້ານຈຸນລາ ແລະ ບ້ານກັນດອນໃໝ່ ເນື່ອງຈາກວ່າທັງສອງບ້ານນີ້ມີຫໍ ປະຊຸມເປັນຂອງຊຸມຊົນ. ຫໍກາງຖືວ່າເປັນໝາກຫົວໃຈຂອງເຜົ່າກະຕູເນື່ອງຈາກວ່າ ເປັນບ່ອນເຮັດພິທີກຳ,ຈັດງານປະເພນີສຳຄັນຕ່າງໆ ແລະ ກອງປະຊຸມປະຈຳບ້ານ, ບາງທີກໍໃຊ້ເຮັດພິທີແຕ່ງງານ. ຮູບແບບການກໍ່ສ້າງແມ່ນມີເອກະລັກໂດດເດັ່ນສະ ເພາະ: ໂຄງສ້າງໄມ້ຕັ້ງສູງເດັ່ນເສົາຕັ້ງໂດຍມີຫຼັງຄາຄ້າຍກັບອອງເຕົ່າ. ໄມ້ແກະສະ ຫຼັກຖືກໃຊ້ຕົກແຕ່ງເປັນເສົາຫຼັກບ້ານ, ຂື່, ຝາ ແລະ ເສົາກາງຖືວ່າເປັນທີ່ຢູ່ອາໄສຂອງ ສິ່ງສັກສິດທີ່ປົກປັກຮັກສາບ້ານ.

Dr. McIntosh, curator of the exhibit and advisor to the centre, added that special events related to the exhibit are planned through September 2014.

ໄມ້ແກະສະຫຼັກທີ່ໃຊ້ຕົກແຕ່ງຫໍກາງນັ້ນມັກຈະເປັນຮູບຄົນ, ຕົ້ນໄມ້ ແລະ ສັດສາວາສິ່ງ ໂດຍສະເພາະແມ່ນງູເຫຼືອມ ເຜົ່າກະຕູສົມທຽບຊີວິດຂອງເຂົາເຈົ້າໃສ່ກັບຊີວິດຂອງງູ ເຫຼືອມ. ເພາະງູເຫຼືອມກິນອາຫານອີ່ມແລ້ວຈະບໍ່ເຄື່ອນໄຫວໄປໃສ, ຊຶ່ງຄ້າຍຄືກັບ ຄວາມຮູ້ສຶກຂອງຊົນເຜົ່າກະຕູພາຍຫຼັງທີ່ໄດ້ກິນອາຫານ. ເພາະງູເຫຼືອມຈະກິນອາ ຫານພຽງຄັ້ງດຽວກໍສາມາດມາດຢູ່ໄດ້ຫຼາຍວັນ. ເຜົ່າກະຕູເນື່ອງຈາກວ່າການໃຊ້ຊີວິດ ໃນເຂດພູດອຍມັກຈະມີຂໍ້ຈຳກັດພື້ນທີ່ປູກເຂົ້າ ແລະ ມັກຈະມີບັນຫາຂາດເຂົ້າກິນຕະ ຫຼອດສະນັ້ນເຂົາເຈົ້າຈຶ່ງອາໄສເຜືອກ, ມັນຕົ້ນສາລີ, ເພື່ອການຢູ່ລອດ. ນອກນັ້ນເຜົ່າ ກະຕູກໍ່ບໍ່ມັກຈັດງານບຸນປະເພນີແບບໃຫ່ຍໂຕສະນັ້ນຈຶ່ງຫາຍາກທີ່ເຂົາເຈົ້າຈະໄດ້ກິນ ຊີ້ນທີ່ໃຊ້ເປັນເຄື່ອງບູຊາເຈົ້າກົກ, ເຈົ້າເລົ່າ, ຜີບ້ານ ແລະ ຜີເຮືອນ ຢ່າງອີ່ມໜຳສຳ ລານ. ພິທີກຳທີ່ສຳຄັນກໍ່ແມ່ນບຸນປະເພນີໃຊ້ຄວາຍເປັນຂອງເສັ້ນໄຫ້ວບູຊາ. ໃນບ້ານ ກັນດອນໃໝ່, ບຸນປະຈຳປີນີ້ແມ່ນຈັດຂຶ້ນໃນວັນທີ 5 ເດືອນມີນາ ຊຶ່ງເປັນວັນຄົບຮອບ ການຍົກຍ້າຍບ້ານ.

56

Copyright Kees Sprengers/TAEC

Opened in September 2013, the presentation displays Katu handicrafts backed by woodcarvers demonstrating their techniques used to decorate Katu communal houses. Visitors will also learn about the importance of exchanging gifts in Katu society and how trading items plays an important role in weddings and other rites.

She goes on to explain the history, culture, and lifestyle of the Katu, and with seven Lao government tourism projects under her belt, her insight into this ethnic minority, with only some 30,000 residents in Laos, captivates any audience. “While in southern Laos, travellers often visit the Bolaven Plateau for a taste a nature and fresh coffee,” she said, adding that if tourists head east, they’ll reach the country’s youngest province, Sekong, established in 1984 and home to most of Laos’ Katu, though they have settlements in Champasak, Salavan, and Attapeu Provinces. Visitors to Sekong can find original Katu settlements in Kaluem District located in the mountainous Lao-Vietnamese frontier. However, beginning in the mid-1970s, some Katu villages resettled in more accessible areas in Sekong on the eastern Bolaven Plateau in Thateng District. One of the first villages to relocate, Ban Huaysay, sits just a couple of kilometres west of Thateng Town, and visitors are welcome to watch women weave Katu-style cloth on unique foot-braced, body tension looms. They also create beaded textiles, which to them was once worth a buffalo or imported jar, according to Dr. McIntosh. Today, a beaded skirt costs 1 million kip or more.

Copyright Kees Sprengers/TAEC

copyright Luu Hung.jpeg

Art


Issuu converts static files into: digital portfolios, online yearbooks, online catalogs, digital photo albums and more. Sign up and create your flipbook.