Lifelong Learning in Southeast Asia

Page 39

39

ການຮຽນຮູ້ຕະຫຼອດຊີວິດໃນການປ່ຽນແປງ:

© Ministry of Education, Youth and Sport, Cambodia

ການປະຕິບັດທີ່ມີທ່າອ່ຽງໄປສູ່ຄວາມສຳເລັດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຊາວໜຸ່ມຢູ່ປະເທດກຳປູເຈຍຮຽນແປຮູບໄມ້ຈາກຕົ້ນປາມໃຫ້ກາຍເປັນຜະລິດຕະພັນຫັດຖະກຳ

ການແນະນ�ຳອັນໃໝ່ ໂດຍເລັ່ງເປົ້າໃສ່ຜູ້ທີ່ບໍ່ເຄີຍເຂົ້າໂຮງຮຽນມາກ່ອນ ແລະ ກຸ່ມຄົນທີ່ຂາດໂອກາດທາງການຮ�່ຳຮຽນ, ກຸ່ມທີ່ເປັນແຮງງານເຄື່ອນຍ້າຍ, ແລະ ປະຊາກອນທີ່ມີຄວາມຫຼາກຫຼາຍທາງດ້ານເຊື້ອຊາດ ແລະ ວັດທະນະທ�ຳ.

10.

ສຶກສາວິໄຈການປະເມີນຜົນສູນການຮຽນຮູ້ຊຸມຊົນຢູ່ ປະເທດກ�ຳປູເຈຍ

ພາບລວມ ສູນການຮຽນຮູ້ຊຸມຊົນ (CLC) ຂອງປະເທດກ�ຳປູເຈຍສະໜອງໂອກາດທາງການ ສຶກສານອກໂຮງຮຽນທີຫ ່ າຼ ກຫຼາຍອີງຕາມຄວາມຕ້ອງຂອງທ້ອງຖິນ ່ ແລະ ສະພາບ ຈຸດພິເສດຂອງຊຸມຊົນ. ໂຄງການ CLC ໄດ້ເລີ່ມຕົ້ນໂດຍເປັນໂຄງການທົດລອງ ຢູ່ປະເທດກ�ຳປູເຈຍໃນລະຫວ່າງປີ 1998 ຫາ 2000 ແລະ ຫຼງັ ຈາກນັນ ້ ກໄໍ່ ດ້ ຂະຫຍາຍຕົວຢ່າງໄວວາ ຈາກ 57 ສູນໃນປີ 2000 ມາເປັນ 347 ໃນປີ 2015/16. ກຸ່ມເປົ້າໝາຍຂອງ CLC ແມ່ນເດັກ ແລະ ຊາວໜຸ່ມຜູ້ທີ່ປະລະການຮຽນ ແລະ ຜູ້ທີ່ ບໍ່ມີໂອກາດເຂົ້າໂຮງຮຽນໃນລະບົບສາມັນສຶກສາ. ນອກຈາກນີ້, ສູນ CLC ກໍ່ຍັງໄດ້ ສະໜອງການຮຽນວິຊາຊີບສ�ຳລັບຜູ້ທີ່ຮ ຽນຈົບຫຼັກສູດລົບລ້າງຄວາມບໍ່ຮູ້ໜັງສື ແລະ ການສຶກສາທຽບເທົ່າ ແລະ ສະມາຊິກຊຸມຊົນ. CLC ຈຶ່ງໄດ້ກາຍເປັນການ ລິເລີ້ມທີ່ສ�ຳຄັນໃນການສົ່ງເສີມການສຶກສາຕໍ່ເນື່ອງຢູ່ປະເທດກ�ຳປູເຈຍ ແລະ ເລີ່ມແຕ່ຊຸມປີຫຼັງມານີ້ CLC ໄດ້ຖືກຮັບຮອງໃຫ້ເປັນສະຖາບັນໜຶ່ງຂອງການສຶກສາ ແລະ ເປັນສ່ວນປະກອບໜຶ່ງຂອງລະບົບການສຶກສາແຫ່ງຊາດ ແລະ ໄດ້ຮັບການ ພັດທະນາຢ່າງເອົາຈິງເອົາຈັງ. ສະນັ້ນ, ຈຶ່ງມີຄວາມຈ�ຳເປັນຕ້ອງໄດ້ຕິດຕາມຜົນ ໄດ້ຮັບຂອງ CLC ຂອງປະເທດກ�ຳປູເຈຍ ແລະ ຄວນໄດ້ຮັບການປະເມີນຜົນໄດ້

ຮັບໃນການຮ່ວມມືກັບພາກສ່ວນຕ່າງໆ. ການສຶກສາວິໄຈ ແລະ ການປະເມີນ CLC ຈຶງ່ ເປັນການສະໜອງຂມ ໍ້ ນ ູ ພືນ ້ ຖານສ�ຳລັບການວິໄຈສະຖານະ ແລະ ບົດບາດ ຂອງໂຄງການດັ່ງກາວໃນປະຈຸບັນ ແລະ ສ�ຳລັບການສ້າງແຜນຍຸດທະສາດ ກ່ຽວກັບການປັບປຸງຄຸນນະພາບ ແລະ ຂະຫຍາຍໂຄງການ CLC ໃນອະນາຄົດ. ການຈັດຕັ້ງປະຕິບັດ ເລີ່ມແຕ່ເດືອນຕຸລາ 2016 ຫາເດືອນກຸມພາ 2017, ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ, ຊາວໜຸ່ມ ແລະ ກິລາ ໄດ້ເຮັດກາສຶກສາວິໄຈໂຄງການ CLC. ຈຸດປະສົງແມ່ນເພື່ອຊອກຫາປັດໄຈທີ່ເຮັດໃຫ້ CLC ດ�ຳເນີນວຽກງານການ ຮຽນຮູ້ຕະຫຼອດຊີວິດໄດ້ດີທີ່ສຸດ. ການສຶກສາວິໄຈດັ່ງກ່າວນີ້ກວມເອົາຜູ້ໃຫ້ຂໍ້ມູນຈ�ຳນວນ 454 ທ່ານ ຈາກ 23 CLC ຢູ່ໃນ 2 ແຂວງຄື: ຊຽມຣຽບ ແລະ ບັດຕ�ຳບາງ. ຜູ້ໃຫ້ຂໍ້ມູນທັງໝົດເຫຼົ່ານີ້ໄດ້ຖືກ ຄັດເລືອກໂດຍອີງໃສ່ເງື່ອນດັ່ງນີ້: 1) ເປັນຜູ້ຮຽນຂອງ CLC; 2) ຄູສອນວິຊາຊີບ; 3) ເປັນສະມາຊິກຂອງຄະນະຮັບຜິດຊອບສູນ CLC; 4) ເປັນພະນັກງານທີ່ເຮັດວຽກ ການສຶກສານອກໂຮງຮຽນທີ່ປະຈ�ຳການຢູ່ຂັ້ນຕາແສງ; 5) ເປັນຊາວບ້ານທີ່ CLC ຕັ້ງຢູ່; 6) ເປັນນາຍບ້ານ; ແລະ 7) ເປັນຕາແສງ. ຂໍ້ມູນທີ່ໄດ້ເກັບກ�ຳສ່ອງແສງໃຫ້ ເຫັນບັນຫາຕ່າງໆດັ່ງລຸ່ມນີ້: • ຈິດສ�ຳນຶກຂອງການຮຽນຮູ້ຕະຫຼອດຊີວິດ: ແຫຼ່ງຂໍ້ມູນຕົ້ນຕໍກ່ຽວກັບການຮຽນ ຮູ້ຕະຫຼອດຊີວິດແມ່ນມາຈາກສື່ສານມວນຊົນ, ກອງປະຊຸມຕ່າງໆ ແລະ ອ�ຳນາດການປົກຄອງທ້ອງຖິ່ນ.


Issuu converts static files into: digital portfolios, online yearbooks, online catalogs, digital photo albums and more. Sign up and create your flipbook.