Lao pchre overall 2013

Page 12

ນິຍາມການເຮັດວຽກ

ນິຍາມການເຮັດວຽກຕໍ່ໄປນີ້ແມ່ນອົງປະກອບສໍາຄັນຂອງແຜນ ຍຸດທະສາດເພື່ອການຕ້ອນຮັບຮຽນຮວມ, ຄວາມນັບຖື ແລະຄວາມທ່ຽງທໍາ (ASPIRE): ຄວາມຫຼາກຫຼາຍ: ຄວາມແຕກຕ່າງຂອງບຸກຄົນ (ຕົວຢ່າງ: ບຸກຄະລິກ, ພາສາ, ຮູບແບບການຮຽນຮູ້ ແລະປະສົບການຊີວິດ) ແລະຄວາມແຕກຕ່າງຂອງກຸ່ມ/ສັງຄົມ (ຕົວຢ່າງ: ເຊື້ອຊາດ/ເຜົ່າພັນ, ຖານະ, ເພດ, ອັດຕະລັກຍິງຊາຍ, ລົດນິຍມ ົ ທາງເພດ, ອັດຕະລັກທາງເພດ, ປະເທດກໍາເນີດ ແລະສະຖານະຄວາມສາມາດ ເຊັ່ນດຽວກັບຄວາມ ສໍາພັນທາງດ້ານວັດທະນະທໍາ, ການເມືອງ, ສາສະໜາ ຫຼືອື່ນໆ) ທີ່ສາມາດມີສ່ວນພົວພັນຢູ່ໃນການບໍລິການໃນການຮຽນຮູ້. ການຕ້ອນຮັບຮຽນຮວມ: ການມີສວ ່ ນພົວພັນຕັ້ງໜ້າ, ຕັ້ງໃຈ ແລະດໍາເນີນ ການຢູກ ່ ບ ັ ຄວາມຫຼາກຫຼາຍຢູໃ ່ ນຄົນ, ຢູໃ ່ ນຫຼັກສູດ, ຢູໃ ່ ນຫຼັກສູດຮ່ວມ, ແລະຢູໃ ່ ນຊຸມຊົນຕ່າງໆ (ປັນຍາ, ສັງຄົມ, ວັດທະນະທໍາ, ພູມສາດ) ກັບທີ່ເຊິ່ງບັນດາບຸກຄົນອາດຈະມີສວ ່ ນເຊື່ອມຕໍ່ເຂົ້າໃນວິທກ ີ ານທີ່ເພີ່ມ ຄວາມຮັບຮູຂ ້ ອງຄົນ, ຄວາມຮູທ ້ າງດ້ານເນື້ອໃນ, ຄວາມຊັບຊ້ອນທາງດ້ານ ຄວາມຮັບຮູ້ ແລະຄວາມເຂົ້າໃຈວິທກ ີ ານອັນຊັບຊ້ອນທີ່ບກ ຸ ຄົນປະຕິສໍາພັນ ຢູພ ່ າຍໃນ (ແລະປ່ຽນແປງ) ລະບົບ ແລະສະຖາບັນຕ່າງໆ.

ເຟຣັສໂນ ສະເຕດ (Fresno State) ໃຫ້ການບໍລິການຢູ່ໃນ ພື້ນທີ່ຂອງລັດຄາລິຟໍເນຍຕອນກາງ ເຊິ່ງມີຄວາມຫຼາກຫຼາຍທີ່ ອຸດົມສົມບູນ. ກະຊວງສຶກສາທິການຂອງສະຫະລັດອາເມລິກາ ມີການກໍານົດມະຫາວິທະຍາໄລຂອງພວກເຮົາວ່າແມ່ນທັງ ສະຖາບັນໃຫ້ບໍລິການຄົນລາຕິນອາເມຣິກາ (HSI : Hispanic-Serving Institution) ແລະສະຖາບັນ ໃຫ້ບໍລກ ິ ານຄົນອາເມຣິກນ ັ ເຊື້ອສາຍອາຊີແລະຄົນເກາະອາຊີ ປາຊີຟກ ິ ທີ່ເປັນຄົນອາເມຣິກນ ັ ດັ້ງເດີມ (AANAPISI : Asian American and Native American Pacific Islander Serving Institution). ເຟຣັສໂນສະເຕດ (Fresno State) ເປັນນາຍຈ້າງແລະ ສະຖາບັນທີ່ໃຫ້ໂອກາດເທົ່າທຽມກັນທີ່ໃຫ້ການ ສະໜັບສະໜູນຄວາມຫຼາກຫຼາຍ.

ຄວາມທ່ຽງທຳ (ເນັ້ນໃສ່ນັກສຶກສາ): ການສ້າງໂອກາດໃຫ້ກັບກຸ່ມ ປະຊາກອນທີ່ໃນອະດີດມີຄົນຮຽນສູງຈໍານວນໜ້ອຍ ເພື່ອໃຫ້ມີການ ເຂົ້າເຖິງ ແລະມີສ່ວນຮ່ວມໃນໂຄງການສຶກສາດ້ວຍຄວາມທ່ຽງທໍາ ທີ່ເຮັດໃຫ້ສາມາດປິດຊ່ອງຫວ່າງການບັນລຸຜົນຢູ່ໃນຄວາມສໍາເລັດຂອງ ນັກສຶກສາ ແລະການສໍາເລັດໂຄງການ. ແຫຼ່ງຂໍ້ມູນ: ເວັບໄຊທ໌ສະມາຄົມວິທະຍາໄລ ແລະມະຫາວິທະຍາໄລ ອາເມຣິກາ, 2011 ຄວາມທ່ຽງທຳ (ເນັ້ນໃສ່ພະນັກງານ): ການສ້າງໂອກາດໃຫ້ກັບກຸ່ມ ປະຊາກອນທີ່ໃນອະດີດມີຄົນທີ່ເປັນພະນັກງານຈໍານວນໜ້ອຍ (ຄະນະອາຈານ ແລະເຈົ້າໜ້າທີ່) ເພື່ອໃຫ້ມີການເຂົ້າເຖິງໂອກາດໃນ ການເຕີບໂຕທາງດ້ານອາຊີບ ແລະເຄືອຂ່າຍບຸກຄະລະກອນ ແລະ ທຶນຮອນທີ່ເຮັດໃຫ້ສາມາດປິດຊ່ອງຫວ່າງຄວາມບໍ່ສະເໝີພາບທາງດ້ານ ປະຊາກອນຢູໃ ່ ນບົດບາດການນໍາໃນທົງສ່ວນຂອງການປະຕິບັດໜ້າທີ່ ທາງດ້ານສະຖາບັນ. ແຫຼ່ງຂໍ້ມນ ູ : Clayton-Pedersen, 2011; ດັດປັບມາຈາກບັດຄະແນນ ຄວາມທ່ຽງທໍາຂອງສູນການສຶກສາໃນເມືອງຂອງມະຫາວິທະຍາໄລ ຄາລິຟໍເນຍໃຕ້™ ຄວາມສາມາດທາງດ້ານວັດທະນະທຳ: ສະພາບທີ່ມີແລະນໍາໃຊ້ຄວາມຮູ້ ແລະທັກສະຢູ່ໃນສີ່ຂົງເຂດຄື: ຄວາມຮັບຮູ້ກ່ຽວກັບທັດສະນະຂອງໂລກ ຕໍ່ກັບທາງດ້ານວັດທະນະທໍາຂອງຕົນເອງ; ການຮັບຮູ້ທັດສະນະຂອງ ຄົນຕໍ່ຄວາມແຕກຕ່າງທາງດ້ານວັດທະນະທໍາ; ການຮັບຮູ້ການປະຕິບັດ ແລະທັດສະນະຂອງໂລກຕໍ່ກັບທາງດ້ານວັດທະນະທໍາຕ່າງໆ; ແລະຄວາມຄິດເຫັນໃນການປະຕິສໍາພັນຂ້າມວັດທະນະທໍາ. ຕະຫຼອດໄລຍະເວລາທີ່ໄດ້ກ່າວມາ, ບັນດາບຸກຄົນ ແລະອົງການຈັດຕັ້ງ ຕ່າງໆພັດທະນາຄວາມສະຫຼາດ ແລະຄວາມສາມາດເພື່ອ: 1. ກວດກາຢ່າງຈິງຈັງວ່າ ທັດສະນະຂອງໂລກຕໍ່ທາງດ້ານວັດທະນະທໍາ ມີອິດທິພົນຕໍ່ຄວາມຮັບຮູ້ອໍານາດ, ຄວາມເໜືອກ່ວາ ແລະຄວາມບໍ່ ສະເໝີພາບແນວໃດ; ແລະ 2. ປະພືດດ້ວຍການໃຫ້ກຽດຢູ່ພາຍໃນຂອບເຂດການເຄື່ອນໄຫວທີ່ ຊັບຊ້ອນໃນເລື່ອງຄວາມແຕກຕ່າງ ແລະຄວາມກົງກັນໃນຕົວມະນຸດ, ກຸ່ມ ແລະລະບົບຕ່າງໆ.

www.fresnostate.edu/pchre ຂໍ້ມູນຢູ່ໃນຈຸນລະສານນີ້ມີຢູ່ໃນຮູບແບບອື່ນທີ່ເລືອກໄດ້. ກະລຸນາໂທຫາຫ້ອງການຮອງປະທານຝ່າຍບໍລິຫານ ທີ່ໝາຍເລກ 559.278.2083 ເພື່ອຂໍເອົາໄດ້.


Issuu converts static files into: digital portfolios, online yearbooks, online catalogs, digital photo albums and more. Sign up and create your flipbook.