Champa Holidays

Page 59

ກິດຈະກຳຂອງກອງທຶນແມ່ນບໍ່ເປັນທາງການ ແລະ ນອກຫຼັກສູດ, ແຕ່ກ່ອນ ຈະຈັດການເດີນທາງແຕ່ລະຄັ້ງຕ້ອງໄດ້ຮັບອະນຸຍາດຈາກພະແນກສຶກສາ ແລະ ກິລາ ນະຄອນຫຼວງວຽງຈັນ ແລ້ວກໍມີພະນັກງານຂອງພະແນກຕິດ ຕາມການເດີນທາງແຕ່ລະຄັ້ງ. ທາງຜູ້ຈັດກຫວັງເລີກໆ ວ່າການເດີນທາງ ທັດສະນະສຶກສາປະເພດນີ້ຈະເປັນທີ່ຍອມຮັບເພື່ອບັນຈຸເປັນ ຫຼັກສູດ ໃນຂັ້ນມັດທະຍົມໃນອະນາຄົດ ແລະ ເຫັນຜູ້ເຂົ້າຮ່ວມຜູ້ໜຸ່ມນ້ອຍສືບຕໍ່ “ເຜີຍແຜ່ປະສົບການ” ຂອງຕົນຊຶ່ງຖືວ່າເປັນອີກຄຳຂັວນໜຶ່ງຂອງກຸ່ມ.

ຕາມປົກກະຕິແລ້ວ ຊາວໜຸ່ມຜູ້ເຂົ້າຮ່ວມຈຳນວນ 38 ຄົນ ອອກເດີນທາງ ຈາກ ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນເສົາ, ຕັ້ງເຕັ້ນບໍລິເວນຕາດ ເລິກພູເຂົາຄວາຍກ່ອນທີ່ຈະໄດ້ຮັບຟັງການແນະນໍາ ແລະ ຫຼີ້ນເກມ ຕ່າງໆ, ເຂົາເຈົ້າຖືກແບ່ງເປັນກຸ່ມນ້ອຍໆເພື່ອເຂົ້າໄປພະຈົນໄພໃນປ່າ. ພໍອາທິດອັດສະດົງບັນດານ້ອງນັກຮຽນຮວມໂຕອ້ອມກອງໄຟຮັບປະທານ ອາຫານຄ່ຳ, ລາຍງານການຮຽນຮູ້ ປະສົບການໃນປ່າ. ບົດຮຽນໃນປ່າຖືກ ສອດແຊກດ້ວຍ ການຫຼິ້ນເກມ, ຮ້ອງເພງ, ເຕັ້ນ ແລະ ການຜະຈົນໄພ ໃນ ປ່າກໍ່ສຶບຕໍ່ອີກມື້ໜຶ່ງກ່ອນທີ່ຈະກັບຄືນສູ່ຕົວເມືອງ. ອາຈານຜູ້ບັນຍາຍແມ່ນມາຈາກພະແນກຊີວະ, ຄະນະວິທະຍາສາດຂອງ ມະຫາວິທະຍາໄລແຫ່ງຊາດຮ່ວມ ກັບຜູ້ນຳພາປະຕິບັດກິດຈະກຳເຮັດໃຫ້ ການເດີນທາງເຕັມໄປດ້ວຍສຽງຫົວແລະຮອຍຍີ້ມ. ຄະນະຮັບຜິດຊອບ ເຂດປ່າສະຫງວນພູເຂົາຄວາຍຍັງສະໜອງຜູ້ພາທາງ ແລະ ພະນັກງານຮັກສາຄວາມປອດໄພ ແລະ ຊ່ຽວຊານການພະຍາບານ ເບື້ອງຕົ້ນຈາກອົງການກາແດງ, ຄູອາຈານສອງທ່ານ ແລະ ຜູ້ປົກຄອງອີກ ສອງທ່ານ ຈາກໂຮງຮຽນທີ່ເຂົ້າຮ່ວມໂຄງການກໍ່ຖືກເຊື້ອເຊີນເຂົ້າຮ່ວມ.

Green Discovery Laos created this private and independent non-profit fund in early 2011, and the initiative reflects the nation’s leading tour operator’s commitment to corporate social responsibility. Confronted almost daily with the complexity of problems concerning natural resource conservation, the tour company realised the necessity to proactively engage with other similarly-minded organisations working in Laos. The Fund further wants to raise awareness about how the impacts of forest degradation and wildlife depletion directly and indirectly reach into the children’s own lives. Also on the agenda are the importance of waste disposal management and the problems related to mono-cultural farming. The main donors making these tours possible include The Agrobiodiversity Initiative (TABI, Laos), Swiss-based KUONI/Asian Trails Laos, the German Agency for International Cooperation (GIZ) under its ProCEEd programme, and various private sector donors. Green Discovery remains an important sponsor, though Green Care operates independently from the adventure tour operator. The founders and management of Green Care can look back with pride, as they have now successfully organized 13 camping weekend youth learning journeys to Tad Leuk for nearly 430 teenagers, and are preparing their 14th trip.

ຜູ້ໃຫ້ທຶນຫຼັກທີ່ເຮັດໃຫ້ການເດີນທາງໄລຍະຜ່ານມາເກີດຂຶ້ນໄດ້ປະກອບ ມີໂຄງການ ຄວາມຫຼາກຫຼາຍທາງຊີວະພາບກະເສດ (TABI), ບໍລິສັດທ່ອງທ່ຽວອາຊີປະຈຳລາວ ແລະ ອົງການ GIZ ແລະ ບຸກຄົນທີ່ບໍ່ປະສົງອອກນາມ. ກຣີນດິສໂຄເວີຣີ ລາວ ຍັງເປັນຜູ້ສະໜັບ ສະໜູນທີ່ສຳຄັນເຖິງວ່າ ກຣີນແຄຣ໌ ຈະດຳເນີນງານຢ່າງມີເອກະລາດ. ວ່າງບໍ່ດົນມານີ້ (ສິງຫາ 2013) ທີມງານຊ່າງພາບຂອງສະຖານີໂທລະພາບ NHK ກໍ່ໄດ້ເດີນທາງມາຖ່າຍທຳ ສາລະຄະດີ ກິດຈະກຳພາກສະໜາມຂອງ ກຣີນແຄຣ໌ ໃນຫົວຂໍ້ “ຮຽນຮູ້ກັບຄວາມມ່ວນຊື່ນ” ຊຶ່ງຖືວ່າເປັນອີກ ຄຳຂັວນໜຶ່ງຂອງກອງທຶນ. ຜູ້ສ້າງຕັ້ງ ແລະ ຄະນະບໍລິຫານ ກຣິນແຄຣ໌ ສາມາດມອງຢ້ອນຫຼັງດ້ວຍ ຄວາມພາກພູມໃຈ ເນື່ອງຈາກວ່າ ສາມາດຈັດ ການເດີນທາງຕັ້ງແຄມທ້າຍ ອາທິດໄດ້ເຖິງ 13 ຄັ້ງ ທີ່ຕາດເລີກ ໃນປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ສຳລັບຊາວໜຸ່ມຈຳນວນເກືອບເຖິງ 430 ຄົນ ແຕ່ປີ 2011 ເປັນຕົ້ນມາ ແລະ ປັດຈຸບັນພວມກະກຽມການເດີນທາງຄັ້ງທີ 14.

ສຳລັບຂໍ້ມູນເພີ່ມເຕີມສາມາດເຂົ້າເບິ່ງໄດ້ທີ່ www.greencarelaos.org ຫຼື ເຂົ້າເບິ່ງໜ້າເຟັສບຸກຂອງ ກອງທຶນ ກຣີນແຄຣ໌ໄດ້. For more information, visit: www.greencarelaos.org or the Green Care Fund’s Facebook page.

59


Issuu converts static files into: digital portfolios, online yearbooks, online catalogs, digital photo albums and more. Sign up and create your flipbook.